ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໝັກ ເປັນປະທານາທິບໍດີ ສຫລ ຈາກພັກເດໂມແຄຣັດ ໂຕ້ວາທີກັນ ວ່າ ຈະເອົາຊະນະ ທ. ທຣຳ ແນວໃດ


ບັນດາຜູ້ສະໝັກຈາກພັກເດໂມແຄຣັດ ທີ່ອາດຈະມີຄວາມຫວັງ, ຊ້າຍຈາກຂວາ, ທ. ຄໍຣີ ບຸກເກີ, ທ.ນ. ເອລີຊາເບັດ ວໍເຣັນ, ທ. ຈູລຽນ ຄາສໂຕຣ, ທ. ບີລ ເດີ ບລາຊີໂອ, ທ. ທູລຊີ ແກບບາດ , ທ.ນ. ເອມີ ໂຄລບູຊາ, ທ. ເຈ ອິນສລີ, ຜູ້ດຳເນີນລາຍການ ຊຈັກ ທາດ, ທ. ເບໂຕ ໂອ-ຣອກ ແລະທ. ຈອນ ເດີເລນີ.
ບັນດາຜູ້ສະໝັກຈາກພັກເດໂມແຄຣັດ ທີ່ອາດຈະມີຄວາມຫວັງ, ຊ້າຍຈາກຂວາ, ທ. ຄໍຣີ ບຸກເກີ, ທ.ນ. ເອລີຊາເບັດ ວໍເຣັນ, ທ. ຈູລຽນ ຄາສໂຕຣ, ທ. ບີລ ເດີ ບລາຊີໂອ, ທ. ທູລຊີ ແກບບາດ , ທ.ນ. ເອມີ ໂຄລບູຊາ, ທ. ເຈ ອິນສລີ, ຜູ້ດຳເນີນລາຍການ ຊຈັກ ທາດ, ທ. ເບໂຕ ໂອ-ຣອກ ແລະທ. ຈອນ ເດີເລນີ.

ບັນດາຜູ້ສະໝັກລົງແຂ່ງຂັນ ເປັນປະທານາທິບໍດີ ສະຫະລັດ ຈາກພັກເດໂມແຄຣັດ 10
ທ່ານ ໄດ້ເຂົ້າຮ່ວມໃນການໂຕ້ວາທີກັນ ຢ່າງສ້າງສັນ ໃນຄືນວັນ ພຸດວານນີ້ ອັນເປັນ
ເຫດ​ການທີ່ສຳຄັນເທື່ອທຳອິດຂອງການໂຄສະນາຫາສຽງ ສຳລັບການເລືອກຕັ້ງປີ
2020 ຊຶ່ງໝົດທຸກຄົນຕ່າງກໍຫາທາງ ທີ່ຈະເອົາຊະນະ ປະທານາທິບໍດີ ດໍໂນລ ທຣຳ
ສັງກັດພັກຣີພັບບລີກັນ ຫຼັງຈາກທີ່ໄດ້ດຳລົງຕຳແໜ່ງ ໃນທຳນຽບຂາວ ມາໄດ້ນຶ່ງສະໄໝ.

ໃນທັນທີທັນໃດນັ້ນ ຈຸດເພັ່ງເລັງ ແມ່ນ​ແນໃສ່ ສະມາຊິກສະພາສູງ ທ່ານນາງ ເອລີຊາເບັດ
ວໍເຣັນ ຜູ້ທີ່ເປັນນັກການເມືອງ ຫົວກ້າວໜ້າ ຈາກລັດແມັສ​ຊາຈູເຊັສ ທາງພາກຕາເວັນ
ອອກສຽງເໜືອຂອງປະເທດ ຊຶ່ງການສຳຫຼວດທົ່ວປະເທດ ສະແດງໃຫ້ເຫັນວ່າ ທ່ານນາງ
ມີຄວາມນິຍົມ ທີ່ສູງຂຶ້ນມາໃກ້ຄຽງ ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ໃນຖານະ
ເປັນຜູ້ທີ່ ມີຄວາມນິຍົມສູງ ທີ່ຈະ ລົງແຂ່ງກັບທ່ານທຣຳ ໃນການເລືອກຕັ້ງ ທີ່ໄດ້ຖືກກຳ
ນົດໃສ່ ວັນທີ 3 ພະຈິກ ປີ 2020.

ທ່ານນາງ ໄດ້ກ່າວຕໍ່ບັນດາຜູ້ຊົມທີ່ເຂົ້າມາຊົມ ໃນນະຄອນໄມອາມີຂອງ ລັດຟລໍຣີດາ
ແລະຜູ້ຊົມທາງໂທລະພາບຫຼາຍລ້ານຄົນທົ່ວປະເທດວ່າ “ຂ້າພະເຈົ້າ ຢາກຈະສົ່ງຄືນ
ລັດຖະບານ ໃຫ້ແກ່ປະຊາຊົນ.”
ທ່ານນາງກ່າວຕື່ມ ໂດຍອ້າງເຖິງ ພວກບໍລິສັດທີ່ສຳຄັນ
ທັງຫຼາຍ ວ່າ “ສິ່ງທີ່ຂາດໄປ ແມ່ນຄວາມກ້າຫານ ຄວາມກ້າຫານ ໃນວໍຊິງຕັນ ທີ່ປະ
ເຊີນໜ້າ ກັບພວກບໍລິສັດຍັກໃຫຍ່. ຂ້າພະເຈົ້າ ມີຄວາມກ້າຫານ ທີ່ຈະເອົາເລື້ອງ
ກັບພວກເຂົາເຈົ້າ.”

ໃນເວລາຕໍ່ມາ ທ່ານນາງວໍເຣັນ ໄດ້ກ່າວວ່າ ທ່ານນາງສະໜັບສະໜຸນ ລະບົບຮັກສາ
ສຸຂະພາບ ທີ່ລັດຖະບານເປັນຜູ້ດຳເນີນການ ຊຶ່ງອັນນັ້ນ ອາດຈະຍຸຕິ ປະກັນໄພ
ສຸຂະພາບຂອງບໍລິສັດເອກກະຊົນ ທີ່ໄດ້ຖືກນຳໃຊ້ໃນເວລານີ້ ຢູ່ສະຫະລັດ. ບັນດາ
ຜູ້ສະໝັກຈາກພັກເດໂມແຄຣັດບາງສ່ວນ ແລະສະມາຊິກສະພາຈາກພັກຣີພັບບລີກັນ
ສ່ວນຫຼາຍ ລວມທັງທ່ານທຣຳ ຕ່າງ​ກໍຄັດຄ້ານຕໍ່ການປ່ຽນແປງ ເຊັ່ນນີ້ ຊຶ່ງຖືວ່າ ຈະເປັນ
ການສ້າງຄວາມເສຍຫາຍ ແລະເປັນຄວາມຜິດພາດ ສຳລັບ ປະເທດຊາດ.

ແຕ່ທ່ານນາງວໍເຣັນ ອະດີດອາຈານສອນກົດໝາຍ ຢູ່ມະຫາວິທະຍາໄລຮາເວີດ
(Harvard) ໄດ້ກ່າວວ່າ “ການຮັກສາສຸຂະພາບ ເປັນສິດພື້ນຖານຂອງມະນຸດ ແລະ
ຂ້າພະເຈົ້າຈະຕໍ່ສູ້ ເພື່ອສິດພື້ນຖານຂອງມະນຸດ.”

ເຖິງແມ່ນວ່າ ທ່ານນາງ ວໍເຣັນ ໄດ້ມີຜົນງານດີຫຼາຍ ໃນການໂຕ້ວາທີໄລຍະ 2 ຊົ່ວໂມງ
ກໍຕາມ ບັນດາຜູ້ສະໝັກຄົນອື່ນໆ ກໍໄດ້ສະແດງບົດບາດຂອງພວກເຂົາເຈົ້າ ໃນໂອກາດ
ທີ່ຈະຄວບຄຸມສະຖານະການ ໂດຍພະຍາຍາມທີ່ຈະນຳສະເໜີຕົນເອງໃຫ້ເດັ່ນທີ່ສຸດ
ໃນໝູ່ຜູ້ສະໝັກຈາກພັກເດໂມແຄຣັດ ຫຼາຍເຖິງ 25 ຄົນ ທີ່ບໍ່ເຄີຍມີມາກ່ອນ.

ສ່ວນອະດີດລັດ​ຖະ​ມົນ​ຕີ ກະ​ຊວງ​ເຄ​ຫະ​ສະ​ຖານ ສະຫະລັດ ທ່ານຈູລຽນ ຄາສໂຕຣ
ສະມາຊິກ ສະພາສູງຄໍຣີ ບຸກເກີ ຈາກລັດນິວເຈີຊີ ແລະຜູ້ສະໝັກຄົນອື່ນໆ ກໍໄດ້ຮຽກຮ້ອງ
ໃຫ້ປ່ຽນແປງຢ່າງໃຫຍ່ ນະໂຍບາຍດ້ານຄົນເຂົ້າເມືອງຂອງສະຫະລັດ ໂດຍອອກສຽງ
ຄັດຄ້ານມາຫຼາຍຄັ້ງຫຼາຍຄາວ ຕໍ່ວິທີທາງຂອງທ່ານທຣຳ ທີ່ໄດ້ພະຍາຍາມກີດຂວາງ
ພວກຄົນເຂົ້າເມືອງຈາກອາເມຣິກາກາງ ບໍ່ໃຫ້ເຂົ້າມາໃນປະເທດ ເພື່ອຂໍຫລີ້ໄພ.

“ພວກເຮົາບໍ່ຕ້ອງເຮັດໃຫ້ຄວາມສິ້ນຫວັງ ກາຍເປັນເລື້ອງອາຊະຍາກອນ” ກ່ຽວກັບ
ພວກຄົນເຂົ້າເມືອງ ທີ່ພະຍາຍາມຈະເຂົ້າມາໃນສະຫະລັດ ນັ້ນແມ່ນຄຳເວົ້າ ຂອງທ່ານ
ຄາສໂຕຣ ຜູ້ທີ່ມັກຕອບຄຳຖາມ ເປັນພາສາສະເປນ ກ່ອນທີ່ທ່ານໄດ້ກ່າວຄືນເປັນພາສາ
ອັງກິດ. ທ່ານໄດ້ກ່າວເຖິງ ຮູບພາບຂອງຜູ້ເປັນພໍ່ຊາວແອລ ຊາລວາດໍ ແລະລູກສາວ
ອາຍຸ 23 ເດືອນ ທີ່ໄດ້ຈົມນ້ຳຕາຍ ຢູ່ໃນແມ່ນນ້ຳ ຣີໂອ ກຣານເດ ຢູ່ຊາຍແດນທາງ
ພາກໃຕ້ ຂອງປະເທດ ຕິດກັບເມັກຊິໂກ ໃນສັບປະ ດານີ້ ວ່າ “ເປັນທີ່ໜ້າໂສກເສົ້າ...
ແລະຄວນເຮັດໃຫ້ພວກເຮົາໃຈຮ້າຍ.”

ທ່ານນາງວໍເຣັນ ຍັງ​ໄດ້ເຂົ້າຮ່ວມໃນການໂຕ້ວາທີ ກັບສະມາຊິກສະພາສູງ ເອມີ
ໂຄລບູຊາ ຈາກລັດມີນນິສໂຊຕາ ອະດີດສະມາຊິກສະພາຕ່ຳ ທ່ານເບໂຕ ໂອ-ຣວກ ຈາກລັດເທັກຊັສ ແລະຜູ້ອື່ນໆອີກ 5 ຄົນ ໃນຂະນະທີ່ພວກເພິ່ນຖືກຈັດ ເປັນຄູ່ ໃຫ້ໂຕ້
ວາທີກັນ ໃນເລື້ອງຂອງນະໂຍບາຍຕ່າງໆ ແລະຕ່າງຄົນກໍປ່ຽນ ຜຽນ ຕຳໜິທາງວາຈາ
ຕໍ່ທ່ານທຣຳ ແລະການດຳລົງຕຳແໜ່ງ ໃນທຳນຽບຂາວ ໄລຍະ 29 ເດືອນ​ຜ່ານ​ມາ.
“ພວກຄົນເຂົ້າເມືອງ ບໍ່ໄດ້ເຮັດໃຫ້ອາເມຣິກາທົດ ຖອຍແຕ່ຢ່າງໃດ” ທ່ານນາງ
ໂຄລບູຊາ ກ່າວໄປ ໃນຈຸດນຶ່ງໃນການໂຕ້ຕອບ ຕໍ່ທ່ານທຣຳ ແມ່ນກະທັງທີ່ທ່ານນາງ
ໄດ້ກ່າວຕື່ມວ່າ ຂໍ້ຈຳກັດຢູ່ຊາຍແດນບາງ ສ່ວນ ຕ້ອງເກັບເອົາໄວ້ ເພື່ອຢຸດຢັ້ງການຄ້າ
ມະນຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG