ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສານ​ລັດ​ຖະ​ບານ​ກາງ​ ສ​ຫລ ຍຸ​ຕິ​ຄຳ​ສັ່ງ ຫ້າມ​ການ​ຂໍ​ລີ້​ໄພ ຍ້ອນ​ຄວາມ​ທາ​ລຸນ ​ຢູ່ໃນ​ຄອບ​ຄົວ ແລະໂດຍພວກ​ແ​ກັ່ງ


ພວກ​ຄົນ​ເຂົ້າ​ເມືອງ​ກຳ​ລັງ​ລໍ​ຖ້າ​ການ​ຮັບ​ຟັງ​ຄະ​ດີ​ເນ​ລະ​ເທດ ຢູ່ນອກ​ຕຶກ​ສານ​ ຄົນ​ເຂົ້າ​ເມືອງ ໃນ​ນະ​ຄອນ Los Angeles, ລັດ​ຄາ​ລິ​ຟໍ​ເນຍ ​ໃນ​ວັນ​ທີ 19 ມິ​ຖຸ​ນາ, 2018.
ພວກ​ຄົນ​ເຂົ້າ​ເມືອງ​ກຳ​ລັງ​ລໍ​ຖ້າ​ການ​ຮັບ​ຟັງ​ຄະ​ດີ​ເນ​ລະ​ເທດ ຢູ່ນອກ​ຕຶກ​ສານ​ ຄົນ​ເຂົ້າ​ເມືອງ ໃນ​ນະ​ຄອນ Los Angeles, ລັດ​ຄາ​ລິ​ຟໍ​ເນຍ ​ໃນ​ວັນ​ທີ 19 ມິ​ຖຸ​ນາ, 2018.

ສານ​ລັດ​ຖະ​ບານ​ກາງ​ໄດ້​ທັບ​ມ້າງ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ເກືອບ​ໝົດ
​ທຸກ​ອັນ ທີ່​ພະ​ຍາ​ຍາມ​ປະ​ຕິ​ເສດ​ ການ​ຂໍ​ລີ້​ໄພ​ຂອງ​ພວກ​ຄົນ​ເຂົ້າ​ເມືອງທີ່​ຫາ​ທາງ​ຫລົບ
​ໜີ​ຈາກ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່ພາຍໃນ​ຄອບ​ຄົວ ແລະ​ການກໍ່​ຄວາມ​ຮຸນ​ແຮງ​ທີ່ກ່ຽວ​
ຂ້ອງກັບພວກ​ແ​ກັ່ງ​ຢູ່​ປະ​ເທດຂອງ​ເຂົາ​ເຈົ້າ ມາ​ຫາ​ບ່ອນ​ປອດ​ໄພ.

ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ທ່ານ ແຈັ​ຟ ແຊັ​ສ​ສັນ
ໄດ້​ເຂົ້າ​ແຊກ​ແຊງດ້ວຍ​ຕົວ​ເອງ​ ໃນ​ຄະ​ດີ​ຂອງ​ແມ່​ຍິງ​ຄົນແອ​ລຊາ​ລ​ວາ​ດໍ ຄົນ​ນຶ່ງ ທີ່ຮູ້​ກັນ
​ວ່າ ນາງ ເອ-ບີ (A-B) ໂດຍ​ໄດ້​ປະ​ຕິ​ເສດ ບໍ່​ໃຫ້​ລາວ​ລີ້​ໄພ​ຍ້ອນ​ການກໍ່​ຄວາມ​ຮຸນ​ແຮງ​
ຢູ່​ພາຍ​ໃນ​ຄອບ​ຄົວ ແລະ​ກໍ​ໄດ້​ວາງ​ຄຳສັ່ງ​ໃນ​ການ​ເອົາ​ຄົນ​ອອກ​ໜີ​ ຈາກ​ປະ​ເທດຢ່າງ
ວ່ອງ​ໄວ ທີ່​ໃຫ້ການ​ແນະ​ນຳແກ່​ພວກ​ເຈົ້າ​ໜ້າ​ທີ່ຮັບ​ຜິດ​ຊອບ​ການ​ຂໍ​ລີ້​ໄພ​ວ່າ "ໂດຍ​ທົ່ວ
​ໄປ​ແລ້ວ" ໃຫ້​ປະ​ຕິ​ເສດການ ຕໍ່​ຂໍ​ລີ້​ໄພ​ຂອງ​ພວກ​ຄົນ​ເຂົ້າ​ເມືອງທີ່​ຜ່ານ​ການກວດ​ຂັ້ນ
​ຕົ້ນພົບວ່າ​ມີ​ຄວາມ​ຢ້ານ​ກົວທີ່​ໜ້າ​ເຊື່ອ​ຖື​ໄດ້ ຖ້າ​ຫາກ​ການຂໍ​ລີ້​ໄພ​ຂອງ​ພວກ​ເຂົາ​ເຈົ້າ
​ອີງ​ໃສ່ການກໍ່​ຄວາມ​ຮຸນ​ແຮງ​ຢູ່​ໃນ​ຄອບ​ຄົວ ຫ​ລື​ການກໍ່​ຄວາມ​ຮຸນ​ແຮງ​ທີ່ກ່ຽວ​ຂ້ອງກັບ
ພວກ​ແກັ່ງ​.

ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດສະ​ຫະ​ລັດ ເອມ​ເມັດ ຊູ​ລິ​ແວນ (Emmet Sullivan) ​ໄດ້ຕັດ​
ສິນ​ສັ່ງ​ໃຫ້​ຍຸ​ຕິຄຳ​ສັ່ງ​ຂອງ​ທ່ານ​ແຊັ​ສ​ສັນ​ຢ່າງ​ຖາ​ວອນ ໂດຍ​ເວົ້າ​ວ່າ ຄຳ​ສັ່ງ​ນັ້ນ​ລະ​ເມີດ
​ກົດ​ໝາຍ​ດ້ານ​ຄົນ​ເຂົ້າ​ເມືອງ​ຂອງ​ສະ​ຫະ​ລັດ ແລະ​ກໍ​ບໍ່​ມີ “ບ່ອນ​ອີງ​ທາງ​ກົດ​ໝາຍ ​
ສຳ​ລັບການ​ຫ້າ​ມ​ແບບ​ເດັດ​ຂາດ ​ທີ່​ມີ​ປະ​ສິດ​ທິ​ຜົນເລີຍ."

ພາຍ​ໃຕ້​ກົດ​ໝາຍຂອງ​ສະ​ຫະ​ລັດ, ຄົນ​ເຂົ້າ​ເມືອງ​ທີ່​ຫາກໍ່​ມາ​ຮອດ​ໃໝ່​ທີ່​ສະ​ແດງ​ໃຫ້
​ເຫັນວ່າ​ມີ​ຄວາມ​ຢ້ານ​ກົວ​ທີ່​ຈະ​ກັບ​ຄືນ​ບ້ານ ຈະ​ຕ້ອງ​ໄດ້​ຮັບການ​ສຳ​ພາດສຳ​ລັບ
ກວດກາເບິ່ງ ເພື່ອ​ຈະ​ກຳ​ນົດ​ໄດ້​ວ່າຄວາມ​ຢ້ານ​ກົວ​ນັ້ນໜ້າ​ເຊື່ອ​ຖືຫລືບໍ່. ສຳ​ລັບ​ຜູ້​ທີ່
​ເຫັນວ່າ​ຜ່ານຫລັງ​ຈາກ​ຖືກ​ສຳ​ພາດ​ແລ້ວ ກໍ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ສືບ​ຕໍ່​ດຳ​ເນີນ
​ການຂໍ​ລີ້​ໄພ ຢູ່​ສານ​ດ້ານ​ຄົນ​ເຂົ້າ​ເມືອງຕໍ່​ໄປ.

ພວກ​ຖືກ​ຄຸມ​ຂັງ​ຢູ່​ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ Otay Mesa ໃນ​ນະ​ຄອນ​ແຊນ​ດິ​ເອ​ໂກ, ລັດ​ຄາ​ລິ​ຟໍ​ເນຍໃນ​ວັນ​ທີ 18 ພຶດ​ສະ​ພາ 2018
ພວກ​ຖືກ​ຄຸມ​ຂັງ​ຢູ່​ສູນ​ຄຸມ​ຂັງ​ຄົນ​ເຂົ້າ​ເມືອງ Otay Mesa ໃນ​ນະ​ຄອນ​ແຊນ​ດິ​ເອ​ໂກ, ລັດ​ຄາ​ລິ​ຟໍ​ເນຍໃນ​ວັນ​ທີ 18 ພຶດ​ສະ​ພາ 2018

ຢູ່​ໃນ​ຄຳ​ຕັດ​ສິນ​ທີ່​ຍາວ 107 ໜ້າ​ຂອງ​ທ່ານນັ້ນ, ທ່ານ ຊູ​ລິີແວນ​ເວົ້າວ່າ "ມັນ​ເປັນ​ຄວາມ​
ຄິດ​ທີ່​ດີ​ຂອງ​ລັດ​ຖະ​ສະ​ພາ ບໍ່​ແມ່ນ​ຄວາມຄິດ​ແບບເພີ້​ຝັນ​ຂອງ​ຝ່າຍ​ບໍ ​ລິ​ຫານ ທີ່​ກຳ​ນົດ
​ມາດ​ຕະ​ຖານ​ຂອງ​ການ​ເອົາ​ຄົນ​ອອກ​ປະ​ເທດ​ຢ່າງວ່ອງ​ໄວ.”

ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ແມ່ນ​ຍື່ນ​ໂດຍ ສະ​ຫະ​ພັນວ່າ​ດ້ວຍ​ອິດ​ສະ​ລະ​ພາບ​ຂອງ​ພົນ​ລະ
​ເມືອງ​ອາ​ເມ​ຣິ​ກັນ ຫລື ACLU ຊຶ່ງ​ຕາງ​ໜ້າ​ໃຫ້​ໂຈດ 12 ຄົນ ​ທີ່​ຢູ່ພາຍ​ໃຕ້​ຄຳ​ສັ່ງ​ດັ່ງ​ກ່າວ
ເຄິ່ງ​ນຶ່ງຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ຖືກ​ເນ​ລະ​ເທດ​ຢ່າງວ່ອງ​ໄວ.

ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດສະ​ຫະ​ລັດ ເອມ​ເມັດ ຊູ​ລິ​ແວນ (Emmet Sullivan) ​
ຜູ້​ພິ​ພາກ​ສາ​ປະ​ຈຳ​ເຂດສະ​ຫະ​ລັດ ເອມ​ເມັດ ຊູ​ລິ​ແວນ (Emmet Sullivan) ​

ສະ​ຫະ​ພັນ ACLU ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ "​ຢູ່​ພາຍ​ໃຕ້​ນະ​ໂຍ​ບາຍ​ໃໝ່, ເຖິງ​ແມ່ນ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ຈະ​ພົບ​ວ່າ​ ການກ່າວ​ອ້າງ​ຂອງ​ຜູ້​ຮ້ອງ​ຂໍ ຈະ​ໜ້າ​ເຊື່ອ​ຖື​ກໍ​ຕາມ, ພວກ​ເຂົາ​ເຈົ້າ​ກໍ​ຕັດ​ສິນ​ວ່າ ພວກ​ແມ່​ຍິງ​ເຫລົ່າ​ນັ້ນ ບໍ່​ມີ "ຄວາມ​ຢ້ານ​ກົວ​ຕໍ່​ການ​ຖືກ​ທຳ​ຮ້າຍທີ່​ໜ້າ​ເຊື່ອ​ຖືໄດ້" ແລະ​ກໍ​ອອກ​ຄຳ​ສັ່ງ​ໃຫ້​ສົ່ງ​ພວກ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ຫາ​ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ການ​ທຳ​ລາຍ​ຢ່າງ​ຮ້າຍ​ແຮງ.”

ຢູ່​ໃນ​ການ​ຮັບ​ຟັງ​ຄຳ​ໃຫ້​ການ​ໃນ​ເດືອນ​ພະ​ຈິກ​ຜ່ານ​ມາ, ພວກ​ທະ​ນາຍ​ຄວາມ​ຂອງ​ລັດ​ຖະ​ບານ​ໄດ້​ກ່າວ​ອ້າງວ່າ ສານປະ​ຈຳເຂດຂອງ​ສະ​ຫະ​ລັດບໍ່​ໄດ້​ອອກ​ຄຳ​ສັ່ງ​ໃຫ້ ຍຸ​ຕິ ເພື່ອ​ໃຊ້​ໃນ​ການ​ຕັດ​ສິນ​ກ່ຽວ​ກັບ​ເລື້ອງ​ຄົນ​ເຂົ້າ​ເມືອງເທື່ອ ແລະ​ເພາະ​ສະ​ນັ້ນ ຄວນ​ປ່ອຍໃຫ້ໃຊ້ຄຳ​ສັ່ງແນະ​ນຳ​ຂອງ​ຄະ​ນະ​ລັດ​ຖະ​ບານຕາມ​ເດີມ.

ອ່ານ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG