ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫ​ລ ປະ​ນາມ ເວ​ເນ​ຊູ​ເອ​ລາ ວ່າ ມີ​ສ່ວນ ​ກ່ຽວ​ຂ້ອງ ກັບ​ການ​ຕາຍ ຂອງ​ນັກ ​ເຄື່ອນ​ໄຫວ​ ຕ້ານ​ ລັດ​ຖະ​ບານ


ພວກ​ໄວ້​ອາ​ໄລ ຢືນ​ຢູ່​ຂ້າງ​ໂລງ​ສົບ​ຂອງທ່ານ ເຟີ​ແນນ​ໂດ ອາ​ລ​ບານ, ນັກ​ເຄື່ອນ​ໄຫວ​ຕ້ານ​ລັດ​ຖະ​ບານ ແລະ​ເປັນ​ສະ​ມາ​ຊິກ ສະ​ພາ​ຂອງ​ປົກ​ຄອງ ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (Caracas) ໃນ ເວ​ເນ​ຊູ​ເອ​ລາໃນ​ວັນ​ພຸດ​ ທີ 10 ຕຸ​ລາ 2018.
ພວກ​ໄວ້​ອາ​ໄລ ຢືນ​ຢູ່​ຂ້າງ​ໂລງ​ສົບ​ຂອງທ່ານ ເຟີ​ແນນ​ໂດ ອາ​ລ​ບານ, ນັກ​ເຄື່ອນ​ໄຫວ​ຕ້ານ​ລັດ​ຖະ​ບານ ແລະ​ເປັນ​ສະ​ມາ​ຊິກ ສະ​ພາ​ຂອງ​ປົກ​ຄອງ ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ (Caracas) ໃນ ເວ​ເນ​ຊູ​ເອ​ລາໃນ​ວັນ​ພຸດ​ ທີ 10 ຕຸ​ລາ 2018.

ສະ​ຫະ​ລັດປະ​ນາມສິ່ງ​ທີ່​ຕົນ​ເອີ້ນ​ວ່າ ການ​ມີ​ສ່ວນ​ກ່ຽວ​ຂ້ອງຂອງ​ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ
ກັບ​ການ​ເສຍ​ຊີ​ວິດຂອງ​ນັກ​ເຄື່ອນ​ໄຫວ​ຕ້ານ​ລັດ​ຖະ​ບານ, ທ່ານ ເຟີ​ແນນ​ໂດ ອາ​ລ​ບານ
(Fernando Alban) ໃນ​ວັນ​ພຸດ​ວານນີ້.

ທຳ​ນຽບ​ຂາວ​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ສະ​ຫະ​ລັດ​ຈະສືບ​ຕໍ່​ກົດດັນ​ລັດ​ຖະ​
ບານດັ່ງ​ກ່າວ “ຈົນ​ກວ່າ​ວ່າ​ຈະ​ມີ​ການ​ຟື້ນ​ຟູປະ​ຊາ​ທິ​ປະ​ໄຕຄືນ​ມາ ຢູ່ໃນເວ​ເນ​ຊູ​ເອ​ລາ.”

ທຳ​ນຽບ​ຂາວຍັງ​ຮຽກ​ຮ້ອງ​ໃຫ້ "ມີ​ການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງໃນ​ທັນ​ທີທັນ​ໃດ
ແລະ​ຮຽກ​ຮ້ອງ​ໃຫ້​ລະ​ບອບ​ປົກ​ຄອງ​ຂອງ ມາ​ດູ​ໂຣ ເອົາ​ບາດ​ກ້າວ​ໂດຍ​ກົງ ແລະ​ໜ້າ​ເຊື່ອ
​ຖືໄດ້ ເພື່ອ​ສ້າງ​ປະ​ຊາ​ທິ​ປະ​ໄຕກັບ​ຄືນ​ມາ​ອີກ ​ໃນເວ​ເນ​ຊູ​ເອ​ລາ ແລະ​ເພື່ອ​ປ້ອງ​ກັນ​ ບໍ່​ໃຫ້
​ມີ​ຄວາມ​ທົນ​ທຸກ​ທໍ​ລະ​ມານ ແລະ​ການນອງ​ເລືອດ​ຕໍ່​ໄປ​ອີກ.”

ຢູ່ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ນັ້ນ ທ່ານ ໂຣ​ເບີດ ແພ​ລ​ລາ​ດິ​ໂນ (Robert
Palladino) ຮອງໂຄ​ສົກ​ຂອງ​ກະ​ຊວງ​ດັ່ງ​ກ່າວເວົ້າ​ວ່າ ສະ​ຫະ​ລັດ​ຢາກ​ໃຫ້ມີ "ຂໍ້​ມູນ​ເພີ້ມ
​ເຕີມ" ກ່ຽວ​ກັບ​ການ​ຕາຍ​ຂອງ​ທ່ານ ອາ​ລ​ບານໃນ​ຂະ​ນະ​ທີ່​ໄດ້ສົ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ
​ ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຈາກວໍ​ຊິງ​ຕັນ ໄປ​ຍັງ​ທ່ານ ແລະ​ຄອບ​ຄົວ​ຂອງ​ທ່ານ.

"ໂສກ​ນາດ​ຕະ​ກຳ​ດັ່ງ​ກ່າວນີ້ໄດ້​ເນັ້ນ​ໃຫ້​ເຫັນການ​ລະ​ເມີດ​ສິດ​ທິ​ມະ​ນຸດ ທີ່​ມີ​ລັກ​ສະ​ນະ​ຕໍ່
​ເນື່ອງ​ຢູ່​ເລື້ອຍ​ມາ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ, ໃຫ້​ເຫັນ​ເຖິງ​ການ​ກົດ​ຂີ່, ແລະ​ການ​ໃຊ້​ກຳ​ລັງ
​ບັງ​ຄັບ​ເກີນ​ຂອບ​ເຂດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ແພ​ລ​ລາ​ດິ​ໂນ ຢູ່​ໃນ​ການ​ຖະ​ແຫລງ​ຂ່າວ
ຄັ້ງ​ທຳ​ອິດ​ຂອງ​ທ່ານ ​ໃນ​ວັນ​ພຸດ​ວານນີ້.

ທ່ານ ອາ​ລ​ບານ ເປັນ​ສະ​ມາ​ຊິກ​ຂອງ​ສະ​ພາ​ປົກ​ຄອງ​ ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ
(Caracas) ທີ່​ຖືກ​ກ່າວ​ຫ​າ​ວ່າ​ມີ​ສ່ວນ​ກ່ຽວ​ພັນກັບ​ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ ບໍ່​ມີ​ຄົນ​ຂັບ
ທີ່ບໍ່​ສຳ​ເລັດ​ຜົນຕໍ່​ປະ​ທາ​ນາ​ທິ​ບໍ​ດີນີ​ໂຄ​ລັ​ສ ມາ​ດູ​ໂຣ (Nicolas Maduro). ທ່ານອາ​ລ​ບານ
ໄດ້​ຖືກ​ຂັງ​ໄວ້​ກ່ອນ​ຈະ​ມີ​ການ​ໄຕ່​ສວນ​ຄະ​ດີ ໃນ​ວັນ​ຈັນ​ຜ່ານ​ມາໃນ​ເວ​ລາ​ທີ່​ທ່ານ​ເສຍຊີວິດ
ໄປ​ນັ້ນ ພາຍ​ຫລັງ​ທີ່​ໄດ້​ຕົກ​ລົງ​ມາ​ຈາກ​ປ່ອງ​ຢ້ຽມ.

ເຈົ້າ​ໜ້າ​ທີ່ເວ​ເນ​ຊູ​ເອ​ລາເວົ້າ​ວ່າ ທ່ານ ອາ​ລ​ບານ ໄດ້​ຂ້າ​ໂຕ​ຕາຍ.

ສະ​ຫະ​ລັດ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຄັ້ງ​ໃໝ່ ຕໍ່​ພັນ​ລະ​ຍາ​ຂອງ​ທ່ານ ມາ​ດູ​ໂຣ ແລະ
ພັກ​ພວກ​ຂອງ​ທ່ານ ມາ​ດູ​ໂຣ ໃນ​ເດືອນ​ກັນ​ຍາ ຜ່ານ​ມາ ໃນ​ຂະ​ນະ​ທີ່​ທ່ານ ດໍໂນ​ລ ທ​ຣຳ,
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໄດ້​ຮຽກ​ຮ້ອງ​ໃຫ້​ສະ​ຫະ​ປະ​ຊາ​ຊາດໃຫ້​ການ​ສະ​ໜັບ​ສະ​ໜຸນ
​ຕໍ່​ພາ​ລະ​ກິດ​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕ​ຄືນ​ມາ ຢູ່​ໃນ​ປະ​ເທດ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ນ້ຳ​ມັນ
​ແຫ່ງນັ້ນ.

ການ​ລົງ​ໂທດ​ເຫລົ່າ​ນັ້ນ ໄດ້​ເພີ້ມຄວາມ​ກົດ​ດັນ​ຕໍ່ລັດ​ຖະ​ບານ​ທີ່​ຖືກ​ຕຳ​ໜິ ຢ່າງກວ້າງ​
ຂວາງ ວ່າ​ເຮັດ​ໃຫ້​ເສດ​ຖະ​ກິດ​ພັງ​ທະ​ລາຍ ແລະດຳ​ເນີນຄວາມ​ພະ​ຍາ​ຍາມ ທີ່​ຈະ​
ບ່ອນ​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG