ການດຳເນີນມາດຕະການປ້ອງກັນພະຍາດຕິດຕໍ່ໃນສັດລ້ຽງຂອງກະສິກອນລາວ ຍັງປະເຊີນກັບບັນຫາການຂາດແຄນຢ່າງຫນັກ ທັງໃນດ້ານການສັກຢາວັກຊີນ ແລະ ບຸກຄະລາກອນໃນຂະແໜງລ້ຽງສັດ ຫຼື ສັດຕະວະແພດ.
ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳແລະປ່າໄມ້ ເປີດເຜີຍວ່າ ການລ້ຽງສັດຂອງຊາວ ກະສິກອນລາວ ສ່ວນໃຫຍ່ ຍັງບໍ່ໄດ້ມາດຕະຖານສາກົນ. ໂດຍສະເພາະແມ່ນການດຳເນີນມາດຕະການເພື່ອປ້ອງກັນພະຍາດຕິດຕໍ່ໃນສັດນັ້ນຍັງຕ້ອງປະເຊີນກັບການຂາດແຄນຢ່າງຫນັກ ທັງໃນດ້ານການສັກຢາວັກຊີນ ແລະ ບຸກຄະລາກອນໃນດ້ານການລ້ຽງສັດ ຫຼື ສັດຕະວະແພດ ຊຶ່ງເປັນຜົນມາຈາກການຂາດແຄນດ້ານງົບປະມານຂອງລັດຖະບານລາວ.ແລະ ກະສິ ກອນລາວຍັງຂາດຄວາມຮູ້ແລະເຕັກນິກທີ່ທັນສະໄໝ ຈືງເຮັດໃຫ້ຜົນຜະລິດບໍ່ມີຄຸນນະພາບແລະບໍ່ສາມາດສົ່ງ ອອກໄດ້ ເນື່ອງຈາກວ່າຕ່າງ ປະເທດບໍ່ຫມັ້ນໃຈໃນສຸຂະພາບຂອງສັດລ້ຽງ ດັ່ງເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ
“ການດູແລສັດລ້ຽງບໍ່ທັນເປັນໄປຕາມຫຼັກວິຊາການ ການສັກຢາປ້ອງກັນພະຍາດສັດຍັງບໍ່ທັ່ວເຖິງ ເພາະສະນັ້ນ ຈຶ່ງເຮັດໃຫ້ເກີດການແຜ່ລະບາດຂອງພະຍາດຕິດຕໍ່ໃນສັດລ້ຽງ. ເປັນຕົ້ນແມ່ນພະຍາດເຕົ້າໂຮມເລືອດໃນງົວ-ຄວາຍບ້ານ. ພະຍາດປາກເປື່ອຍລົງເລັບ, ພະຍາດອະຫິວາໝູ, ໂລກອະຫິວາສັດປີກ, ໄຂ້ຫວັດສັດປີກ, ອະຫິວາຫມູອາຟຣິກາ ແລະພະຍາດຜິວຫນັງອັກເສບຕິດຕໍ່ງົວແລະຄວາຍ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊາວກະສິກອນທີ່ລ້ຽງສັດ ແລະສົ່ງຜົນກະທົບຕໍ່ເສດຖະກິດຂອງຊາດ”
ສ່ວນປັນຫາການຂາດແຄນບຸກຄະລາກອນປະສຸສັດແລະສັດຕະວະແພດນັ້ນ ກໍ່ເປັນອີກປັດໃຈໜຶ່ງທີ່ເຮັດໃຫ້ການປ້ອງກັນພະຍາດຕິດຕໍ່ໃນສັດລ້ຽງໃນລາວດຳເນີນໄປໄດ້ຍ່າງຊັກຊ້າຫລາຍ ແລະ ໄດ້ຮັບຜົນກະທົບໜັກໃນໄລຍະການລະບາດຂອງພະຍາດໄວລັດໂຄວິດ-19 ທີ່ເຮັດໃຫ້ຈໍານວນສັດຕະວະແພດບ້ານຫຼຸດລົງຫຼາຍກ່ວາ 70% ເພາະວ່າສັດຕະວະແພດບ້ານສ່ວນໃຫຍ່ໄດ້ປ່ຽນໄປປະກອບອາຊີບອື່ນໆດ້ວຍແລ້ວ ກໍຍິ່ງເຮັດໃຫ້ການສັກຢາກັນພະຍາດຕິດຕໍ່ໃນສັດລ້ຽງໃນລາວ ຈັດຕັ້ງປະຕິບັດໄດ້ຢ່າງຈຳກັດ ຈຶ່ງຈະຕ້ອງມີການສ້າງບຸກຄະລາກອນດັ່ງກ່າວໃຫ້ຫຼາຍຂຶ້ນໂດຍໄວເທົ່າທີ່ຈະໄວໄດ້ ດັ່ງເຈົ້າໜ້າທີ່ຂັ້ນສູງ ໄດ້ໃຫ້ການຢືນຢັນວ່າ
“ບັນຫາບຸກຄະລາກອນ ຜ່ານມາພວກເຮົາກໍເຄີຍສ້າງສັດຕະວະແພດບ້ານ ຊື່ງປີຜ່ານມາທີ່ວ່າພວກເຮົາໄດ້ສ້າງນັ້ນ ກໍມີຮອດສິບປາຍພັນກວ່າຄົນໃນທົ່ວປະເທດ ເຊິ່ງໃນປັດຈຸບັນນີ້ ພວກເຮົາໄດ້ປະເມີນຄືນນັ້ນ ກໍເຫລືອພຽງແຕ່ 3,000-4,000 ຄົນເທົ່ານັ້ນ, ສາເຫດກໍແມ່ນສັດຕະວະແພດບ້ານທີ່ວ່າພວກເຮົາໄດ້ຝຶກອົບຮົມຫັ່ນ ເພິ່ນໄປເຮັດກິດຈະກໍາອື່ນທີ່ວ່າເພິ່ນມີໂອກາດດີກວ່າ ເຊິ່ງກໍເປັນວຽກຈຸດສຸມຂອງພວກເຮົາໃນຕໍ່ໜ້າ ຕ້ອງໄດ້ສ້າງສັດຕະວະແພດບ້ານ”
ສ່ວນນັກທຸລະກິດໃນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປີດເຜີຍວ່າ ການລ້ຽງງົວໃນລະບົບການລ້ຽງທີ່ໄດ້ຕາມມາດຕະຖານ ໂດຍສະເພາະແມ່ນພາຍໃຕ້ລະບົບໂຄຕ້າທີ່ຈີນຈະນໍາເຂົ້າງົວຈາກລາວ 500,000 ໂຕຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນມານັ້ນ ຍັງບໍ່ທັນສາມາດຈັດຕັ້ງການປະຕິບັດຕົວຈິງໄດ້ເລົຍ ເພາະວ່າຊາວກະສິກອນລາວຍັງຂາດທັ້ງທຶນຮອນ ເຕັກນິກທີ່ທັນສະໄຫມແລະແມ່ພັນ-ພໍ່ພັນງົວທີ່ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດໃນຈີນ ໂດຍໃນປັດຈຸບັນ ທົ່ວປະເທດລາວມີງົວພັນ 20,000 ໂຕເທົ່ານັ້ນ ທີ່ໄດ້ມາດຕະຖານຂອງຕະ ຫຼາດໃນຈີນ
ທັ້ງນີ້ ກະຊວງການຄ້າຂອງຈີນ ໄດ້ກຳນົດ 12 ເງື່ອນໄຂດ້ວຍກັນສຳຫລັບການນຳເຂົ້າງົວຈາກລາວ ຄືງົວຕ້ອງມີນໍ້າໜັກ 350 ກິໂລກຣາມຂຶ້ນໄປ, ອາຍຸບໍ່ເກີນ 4 ປີ, ຕ້ອງມາຈາກພື້ນທີ່ທີ່ບໍ່ມີພະຢາດປາກເປື່ອຍລົງເລັບ ຕ້ອງລ້ຽງຢູ່ເຂດທ້ອນໂຮມຢ່າງໜ້ອຍ 45 ວັນ ຕ້ອງລ້ຽງແຍກເພດ ໃນ 6 ເດືອນຕ້ອງກວດບໍ່ພົບພະຢາດຕິດຕໍ່ທຸກຊະນິດຕ້ອງຂຶ້ນທະບຽນສັດ, ກວດການຖືພາ, ສັກຢາກັນພະຢາດປາກເປື່ອຍ 2 ເຂັມ, ເກັບຕົວຢ່າງ ແລະ ວິໄຈພະຢາດເປັນປະຈຳ. ຕິດຕາມການໃຊ້ອາຫານ ແລະການໃຊ້ຢາກັນພະຢາດ ຄວບຄຸມການເຄື່ອນໄຫວຕາມມາດຕະຖານສາກົນ. ແລະສັດຕ້ອງກັກສັດເປັນເວລາ 30 ວັນ ກ່ອນທີ່ຈະສົ່ງໄປຈີນ
ຟໍຣັມສະແດງຄວາມຄິດເຫັນ