ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເກັບ ພາສີ 25 ເປີເຊັນ ຕໍ່ສິນຄ້າ ຈາກ ສຫລ ເພື່ອຕອບໂຕ້ ຕໍ່ການເກັບ ພາສີ ຂອງ ສຫລ


ຄອນເທັນເນີຂອງບໍລິສັດ ຢັງມິງ ກໍາລັງຖືກຂົນຂຶ້ນ ຈາກທ່າເຮືອ ໂອກແລນ, ລັດຄາລິຟໍເນຍ ໃນວັນທີ 2 ກໍລະກົດ, 2018,
ຄອນເທັນເນີຂອງບໍລິສັດ ຢັງມິງ ກໍາລັງຖືກຂົນຂຶ້ນ ຈາກທ່າເຮືອ ໂອກແລນ, ລັດຄາລິຟໍເນຍ ໃນວັນທີ 2 ກໍລະກົດ, 2018,

ຈີນໄດ້ປະກາດໃນຕອນບ່າຍ ວັນພຸດວານນີ້ວ່າ ຕົນຈະເກັບພາສີໃນອັດຕາ 25 ເປີ
ເຊັນ ຕໍ່ສິນຄ້າທີ່ນໍາເຂົ້າຈາກສະຫະລັດ ໃນມູນຄ່າ 16 ຕື້ໂດລາ.

ພາສີໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 23 ສິງຫາ ທີ່ຈະມາເຖິງນີ້ ເພື່ອໃຫ້ເທົ່າກັນ ກັບພາສີຊຸດໃໝ່ຂອງສະຫະລັດທີ່ວາງອອກໂດຍລັດຖະບານທ່ານທຣໍາໃນວັນອັງ
ຄານຜ່ານມາ.

ການເກັບພາສີສູ້ກັນແບບເຈົ້າເຮັດໄປຂ້ອຍກໍຕອບມານີ້ ໄດ້ເພີ້ມຄວາມຮ້າຍແຮງ
ຂຶ້ນ ກາຍເປັນສົງຄາມການຄ້າ ລະຫວ່າງສອງມະຫາອໍານາດ ທາງເສດຖະກິດຂອງ
ໂລກ ທີ່ເລີ້ມຕົ້ນຂຶ້ນແຕ່ວັນທີ 6 ກໍລະກົດ ເມື່ອວໍຊິງຕັນໄດ້ເກັບພາສີຢ່າງເປັນທາງ
ການໃນອັດຕາ 25 ເປີເຊັນ ຕໍ່ສິນຄ້າຈາກຈີນຫລາຍກວ່າ 800 ຊະໜິດ ທີ່ມີມູນຄ່າ
34 ຕື້ໂດລາ. ສ່ວນປັກກິ່ງກໍໄດ້ຕອບໂຕ້ຄືນ ໂດຍການເກັບພາສີຕໍ່ສິນຄ້າສະຫະລັດ
ຈໍານວນ 545 ຊະໜິດ ຊຶ່ງມີມູນຄ່າ 34 ຕື້ໂດລາເຊັ່ນກັນ.

ລັດຖະບານທ່ານທຣໍາຍັງໄດ້ນາບຂູ່ອີກວ່າ ຈະນໍາໃຊ້ອັດຕາພາສີ 25 ເປີເຊັນເພີ້ມ
ຂຶ້ນອີກຕໍ່ສິນຄ້າທີ່ສົ່ງມາຈາກຈີນທີ່ມູນຄ່າ 200 ຕື້ໂດລາ.

ປະທານາທິບໍດີ ດໍໂນລ ທຣໍາໄດ້ອ້າງເຖິງການດໍາເນີນການຄ້າແບບບໍ່ເປັນທໍາ
ແລະການລັກລອບຊັບສິນທາງດ້ານປັນຍາຂອງຈີນ ຄືເຫດຜົນທີ່ພາໃຫ້ມີການ
ເກັບພາສີດັ່ງກ່າວນີ້.

China announced late Wednesday that it will impose an additional 25 percent tariffs on $16 billion of U.S. imports.

The new tariffs will take effect on August 23, matching exactly a new round of U.S. tariffs on Chinese goods announced Tuesday by the Trump administration.

The latest tit-for-tat tariffs have accelerated a trade war between the world's two economic superpowers that began July 6, when Washington officially imposed 25-percent tariffs on more than 800 Chinese products worth $34 billion. Beijing retaliated by imposing the same percentage of retaliatory tariffs on 545 U.S. items, also worth $34 billion.

The Trump administration has also threatened to apply an extra 25-percent tariffs on an additional $200 billion worth of Chinese exports.

U.S. President Donald Trump has cited China's unfair trade practices and intellectual property theft as a reason for the tariffs.

XS
SM
MD
LG