ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ບົດ​ບາດ​ການ​ເປັນ​ຜູ້​ນຳ ​ດ້ານ​ອາ​ກາດ ຂອງ​ ສ​ຫລ ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ​​​​ຂະ​ນະ​ທີ່​ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ​ນຶ່ງ ຖອນ​ການ​ສະ​ໜັບ​ສະ​ໜຸນ


​ສະ​ມາ​ຊິກ​ສະ​ພາ​ສູງຟ​ໂຈ ແມນ​ຊິນ ຈາກ​ລັດ​ເວີ​ຈີ​ເນຍຕາ​ເວັນ​ຕົກ ລົມ​ກັບ​ພວກ​ນັກ​ຂ່າວ​ທີ່​ຫໍ​ລັດ​ຖະ​ສະ​ພາ​ສ​ະຫະ​ລັດ ເມື່ອ​ວັນ​ທີ 30 ກັນ​ຍາ2021.
​ສະ​ມາ​ຊິກ​ສະ​ພາ​ສູງຟ​ໂຈ ແມນ​ຊິນ ຈາກ​ລັດ​ເວີ​ຈີ​ເນຍຕາ​ເວັນ​ຕົກ ລົມ​ກັບ​ພວກ​ນັກ​ຂ່າວ​ທີ່​ຫໍ​ລັດ​ຖະ​ສະ​ພາ​ສ​ະຫະ​ລັດ ເມື່ອ​ວັນ​ທີ 30 ກັນ​ຍາ2021.

ເມື່ອລັດຖະບານຂອງທ່ານໄບເດັນແລະສະພາສູງພັກເດໂມແຄຣັດ ໄດ້ເປີດເຜີຍ ອົງ​ປະ​ກອບກ່ຽວກັບ​ຮ່າງກົດ​ໝາຍ ການປ່ຽນແປງທາງສະພາບອາກາດໃນການສ້າງພື້ນຖານທີ່ດີກວ່ານັ້ນ, ກຸ່ມນັກສິ່ງແວດລ້ອມຢູ່ໃນສະຫະລັດ ແລະໃນທົ່ວໂລກຕ່າງກໍພາກັນດີໃຈ. ​ຂໍ້​ສະ​ເໜີ​ການ​ລົງທຶນຢູ່ 555 ຕື້ໂດລາ ໃນດ້ານພະລັງ ງານໝູນວຽນ ແລະຄວາມພະຍາຍາມອື່ນໆທີ່ເປັນມິດຕໍ່ສະພາບ ອາກາດ ອັນຈະເປັນການລົງທຶນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ, ແລະມາພ້ອມກັບຄໍາໝັ້ນສັນຍາທີ່ອາເມຣິກາຈະຕ້ອງເປັນຜູ້ນໍາທາງໄປສູ່ສິ່ງແວດລ້ອມທີ່ດີກວ່າໃນອະນາຄົດ.

ໃນວັນອາທິດທີ່ຜ່ານມາ, ບົດບາດໃນການເປັນຜູ້ນໍານັ້ນ ເບິ່ງຄືວ່າຈະຖືກຍາດແຍ່ງເອົາໄປໂດຍທັນທີທັນໃດ, ເມື່ອສະ​ມາ​ຊິກ​ສະ​ພາ​ສູງ ໂຈ ແມນຊິນ ຈາກລັດເວີຈີເນຍຕາເວັນຕົກ ທີ່ສັງກັດພັກເດໂມແຄຣັດ ໄດ້ປະກາດວ່າ ທ່ານຈະບໍ່ສະໜັບສະໜຸນນະໂຍບາຍນີ້.

ທ່ານແມນຊິນ ໄດ້ສະແດງໃຫ້ເຫັນມາດົນແລ້ວວ່າ ທ່ານບໍ່ເຫັນດີໃນອົງປະກອບ ບາງຢ່າງ ຂອງນະໂຍບາຍດັ່ງ​ກ່າວ, ແຕ່ທ່ານກໍ່ໄດ້ມີການເຈລະຈາກັບສະມາຊິກຂອງພັກເດໂມແຄຣັດ ລວມເຖິງປະທານທທິບໍດີ ໄບເດັນ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ, ບັນດາເຈົ້າໜ້າທີ່ຂອງທໍານຽບຂາວ ຕ່າງກໍ່ສະແດງຄວາມບໍ່ພໍໃຈ ເປັນຢ່າງຍິ່ງຕໍ່ການປະກາດດັ່ງກ່າວຂອງທ່ານແມນຊິນ, ເຊິ່ງທ່ານ ແມນຊິນ ໄດ້ປາ ກົດໂຕຜ່ານລາຍ​ການໂທລະພາບ Sunday Morning, ໂດຍກ່າວວ່າ ການຖອນໂຕອອກຈາກການເປັນຜູ້ສະໜັບສະໜຸນຂອງທ່ານນັ້ນ ຖືເປັນການທໍລະຍົດຕໍ່ຄໍາໝັ້ນສັນຍາ ທີ່ທ່ານເຄີຍໃຫ້ກັບປະທານາທິບໍດີ.

ລັດເວີຈີເນຍ ຕາເວັນຕົກ ແມ່ນບ້ານເກີດຂອງ ທ່ານແມນຊິນ ໂດຍເພິ່ງພາອຸດສາຫະກໍາເຊື້ອ​ໄຟ​ທີ່​ມາ​ຈາກຊາກສັດແລະພືດດຶກດໍາບັນຢ່າງບໍ່ເປັນສັດສ່ວນສໍາລັບວຽກງານຕ່າງໆ ແລະພະລັງງານ. ເປົ້າໝາຍຫຼັກ ໃນອົງປະກອບດ້ານສະ ພາບອາກາດຂອງການດໍາເນີນງານທາງດ້ານພື້ນຖານທີ່ດີກວ່າ ຄືການສ້າງແຮງຈູງໃຈທາງດ້ານເສດຖະກິດສໍາລັບບັນດາບໍລິສັດພະລັງງານຂອງຊາວອາເມຣິກາ ໃນການຫັນປ່ຽນຈາກການນໍາໃຊ້ເຊື້ອ​ໄຟ​ທີ່​ມາຈາກຊາກສັດ ແລະພືດດຶກດໍາບັນ.

ການໃຊ້ຈ່າຍມູນຄ່າ 555 ຕື້ໂດລາໃນຮ່າງກົດໝາຍນັ້ນ ຖືວ່າມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ສະຫະລັດ ທີ່ຈະສາມາດບັນລຸວຽກງານລະດັບຊາດຕາມທີ່ໄດ້ກໍາໜົດໄວ້, ເຊິ່ງເປັນການຫຼຸດມົນລະພິດທີ່ສະຫະລັດໄດ້ໃຫ້ຄໍາໝັ້ນສັນຍາໄວ້ເມື່ອເຂົ້າຮ່ວມຂໍ້ຕົກລົງສັນຍາສະພາບອາກາດປາຣີ ໃນຊ່ວງຕົ້ນປີນີ້. ຄໍາໝັ້ນສັນຍານັ້ນ ແມ່ນການຫຼຸດການປ່ອຍມົນລະພິດທັງໝົດລົງໃນລະດັບລະຫວ່າງ 50 ເປີ ເຊັນ ແລະ 52 ເປີເຊັນ ຂອງປີ 2005 ພາຍໃນປີ 2030.

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG