ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະ​ຫະ​ລັດ ໃຫ້​ການ​ຊ່ວ​ຍ​ເຫລືອ​ເພີ້ມ​ຕື່ມ ແກ່ຄວາມ​ປອດ​ໄພດ້ານ​ພົນ​ລະ​ເຮືອນ ​​ສຳ​ລັບຢູ​ເຄ​ຣນ


 ພວກ​ເຈົ້າ​ໜ້າ​ທ​ີ່​ຕຳ​ຫລວດລາດ​ຕະ​ເວນ​ຢຸດ​ລົດ ກ່ອນ​ໜ້າ​ເວ​ລາ​ຫ້າມ​ອອກນອກ​ບ້ານ ຢູ່​ຂົ​ງເຂດ​ໂດ​ແນັດ ທາງ​ພາກ​ຕາ​ເວັນ​ອອກຂອງປະ​ເທດ​ຢູ​ເຄ​ຣນ ວັນ​ທີ 23 ກໍ​ລະ​ກົດ 2022
ພວກ​ເຈົ້າ​ໜ້າ​ທ​ີ່​ຕຳ​ຫລວດລາດ​ຕະ​ເວນ​ຢຸດ​ລົດ ກ່ອນ​ໜ້າ​ເວ​ລາ​ຫ້າມ​ອອກນອກ​ບ້ານ ຢູ່​ຂົ​ງເຂດ​ໂດ​ແນັດ ທາງ​ພາກ​ຕາ​ເວັນ​ອອກຂອງປະ​ເທດ​ຢູ​ເຄ​ຣນ ວັນ​ທີ 23 ກໍ​ລະ​ກົດ 2022

ສະ​ຫະ​ລັດໝັ້ນ​ໝາຍ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫລືອແກ່​ຢູ​ເຄ​ຣນ​ອີກ 457.5 ລ້ານ​ໂດ​ລາ ສຳ​ລັບປະ​ຕິ​ບັດ​ກົດ​ໝາຍ ແລະ​ການ​ຊ່ວຍ​ເຫລືອ ດ້ານຄວາມ​ປອດ​ໄພພົນລະ​ເຮືອນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງເຄັນ ​ທີ່ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້.

ນັການ​ທູດ​ສູງ​ສຸດ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ວໍ​ຊິງ​ຕັນ ຄາດ​ວ່າ ​ການ​ຊ່ວຍ​ເຫລືອ ພ້ອມ​ດ້ວຍ 187 ລ້ານ​ໂດ​ລາ ທີ່​ໄດ້​ສົ່ງ​ໄປໃຫ້​ກິ​ຢິ​ບ​ ກ່ອນ​ໜ້ານີ້ ຈະ​ສຶບ​ຕໍ່​ໃຫ້​ການ​ຊ່ວຍ​ເຫລືອ​ແກ່​ຢູ​ເຄ​ຣນ ຂັບ​ໄລ່​ການ​ຮຸກ​ຮານ​ຂອງຣັດ​ເຊຍ ໃນ​ເຈັດ​ເດືອນ​ທີ່​ຜ່ານ​ມາ ແລະ​ໄດ້​ສົ່ງ​ເງິນ​ໄປ​ໃຫ້​ໂດຍ​ກົງ ​ແກ່​ອົງ​ການຕຳ​ຫລວດ​ແຫ່ງ​ຊາດ​ຂອງ​ຢູ​ເຄ​ຣນ ແລະອົງການ​ບໍ​ລິ​ການ​ຮັກ​ສາ​ຊາ​ຍ​ແດນ​ແຫ່ງ​ຊາດ.

ທ່າ​ນບ​ລິງ​ເ​ຄັນ ກ່າວ​ວ່າ “ການ​ຈັດ​ຫາ​ຂອງ​ພວກ​ເຮົາ​ສຳ​ລັບ​ອຸບ​ປະ​ກອນ​ປ້ອງ​ກັນ​ ໂຕ ອຸບ​ປະ​ກອນການ​ແພດ ແລະ​ລົດ​ຫຸ້​ມ​ເກາະ​ ໄດ້​ຊ່​ວຍ​ຫລຸດ​ຜ່ອນ​ການ​ເສຍ​ຊີ​ວິດ ​ຂອງພົນ​ລະ​ເຮືອນ​ຢູ​ເຄ​ຣນ ແລະ​ບັນ​ດາ​ຜູ້ໃຫ້​ການປ້ອງ​ກັນ.”

ເງິນ​ຈຳ​ນວນ​ໃໝ່​ສ່ວນ​ນຶ່ງ ທີ່​ທ່ານ​ໄດ້​ກ່າວ​ວ່າ ຈະ​ຊ່ວຍ​ໃຫ້​ຢູ​ເຄ​ຣນ​ສືບ​ຕໍ່​ໃນ​ການ​ສືບ​ສວນ ແລະ​ຈັບ​ກຸມ​ທະ​ຫານ​ຣັດ​ເຊຍ ​ຜູ້​ທີ່​ກໍ່​ໂທດ​ກຳ​ຕໍ່​ກຳ​ລັງທະ​ຫານ ​ແລະ​ພົນ​ລະ​ເຮືອນຊາວຢູ​ເຄ​ຣ​ນ ທີ່​ຫລາຍ​ພັນ​ຄົນ​ໄດ້​ເສຍ​ຊີ​ວິດ​ຢູ່​ໃນ​ສົງ​ຄາມ.

ທ່ານບ​ລິງເຄັນ ໄດ້​ກ່າວ​ຢູ່​ໃນ​ຄຳ​ປະ​ກາດ​ການ​ຊ່ວຍ​ເຫລືອ​ວ່າ “ສະ​ຫະ​ລັດ​ຢືນ​ຢູ່​ຄຽງ​ຂ້າງ​ກັບ​ປະ​ຊາ​ຊົນ​ຢູ​ເຄ​ຣນ ແລະ​ຍັງມີ​ຄວາມໝັ້ນ​ໝາຍທີ່​ຈະ​ໃຫ້ການ​ສະ​ໜັບ​ສະ​ໜູນ​ແກ່ ປະ​ຊາ​ທິ​ປະ​ໄຕ ເອກ​ກະ​ລາດ ແລະ​ອະ​ທິ​ປະ​ໄຕ​ຂອງ​ຢູ​ເຄ​ຣນ​.”

The U.S. is committing another $457.5 million in law enforcement and civilian security assistance to Ukraine, Secretary of State Antony Blinken said Monday.

The top U.S. diplomat said Washington expects the aid, along with $187 million sent to Kyiv earlier, will continue to help Ukraine fend off Russia's seven-month invasion and sends money directly to the National Police of Ukraine and the State Border Guard Service.

"Our provision of personal protective equipment, medical supplies, and armored vehicles has significantly reduced casualties for Ukrainian civilians and their defenders," Blinken said.

Some of the new money, he said, would help Ukraine to continue to investigate and prosecute Russian troops who have committed atrocities against Ukrainian forces and civilians, thousands of whom have been killed in the warfare.

"The United States stands side-by-side with the Ukrainian people and remains committed to supporting a democratic, independent and sovereign Ukraine," Blinken said in announcing the aid package.

XS
SM
MD
LG