ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເລື່ອນ​ແຜນ​ການ ​ສົ່ງ​ມະ​ນຸດ​ອະ​ວະ​ກາດ ກັບ​ຄືນ​ໄປ​ຍັງ​ດວງ​ຈັນ ໃສ່​ປີ 2026


ແຟ້ມ - ຈະ​ຫຼວດ​ສົ່ງ​ຍານ​ອາ​ເທ​ມິ​ສ​ ທີ່​ບໍ່​ມີ​ຄົນ​ຂັບ​ໄປ​ຍັງ​ດວງ​ຈັນ ທະ​ຍານ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ຖານ​ຍິງ 39B ທີ່ສູນ​ກາງ​ອະ​ວະ​ກາດ ​ເຄນ​ເນ​ດີ້ ຂອງອົງ​ການ​ນາ​ຊາ ທີ່ແຫຼມ​ຄາ​ນາ​ເວີ​ຣາ​ລ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 16 ທັນ​ວາ 2022.
ແຟ້ມ - ຈະ​ຫຼວດ​ສົ່ງ​ຍານ​ອາ​ເທ​ມິ​ສ​ ທີ່​ບໍ່​ມີ​ຄົນ​ຂັບ​ໄປ​ຍັງ​ດວງ​ຈັນ ທະ​ຍານ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈາກ​ຖານ​ຍິງ 39B ທີ່ສູນ​ກາງ​ອະ​ວະ​ກາດ ​ເຄນ​ເນ​ດີ້ ຂອງອົງ​ການ​ນາ​ຊາ ທີ່ແຫຼມ​ຄາ​ນາ​ເວີ​ຣາ​ລ ລັດ​ຟ​ລໍ​ຣິ​ດາ ເມື່ອ​ວັນ​ທີ 16 ທັນ​ວາ 2022.

ສະ​ຫະ​ລັດ ເລື່ອນເວ​ລາ​ກ່ຽວ​ກັບ​ແຜນ​ການ​ໃນ​ກາ​ນ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ ກັບ​ຄືນ​ໄປ​ຢຽບ​ພື້ນດວງ​ຈັນໃນ​ປີ 2025 ​ໄປ​ໃສ່ 2026 ຫົວ​ໜ້າ​ອົງ​ການ​ນາ​ຊາ ທ່ານ​ບິ​ລ ແນ​ລ​ສັນ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້ ຍ້ອນ​ບັນ​ຫາ​ທ້າ​ທາຍ ​ທາງ​ດ້ານ​ເທັກ​ນິກ​ແລະ​ການ​ຊັກ​ຊ້າ​ຕ່າງໆ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ AFP.

ອາ​ເທ​ມິ​ສ ​ຊຶ່ງແມ່ນ​ຊື່​ຂອງ​ນ້ອງ​ສາວຂອງ​ອາ​ພອ​ລ​ໂລ ​ໃນ​ເທບ​ນິ​ຍາຍກ​ຣີ​ສ ​ໄດ້​ມີ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການໃນ​ປີ 2017 ນັ້ນ ແມ່ນ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ອົງ​ການອະ​ວະ​ກາດສະ​ຫະ​ລັດ ​ທີ່​ຈະ​ສ້າງ​ຕັ້ງ​ການ​ມີ​ໜ້າ​ຢ່າງ​ແບບ​ຍືນ​ຍົງ ຢູ່​ເທິງ ດວງ​ຈັນ ແລະ​ນຳ​ໃຊ້​ບົດ​ຮຽນ​ທີ່​ໄດ້​ຖອດ​ຖອນ​ຢູ່​ທີ່ນັ້ນ ສຳ​ລັບ​ການ​ເດີນ​ທາງ​ໄປ​ຍັງ​ດາວ​ພະ​ອັງ​ຄານ.

ໃນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທີ​ນຶ່ງ ໄດ້​ມີ​ການ​ສົ່ງ​ຖ້ຽວ​ບິນ​ທົດ​ລອງ​ທີ່​ບໍ່​ມີ​ຄົນ​ຂັບ​ໄປ​ຍັງ​ດວງ​ຈັນແລະ​ກັບ​ຄືນມ ທີ່​ເອີ້ນ​ວ່າ ອາ​ເທ​ມິ​ສ 1 ເລີ້ມ​ຂຶ້ນ​ປີ 2022 ຫຼັງ​ຈາກ​ໄດ້​ມີ​ການ​ເລື່ອນ​ເວ​ລາ​ຫຼາຍໆ​ເທື່ອ.

ອາ​ເທ​ມິ​ສ 2 ແມ່ນ​ພົວ​ພັນ​ກັບຍານ ​ທີ່​ມີ​ນັກ​ບິນ ແຕ່​ບໍ່​ໄດ້​ລົງ​ຈອດ​ເທິງ​ພື້ນ​ຜິວດວງ​ຈັນ ໄດ້​ເລື່ອນ​ເວ​ລາ​ຈາກ​ທ້າຍ​ປີນີ້ ໄປ​ໃສ່​ເດືອນ​ກັນ​ຍາ​ປີ 2025 ທ່ານ​ແນ​ລ​ສັນ​ກ່າວ​ຕໍ່​ພວກ​ນັກ​ຂ່າວ.

ອາ​ເທ​ມິ​ສ 3 ຊຶ່ງ​ຈະ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ແມ່​ຍິງ​ຜູ້​ທຳ​ອິດ ​ແລະຄົນ​ຜິວ​ດຳ​ຜູ້​ທຳ​ອິດ​ ລົງ​ຢຽບ​ພື້ນ​ຂົ້ວ​ໃຕ້​ຂອງດວງ​ຈັນນັ້ນ ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ກັນ​ຍາ ປີ 2026.

ທ່ານ​ແນ​ລ​ສັນ​ກ່າວ​ວ່າ “ຄວາມ​ປອດ​ໄພ​ແມ່ນ​ບູ​ລິ​ມະ​ສິດ​ສຳ​ຄັນ​ສຸດ ແລະ​ອະ​ອຳ​ນວຍ​ໃຫ້​ທີມ​ອາ​ເທ​ມິ​ສ​ໄດ້​ເຮັດ​ວຽກ​ຜ່ານ​ຜ່າ​ບັນ​ຫາ​ທ້າ​ທາຍ​ຕ່າງໆ.”

​ນອກນັ້ນ ອົງ​ການ​ນາ​ຊາຍັງ​ຈະ​ຊອກ​ຫາ​ຊ່ອງ​ທາງ ​ເພື່ອ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ ​ຢູ່​ເທິງດວງ​ຈັນ​ທີ່​ເອີ້ນ​ວ່າ Gateway ບ່ອນ​ທີ່​ຍານ​ອະ​ວະ​ກາດ​ ຈະ​ເຂົ້າ​ຈອດ​ ໃນ​ການ​ປະ​ຕິ​ບັດ​ງານ​ຂັ້ນ​ຕໍ່ໆ​ໄປ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG