ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ​ສ​ຫລ ເດີນ​ທາງ​ຮອດ ອີ​ຣັກ ເພື່ອ​ຫາ​ລື ກ່ຽວ​ກັບ ການ​ໂຍກ​ຍ້າຍ​ກຳ​ລັງ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ມາກ ແອັ​ສ​ເປີ ລົມ​ກັບ​ທະ​ຫານ ສະ​ຫະ​ລັດ ຢູ່​ຕໍ່​ໜ້າ​ເຮືອ​ບິນ​ຮົບ F-22 ທີ່​ຖືກ​ສົ່ງ​ໄປ​ຖານ​ທັບ​ອາ​ກາດເຈົ້າ​ຊາຍ ຊຸ​ລ​ຕານ ໃນ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ. 22 ຕ​ຸ​ລາ, 2019. (AP Photo/Lolita Baldor)
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ມາກ ແອັ​ສ​ເປີ ລົມ​ກັບ​ທະ​ຫານ ສະ​ຫະ​ລັດ ຢູ່​ຕໍ່​ໜ້າ​ເຮືອ​ບິນ​ຮົບ F-22 ທີ່​ຖືກ​ສົ່ງ​ໄປ​ຖານ​ທັບ​ອາ​ກາດເຈົ້າ​ຊາຍ ຊຸ​ລ​ຕານ ໃນ​ປະ​ເທດ ຊາ​ອຸ​ດີ ອາ​ຣາ​ເບຍ. 22 ຕ​ຸ​ລາ, 2019. (AP Photo/Lolita Baldor)

ລັດ​ຖະ​ມົນ​ຕີກ​ະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ມາກ ແອັ​ສ​ເປີ ໄດ້​ເດີນ​ທາງ​ຮອດ ນ​ະ​ຄອນຫຼວງ ແບັກ​ແດດ ໃນ​ການ​ຢ້ຽມ​ຢາມ​ທີ່ບໍ່​ໄດ້​ປະ​ກາດ​ໃນ​ວັນ​ພຸດ​ວານນີ້ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຣັກ ກ່ຽວ​ກັບ ການ​ໄປຮອດ​ຂອງກອງ​ກຳ​ລັງ ສະ​ຫະ​ລັດ ລຸນຫຼັງ​ການ​ຖອນ​ອອກ​ຈາກ​ພາກ​ເໜືອ​ຂອງ ຊີ​ເຣຍ ເມື່ອບໍ່​ດົນ​ມານີ້.

ກຳ​ລັງ​ທະ​ຫານ 700 ຄົນຫຼືຫຼາຍກວ່າ​ນັ້ນ ໄດ້​ເຄື່ອນ​ເຂົ້າໄປ ​ໃນພາກ​ຕາ​ເວັນ​ຕົກ​ຂອງ ອີ​ຣັກ, ບ່ອນ​ທີ່​ເຈົ້າ​ໜ້າ​ທີ່ກອງ​ທັບ 5,000 ຄົນ​ ພວມ​ປະ​ຈຳ​ການ ​ຢູ່​ທີ່ນັ້ນ. ທ່ານ ແອັ​ສ​ເປີ ໄດ້​ກ່າວ​ວ່າ ​ກຳ​ລັງ​ທະ​ຫານເພີ່ມ​ເຕີມ​ຈະ​ຊ່ວຍ​ປ້ອງ​ກັນ ອີ​ຣັກ ແລະ ສາ​ມາດ​ດຳ​ເນີນ​ການ​ປະ​ຕິ​ບັດ​ການ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ ​ກັບ​ພວກ​ລັດ​ອິ​ສ​ລາມ​ໃນ ຊີ​ເຣຍ.

ແຕ່​ລັດ​ຖະ​ບານ ອີ​ຣັກ ເວົ້າ​ວ່າ ກຳ​ລັງ​ດັ່ງ​ກ່າວບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ປະ​ເທດ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ​ທີ່ ຊາ​ອຸ​ດີ ອາ​ຣາ​ເບຍ ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າ “ໃນ​ທີ່​ສຸດ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ແມ່ນກັບ​ຄືນ​ບ້ານ” ໃນ ສະ​ຫະ​ລັດ.

ການ​ຕັດ​ສິນ​ໃຈ​ຢ່າງ​ກະ​ທັນ​ຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເພື່ອ​ຖອນ ກອງ​ກຳ​ລັງ ສະ​ຫະ​ລັດ ເກືອບ​ທັງ​ໝົດ​ອອກ​ຈາກ​ພາກ​ເໜືອ​ຂອງ ຊີ​ເຣຍ ເມື່ອ​ສອງ​ອາ​ທິດ​ທີ່​ຜ່ານ​ມາ ໄດ້​ນຳ​ໄປ​ສູ່​ການ​ໂຈມ​ຕີ ​ຕໍ່​ກອງ​ກຳ​ລັງ​ຊາວ ເຄີດ ໂດຍ ກອງ​ກຳ​ລັງ ເທີ​ກີ ແລະ ນັກ​ຮົບ​ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ເທີ​ກີ.

ລັດ​ຖະ​ບານ ອັງ​ກາ​ຣາ ໄດ້​ປະ​ກາດ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ເຂົາ​ເຈົ້າ​ໄດ້​ສິ້ນ​ສຸດ​ການ​ໂຈມ​ຕີ​ຂອງ​ເຂົາ​ເຈົ້າ, ໂດຍ​ເວົ້າ​ວ່າ ສະ​ຫະ​ລັດ ໄດ້​ບອກ​ເຂົາ​ເຈົ້າ​ວ່າ ນັກ​ຮົບ​ຊາວ ເຄີດ ທັງຫ​ມົດ​ໄດ້​ຖອນ​ອອກ​ຈາກ​ຂົງ​ເຂດ​ດັ່ງ​ກ່າວ, ເຊິ່ງ​ມັນ​ໄດ້​ເປັນ​ເຂດ​ຄວາມ​ປອດ​ໄພ. ເທີ​ກີ ໄດ້​ຕົກ​ລົງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ ເພື່ອ​ປະ​ຕິ​ບັດ​ການ​ຢຸດ​ຍິງ​ຫ້າ​ວັນ ຫຼັງ​ຈາກ​ການ​ເຈ​ລະ​ຈາ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໄມ​ຄ໌ ເພັນ​ສ໌.

ໃນ​ຂະ​ນະ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດີ​ເມຍ ປູ​ຕິນ ກັບ​ຄູ່​ຮ່ວມ​ຕຳ​ແໜ່ງ​ຈາກ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກໍ​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງ​ນຳ​ກັນ​ໃນ​ວັນ​ອັງ​ຄານ​ວານນີ້ ໃນ​ການ​ຄວ​ບ​ຄຸມ​ພາກ​ພື້ນ​ເຂດ​ຊາຍ​ແດນ ຊີ​ເຣຍ ຮ່ວມ​ກັນ.

ພວກ​ນັກ​ຮົບ​ຊາວ ເຄີດ ຈະ​ຢູ່​ຫ່າງ​ຈາກ​ເຂດ​ຊາຍ​ແດນ​ ເທີ​ກີ-ຊີ​ເຣຍ 30 ກິ​ໂລ​ແມັດ ເຊິ່ງມີ​ຄວາມ​ຍາວ​ທັງ​ໝົດ 440 ກິ​ໂລ​ແມັດ, ແລະ ພ້ອມ​ກັບ​ຖອນ​ກຳ​ລັງ​ອອກ​ຈາກ​ເມືອງ ມານ​ບິດ ແລະ ແທ​ລ ຣີ​ຟາດ.

ຊາວ ເຄີດ ໃນຊີ​ເຣຍ ໄດ້​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ກອງ​ກຳ​ລັງ ສະ​ຫະ​ລັດ ຕ້ານ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ. ແຕ່ ເທີ​ກີ ໄດ້​ພິ​ຈາ​ລະ​ນາ​ເຂົາ​ເຈົ້າ​ວ່າ​ເຊື່ອມ​ໂຍງ​ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ຊາວ ເຄີດ ຜູ້​ທີ່​ໄດ້​ຕໍ່​ສູ້​ເພື່ອ​ການ​ປົກ​ຄອງ​ຕົນ​ເອງ​ໃນ​ ເທີ​ກີ ມາ​ດົນ​ນານ. ເທີ​ກີ ໄດ້​ເອີ້ນ​ຊາວ ເຄີດ ວ່າພວກ​ກໍ່​ການ​ຮ້າຍ.

ຊາວ ເຄີດ ທີ່​ມີ​ຄວາມ​ໂມ​ໂຫ​ໄດ້​ຮ້ອງ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ ແລະ ​ແກວ່ງ​ມັນ​ຝ​ຣັ່ງ​ເໜົ່າ​ໃສ່​ຂະ​ບວນ​ລົດ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ຂະ​ບວນ​ລົດ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ຜ່ານ​ຖະ​ໜົນ​ຕ່າງໆ​ຂອງ​ເມືອງ ດູ​ຮັອກ ໃນ​ເຂດເຄີ​ດິ​ສ​ຖານ ໃນ​ການ​ເດີນ​ທາງ​ໄປ ອີ​ຣັກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG