ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ໃຫຍ່ໆ ຂອງ ສຫລ ຮຽກຮ້ອງ ໃຫ້ຕົກລົງກັນ ເລຶ່ອງງົບປະມານ


ທ່ານໂອບາມາ ກໍາລັງຖະແຫຼງຕໍ່ບັນດາຫົວໜ້າບໍລິສັດໃຫຍ່ໆຂອງ
ສະຫະລັດ
ທ່ານໂອບາມາ ກໍາລັງຖະແຫຼງຕໍ່ບັນດາຫົວໜ້າບໍລິສັດໃຫຍ່ໆຂອງ ສະຫະລັດ

​ຫົວໜ້າ​ບໍລິສັດ​ໃຫຍ່ໆ​ຂອງ​ ສຫລ ບອກ​ປະທານາ​ທິບໍດີໂອ​ມາ​ມາ ​ແລະ​ລັດຖະສະພາສະຫະລັດວ່າ ພວກ​ເຂົາ​ເຈົ້າຢາກ​ໃຫ້​ບັນລຸ​ການ​ປາ​ນີປານ​ອມກັນ​ໃນ​ໄວໆ​ນີ້.

ບັນດາ​ຫົວໜ້າ​ບໍລິສັດ​ໃຫຍ່ໆ​ທັງຫຼາຍ​ຂອງ​ສະຫະລັດ ບອກ​ປະທານາ​ທິບໍດີ ບາຣັກ ​ໂອ​ມາ​ມາ ​ແລະ​ລັດຖະສະພາສະຫະລັດວ່າ ພວກ​ເຂົາ​ເຈົ້າຢາກ​ໃຫ້​ບັນລຸ​ການ​ປາ​ນີປານ​ອມກັນ​ໃນ​ໄວໆ​ນີ້ ກ່ຽວ​ກັບ​ການ​ຕັດ​ການ​ໃຊ້​ຈ່າຍ​ທີ່ສໍາ ຄັນໆຂອງ​ລັດຖະບານ​ແລະ​ບັນຫາ​ພາສີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິ​ດການ ການ​ເ​ງິນຂຶ້ນ​ໃນ​ທ້າຍ​ປີ​ນີ້.

ບັນດາ​ຫົວໜ້າ​ບໍລິຫານ​ບໍລິສັດ​ໃຫຍ່ໆ​ຂອງອາ​ເມ​ຣິກັນ ມັກ​ຈະ​ພາກັນ​ໄປ​ວໍ ຊິງ​ຕັນ ​ເພື່ອເກ້​ຍກ່ອມ​ໃຫ້​ທໍານຽບຂາວ​ແລະ​ສະມາຊິກ​ສະພາກ່ຽວ​ກັບ​ການ ອອກກົດໝາຍ​ແ​ລະນະ​ໂຍບາຍຕ່າງໆ​ທີ່​ກະທົບ​ທຸລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າ. ​ແຕ່ໃນ​ອາທິດ​ນີ້ ພວກ​ເຂົາ​ເຈົ້າ​ພົບ​ປະ​ກັບ​ປະທານາທິບໍດີ ​ແລະ​ບັນດາ​ຜູ້ນໍາ​ ສໍາຄັນຂອງ​ລັດຖະສະພາ​ ​ເພື່ອ​ຮຽກຮ້ອງໃຫ້​ມີ​ການ​ແກ້​ໄຂ​ບັນຫາຂໍ້​ຂັດແຍ້​ງ ກັນ​ມາ​ໄດ້​ສອງ​ປີ ກ່ອນ​ປະ​ເທດ​ຊາດ​ຈະ​ຕົກ​ຢູ່​ໃນ​ສະພາບ​ ທີ່​ເອີ້ນວ່າ ​ເຫວ​ງົບປະມານ​ນັ້ນ.

ປ​ະ​ເທດ​ຊາດ​ແມ່ນ​ປະ​ເຊີນ​ກັບ​ສະພາບການ​ເງິນ​ທີ່​ອັນຕະລາຍ​ທີ່​ສຸດ ທີ່​ບັງ ຄັບ​ໃຫ້ຕ້ອງ​ໄດ້​ຕັດ​ການໃຊ້​ຈ່າຍ 600 ພັນ​ລ້ານ​ໂດ​ລາລົງ ​ໃນໂຄງການ ປ້ອງ​ກັນ​ປະ​ເທດ ​ແລະ​ໂຄງການ​ພາຍ​ໃນ​ປະ​ເທດ​ທີ່​ສໍາຄັນອື່ນໆແລະກໍ​ຂຶ້ນ​ພາສີ​ສໍ​າລັບ​ພວກ​ຄົນ​ງານ​ອະ​ເມ​ຣິກັນ​ສ່ວນຫຼາຍ ທີ່​ມີ​ກໍານົດ​ຈະ​ມີ​ຜົນ​ບັງຄັບ​ໃຊ້ໃນ​ວັນ​ທີ 1 ​ມັງກອນ ປີໜ້າ​ນີ້ ​ເວັ້ນ​ເສຍ​ແຕ່​ວ່າ​ທ່ານ​ໂອ​ບາ​ມາ ບັນລຸ​ຂໍ້​ຕົກລົງ​ກັບລັດຖະ​ສະພາ​ກ່ຽວ​ກັບ​ແຜນການ​ການ​ເງິນ​ຊຸດ​ໃໝ່​ນັ້ນ

ບັນດາ​ນັກວິ​ເຄາະ​ການ​ເງິນ ​ເວົ້າ​ວ່າ ຖ້າ​ຫາກ​ບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ແບບ ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັນ​ໄດ້​ແລ້ວກໍອາດ​ຈະ​ເຮັດ​ໃຫ້​ສະຫະລັດ​ທີ່​ເປັນ​ປະ​ເທດ ​ມີເສດຖະກິດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ກ້າວ​ເຂົ້າສູ່​ພາວະ​ຖົດຖອຍຄັ້ງ​ໃໝ່ ​ພ້ອມ​ກັບຜົນສະທ້ອນ​ກັບ​ທີ່​ອາດເປັນ​ໄປ​ໄດ້ຕໍ່ເສດຖະກິດ​ໂລກ. ທ່ານ James Lee ຜູ້​ນໍາ​ດ້ານ​ການ​ເງິນ​ຄົນ​ນຶ່ງ ​ຂອງ​ບໍລິສັດການ​ເງິນ JPMorgan ​ເວົ້າ​ຢູ່​ທີ່​ວໍ​ຊິງ​ຕັນ​ວ່າ ການ​ປານີ​ປານ​ອມກັນ​ນັ້ນ ​ແມ່ນຈໍາ​ເປັນ​ຕ້ອງໄດ້​ບັນລຸກັນເພື່ອ​ກະຕຸກ​ຊຸກຍູ້​ໃຫ້​ມີ​ການ​ເຕີບ​ໂຕຂອງວຽກງານ​ໃນ​ສະຫະລັດ.
XS
SM
MD
LG