ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ສົ່ງກຳປັ່ນລົບ ແລ່ນຜ່ານ ໃກ້ໝູ່ເກາະ Paracel ທີ່ຈີນຄວບຄຸມ ໃນທະເລຈີນໃຕ້


ແຜນທີ່ໝູ່ເກາະ Paracel ໃນທະເລຈີນໃຕ້.
ແຜນທີ່ໝູ່ເກາະ Paracel ໃນທະເລຈີນໃຕ້.

ກຳ​ປັ່ນ​ລົບ​ສະຫະລັດ​ລໍ​ານຶ່ງ ​ໄດ້​ແລ່ນຜ່ານນ່ານນໍ້າ ​ທີ່​ຈີນ​ໄດ້​ອ້າງ​ເອົາ​ກຳມະສິດ​ຢູ່​ໃກ້​ກັບ ໝູ່​ເກາະ ທີ່​ເປັນ​ບັນຫາໂຕ້​ຖຽງ​ກັນ​ໃນ​ທະ​ເລ​ຈີນ​ໃຕ້ ​ເພື່ອໂຕ້​ຕອບ​ຕໍ່ອັນ​ ທີ່ວໍຊິງ​ຕັນ ກ່າວ ​ວ່າ​ ​ເປັນຄວາມພະຍາຍາມ​ຂອງ​ປັກ​ກິ່ງ ທີ່​ຈະ​ຈຳກັດເສລີ​ພາບໃນການ​ເດີນ​ເຮືອ​.

ຈີນ​ໄດ້​ປະນາມການເຄື່ອນ​ໄຫວ ຊຶ່ງ​ມີ​ຂຶ້ນ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ​ໂດຍ​ຮ້ອງ​ວ່າ “​ເປັນ​ການທ້າ​ທາຍ” ​ແລະ “ການ​ກະທຳທີ່ຜິດ​ກົດໝາຍ​ຢ່າງ​ຮ້າຍ​ແຮງ.”

​ໂຄສົກ​ກະຊວງ​ປ້ອງກັນ​ປະ​ເທດຂອງສະຫະລັດ ກ່າວ​ວ່າ ​ເຮືອ​ພິຄາດ USS Decatur​ໄດ້​ແລ່ນຜ່ານໄປໃກ້​ກັບໝູ່​ເກາະ Paracel ຊຶ່ງ​ເປັນ “ການ​ປະຕິບັດ​ງານຕາມ​ປົກກະຕິຢ່າງ ຖືກ​ຕ້ອງຕາມກົດໝາຍ” ​ໃນ​ວັນ​ສຸ​ກວານ​ນີ້ ​ໂດຍທ້າ​ທາຍຕໍ່​ການ​ “ອ້າງກຳມະສິດ​ທາງ​ທະ​ເລ​ເກີນ​ຂອບ​ເຂດ" ຂອງ​ຈີນ. ທ່ານ​ໄດ້​ກ່າວ​ວ່າ ກຳ​ປັ່ນລົບສະຫະລັດ​ບໍ່​ໄດ້​ແລ່ນ​ເຂົ້າໃກ້ ​ໃນ​ລັດສະໝີ​ 22.22 ກິ​ໂລ​ແມັດ ທີ່​ກົດໝາຍ​ສາກົນ​ຈຳກັດ​ສຳລັບ​ໝູ່​ເກາະຊຶ່ງຄວບ​ຄຸມ​ໂດຍ​ຈີນ ​ແຕ່​ກໍມີ​ການ​ອ້າງເອົາ​ກຳມະສິດ​ໂດ​ຍຫວຽດນາມ ​ແລະ​ໄຕ້​ຫວັນ ນຳ​ດ້ວຍ.

ຈີນ​ບໍ່​ຮັບ​ຮູ້​ຂີດ​ຈຳກັດ​ຂອງ​ເຂດ​ນໍ້າ​ແດນ​ດິນ ​ແລະໄດ້​ກ່າວ​ຫາ​ສະຫະລັດວ່າ ​ເປັນ “ຜູ້​ສ້າງ​ບັນຫາ” ຢູ່່​ໃນ​ຂົງ​ເຂດ. ການ​ປະຕິ​ບັດ​ງານ​ຂອງ​ກຳ​ປັ່ນ​ລົບ​ສະຫະລັດ​ແມ່ນ​ໄດ້ຮັບ​ການ ເຕືອນ​ຈາກ​ກຳ​ປັ່ນ​ລົບຈີນ ​ທີ່​ຕິດຕາມ​ກຳ​ປັ່ນ Decatur ​ໂດຍສັ່ງ​ໃຫ້​ກຳ​ປັ່ນ​ສະຫະລັດ ​ແລ່ນ​ອອກໄປຈາກ​ເຂດ​ດັ່ງ​ກ່າວ.

ມາ​ຮອດ​ປັດຈຸບັນ​ນີ້ ກອງທັບ​ເຮືອ​ສະຫະລັດ ​ໄດ້​ປະຕິບັດ​ງານກ່ຽວ​ກັບ “​ເສລີ​ພາບ​ໃນ​ການ​ເດີນ​ເຮືອ​ທາງ​ທະ​ເລ” ມາ​ສີ່​ເທື່ອ​ແລ້ວ ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ຢູ່​ໃນຫລາຍໆ​ເຂດຂອງ
​ທະ​ເລ​ຈີນ​ໃຕ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG