ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ​​ອ້າງວ່າ ຕົນ​ມີ​ສິດ​ໃນ​ການ​ບັງ​ຄັບ​ ໃຫ້​ສັກ​ຢາ​ແກ່​ຄົນ​ທີ່​ເຮັດ​ວຽກ​ ໃນ​ບໍ​ລິ​ສັດ​ຂະ​ໜາດໃຫຍ່


ທ່ານ Alec Young (ກາງ​ໝູ່) ພະ​ນ​ັກ​ງານ​ໃນ​ບໍ​ລິ​ສັດ Bath Iron Works ເດີນ​ຂະ​ບວນ​ປະ​ທ້ວງ​ຕ້ານການ​ບັງ​ຄັບ​ໃຫ້ສັກວັກ​ຊີນກັນ COVID-19 ຢູ່ນອກ​ໂຮງ​ງານ​ສ້ອມ​ແປງ​ເຮືອ​ໃນ​ວັນ​ທີ 22 ຕຸ​ລາ, 2021 ໃນ​ເມືອງ Bath, ລັດ​ເມນ
ທ່ານ Alec Young (ກາງ​ໝູ່) ພະ​ນ​ັກ​ງານ​ໃນ​ບໍ​ລິ​ສັດ Bath Iron Works ເດີນ​ຂະ​ບວນ​ປະ​ທ້ວງ​ຕ້ານການ​ບັງ​ຄັບ​ໃຫ້ສັກວັກ​ຊີນກັນ COVID-19 ຢູ່ນອກ​ໂຮງ​ງານ​ສ້ອມ​ແປງ​ເຮືອ​ໃນ​ວັນ​ທີ 22 ຕຸ​ລາ, 2021 ໃນ​ເມືອງ Bath, ລັດ​ເມນ

​ລັດ​ຖະ​ບານ​ຂອງ​ທ່ານໄບ​ເດັນໃຫ້​ຂໍ້ໂຕ້ແຍ້ງວ່າ ຕົນມີອໍານາດທາງກົດຫມາ​ຍ ທີ່ຈະບັງຄັບໃຫ້ນາຍຈ້າງທີ່​ເປັນ​ບໍ​ລິ​ສັດຂະຫນາດໃຫຍ່ ຂອງ ສະຫະລັດບັງຄັບໃຫ້ຄົນງານ 84 ລ້ານຄົນຂອງເຂົາເຈົ້າ ໄດ້ຮັບການສັກຢາວັກ​ຊີນ ປ້ອງກັນໄວ​ຣັ​ສ​ໂຄ​ໂຣ​ນາພາຍໃນວັນທີ 4 ມັງກອນ, ຫຼືຖ້າບໍ່​ດັ່ງ​ນັ້ນກໍ​ໃຫ້ໃສ່ຫນ້າກາກປິດ​ປາກ​ຢູ່ໃນບ່ອນເຮັດວຽກ ແລະຍື່ນຜົນ​ກວດພະ​ຍາດ ໃນແຕ່​ລະອາທິດໃຫ້.

ສານອຸທອນຂອງສະຫະລັດໃນອາທິດທີ່ຜ່ານມາ ໄດ້ຂັດຂວາງລະ​ບຽບບັງຄັບ ຂອງປະທານາທິບໍດີໂຈ ໄບ​ເດັນ ເປັນການຊົ່ວຄາວ, ລໍຖ້າການດໍາເນີນການ ຂອງສານຕື່ມອີກ, ໂດຍທີ່ທົ່ວປະເທດຍັງ​ຮັກ​ສາດຳ​ລັດຂອງທ່ານທີ່ທ່ານກ່າວວ່າມີຈຸດປະສົງແນ​ໃສ່ສະກັດກັ້ນການລະບາດຂອງພະຍາດທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 750,000 ຄົນໃນສະຫະລັດ ຊຶ່ງ​ເປັນຈໍານວນຜູ້ເສຍຊີວິດຫຼາຍກວ່າປະເທດໃດໝົດ.

ຜູ້​ປົກ​ຄອງລັດທີ່​ມາ​ຈາກ​ພັກຣີພັບ​ບ​ຣິກັນ​ຫຼາຍ​ຄົນ​ໄດ້​ອອກ​ສຽງ​ຄັດຄ້ານ​ຕໍ່​ຄຳ​ສັ່ງ​ຂອງ​ປະທານາທິບໍດີ ທີ່​ມາ​ຈາກ​ພັກ​ເດ​ໂມ​ແຄຣັດ. ຜູ້​ປົກ​ຄອງລັດແລະນາຍຈ້າງ ບາງຄົນໄດ້ຍື່ນ​ຄຳຟ້ອງຮ້ອງເພື່ອສະກັດກັ້ນມັນ, ໂດຍອ້າງວ່າການບັງ​ຄັບ​ໃຫ້ສັກຢາວັກຊີນ ແລະການໃສ່ຫນ້າກາກ ແມ່ນຢູ່ນອກ​ເໜືອສິດອໍານາດ ຂອງລັດຖະ ບານ ທີ່​ຈະ​ເຮັດ​ໄດ້.​​ຄົນຢືນ​ຟັງການ​ກ່າວ​ຄຳ​ປາ​ໄສ​ຂອງ​ຜູ້​ນຳ​ໃນ​ການ​ປະ​ທ້ວງຕໍ່​ລະ​ບຽບບັງ​ຄັບໃໝ່​ທີ່ໃຫ້​ສັກຢາ​ວັກ​ຊິນໃນ​ນະ​ຄອນ Los Angeles, ລັດ​ຄາ​ລິ​ຟໍ​ເນຍ, 8 ພະ​ຈິກ, 2021

ແຕ່ໃນການຍື່ນເອກະສານ 28 ໜ້າ ໃນວັນຈັນຜ່ານ​ມາທີ່ສານອຸທອນ​ເຂດທີ 5 ນັ້ນ, ກະ​ຊວງຍຸຕິທຳໄດ້ໃຫ້​ຂໍ້ໂຕ້ແຍ້ງວ່າ ການຮັກສາເຮັດ​ໃຫ້​ກົດ​ລະ​ບຽບ​ບັງ​ຄັບນີ້ບໍ່​ໃຫ້ຖືກວາງ​ອອກ “ອາດຈະເຮັດໃຫ້​ຄົນເສຍຊີວິດຫຼາຍສິບຄົນ ຫຼືແມ່ນ​ແຕ່ຫຼາຍຮ້ອຍຄົນຕໍ່ມື້, ນອກນັ້ນ ​ຍັງ​ມີການເຂົ້າໂຮງໝໍເປັນຈຳນວນຫຼວງຫຼາຍ, ມີຜົນ​ກະ​ທົບ​ຕໍ່​ສຸ​ຂະ​ພາບ​ແບບຮ້າຍແຮງຢ່າງອື່ນ ແລະຄ່າໃຊ້ຈ່າຍຢ່າງມະ​ຫາ​ສານ​. ນັ້ນ​ແມ່ນ​ການ​ຮວມ​ເຂົ້າ​ມາ​ໃສ່ກັນ​ຂອງ​ຄວາມ​ເສຍ​ຫາຍໃນ​ອັນ​ດັບ​ສູງ​ສຸດ.”

ອົງການບໍລິຫານດ້ານຄວາມປອດໄພໃນ​ການ​ເຮັດ​ອາ​ຊີບ​ວຽກ​ງານແລະສຸຂະພາບ (OSHA) ຂອງລັດຖະບານທີ່​ຢູ່ພາຍໃຕ້ຄໍາສັ່ງຂອງທ່ານໄບ​ເດັນນັ້ນ ໄດ້ອອກຄໍາ ສັ່ງໃນອາທິດທີ່ຜ່ານມາ, ບັງຄັບໃຫ້ບໍລິສັດທີ່ມີພະນັກງານຢ່າງຫນ້ອຍ 100 ຄົນ ຮຽກຮ້ອງໃຫ້ຄົນງານ ທີ່ບໍ່ໄດ້ຮັບການສັກຢາປ້ອງກັນ ໃສ່ຫນ້າກາກໃນອາ​ຄານ ນັບຕັ້ງແຕ່ວັນທີ 5 ເດືອນທັນວາເປັນ​ຕົ້ນ​ໄປ ແລະໃຫ້​ໄປຮັບການສັກຢາວັກຊີນພາຍໃນນຶ່ງເດືອນຕໍ່ມາ ຫຼືຖ້າບໍ່​ດັ່ງ​ນັ້ນ​ກໍຕ້ອງໄດ້ຮັບການກວດພະ​ຍາດປະຈໍາອາທິດຢູ່ບ່ອນເຮັດວຽກ.

ທຳນຽບຂາວກ່າວໃນວັນຈັນຜ່ານ​ມາວ່າ ສິ່ງທ້າທາຍທາງກົດໝາຍຕໍ່ຄຳສັ່ງຂອງ ທຳນຽບຂາວ ແມ່ນເປັນເລື້ອງທຳມະດາ ແລະໄດ້ຮຽກຮ້ອງໃຫ້ນາຍຈ້າງບໍ່ໃຫ້ລໍ ຖ້າການຕັດສິນໃຈທາງກົດໝາຍຄັ້ງສຸດທ້າຍ ກ່ອນທີ່ຈະກຳນົດໃຫ້ຄົນງານຂອງເຂົາເຈົ້າໄດ້ຮັບການສັກຢາກັນພະຍາດ ດັ່ງທີ່ບໍລິສັດທີ່ມີຊື່ສຽງຫຼາຍແຫ່ງ ໄດ້ເຮັດມາແລ້ວ.

ແມ່​ຍິງ​ຄົນ​ນຶ່ງ​ຖື​ປ້າຍ​ຄັດ​ຄ້ານ​ການ​ບັງ​ຄັບ​ໃຫ້​ສັກ​ຢາ​ວັກ​ຊີນ​ກັນ COVID-19 ຢູ່​ທີ່ງານ​ໂຮມ​ຊຸມ​ນຸມ "Rise Against Tyranny"ໃນ​ນະ​ຄອນບ​ັອ​ສ​ຕັນ, ລັດ​ແມ​ສ​ຊາ​ຈູ​ແຊັ​ສ, ວັນ​ທີ 7 ພະ​ຈິກ, 2021
ແມ່​ຍິງ​ຄົນ​ນຶ່ງ​ຖື​ປ້າຍ​ຄັດ​ຄ້ານ​ການ​ບັງ​ຄັບ​ໃຫ້​ສັກ​ຢາ​ວັກ​ຊີນ​ກັນ COVID-19 ຢູ່​ທີ່ງານ​ໂຮມ​ຊຸມ​ນຸມ "Rise Against Tyranny"ໃນ​ນະ​ຄອນບ​ັອ​ສ​ຕັນ, ລັດ​ແມ​ສ​ຊາ​ຈູ​ແຊັ​ສ, ວັນ​ທີ 7 ພະ​ຈິກ, 2021

ຜູ້ພິພາກສາລັດຖະບານກາງໃນລັດເທັກ​ຊັ​ສໄດ້ຕັດສິນໃນວັນຈັນຜ່ານ​ມາວ່າ ບໍ​ລິ​ສັດ​ການ​ບິນ United Airlines ເຊິ່ງເປັນສາຍການບິນທີ່ໃຫຍ່ທີ່ສຸດຂອງສະຫະ ລັດ, ສາມາດເຮັດໃຫ້ຄົນງານທີ່ບໍ່ໄດ້ຮັບການສັກຢາປ້ອງກັນພະ​ຍາດນີ້ ພັກການ​ໂດຍທີ່ບໍ່ໄດ້ຮັບຄ່າຈ້າງ, ເຖິງແມ່ນວ່າສາຍການບິນນັ້ນໄດ້ໃຫ້ການຍົກເວັ້ນຍ້ອນ​ ເຫດ​ຜົນທາງສຸ​ຂະ​ພາບ ຫຼືທາງສາສະຫນາແລ້ວ​ກໍ​ຕາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG