ການທົບທວນຂໍ້ຕົກລົງລະຫວ່າງປະເທດກ່ຽວກັບໂຄງການນິວ
ເຄລຍຂອງອິຣ່ານ ໂດຍລັດຖະສະພາສະຫະລັດ ໄດ້ກ້າວເຂົ້າ
ໄລຍະສຸດທ້າຍໃນວັນອັງຄານມື້ນີ້ໃນຂະນະທີ່ບັນດາສະມາ
ຊິກສະພາ ກັບຄືນມາຈາກການພັກຜ່ອນເປັນເວລານຶ່ງເດືອນ
ເພື່ອພິຈາລະນາມາດຕະ ການຄັດຄ້ານຢ່າງເປັນທາງການຕໍ່
ຂໍ້ຕົກລົງທີ່ວ່ານີ້.
ລັດຖະສະພາ ມີເວລາເຖິງ ວັນທີ 17 ກັນຍານີ້ ເພື່ອທົບທວນ
ເບິ່ງເງື່ອນໄຂຕ່າງໆ ແລະລົງຄະແນນສຽງ ໃຫ້ການອະນຸມັດ
ຫລືຄັດຄ້ານຕໍ່ຂໍ້ຕົກລົງດັ່ງກ່າວ ໃນຂະນະທີ່ຜົນຂອງມັນເບິ່ງ
ຄືວ່າມີຄວາມບໍ່ແນ່ນອນເພີ້ມຂຶ້ນເລື້ອຍໆນັ້ນແຕ່ກໍເປັນທີ່ໜ້າ
ສົນໃຈ ກ່ຽວກັບວ່າຂັ້ນ ຕອນນີ້ຈະລົງເອີຍກັນແບບໃດ ໃນອາທິດຕໍ່ໜ້ານີ້.
ຄຳຖາມທີ່ໃຫຍ່ທີ່ສຸດ ທີ່ພົວພັນກັບຂັ້ນຕອນທຳອິດກໍແມ່ນວ່າ ທັງສະພາຕ່ຳແລະສະພາສູງ ຊຶ່ງໃນຂະນະນີ້ ຢູ່ພາຍໃຕ້ການຄວມຄຸມໂດຍພັກ Republican ຈະຮັບຜ່ານຮ່າງກົດໝາຍ
ຄັດຄ້ານຕໍ່ຂໍ້ຕົກລົງກ່ຽວກັບໂຄງການນິວເຄລຍຂອງອິຣ່ານຫຼືບໍ່. ໃນສະພາຕ່ຳພັກ Repu-
blican ແມ່ນວ່າມີສຽງຫຼາຍພຽງພໍທີ່ຈະຮັບຜ່ານຮ່າງກົດໝາຍຄັດຄ້ານດັ່ງກ່າວໄດ້ຢ່າງງ່າຍ
ດາຍ.
ແຕ່ຢູ່ໃນສະພາສູງແມ່ນເປັນເລື້ອງທີ່ສະລັບສັບຊ້ອນຫຼາຍຂຶ້ນ ຍ້ອນພັກ Republican ມີ
ຄະແນນສຽງສ່ວນຫຼາຍບໍ່ພຽງພໍ ແລະຕາມກົດລະບຽບ ໃຫ້ດຳເນີນການຢ່າງວ່ອງໄວແລ້ວ
ພັກ Democrats ອາດມີໂອກາດຄັດຄ້ານຕໍ່ການລົງຄະແນນສຽງໄດ້. ເພື່ອດຳເນີນການ
ດັ່ງກ່າວໄດ້ ສະມາຊິກສະພາສູງທັງໝົດ 41 ຄົນ ຕ້ອງໄດ້ຕົກລົງກັນ ບໍ່ປ່ອຍໃຫ້ຮ່າງກົດ ໝາຍດັ່ງກ່າວມີການລົງຄະແນນສຽງກັນ ຊຶ່ງມາຮອດເວລານີ້ມີແຕ່ສະມາຊິກສະພາສູງ 38 ຄົນ ຊຶ່ງທັງໝົດເປັນສະມາຊິກ ພັກ Democrats ແລະບໍ່ສັງກັດພັກ ໄດ້ກ່າວວ່າ ພວກເຂົາເຈົ້າຈະລົງຄະແນນສຽງຄັດຄ້ານຮ່າງຕໍ່ຮ່າງກົດໝງາຍນີ້ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າ ພວກ ເຂົາເຈົ້າຈະຊ່ອຍໃນການຄັດຄ້ານຕໍ່ບໍ່ໃຫ້ມີການລົງຄະແນນສຽງ ໃນຕອນທຳອິດນັ້ນ.
ຖ້າທັງສອງສະພາ ຫາກຮັບຜ່ານມາດຕະການຄັດຄ້ານ ຕໍ່ຂໍ້ຕົກລົງນີ້ແລ້ວ ຂັ້ນຕອນຕໍ່ໄປ
ແມ່ນຈະແຈ້ງຂາວຂຶ້ນກວ່າເກົ່າ. ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້
ໃຫ້ຄຳໝັ້ນສັນຍາ ໄວ້ແລ້ວວ່າຈະໃຊ້ສິດຢັບຢັ້ງຂອງທ່ານ ເພື່ອປະຕິເສດຕໍ່ຮ່າງກົດໝາຍໃດໆກໍຕາມ ທີ່ຄັດຄ້ານຕໍ່ຂໍ້ຕົກລົງນີ້.
ລະບຽບການຂອງສະຫະລັດ ໄດ້ອະນຸຍາດໃຫ້ລັດຖະສະພາມີໂອກາດອີກຄັ້ງນຶ່ງ ໃນສະຖາ ນະການແບບນີ້ ແຕ່ວ່າ ການທີ່ລົບລ້າງການໃຊ້ສິດຢັບຢັ້ງຂອງປະທານາທິບໍດີໄດ້ນັ້ນແມ່ນຕ້ອງການສຽງສ່ວນຫຼາຍເຖິງ 2/3 ຢູ່ໃນທັງສະພາຕ່ຳແລະສະພາສູງ ຊຶ່ງນັ້ນໝາຍຄວາມວ່າ ສະພາສູງຕ້ອງມີສຽງສະໜັບສະໜຸນ 67 ສຽງຈາກທັງໝົດ 100 ສຽງ ແລະສະພາຕ່ຳຕ້ອງ ການ 290 ຈາກທັງໝົດ 435 ສຽງ ເພື່ອຄັດຄ້ານຕໍ່ໂຄງການນິວເຄລຍຂອງອິຣ່ານ.