ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດລະບຸວ່າ ຣັດເຊຍ ກໍ່ອາດຊະຍາກໍາສົງຄາມຢູ່ໃນ ຢູເຄຣນ


ສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນ APTOPIX
ສົງຄາມລະຫວ່າງ ຣັດເຊຍ ແລະ ຢູເຄຣນ APTOPIX

ສະຫະລັດ ໄດ້ຊັ່ງ​ຊາ​ວ່າ ສະມາຊິກຂອງກອງທັບຣັດເຊຍ ນັບຕັ້ງແຕ່ທີ່ພວກເຂົາເລີ້ມ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ ຢູເຄຣນ ເມື່ອເດືອນແລ້ວນີ້, ໄດ້ກໍ່ອາຊະຍາກໍາສົງຄາມ​ຢູ່​ທີ່ນັ້ນ ແລະການໃຫ້ຄໍາໝັ້ນວ່າ ຄວາມຮັບຜິດຊອບທັງໝົດເຫຼົ່າ ນັ້ນ ຈະຕ້ອງໄດ້ຮັບການຮັບຜິດຊອບ. ນັກຂ່າວການທູດອາວຸໂສ ຊິນດີ້ ເຊນ (Cindy Saime) ມີລາຍງານ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ ຣັດເຊຍ ຍັງສືບ​ຕໍ່ໂຈມຕີເປົ້າໝາຍທາງພົນລະເຮືອນຢູ່ໃນນະຄອນ ຫຼວງກີຢິບ, ຫົວເມືອງໃຫຍ່ໆແລະຫົວເມືອງອື່ນໆ​ຢູ່ນັ້ນ, ເຈົ້າໜ້າທີ່ກະຊວງການຕ່າງປະເທດໄດ້ລະມັດລະວັງທີ່ຈະຮ້ອງການໂຈມຕີດັ່ງກ່າວວ່າເປັນອາດຊະຍາກໍາສົງຄາມ ໂດຍກ່າວວ່າ ຈໍາເປັນຈະຕ້ອງມີເອກະສານອ້າງອີງ ແລະ ການສອບສວນກ່ອນ.

ທ່ານນາງເບັດຕ໌ ແວນ ຊາກ (Beth Van Schaack) ເອກອັກຄະລັດຖະທູດຂອງສະຫະລັດ ​ແມ່ນ​ຮັບ​ຜິດ​ຊອບ​ໃນ​ດ້ານຄວາມຍຸຕິທໍາ ​ກ່ຽວ​ກັບ ອາ​ຊະຍາ​ກຳ​ຂອງໂລກ. ທ່ານນາງໄດ້ຮັບການຢືນຢັນຈາກສະພາສູງເມື່ອອາທິດແລ້ວນີ້ ແລະ ມີການປະກາດອັນສໍາຄັນ ໃນມື້ທີສອງທີ່ຈະຕ້ອງດໍາເນີນງານໃນໜ້າທີ່ຂອງທ່ານນາງ. ທ່ານນາງກ່າວວ່າ ການທົບ​ທວນ ຢ່າງລະມັດລະວັງ ​ເວ​ລານີ້ ແມ່​ນ​ມີ​ຂຶ້ນແລ້ວ.

ທ່ານນາງເບັດຕ໌ ແວນ ຊາກ, ເອກອັກຄະລັດຖະທູດສະຫະລັດ ຮັບ​ຜິດ​ຊອບ ດ້ານຄວາມ​ຍຸ​ຕິ​ທຳ​ກ່ຽວ​ກັບອາດ​ຊະ​ຍາ​ກຳ​ຂອງໂລກກ່າວວ່າ:

“ໃນມື້ເຊົ້ານີ້, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ອອກຖະແຫຼງການ ປະ​ກາດວ່າ ຈາກຂໍ້ມູນ ທີ່ມີຢູ່ໃນປັດຈຸບັນນີ້, ລັດຖະບານຂອງສະຫະລັດໄດ້ມີການຊັ່ງ​ຊາວ່າ ກອງກໍາລັງທະຫານຂອງ ຣັດເຊຍ ​ພວມກໍ່ອາດຊະຍາກໍາສົງຄາມ ຢູ່ໃນຢູເຄຣນ.”

ທ່ານນາງ ແວນ ຊາກ ກ່າວວ່າ ສະຫະລັດແລະປະເທດພາ​ຄີຂອງພວກເຂົາເຈົ້າ ພາກັນຕື່ນຕົກໃຈຢ່າງແຮງ ເມື່ອເຫັນຮູບພາບ ຂອງກອງກໍາລັງຣັດເຊຍ ແລະການໂຈມຕີທາງເຮືອບິນຂອງພວກເຂົາ ໄດ້ຖືກ​ສະ​ຖານ​ທີ່​ທາງພົນລະເຮືອນຢູ່ໃນເມືອງມາຣິອູໂປລ, ລວມເຖິງໂຮງໝໍປະດຸງຄັນ, ຫໍພິພິທະພັນ ແລະໂຮງຮຽນ​ສິນ​ລະ​ປະນໍາອີກດ້ວຍ.

ບັນດານັກຂ່າວໄດ້ຖາມທ່ານນາງວ່າ ​ການ​ຊັ່​ງ​ຊາ​ອາດຊະຍາກໍາສົງຄາມດັ່ງ​ກ່າວ​ແມ່ນໄດ້ກວມ​ເອົາປະທານາທິບໍດີຂອງຣັດເຊຍ ທ່ານວລາດີເມຍ ປູຕິນ ຫຼືບໍ່? ເຊິ່ງທ່ານນາງ ແວນ ຊາກ ໄດ້ກ່າວວ່າ:

​ແລະດັ່ງທີ່ພວກເຈົ້າ ໄດ້ກ່າວເຖິງ, ມັນເປັນການຈັດ​ຕັ້ງ ​ໃນ​ການ​ບັງ​ຄັບບັນຊາ ເມື່ອເວົ້າ​ເຖິງ​ໃນເລື້ອງ​ທະ​ຫານ ດັ່ງກອງທັບຂອງຣັດເຊຍ. ຕາມຫຼັກທິ​ສ​ດີແລ້ວ ພວກເຮົາສາມາດຖື​ໄດ້​ວ່າ ​ພວກ​ທີ່​ສັ່ງ​ການ​ໂດຍ​ກົງ​ເປັນຜູ້​ຮັບ​ຜິດ​ຊອບພາຍໃຕ້ກົດໝາຍລະຫວ່າງປະເທດ, ພວກ​ທີ່ອາດເປັນຜູ້ສົມຮູ້ຮ່ວມຄິດ ຫຼື​ອື່ນໆ​ທີ່​ມີ​ການພົວພັນກັບບາງປະເພດ ອົງກອນອາດຊະຍາກໍາອື່ນໆ ຮ່ວມກັບຜູ້ກະທໍາຄວາມຜິດ.”

ເຖິງແມ່ນພາບວີດີໂອຈະສະແດງໃຫ້ເຫັນວ່າ ໂຮງໝໍຕ່າງໆ ແລະສະຖານທີ່ບໍລິ ການສາທາລະນະອື່ນໆໄດ້ຖືກລະເບີດ, ຣັດເຊຍ ກໍຍັງປະຕິເສດວ່າ ບໍ່ໄດ້ຕັ້ງ​ໃຈ​ແນເປົ້າໝາຍໂຈມຕີໃສ່ພົນລະເຮືອນ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ໃນທີ່ສຸດແລ້ວ ຄວາມຮັບຜິດຊອບເຫຼົ່ານັ້ນ ຈະຂຶ້ນຢູ່ກັບການພິຈາລະນາຂອງສານ ຢູ່ໃນຂອບເຂດຂອງອໍານາດ ກ່ຽວ​ກັບ​ເລື້ອງນີ້. ທ່ານນາງ ໂອກຊານາ ມາຣ໌ກາໂຣວາ (Oksana Markarova), ເອກອັກຄະລັດຖະທູດຢູເຄຣນປະຈໍາສະຫະລັດ ກ່າວຢູ່ທີ່ສະຖາບັນສັນຕິພາບ ສະຫະລັດ ເຖິງຄ້າຍກັກກັນ ທີ່ເຂັ້ມງວດແຫ່ງທໍາອິດ ຂອງນາຊີວ່າ ສ້າງຂຶ້ນເມື່ອປີ 1933 ໃກ້ໆກັບເມືອງ ມິວນິກ (Munich).

ທ່ານນາງໂອກຊານາ ມາຣ໌ກາໂຣວາ ເອກອັກຄະລັດຖະທູດຢູເຄຣນປະຈໍາສະຫະລັດກ່າວວ່າ:

“ໜ້າເສຍດາຍ, ມາໃນມື້ນີ້ ປະຫວັດສາດໄດ້ກັບມາຊໍ້າຮອຍ ດ້ວຍໂຕຂອງມັນເອງ, ແລະມື້ນີ້ ມັນກໍເກີດຂຶ້ນອີກຄັ້ງຢູ່ໃນ​ໃຈກາງຂອງຢູໂຣບ ເຊິ່ງນະເວລານີ້ ແມ່ນຢູ່ໃນຢູເຄຣນ. ພວກເຮົາກໍາລັງກ່າວເຖິງຄວາມໂຫດຮ້າຍ, ເວົ້າເຖິງອາດ ຊະຍາກໍາສົງຄາມ ແລະອາດຊະຍາກໍາຕ້ານມະນຸດຊາດ.”

ນັກຊ່ຽວຊານດ້ານກົດໝາຍລະຫວ່າງປະເທດ ທ່ານເຈນ ສຕຣອມເຊັດທ໌ (Jane Stromseth) ກ່າວວ່າ ສານອາຍາລະຫວ່າງປະເທດ ຫຼື ICC ໄດ້ເລີ້ມຕົ້ນດໍາເນີນການສືບສວນໃນຢູເຄຣນ ແລ້ວ.

ທ່ານເຈນ ສຕຣອມເຊັດທ໌, ນັກຊ່ຽວຊານທາງດ້ານກົດໝາຍ ຂອງຈອ​ຣ໌​ຈທາວ ກ່າວວ່າ:

“ດັ່ງທີ່ທ່ານເອກອັກຄະລັດຖະທູດກ່າວໄວ້, ໄອຍະການແຫ່ງ ICC ໄດ້ເລີ້ມຕົ້ນ ດໍາເນີນການສືບສວນ ແລະສົ່ງທີມນັກສືບສວນ ໄປທີ່ປະເທດ ຢູເຄຣນ ແລ້ວ, ໂຕຂອງທ່ານເອງ ກໍໄດ້ໄປຢູເຄຣນ ມາແລ້ວ ພ້ອມທັງໄດ້ສົນທະນາກັບເຈົ້າໜ້າທີ່ຄົນອື່ນໆ ລວມທັງປະທານາທິບໍດີ ເຊເລັນສກີ.”

ປະທານາທິບໍດີ ໂຈ ໄບເດັນ ມີທ່​າ​ທາງວ່າຈະປຶກສາຫາລືກ່ຽວກັບອາດຊະຍາກໍາສົງຄາມຂອງຣັດເຊຍ ຢູ່ໃນຢູເຄຣນ ກັບປະເທດພັນທະມິດອົງການ NATO ແລະປະເທດອື່ນໆໃນນະຄອນຫຼວງ ບຣັສເຊີລ​ສ໌.

ແອັສໂທເນຍ, ລີທົວເນຍ, ເຢຍຣະມັນ, ໂປແລນ, ສະໂລວາເກຍ ແລະ ສະວີເດັນ ຕ່າງກໍພາກັນດໍາເນີນການສືບສວນ ຄວາມເປັນໄປໄດ້ຂອງອາດຊະຍາກໍາສົງຄາມຢູ່ໃນຢູເຄຣນ, ເພື່ອຊອງ​ຫາ​ຊ່ອງ​ທາງຮັກ​ສາ​ຫຼັກຖານ​ ສຳ​ລັບ​ການ​ເອົາຄວາມຮັບຜິບຊອບ ໃນອະນາຄົດ.

The United States assesses that members of Russia's military, since their invasion of Ukraine last month, have committed war crimes there and vows that those responsible will be held accountable. VOA’s senior diplomatic correspondent Cindy Saine reports.
As Russia continues to pound civilian targets in Kyiv and other Ukrainian cities and towns, State Department officials have been careful not to label the attacks as war crimes, saying documentation and investigation are needed.

U.S. Ambassador Beth Van Schaack is focused on global criminal justice. She was confirmed by the Senate last week and had an important announcement to make on her second day on the job. She said a careful review has now taken place.

Beth Van Schaack, US Ambassador for Global Criminal Justice

“Earlier today, Secretary Blinken issued a statement announcing that based on information that is currently available, the U.S. government assesses that Russia's forces are committing war crimes in Ukraine.”

Van Schaack said the U.S. and its partners have been shocked by images of Russian forces and airstrikes hitting civilian sites in Mariupol, including the maternity hospital, a museum and an art school.

Reporters asked her if the war crimes assessment also applies to Russian President Vladimir Putin. Van Schaack had this say:

Beth Van Schaack, US Ambassador for Global Criminal Justice

"And as you mentioned, there is a chain of command when it comes to a military like the Russian military. And doctrinally we’re able to hold responsible under international law those who are directly responsible, those who might be complicit or otherwise engaged in some sort of a joint criminal enterprise with the perpetrators.”

Despite video showing Ukrainian hospitals and public facilities being bombed, Russia has denied that it deliberately targeted civilians.

U.S. officials say accountability will ultimately depend on the judgment of a court that has jurisdiction. Speaking at the United States Institute of Peace, Ukraine’s ambassador to the United States, Oksana Markarova, remembered the first Nazi concentration camp created in March 1933 near Munich.

Oksana Markarova, Ukrainian Ambassador to the United States

“And unfortunately today, the history repeats itself. And today again in the center of Europe, now in Ukraine, we are talking about atrocities, about genocide, about war crimes and crimes against humanity.”

An expert in international law, Jane Stromseth, said the International Criminal Court has started an investigation in Ukraine.

Jane Stromseth, Georgetown Law

"And as the ambassador mentioned, the ICC prosecutor has started an investigation and sent a team of investigators to Ukraine, has himself personally been to Ukraine, spoken with Ukrainian officials, including President Zelenskyy.”

President Joe Biden is likely to discuss Russian war crimes in Ukraine with NATO partners and others in Brussels.

Estonia, Lithuania, Germany, Poland, Slovakia and Sweden are all investigating potential war crimes in Ukraine, seeking to preserve evidence for future accountability.

XS
SM
MD
LG