ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ແລະຈີນ ຖຽງກັນ ຍ້ອນຈີນ ຈະລົງໂທດ ສາຍການບິນ ທີ່ລະເມີດ ນະໂຍບາຍ ຈີນດຽວ


ຜູ້ໂດຍສານເຊັກອິນກັບສາຍການບິນໄຊນາ ອິສເທີນ China ທີ່ສະໜາມບິນຮົງກົງ, ຮົງກົງ, ຈີນ, 4 ເມສາ 2018.
ຜູ້ໂດຍສານເຊັກອິນກັບສາຍການບິນໄຊນາ ອິສເທີນ China ທີ່ສະໜາມບິນຮົງກົງ, ຮົງກົງ, ຈີນ, 4 ເມສາ 2018.

​ໃນ​ຂະນະ​ທີ່​ສະຫະລັດ ພວມພິຈາລະນາ​ ທີ່ຈະເພີມການ​ເກັບ​ພາສີ​ແລະ​ການ​ເອົາ​ບາດ
ກ້າວ​ອື່ນໆ ​ໃນ​ການ​ຕອບ​ໂຕ້​ຕໍ່​ນະ​ໂຍບາຍ​ການ​ເສດຖະກິດຂອງຈີນນັ້ນ ຄວາມ​ເຄັ່ງ​ຕຶງ ​ຄວາມເຄັ່ງຕຶງໃນດ້ານອື່ນໆ ກໍເລີ້ມຂຶ້ນ ​ໃນ​ໄລຍະສອງສາມ​ມື້​ທີ່ຜ່ານ​ມາ​ນີ້ ຄື ທາງ​ສາຍ​
ການບິນ​ຈະ​ເອີ້ນ​ໄຕ້​ຫວັນ​ວ່າແນວ​ໃດ.

ທາງ​ທຳນຽບຂາວ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນວັນທ້າຍ​ສັບປະດາ​ຜ່ານ​ມາ​ນີ້​ ​
ຕຳ​ໜິ ຈີນ ທີ່​ໄດ້​ຮຽກຮ້ອງ​ໃຫ້​ສາຍ​ການບິນ​ນາໆ​ຊາດ ບໍ່​ໃຫ້​ກ່າວເຖິງ​ໄຕ້​ຫວັນ, ຮົງ​ກົງ ​
ແລະ​ມາ​ເກົາ ວ່າເປັນ​ປະ​ເທດ. ບັນດາ​ສາຍ​ການບິນ​ທັງຫຼາຍ ​ໄດ້​ລາຍ​ງານ​ໃນ​ໝໍ່ໆ​
ມາ​ນີ້​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຮ້ອງ​ຂໍ ໃຫ້​ເຊົາເອີ້ນ ຂົງເຂດທັງສາມຢູ່ໃນເວັບໄຊຂອງ
ພວກເຂົາເຈົ້າ ທີ່ແນະນຳວ່າ ​ ​ເປັນ​ປະ​ເທດເອກ​ກະລາດ​ແຍກ​ອອກ​ຈາກ​ຈີນນັ້ນ.

ຈີນ ​ໄດ້​ຈັດວ່າ ​ມາ​ເກົາ ​ແລະ​ຮົງ​ກົງ ​ແມ່ນ​ເປັນ “ເຂດປົກຄອງ​ພິ​ເສດ” ​ແລະ​ເອີ້ນ​ຈີນ​ວ່າ
ເປັນແຂວງທໍລະ​ຍົດ.

ທຳນຽບຂາວ​ເອີ້ນ​ການ​ຮຽກຮ້ອງ​ຂອງ​ຈີນ​ ນັ້ນວ່າ​ “ບໍ່​ມີ​ຄວາມໝາຍ” ​ແລະ​ຍັງໄດ້
​ກ່າວວ່ານີ້​ແມ່ນ “ພາກສ່ວນ​ນຶ່ງ​ຂອງແນວ​ໂນ້ມພັກ​ຄອມ​ມຸຍນິສຈີນ ​ທີ່ຢາກບັງຄັບ​
ມຸມ​ມອງ​ການ​ເມືອງຕໍ່ຊາວ​ອາ​ເມຣິກັນ ​ແລະ​ບໍລິສັດ​ເອກ​ກະ​ຊົນ​ທັງຫຼາຍ.”

ລັດຖະມົນຕີກະຊວງກາງເງິນ ທ່ານ ສຕິເວັນ ມນູຈິນ, ຂວາ, ເປັນຫົວໜ້າຂອງຄະນະ ໃນການໂອ້ລົມ ກັບຈີນ ໃນໂຮງແຮມໃນປັກກິ່ງ, ຈີນ, 3 ພຶດສະພາ 2018.
ລັດຖະມົນຕີກະຊວງກາງເງິນ ທ່ານ ສຕິເວັນ ມນູຈິນ, ຂວາ, ເປັນຫົວໜ້າຂອງຄະນະ ໃນການໂອ້ລົມ ກັບຈີນ ໃນໂຮງແຮມໃນປັກກິ່ງ, ຈີນ, 3 ພຶດສະພາ 2018.

ຈີນ ປະຕິ​ເສດຕໍ່​ການ​ຕຳ​ໜິຕິ​ຕຽນ​ຂອງ​ສະຫະລັດ.

“ບໍ​ລິ​ສັດ​ຕ່າງປະ​ເທດ​ທີ່ເຮັດ​ທຸລະ​ກິດ​ໃນ​ຈີນ ຄວນ​ທີ່​ຈະ​ນັບຖື​ອະທິປະ​ໄຕແລະ​ເຂດ
​ນ້ຳ​ແດນ​ດິນອັນຄົບຖ້ວນຂອງ​ຈີນ, ປະຕິບັດ​ຕາມ​ລະບຽບກົດໝາຍ​ຂອງ​ຈີນ ​ແລະ​ນັບຖື​ຄວາມຮູ້ສຶກຂອງ​ປະຊາຊົນຈີນ,”
ນັ້ນຄືຄຳເວົ້າຂອງ​ໂຄສົກ​ຂອງ​ກະຊວງ​ການ​ຕ່າງ
ປະ​ເທດຈີນ ທ່ານເກັງ ຊວາງ (Geng Shuang) ທີ່​ໄດ້​ກ່າວ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຂອງ​ທຳນຽບຂາວ ​ທີ່​ນຳ​ອອກ​ເຜີຍ​ແຜ່ ຫຼັງຈາກ​ທີ່​ບັນດາ​ຜູ້​ແທນ​
ສະຫະລັດ ​ທີ່​ນຳພາ​ໂດຍ ລັດຖະມົນຕີ​ກະຊວງ​ກາງ​ເງິນ ທ່ານ ສຕິ​ເວັນ ມນູຈິນ (Steven
Mnuchin) ໄດ້ກັບ​ຄືນ​ຈາກ​ຈີນ ລຸນຫລັງກອງ​ປະຊຸມເປັນເວລາ 2 ມື້ ກັບຄູ່ຕຳແໜ່ງຝ່າຍ
ຈີນ ທີ່​ແນ​ເປົ້າ​ໝາຍ ​ເພື່ອ​ຫຼີກ​ລ່ຽງສົງຄາມ​ການ​ຄ້ານັ້ນ.

​ໂຄສົກ​ທຳນຽບຂາວ ທ່ານ​ນາງ​ຊາຣາ ​ແຊນ​ເດຣ໌ສ ​ໄດ້ບອກ​ກັບ​ພວກ​ນັກ​ຂ່າວວ່າ ຄະນະ
ຜູ້ແທນຂອງ​ສະຫະລັດ ​ໄດ້​ລາຍ​ງານ​ໃຫ້​ປະທານາທິບໍດີຊາບ ​ໃນເຊົ້າວັນ​ຈັນ​ວານ​ນີ້ ​
ແລະວ່າ ການເຈລະຈາ ຈະ​ສືບ​ຕໍ່​ໄປ ​ໃນ​ສັບປະດາ​ໜ້າ​.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ເຮືອບິນຂອງສາຍການບິນ Delta Air Lines ບິນຈາກສະໜາມບິນ ຣາໂນລ ເຮເກັນ, ອາລິງຕັນ ບັດເວຈີເນຍ, 28 ກໍລະກົດ 2014.
ເຮືອບິນຂອງສາຍການບິນ Delta Air Lines ບິນຈາກສະໜາມບິນ ຣາໂນລ ເຮເກັນ, ອາລິງຕັນ ບັດເວຈີເນຍ, 28 ກໍລະກົດ 2014.

XS
SM
MD
LG