ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ໄດ້ປຽບ ດຸນການຄ້າ ກັບ ສະຫະລັດ ເພີ້ມຂຶ້ນ ໃນເດືອນແລ້ວ


ພາບຖ່າຍໃນໃນວັນທີ 9 ພຶດສະພາ, 2018 ສະແດງໃຫ້ເຫັນວ່າ ມີຄອນເທັນເນີ ສົ່ງສິນຄ້າມາຈາກຈີນ ກອງກັນຂຶ້ນ ຢູ່ທີ່ສາງສໍາລັບຄອນເທນເນີ ພອລ ດັບເບີນຢູ ຄອນລີ (Paul W. Conley) ໃນນະຄອນບອສຕັນ, ລັດແມັດຊາຈູເຊັດ
ພາບຖ່າຍໃນໃນວັນທີ 9 ພຶດສະພາ, 2018 ສະແດງໃຫ້ເຫັນວ່າ ມີຄອນເທັນເນີ ສົ່ງສິນຄ້າມາຈາກຈີນ ກອງກັນຂຶ້ນ ຢູ່ທີ່ສາງສໍາລັບຄອນເທນເນີ ພອລ ດັບເບີນຢູ ຄອນລີ (Paul W. Conley) ໃນນະຄອນບອສຕັນ, ລັດແມັດຊາຈູເຊັດ

ມູນຄ່າໄດ້ປຽບດຸນການຄ້າຂອງຈີນ ກັບສະຫະລັດໄດ້ເພີ້ມຂຶ້ນເຖິງ 24.58 ຕື້ໂດລາ ໃນເດືອນພຶດສະພາທີ່ຜ່ານມາ, ຊຶ່ງເປັນການເພີ້ມຂຶ້ນ ຈາກ 22.15 ຕື້ໂດລາ ໃນ
ເດືອນເມສາ, ອີງຕາມຂໍ້ມູນຂອງພາສີຈີນ ທີ່ພິມເຜີຍແຜ່ໃນວັນສຸກມື້ນີ້.

ການສົ່ງອອກຂອງຈີນໃນເດືອນພຶດສະພາທີ່ຜ່ານມາ ແມ່ນ 12.6 ເປີເຊັນ ຊຶ່ງຫລຸດລົງ
ໜ້ອຍນຶ່ງເມື່ອທຽບກັບ 12.9 ເປີເຊັນ ໃນເດືອນເມສາ, ແຕ່ວ່າ ມັນກໍຍັງເປັນອັດຕາທີ່
ສູງກວ່າ 10 ເປີເຊັນ ທີ່ບັນດານັກເສດຖະສານທັງຫລາຍໄດ້ຄາດຄະເນໄວ້ ຢູ່ໃນການ
ສໍາຫຼວດທີ່ດໍາເນີນໂດຍອົງການຂ່າວຣອຍເຕີ (Reuters).

ການນໍາເຂົ້າສິນຄ້າຂອງຈີນກໍເພີ້ມຂຶ້ນເຊັ່ນກັນເມື່ອທຽບໃສ່ເດືອນພຶດສະພາປີກາຍນີ້,
ຊຶ່ງເພີ້ມຂຶ້ນໃນອັດຕາ 26 ເປີເຊັນ.

ສໍາລັບທັງຫ້າເດືອນທໍາອິດຂອງປີນີ້ ມູນຄ່າໄດ້ປຽບດຸນການຄ້າຂອງຈີນກັບສະຫະລັດ ແມ່ນລວມເປັນ 104.85 ຕື້ໂດລາ.

ທັງສອງປະເທດຕ່າງກໍນາບຂູ່ຕໍ່ກັນວ່າ ຈະຂຶ້ນອັດຕາພາສີຕໍ່ສິນຄ້ານໍາເຂົ້າຈາກກັນ
ແລະ ກັນໃນມູນຄ່າສູງເຖິງ 150 ຕື້ໂດລາ ໃນຂະນະທີ່ປະທານາທິບໍດີດໍໂນລ ທຣໍາ
ໄດ້ຮຽກຮ້ອງໃຫ້ປັກກິ່ງ ເປີດເສດຖະກິດຂອງຕົນຫລາຍເພີ້ມຂຶ້ນ ແລະໃຫ້ແກ້ໄຂການ
ໄດ້ ປຽບດຸນການຄ້າ ທີ່ມີຢ່າງຫລວງຫລາຍກັບສະຫະລັດ.

ໃນຕົ້ນອາທິດນີ້ ຈີນເຕືອນສະຫະລັດວ່າ ທຸກສັນຍາການຄ້າ ແລະທຸລະກິດໃດໆ ລະ
ຫວ່າງສອງປະເທດທີ່ມີຢູ່ “ຈະບໍ່ມີຜົນບັງຄັບໃຊ້” ຖ້າຫາກວ່າ ການນາບຂູ່ຂອງທ່ານ
ທຣໍາ ທີ່ຈະຂຶ້ນພາສີ ແລະການເອົາມາດຕະການອື່ນຕໍ່ສິນຄ້າຂອງຈີນໄດ້ຮັບການຈັດ
ຕັ້ງປະຕິບັດ.

ຄໍາເຕືອນດັ່ງກ່າວ ມີຂຶ້ນພາຍຫລັງທີ່ລັດຖະມົນຕີກະຊວງການຄ້າສະຫະລັດ, ທ່ານ ວີລ
ເບີ ຣອສ (Wilbur Ross) ແລະຮອງນາຍົກລັດຖະມົນຕີຈີນ, ທ່ານ ລີວ ເຮ (Liu He)
ສິ້ນສຸດການພົບປະເຈລະຈາກັນທີ່ດໍາເນີນໄປເປັນເວລາ 2 ວັນ ຢູ່ນະຄອນຫຼວງປັກກິ່ງ ຊຶ່ງແນໃສ່ເພື່ອແກ້ໄຂຂໍ້ຂັດແຍ້ງທາງການຄ້າ ທີ່ຄ່ອຍໆສ້າງຄວາມຂຸ່ນເຄືອງໃຫ້ກັນແລະ
ກັນຢູ່ນັ້ນຊຶ່ງໃນນັ້ນຈີນໃຫ້ສັນຍາວ່າຈະເຮັດໃຫ້ມີການໄດ້ປຽບດຸນການຄ້າຫລຸດລົງ.

ໃນອາທິດແລ້ວນີ້ ທໍານຽບຂາວໄດ້ທໍາການນາບຂູ່ຄືນໃໝ່ອີກວ່າ ຈະຂຶ້ນພາສີຕໍ່ສິນ
ຄ້າທີ່ກ່ຽວຂ້ອງກັບເທັກໂນໂລຈີ ທີ່ນໍາເຂົ້າມາຈາກຈີນໃນມູນຄ່າ 50 ຕື້ໂດລາ ຈຶ່ງພາ
ໃຫ້ເກີດຂໍ້ຂັດແຍ້ງດັ່ງກ່າວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG