ສະຫະລັດ ແລະ ຈີນ ແມ່ນກຳນົດທີ່ຈະເຊັນຂໍ້ຕົກລົງການຄ້າເບື້ອງຕົ້ນໃນວັນພຸດມື້ນີ້ ເພື່ອແກ້ໄຂບາງບັນຫາທີ່ເປັນສູນກາງຂອງການປະເຊີນໜ້າກັນດ້ານເສດຖະກິດ ທີ່ໄດ້ມີມາລະຫວ່າງສອງເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ສຳລັບ 18 ເດືອນທີ່ຜ່ານມາ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະຕ້ອນຮັບຮອງນາຍົກລັດຖະມົນຕີ ຈີນ ທ່ານ ຫຼິວ ເຮ ສຳລັບພິທີເຊັນສັນຍາຢູ່ທຳນຽບຂາວ.
ທັງສອງຝ່າຍໄດ້ຕົກລົງກັນຕໍ່ສິ່ງທີ່ເຂົາເຈົ້າເອີ້ນວ່າ ເປັນຂໍ້ຕົກລົງໄລຍະທີ 1 ໃນກາງເດືອນທັນວາປີກາຍນີ້.
ມັນຈະຮຽກຮ້ອງໃຫ້ ຈີນ ເພີ່ມການຊື້ສິນຄ້າຂອງ ສະຫະລັດ, ຢຸດການກະທຳ ກ່ຽວກັບ ການບັງຄັບບັນດາບໍລິສັດຕ່າງປະເທດໃຫ້ໂອນເທັກໂນໂລຈີ, ແລະ ບໍ່ໃຫ້ປ່ຽນແປງສະກຸນເງິນຂອງເຂົາເຈົ້າ ເພື່ອທີ່ຈະເຮັດໃຫ້ການສົ່ງອອກຂອງເຂົາເຈົ້າມີລາຄາຖືກລົງ.
ສະຫະລັດ ແມ່ນໄດ້ຖອນ ຈີນ ອອກຈາກການເປັນຜູ້ປ່ຽນແປງສະກຸນເງິນແລ້ວ, ແລະ ພາຍໃຕ້ຂໍ້ຕົກລົງການຄ້າ ເຂົາເຈົ້າໄດ້ຢຸດແຜນການຕ່າງໆເພື່ອເພີ່ມພາສີໃໝ່ຕໍ່ສິນຄ້າ ຈີນ ມູນຄ່າຫຼາຍພັນລ້ານໂດລາ, ໃນຂະນະທີ່ຕັດພາສີສິນຄ້າ ຈີນ ລົງເຄິ່ງນຶ່ງປະມານ 110 ຕື້ໂດລາ.
ພາສີ ສະຫະລັດ ຕໍ່ສິນຄ້ານຳເຂົ້າຈາກ ຈີນ ປະມານ 360 ຕື້ໂດລາແມ່ນຍັງຈະຄົງຢູ່ຄືເກົ່າ.
ຂໍ້ຕົກລົງດັ່ງກ່າວບໍ່ໄດ້ແກ້ໄຂການສົງເຄາະເງິນ ຕໍ່ບັນດາບໍລິສັດທີ່ລັດຖະບານ ຈີນ ເປັນເຈົ້າຂອງ, ເຊິ່ງແມ່ນບັນຫາທີ່ມີຄວາມເປັນໄປໄດ້ວ່າ ຈະຖືກປຶກສາຫາລື ໃນການເຈລະຈາກການຄ້າໄລຍະຕໍ່ໄປ.
ການເຈລະຈາເພີ່ມເຕີມແມ່ນບໍ່ຄາດວ່າຈະເກີດຂຶ້ນໃນໄວໆນີ້.
ທ່ານ ເອັດເຫວີດ ອາລເດັນ, ນັກວິຊາການອາວຸໂສຈາກສະພາ ກ່ຽວກັບ ການພົວພັນຕ່າງປະເທດໄດ້ກ່າວຕໍ່ ວີໂອເອວ່າ “ຂ້າພະເຈົ້າຄິດວ່າທັງສອງຝ່າຍແມ່ນມີຄວາມຍິນດີຫຼາຍພໍ ກັບການຕົກລົງນີ້ ເຖິງແມ່ນວ່າ ມັນບໍ່ໄດ້ແກ້ໄຂບັນຫາຫຼັກກໍຕາມ.”