ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ພິຈາລະນາ ໃຫ້ພວກເດີນທາງ ຈາກອັງກິດພິສູດວ່າ ເຂົາເຈົ້າໄດ້ກວດໂຄວິດ-19 ເປັນລົບ


ຍານາງ Margaret Keenan ອາຍຸ 90 ປີ ໄດ້ຮັບການຕົບມືຈາກ ພະນັກງານນການແພດ ຫຼັງຈາກເປັນຄົນທຳອິດທີ່ໄດ້ສັກຢາວັກຊິນ Pfizer-BioNTech ໂຄວິດ-19 ຢູ່ປະເທດອັງກິດ.
ຍານາງ Margaret Keenan ອາຍຸ 90 ປີ ໄດ້ຮັບການຕົບມືຈາກ ພະນັກງານນການແພດ ຫຼັງຈາກເປັນຄົນທຳອິດທີ່ໄດ້ສັກຢາວັກຊິນ Pfizer-BioNTech ໂຄວິດ-19 ຢູ່ປະເທດອັງກິດ.

ພວກເຈົ້າໜ້າທີ່ສະຫະລັດກຳລັງພິຈາລະນາເບິ່ງວ່າ ຈະວາງຂໍ້ບັງຄັບຕໍ່ພວກນັກ ເດີນ
ທາງທັງໝົດ ທີ່ມາຈາກປະເທດອັງກິດເພື່ອໃຫ້ມີຫລັກຖານຢືນຢັນວ່າ ເຂົາເຈົ້າໄດ້ກວດ
ໂຄວິດ-19 ເປັນລົບ.

ລາຍງານຂ່າວກ່າວວ່າ ຄະນະສະເພາະກິດ ຮັບຜິດຊອບດ້ານໄວຣັສໂຄໂຣນາ ຂອງທຳ
ນຽບຂາວ ໄດ້ພົບປະກັນໃນວັນຈັນຜ່ານມານີ້ ແລະໄດ້ປຶກສາຫາລືກ່ຽວ ກັບການຮ່າງກົດ
ລະບຽບສະບັບນຶ່ງທີ່ໃຫ້ພວກຜູ້ໂດຍສານພິສູດວ່າພວກເຂົາເຈົ້າ ໄດ້ກວດມີຜົນເປັນລົບ
ພາຍໃນ 48 ຫຼື 72 ຊົ່ວໂມງກ່ອນເດີນທາງ ອອກຈາກ ອັງກິດ.

ກົດລະບຽບທີ່ໄດ້ສະເໜີນັ້ນ ມີຂຶ້ນໃນຂະນະທີ່ຫຼາຍກວ່າ 40 ປະເທດ ໄດ້ຍົກເລີກການ
ຮັບເອົາພວກນັກເດີນທາງທີ່ມາຈາກອັງກິດໃນການຮັບມືກັບການຕິດ ແປດຂອງໄວຣັສ
ທີ່ເພີ້ມສູງຂຶ້ນຢ່າງຫຼວງຫຼາຍ ຍ້ອນວ່າມີສາຍພັນໃໝ່ຂອງພະຍາດໂຄວິດ-19 ທີ່ກໍາລັງ
ແຜ່ລະບາດໃນທົ່ວເຂດພາກໃຕ້ຂອງອັງກິດຢູ່ນັ້ນ.

ສະຫະລັດ ຍັງບໍ່ໄດ້ຫ້າມຖ້ຽວບິນທີ່ມາຈາກອັງກິດເທື່ອ ເຖິງຢ່າງໃດກໍຕາມ ຜູ້ປົກຄອງ
ລັດນິວຢອກ ທ່ານແອນດຣູ ໂຄໂມ ໄດ້ກ່າວວ່າ ທ່ານໄດ້ຂໍຮ້ອງ ໃຫ້ສາຍການບິນທັງຫຼາຍ
ທີ່ບິນເຂົ້າມາໃນລັດຈາກອັງກິດຈົ່ງບັງຄັບໃຫ້ພວກ ຜູ້ໂດຍສານທັງໝົດ ກວດພະຍາດ
ໂຄວິດ-19 ກ່ອນທີ່ພວກເຂົາເຈົ້າຈະຂຶ້ນ ເຮືອບິນ. ສາມສາຍການບິນທີ່ປະກອບດ້ວຍ
ເວີຈິນ ແອັດແລນຕິກບຣິຕິສ ແອຣເວສ໌ ແລະແດລຕ້າ ແອຣໄລສ໌ ໄດ້ຕົກລົງຕໍ່ການຂໍຮ້ອງ
ຂອງຜູ້ປົກຄອງລັດ ທ່ານໂຄໂມ.

ໃນພາກຕາເວັນຕົກຂອງສະຫະລັດ ຜູ້ປົກຄອງລັດວໍຊິງຕັນ ທ່ານເຈ ອິນສລີ ໃນວັນຈັນ
ວານນີ້ ໄດ້ອອກຄຳສັ່ງໃຫ້ກັກຕົວເປັນເວລາ 14 ວັນ ພວກນັກເດີນ ທາງທັງໝົດທີ່ເຂົ້າມາ
ໃນລັດຈາກອັງກິດ ແລະອາຟຣິກາໃຕ້ ບ່ອນທີ່ມີການກາຍ ພັນຂອງພະຍາດໂຄວິດ-19
ທີ່ໄດ້ຖືກລະບຸໂຕແລ້ວນັ້ນ.

ທ່ານໝໍແອນໂທນີ ຟາວຈີ ຫົວໜ້າສະຖາບັນໂຣກພູມແພ້ ແລະພະຍາດຕິດ ແປດໄດ້ກ່າວ
ໃນວັນຈັນວານນີ້ ວ່າ ມັນເປັນໄປໄດ້ວ່າ ພະຍາດທີ່ແຕກຕ່າງໃໝ່ ຂອງໄວຣັສໂຄໂຣນາ
ສາຍພັນໃໝ່ ແມ່ນອາດຈະຢູ່ໃນສະຫະລັດແລ້ວ.

ຫົວໜ້າບໍລິສັດເພຊັດສະກຳເຢຍຣະມັນ BioNTech ກ່າວວ່າ ວັກຊິນໂຄວິດ-19 ທີ່ພັດ
ທະນາຢູ່ໃນສະຫະລັດ ທີ່ເປັນຄູ່ຮ່ວມງານ ກັບບໍລິສັດ Pfizer “ມີ ຄວາມສາມາດສູງ” ທີ່
ຈະເຮັດວຽກຕ້ານສາຍພັນໃໝ່.

U.S. officials are considering a requirement for all travelers from Britain to offer proof they have tested negative for COVID-19.

News outlets say the White House coronavirus task force met Monday and discussed crafting a rule that passengers prove they have taken a negative test within 48 or 72 hours before leaving Britain.

The proposed rule comes as more than 40 countries have suspended travelers from Britain in response to a dramatic rise of infections because of a new strain of COVID-19 sweeping across southern Britain.

The United States has not restricted flights from Britain, however, New York Gov. Andrew Cuomo said he has asked airlines flying into the state from Britain to make all passengers take a COVID-19 test before they get on the plane. Three airlines, Virgin Atlantic, British Airways and Delta Airlines, have agreed to Gov. Cuomo’s request.

In the western United States, Gov. Jay Inslee of Washington state Monday ordered a 14-day quarantine for all travelers entering the state from Britain and South Africa, where a similar mutation of COVID-19 has been identified.

Dr. Anthony Fauci, the head of the National Institute of Allergy and Infectious Diseases, said Monday it is possible the new variant of the novel coronavirus is already in the United States.

The head of German-based pharmaceutical company BioNTech says the COVID-19 vaccine it developed with U.S.-based counterpart Pfizer is “highly likely” to work against the new strain.

XS
SM
MD
LG