ຄວາມພະຍາຍາມຂອງ ສະຫະລັດ ແລະ ອິສຣາແອລ ໃນການແຍກກຸ່ມຮາມາສທາງດ້ານການທູດນັ້ນ ຂັດແຍ້ງກັບຄວາມເປັນຈິງທີ່ວ່າ ການຢຸດຍິງ ແລະການປົດປ່ອຍໂຕປະກັນຊາວອິສຣາແອລ 129 ຄົນນັ້ນ ບໍ່ສາມາດບັນລຸຜົນສໍາເລັດໄດ້ ໂດຍປາສະຈາກການພົວພັນກັບກຸ່ມທີ່ຮັບຜິດຊອບຕໍ່ເຫດການສັງຫານໝູ່ປະມານ 1,200 ຄົນ ໃນວັນທີ 7 ຕຸລາ ທີ່ຜ່ານມາ.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ, ເຊິ່ງຢືນຄຽງຂ້າງ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໃນທ້າຍເດືອນຕຸລາ, ກ່າວວ່າ ກຸ່ມຮາມາສ “ຈະຕ້ອງຖືກໂຍນອອກຈາກປະຊາຄົມຂອງບັນດາປະເທດຕ່າງໆ. ບໍ່ຄວນມີຜູ້ນໍາຄົນໃດພົບປະກັບພວກເຂົາ. ບໍ່ຄວນມີປະເທດໃດ ໃຫ້ການຄຸ້ມຄອງພວກເຂົາ. ແລະຜູ້ໃດທີ່ປະຕິບັດການດັ່ງກ່າວນັ້ນ ຄວນໄດ້ຮັບການລົງໂທດ.”
ແຕ່ເກືອບປະມານ 7 ເດືອນຕໍ່ມາ, ບັນດາຜູ້ນຳກຸ່ມຮາມາສ ກໍບໍ່ໄດ້ຖືກກີດກັ້ນ ແລະ ບໍ່ມີປະເທດໃດທີ່ພົວພັນກັບພວກເຂົາ ປະເຊີນໜ້າກັບການລົງໂທດຕ່າງໆ”.
ໃນອາທິດແລ້ວນີ້, ບັນດາຜູ້ຕາງໜ້າຂອງກຸ່ມຮາມາສ ໄດ້ໄປນະຄອນຫຼວງປັກກິ່ງ ເພື່ອຫາລືກ່ຽວກັບການປອງດອງກັບກຸ່ມ ຟາທາ (Fatah) ເຊິ່ງເປັນກຸ່ມປາແລັສໄຕນ໌ອີກຝ່າຍນຶ່ງ. ນຶ່ງອາທິດກ່ອນໜ້ານັ້ນ, ຜູ້ນຳຂອງກຸ່ມຮາມາສ ທ່ານອິສເມລ ຮານີເຢ (Ismail Haniyeh) ໄດ້ພົບປະກັບປະທານາທິບໍດີເທີກີ ທ່ານຕາຍຢິບ ເອີດວານ (Tayyip Erdogan) ຢູ່ນະຄອນຫຼວງອິສຕັນບູລ.
ສະມາຊິກສະພາອາວຸໂສທີ່ບໍ່ປະຈຳການ ຢູ່ໃນສະພາມະຫາສະໝຸດແອັດແລນຕິກ ຂຽນຫາ VOA ວ່າ ຈຸດປະສົງ ທີ່ໄດ້ກ່າວຊໍ້າແລ້ວຊໍ້າອີກ ຂອງອິສຣາແອລ ຄືການກຳຈັດກຸ່ມຮາມາສຢ່າງສົມບູນ, ນັ້ນ “ແມ່ນເປົ້າໝາຍທີ່ຍາກລໍາບາກ,” ທ່ານອາເມັດ ຟູເອດ ອາລຄາຕີບ (Ahmed Fouad Alkhatib).
ທ່ານນາງຊາຣາ ພາກິນສັນ (Sarah Parkinson), ສາດສະດາຈານດ້ານວິຊາການສຶກສາສາກົນ ຢູ່ທີ່ມະຫາວິທະຍາໄລຈອນຮັອບກິນສ໌ ກ່າວວ່າ “ມັນບໍ່ແມ່ເປົ້າໝາຍທາງທະຫານທີ່ສາມາດບັນລຸໄດ້.”
ແນວໃດກໍດີ, ການເຮັດໃຫ້ກຸ່ມຮາມາສອ່ອນແອລົງເຖິງຈຸດທີ່ຈະເຕັ້ມໃຈຍອມຮັບວິທີແກ້ໄຂບັນຫາທາງການເມືອງ ທີ່ອິສຣາແອລຍອມຮັບໄດ້ນັ້ນ ສາມາດເຮັດໄດ້, ອີງຕາມການກ່າວໂດຍນັກຊ່ຽວຊານບາງຄົນ.
ຟໍຣັມສະແດງຄວາມຄິດເຫັນ