ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ສົ່ງຄະນະ ທີ່ປຶກສາ ທາງທະຫານ ໄປໂຊມາເລຍ


ແຜນທີ່ ປະເທດໂຊມາເລຍ
ແຜນທີ່ ປະເທດໂຊມາເລຍ
ກອງທັບສະຫະລັດ ກ່າວ​ວ່າ ຕົນ​ໄດ້​ຈັດ​ຕັ້ງ ​ຄະນະທີ່ປຶກສາທາງ​
ທະຫານ ຈຸ ນ້ອຍໆ​ນຶ່ງຂຶ້ນ ຢູ່​ໃນໂຊ​ມາ​ເລຍ ຊຶ່ງ​ເປັນ​ເທຶ່ອທໍາ​ອິດ
ທີ່​ທະຫານ​ໄດ້​ຖືກໄດ້​ສົ່ງ​ໄປປະຕິບັດງານ ຢູ່ປະ​ເທດດັ່ງກ່າວ ນັບ
​ຕັ້ງ​ແຕ່​ຕົ້ນຊຸມປີ 1990.

​ພັນ​ເອກ Tom Davis ໂຄສົກ​ຂອງກອງ​ບັນຊາ​ການ ທະຫານ
ສະຫະລັດ ໃນ ເຂດອາຟຣິກາ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຄະນະ
ທີ່ປຶກສາຈຸນ້ອຍໆດັ່ງກ່າວໄດ້​ ສ້າງຕັ້ງຂຶ້ນໃນ​ເດືອນ​ຕຸລາຜ່ານມາ
​ແລະ​ສາມາດ​ປະຕິບັດ​ງາ​ນໄດ້ຢ່າງ​ເຕັມອັດ ຕາ ໃນ​ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ມີ​ທະຫານໜ້ອຍ​ກວ່າ​ຫ້າ
ຄົນ ຢູ່​ໃນ​ຄະນະ ທີ່ປຶກສາດັ່ງກ່າວ.

ເທື່ອສຸດ​ທ້າ​ຍ ທີ່ທະຫານສະຫະລັດ ໄດ້​ຖືກສົ່ງໄປປະຕິບັດງານຢູ່​ໂຊ​ມາ​ເລຍ ​ ​ແມ່ນໃນ​ຕົ້ນປີ 1994 ຊຶ່ງນັ້ນແມ່ນຫຼາຍໆເດືອນ ຫລັງ​ຈາກ​ທີ່​ເຮືອບິນ​ເຮ​ລິ​ຄອບ​ເຕີ Blackhawk ​ໄດ້​ຖືກ​ຍິງ​ຕົກ ​ໃນ​ທ້າຍ​ປີ 1993 ​ແລະ​ທະຫານ ສະຫະລັດ 18 ຄົນ​ໄດ້​ເສຍ​ຊີວິດ.

ພັນ​ເອກ Davis ກ່າວ​ວ່າ ຄະນະທີ່ປຶກສາຈຸນີ້ພວມ​ໃຫ້​ຄໍາ​ແນະ​ນໍາເພື່ອສະໜັບສະໜຸນການ​
ປະຕິບັດ​ງານ​ຂອງກຳລັງ​ຮັກສາສັນຕິພາບສະຫະພາບອາ​ຟຣິກາ ​ໃນໂຊ​ມາເລຍພ້ອມທັງກໍາ
ລັງ​ຮັກສາຄວາມ​ປອດ​ໄພຂອງໂຊ​ມາ​ເລຍນຳດ້ວຍ.

ທະຫານ​ໂຊ​ມາ​ເລຍ ​ແລະສະຫະພາບ​ອາ​ຟຣິກາ ​ໄດ້​ທໍາ​ການ​ສູ້​ລົບ​ກັບ ພວກ​ຫົວຮຸນແຮງ al-Shabab ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ al-Qaida.

ກໍ​າລັງ​ລັດຖະບານໄດ້ເຂົ້າ​ຍຶດ​ເອົາ​ນະຄອນ​ຫລວງ Mogadishu ຄືນຈາກກຸ່ມ al-Shabab
​ໃນປີ 2011 ​ແຕ່​ວ່າ ກຸ່ມ​ຫົວ​ຮຸນ​ແຮງດັ່ງກ່າວ ຍັງ​ສືບຕໍ່ທຳການ ​ໂຈມ​ຕີ ຢູ່​ໃນ​ນະຄອນ​ຫລວງ
ໂຊມາເລຍ ​ເປັນບາງຄັ້ງບາງຄາວ.

ກຸ່ມ Al-Shabab ຍັງ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິ​ດຊອບ ​ໃນ​ການ​ໂຈມ​ຕີຢູ່​ນອກ​ປະ​ເທດ ຮວມ​
ທັງການ​ຍຶດ​ເອົາຮ້ານສັບພະສິນຄ້າທີ່​ນະຄອນຫຼວງ Nirobi ປະ​ເທດ Kenya ​ໃນ​ເດືອນ​ກັນ ຍາ​ປີກາຍ ທີ່​ເຮັດ​ໃຫ້​ຫລາຍ​ສິບ​ຄົນ​ເສຍ​ຊີວິດນັ້ນ.
XS
SM
MD
LG