ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຫຼາຍບໍລິສັດ ຢຸດເຊົາ ໂຄງການຕະຫຼາດ ກັບ ສະມາຄົມປືນຍາວແຫ່ງຊາດ


ຄົນກຳລັງເຊັນເຂົ້າສະມາຄົມປືນຍາວ ທີ່ກອງ​ປະຊຸມ​ເອົາ​ບົດບາດ​ການ​ເມືອງຫຼື CPAC ທີ່ເນຊັນນາລຮາເບີ ລັດແມຣີແລນ ວັນທີ 23 ກຸມພາ 2018.
ຄົນກຳລັງເຊັນເຂົ້າສະມາຄົມປືນຍາວ ທີ່ກອງ​ປະຊຸມ​ເອົາ​ບົດບາດ​ການ​ເມືອງຫຼື CPAC ທີ່ເນຊັນນາລຮາເບີ ລັດແມຣີແລນ ວັນທີ 23 ກຸມພາ 2018.

ອີກ​ສາມ​ບໍລິສັດ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຍຸຕິ​ໂຄງການ​ຕະຫລາດ ຮ່ວມກັບສະມາຄົມ​ປືນ
ຍາວ​ແຫ່ງ​ຊາດ​ສະຫະລັດ ຫຼື NRA ​ໃນ​ຂະນະ​ທີ່​ ພວກສະໜັບສະໜູນ ໃຫ້ ຄວບ​ຄຸ​ມປືນ​
ໄດ້​ເພີ້​ມຄວາມກົດ​ດັນ​ຕໍ່​ບໍລິສັດ​ເຫຼົ່ານີ້ໃຫ້ຕັດ​ຄວາມ​ສຳພັນ​ກັບອຸດສາ​ຫະກຳ​ປືນ ຫລັງ
ຈາກ​ໄດ້ມີການ​ຍິງ​ສັງຫານ​ຢູ່ໂຮງຮຽນ​ໃນ​ລັດ​ຟລໍຣິດາເມື່ອອາ​ທິດ​ແລ້ວ​ນີ້.

ພວກ​ນັກ​ເຄື່ອນ​ໄຫວ​ໄດ້​ເຮັດຄຳຮ​ຽກຮ້ອງອອນ​ລາຍ ລະບຸຊື່​ບັນດາ​ບໍລິສັດ​ຕ່າງໆ​ທີ່​ສະ
​ເໜີ​ໃຫ້ການ​ຫລຸດ​ລາຄາ ​ແກ່ສະມາຊິກຂອງອົງການ NRA ​ໃນ​ການ​ເພີ້ມ ຄວາມກົດ​ດັນ
​ຕໍ່​ບັນດາ​ບໍລິສັດ​ເຫລົ່າ​ນັ້ນໃຫ້​ຕັດ​ຄວາມ​ສຳພັນ​ກັບອົງການ​ປົກປ້ອງ ​ສິດທິ​ໃນການໃຊ້​ປືນ.

ບັນດາ​ບໍລິສັດ​ທີ່​ຍຸຕິໂຄງການ​ຫລຸດ​ລາຄາ ​ໃຫ້ແກ່ສະມາຊິກອົງການ NRA ​ໃນ​ວັນສຸກ​
ວານ​ນີ້ ແມ່ນ​ຮວມທັງ ບໍລິສັດ​ປະກັນ​ໄພ​ເມັດ​ໄລ​ຟ໌ (MetLife) ບໍລິສັດ​ເຊົ່າ​ລົດ​ເຮີ​ຕສ໌
(Hertz) ​ແລະ​ບໍລິສັດຊີ​ແມນເຕັກ (Symantec Corp) ທີ່​ເປັນ​ບໍລິສັດ​ເຮັດ​ຊອບແວ
ຄອມ​ພິວ​ເຕີ້ ເທັກ​ໂນ​ໂລ​ຈີຕໍ່ຕ້ານໄວຣັສນໍຕັນ ຫລື Norton Antivirus technology.

ການ​ເຄື່ອນ​ໄຫວ​ດັ່ງກ່າວມີ​ຂຶ້ນ​ຫລັງ​ຈາກ ຫລາຍໆ​ບໍລິສັດ​ໄດ້​ຕັດ​ຄວາ​ມສຳພັນ​ກັບອົງ
ການ NRA ​ໃນຕົ້ນ​ອາທິດ​ນີ້ ຮວມທັງ​ບໍລິສັດ​ເຊົ່າລົດ​ເອນ​ເຕີ​ພຣາຍສ໌ (Enterprise)
​ເຟິສທ໌ ນາ​ເຊີນ​ນານ​ແບັງ ອັອຟ ​ໂອ​ມາ​ຫາ (First National Bank of Omaha ​ໂຮງ
​ແຮມ​ວີນ​ແຮມ (Wyndham Hotels) ​ແລະໂຮງ​ແຮມແບັສທ໌​ເວັ​ສ​ເທີ​ນ (Best
Western Hotels.)

ອົງການ NRA ​ແມ່ນ​ນຶ່ງ​ຂອງກຸ່ມວີ້ງ​ເຕັ້ນ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ ​ເພື່ອ​ສິດທິໃນ​ການ​ໃຊ້​ປືນ
ທີ່​ມີ​ສະມາຊິກ​ຢູ່​ຫ້າ​ລ້ານຄົນ.

ການ​ຍິງ​ກັນ ໃນ​ອາທິດ​ແລ້ວ​ນີ້ ​ຢູ່​ມັດທະຍົມ​ປາຍຟລໍ​ຣິ​ດາ ທີ່​ເຮັດ​ໃຫ້ 17 ຄົນ​ເສຍ​ຊີວິດ​
ຊຶ່ງໄດ້​ກໍ່​ໃຫ້ເກີດ​ມີ​ການ​ອະພິປາຍໃນທົ່ວປະເທດ​ຄືນ​ໃໝ່​ກ່ຽວ​ກັບການ​ຄວບ​ຄຸມ​ປືນ.

ທຸງກຳລັງປີວສະບັດຢູ່​ ເຟິສທ໌ ນາເຊິນ​ນາລ​ແບັງ ອັອຟ ​ໂອ​ມາ​ຫາ (First National Bank of Omaha) ວັນທີ 23 ກຸມພາ 2018.
ທຸງກຳລັງປີວສະບັດຢູ່​ ເຟິສທ໌ ນາເຊິນ​ນາລ​ແບັງ ອັອຟ ​ໂອ​ມາ​ຫາ (First National Bank of Omaha) ວັນທີ 23 ກຸມພາ 2018.

ພວກ​ນັກ​ເຄື່ອນ​ໄຫວ​ເພື່ອໃຫ້ມີການຄວບ​ຄຸມ​ປືນ​ໄດ້​ເພີ້​ມທະວີ​ການປຸກລະດົມທາງ
ທວິດ​ເຕີ້ ຮວມທັງ​ການ​ໃຊ້​ຄຳ​ເວົ້າຕໍ່​ຕ້ານ hastag #BoycottNRA ພ້ອມ​ດ້ວຍ​ການ​ໃຊ້
​ສື່​ສັງຄົມ ​ເພື່ອກົດ​ດັນ​ຢູ່​ໃນເວ​ທີ​ຕ່າງໆ ຮວມທັງ​ອາມາ​ຊອນ (Amazon) ​ເພື່ອ​ໃຫ້​ຍົກເລີກ
ຊ່ອງ​ວີ​ດີ​ໂອອອນ​ລາຍ NRATV ທີ່​ສະ​ເໜີ​ປືນແບບເປັນ​ມິດ ຊຶ່ງ​ເປັນ​ລາຍການທີ່​ຜະລິດ​ໂດຍອົງການ NRA.

​ໃນ​ວັນ​ພະຫັດຜ່ານ​ມາ​ນີ້ ຫົວໜ້າ​ບໍລິຫານອົງການ NRA ທ່ານ​ເວນ ລາ​ປີ​ຣແອຣ ​ໄດ້​ກ່າວ
​ຕໍ່ກອງ​ປະຊຸມ​ເອົາ​ບົດບາດ​ການ​ເມືອງຫຼື CPAC) ວ່າພວກ​ທີ່ສະໜັບສະ ໜູນຢາກໃຫ້ມີ
ການຄວບຄຸມປືນຢ່າງເຄັ່ງຄັດ ກຳ​ລັງ​ສວຍໃຊ້​ການ​ຍິງ​ສັງຫານຢູ່ທີ່​ລັດຟລໍຣິດາ​ໄປໃນ
ທາງ​ທີ່ບໍ່ຖືກຕ້ອງ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG