ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານທ້າຍປີ: ສະຫະລັດ ແລະ ຈີນ ພະຍາຍາມ ຜ່ອນຄາຍຄວາມເຄັ່ງຕຶງ ໃນຂະນະທີ່ໄຕ້ຫວັນ ຍັງຄົງເປັນຈຸດທີ່ຮ້ອນແຮງ


ເຊີນຮັບຊົມ ກ່ຽວກັບສະຫະລັດ ແລະ ຈີນ ພະຍາຍາມຜ່ອນຄາຍຄວາມເຄັ່ງຕຶງ ໃນຂະນະທີ່ໄຕ້ຫວັນ ຍັງຄົງເປັນຈຸດທີ່ຮ້ອນແຮງ.

ປີ​ທີ່​ວຸ້ນວາຍສັບສົນ​ໃນ​ສາຍພົວພັນ​ລະຫວ່າງ​ສະຫະລັດ ​ແລະ​ຈີນ ​ໄດ້​ສິ້ນ​ສຸດ​ລົງ​ດ້ວຍການ​ເຈລະຈາ​ລະຫວ່າງ​ຜູ້ນຳ​ຂອງສອງ​ປະ​ເທດ ​ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ APEC ທີ່​ນະຄອນ ແຊນ ແຟຣນຊິສໂກ ​ໃນ​ເດືອນ​ພະຈິກ. ຢູ່ທີ່ນັ້ນ, ທ່ານ ສີ ຈິ້ນຜິງ ໄດ້ກ່າວຕໍ່ປະທານາທິບໍດີ ໂຈ ໄບເດັນ ວ່າ ໄຕ້ຫວັນເປັນບັນຫາທີ່ລະອຽດອ່ອນທີ່ສຸດໃນສາຍພົວພັນສອງຝ່າຍຂອງພວກເຂົາ. ຫົວໜ້າ​ນັກຂ່າວ VOA ປະຈຳກະຊວງການຕ່າງປະເທດ ໄນກີ້ ຊິງ (Nike Ching) ມີ​ລາຍ​ງານ​ກ່ຽວ​ກັບ ສາຍ​ພົວພັນ​ລະຫວ່າງ ​ບັນດາປະ​ເທດ​ມະຫາ​ອຳນາດດັ່ງກ່າວ.

ການຍ່າງຢູ່ໃນບ້ານພັກ ແລະສວນຟີໂລລີ (Filoli Estate).

ປະທານາທິບໍດີ​ສະຫະລັດ ທ່ານ ໂຈ ໄບເດັນ ​ແລະ ​ປະທານ​ປະ​ເທດ​ຈີນ ​ທ່ານ ສີ ຈິ້ນຜິງ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັນ ແບບເຊິ່ງໜ້າ ເປັນເວລາ 4 ຊົ່ວ​ໂມງ​ ໃນ​ເດືອນ​ແລ້ວ​ນີ້ ​ຢູ່ນອກ​ກອງ​ປະຊຸມ​ສຸດ​ຍອດ APEC.

ຜູ້​ນໍາ​ທັງສອງ​ທ່ານ ​ໄດ້​ຕົກ​ລົງ​ ທີ່​ຈະ​ຟື້ນ​ຟູ​ການສື່ສານແບບກອງທັບຕໍ່ກອງທັບ ຄືນ ​ເພື່ອ​ປ້ອງ​ກັນ​ການປະເມີນການທີ່​ຜິດ​ພາດ ​ແລະ​ເລີ່ມ​ຕົ້ນ​ການ​ເຈລະ​ຈາ ​ຄືນ​ໃຫມ່​ ເພື່ອ​ແກ້​ໄຂ​ວິ​ກິດ​ການຢາເຟນຕານອລ ຂອງ​ອາ​ເມຣິ​ກາ​.

ການຮັບ​ປະ​ກັນສັນຕິພາບ ​ແລະ​ສະ​ຖຽນ​ລະ​ພາບ ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ ກໍຖືເປັນວາລະທີ່ສຳຄັນ​ເຊັ່ນກັນ. ອີງຕາມ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງສະຫະລັດແລ້ວ, ທ່ານ ສີ ​ໄດ້​ໃຫ້​ສັນຍານ​ວ່າ ຈີນ​ບໍ່​ໄດ້​ກະກຽມສຳລັບ​ການຮຸກຮານໄຕ້​ຫວັນ ຄັ້ງໃຫຍ່.

​ເຖິງ​ແມ່ນວ່າ​ຈະ​ມີຄຳໝັ້ນສັນຍານີ້, ​ແຕ່​ຈີນ​ ກໍກຳລັງ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ ​ໃກ້ກັບ​ຊ່ອງ​ແຄບ​ໄຕ້​ຫວັນ.

ສະຫະລັດ​ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບການ​ແຊກ​ແຊງ​ຂອງ​ຈີນ​ ​ຜ່ານ​ການ​ບີບ​ບັງຄັບ​ທາງດ້ານ​ການ​ທະຫານ, ​ໃນ​ຂະນະ​ທີ່​ໄຕ້​ຫວັນ ​ກະກຽມສຳລັບ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ເດືອນ​ມັງກອນ​ປີ 2024.

ທ່ານ​ໄບ​ເດັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ຫລັງ​ຈາກ​ການ​ພົບ​ປະ​ກັບ​ທ່ານ ສີ​ ຈິ້ນ​ຜິ​ງ ວ່າ ​ທ່ານ​ຈະ “ເຊື່ອ​ແຕ່ກໍຕ້ອງກວດສອບ” ​ສິ່ງທີ່ໄດ້ເວົ້າກັນໃນລະຫວ່າງ​ການ​ພົບ​ປະ.

ໂດຍປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວວ່າ:

“ຂ້າພະເຈົ້າປະກາດຢ່າງຈະແຈ້ງວ່າ ຂ້າພະເຈົ້າບໍ່ໄດ້ຄາດຫວັງວ່າຈະມີການແຊກແຊງໃດໆ ເລີຍ. ແລະພວກເຮົາ ມີການສົນທະນານັ້ນ ໃນຂະນະທີ່ລາວກຳລັງຈະອອກໄປ. ຟັງເດີ, ຂ້າພະເຈົ້າເຊື່ອຫຼືບໍຫັ້ນຫວາ? ຄືທີ່ພວກທ່ານຮູ້ຫັ້ນແຫລະ, ຂ້າພະເຈົ້າ "ເຊື່ອແຕ່ກໍຕ້ອງກວດສອບ," ຄຳສຸພາສິດໂບຮານກໍກ່າວໄວ້ແບບນັ້ນ.

ພັກກອມມູນິສຈີນບໍ່ເຄີຍປົກຄອງໄຕ້ຫວັນ ແຕ່ອ້າງອຳນາດອະທິປະໄຕຕໍ່ລະບອບປະຊາທິປະໄຕທີ່ປົກຄອງຕົນເອງດັ່ງກ່າວ, ເຊິ່ງໄດ້ກາຍເປັນບ້ານໃຫ້ແກ່ຜູ້ນໍາຈີນຊາດນິຍົມທີ່ໄດ້ຮັບຄວາມພ່າຍແພ້ໃນປີ 1949. ປັກກິ່ງໃຫ້ຄຳໝັ້ນສັນຍາວ່າຈະຍຶດເອົາເກາະດັ່ງກ່າວ ໃຫ້ມາຢູ່ພາຍໃຕ້ການຄວບຄຸມຂອງຕົນ ເຖິງແມ່ນວ່າຈະຕ້ອງໃຊ້ກຳລັງກໍຕາມ. ນອກຈາກ​ນີ້​ຍັງ​ຄັດຄ້ານ ​ວໍ​ຊິງ​ຕັນໃນການ​ສະໜອງ​ອຸປະກອນ​ປ້ອງ​ກັນ​ປະ​ເທດ​ໃຫ້​ໄທ​ເປອີກດ້ວຍ.

ທ່ານ ຫວູ ຈ້ຽນ (Wu Qian) ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ກ່າວ​ວ່າ:

"ຄວາມ​ໝັ້ນຄົງ​ຂອງ​ໄຕ້​ຫວັນ ​ແມ່ນ​ຂຶ້ນຢູ່​ກັບ​ການ​ພັດ​ທະ​ນາ​ຄວາມສຳພັນ​ຂ້າມ​ຊ່ອງ​ແຄບແບບສັນຕິ ແທນ​ທີ່​ຈະ​ເປັນ​ອາ​ວຸດບໍ່ເທົ່າໃດອັນ ​ທີ່ຜະລິດໂດຍ​ສະ​ຫະ​ລັດ​."

ນັບ​ແຕ່ສະຫະລັດ ໄດ້​ປ່ຽນ​ການ​ຮັບ​ຮູ້​ທາງ​ການ​ທູດ​ຂອງຕົນຈາກ​ລັດຖະບານ​ໄທ​ເປມາເປັນ​ປັກ​ກິ່ງ​ໃນ​ປີ 1979, ວໍ​ຊິງ​ຕັນ​ໄດ້ຢືນຢັນ​ວ່າທັງ​ສອງ​ຝ່າຍ​ ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ່ງທາງ​ດ້ານ​ການ​ເມືອງ​ໂດຍ​ສັນຕິ.

ນັກວິ​ເຄາະ​ເຊື່ອ​ວ່າ​ທັງ​ສະຫະລັດ​ ແລະ​ຈີນ ​ຕ້ອງການ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ, ​ແຕ່​ຄວາມ​ທ້າ​ທາຍ​ຂັ້ນພື້ນຖານ​ກໍຍັງ​ຄົງມີ​ຢູ່.

ທ່ານ ບອນນີ ລິນ (Bonny Lin) ເປັນ​ຜູ້​ອໍານວຍ​ການ​ໂຄງການ​ພະລັງງານ​ຂອງ​ຈີນ ​ຢູ່​ທີ່ສູນກາງການສຶກສາແຜນຍຸດທະສາດ ແລະ ສາ​ກົນ. ທ່ານນາງໄດ້ກ່າວຕໍ່ວີໂອເອຜ່ານທາງ Zoom ວ່າ:

“​ທັງນີ້​ກໍ​ຍ້ອນ​ວ່າ ​ບໍ່​ມີ​ບັນຫາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ທີ່​ໜັກໜ່ວງ ​ຫຼື​ບັນຫາ​ທ້າ​ທາຍ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ ລະຫວ່າງທັງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ແກ້​ໄຂ, ແລະ ເຮົາບໍ່ເຄີຍ​ເຫັນແມ້ແຕ່ການຍິນຍອມ ​ຫຼື​ການ​ປ່ຽນ​ແປງ​ທີ່ສຳຄັນໃດໆ ຈາກທັງ​ສອງ​ຝ່າຍ. ເຊິ່ງລວມທັງ, ຍົກຕົວຢ່າງ, ໄຕ້ຫວັນ ເຊິ່ງເປັນສິ່ງທີ່ກຳລັງເກີດຂຶ້ນຢູ່ໃນທະເລຈີນໃຕ້. ມັນຍັງລວມເຖິງບັນຫາການຄ້າທີ່ສໍາຄັນບາງບັນຫາ ທີ່ທັງສອງຝ່າຍມີຕໍ່ກັນ."

ໄຕ້​ຫວັນ​ປະ​ເມີນ​ວ່າ ການຮຸກຮານຄັ້ງ​ໃຫຍ່​ຂອງ​ຈີນ ​ ​ເບິ່ງ​ຄື​ວ່າຈະບໍ່ເກີດຂຶ້ນໃນ​ຕອນນີ້, ຫຼັງ​ຈາກ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳສະຫະລັດ ​ແລະຜູ້ນຳ​ຈີນ. ຈີນບໍ່ໄດ້ນໍາໃຊ້​ທາງ​ເລືອກແບບສັນຕິໃນການຮວມຊາດ ຈົນໝົດ ​ແລະກຳລັງ​ລໍຖ້າ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ມັງກອນ​ຂອງ​ໄຕ້​ຫວັນ​ ກ່ອນ​ທີ່​ຈະ​ຕັດສິນ​ໃຈດຳເນີນການເຄື່ອນໄຫວຄັ້ງຕໍ່ໄປ, ອີງຕາມການກ່າວຂອງ​ທ່ານນາງ ລິນ ​ແລະ​ນັກວິ​ເຄາະທ່ານ​ອື່ນໆ.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

A turbulent year in U.S. and China relations culminated in talks between the country’s two leaders on the sidelines of the APEC summit in San Francisco in November. There, Xi Jinping told President Joe Biden that Taiwan is the most sensitive issue in their bilateral ties. VOA State Department Bureau Chief Nike Ching reports on how the island factors into relations between the superpowers.

A walk in the Filoli Estate and Gardens.

U.S. President Joe Biden and Chinese President Xi Jinping held four hours of face-to-face talks last month on the sidelines of the APEC summit.

The two leaders agreed to resume military to military communication to prevent miscalculation and to restart talks to address America’s fentanyl crisis.

Ensuring peace and stability in the Taiwan Strait also was high on the agenda. According to a high-level U.S. official, Xi signaled that China is not preparing for a massive invasion of Taiwan.

Despite this pledge, China is escalating military activities near the Taiwan Strait.

The United States has voiced concerns about any Chinese interference through military coercion, as Taiwan prepares for a presidential election in January 2024.

Biden told reporters after his meeting with Xi that he would “trust but verify” what was said during the meeting.

Joe Biden, U.S. President:

“I made it clear: I didn't expect any interference, any at all. And we had that discussion as -- as he was leaving. Look, do I trust? You know, I “trust but verify,” as the old saying goes.”

The Chinese Communist Party has never ruled Taiwan but claims sovereignty over the self-governed democracy, which became home to the defeated Nationalist Chinese leadership in 1949. Beijing vows to bring the island under its control even by force. It also opposes Washington providing defense equipment to Taipei.

Wu Qian is spokesperson of China’s Ministry of National Defense:

“Taiwan’s security depends on the peaceful development of the cross-strait relations instead of a few pieces of U.S.-made weapons.”

Since the U.S. switched its diplomatic recognition from the government of Taipei to Beijing in 1979, Washington has insisted that the two sides should resolve their political disputes peacefully.

Analysts believe both the United States and China want to ease tensions, but fundamental challenges persist.

Bonny Lin is director of the China Power Project at the Center for Strategic and International Studies. She spoke to VOA via Zoom:

“This is because none of the hard national security issues or the most difficult challenging issues between the two countries have been resolved, nor have we seen any major concessions or changes by either side. This includes, for example, Taiwan, what's happening in the South China Sea. It also includes some of the major trade issues that both sides have with each other.”

Taiwan has assessed that a large-scale Chinese invasion seems unlikely at present, following the meeting between U.S. and Chinese leaders. China believes it has not exhausted peaceful options for unification and is awaiting the result of Taiwan's January election before deciding its next move, according to Lin and other analysts.

XS
SM
MD
LG