ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ແລະ ຈີນ ຜ່ອນເບົາຖ້ອຍຄຳລົງ ກ່ຽວກັບ ບັນຫາຂັດແຍ້ງ ໃນທະເລຈີນໃຕ້


US, China Soften South China Sea Rhetoric -- For Now
please wait

No media source currently available

0:00 0:02:07 0:00

ສະຫະລັດ ແລະ ຈີນ ໃຊ້ວາລະການເປີດກອງປະຊຸມເຈລະຈາ ລະດັບສູງ ປະຈຳປີ ຢູ່ໃນ ນະຄອນຫຼວງປັກກິ່ງ ເມື່ອວັນຈັນທີ່ຜ່ານມາ ເພື່ອພະຍາຍາມ ຫາ​ທາງຜ່ອນຄາຍ ຄວາມ ເຄັ່ງຕຶງ ທີ່ກຳລັງເພີ້ມທະ​ວີຂຶ້ນ ກ່ຽວກັບບັນຫາຂັດແຍ້ງ ໃນທະເລຈີນໃຕ້. ຫຼືຢ່າງນ້ອຍ ຈະ ນຳເອົາ “ບາດກ້າວ” ທີ່ດີເຂົ້າມາ. ແຕ່ບັນດານັກຊ່ຽວຊານ ກ່າວວ່າ ການໃຊ້ຖ້ອຍຄຳ ທາງການທູດນັ້ນ ເບິ່ງຄືວ່າ ຈະບໍ່ຢຸດຢັ້ງການເຄື່ອນໄຫວຕ່າງໆ ຂອງຈີນ ຢູ່ໃນເຂດນ້ຳ ທີ່ມີບັນຫາຂັດແຍ້ງດັ່ງກ່າວໄດ້. ຜູ້ສື່ຂ່າວ ວີໂອເອ Nike Ching ປະຈຳກະຊວງການ ຕ່າງປະເທດ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.


ຄວາມເປັນຫ່ວງກັງວົນທັງຫລາຍ ທີ່ກຳລັງເພີ້ມຂຶ້ນ ຢູ່ໃນຂົງເຂດ ​ແມ່ນ​ເປັນ​ຍ້ອນວິທີ ການແບບບຸກລຸກໃນການອ້າງເອົາກຳມະສິດ​ເລື້ອງເຂດນ້ຳແດນດິນ ຢູ່ໃນທະເລຈີນໃຕ້ ຂອງຈີນ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ການພົວພັນທາງ​ດ້ານ ການທູດາຕື່ມ ​ແມ່ນ​ມີ​ຄວາມ​ຈຳ​ເປັນ.

ປະທານ ປະເທດຈີນ ທ່ານ Xi Jinping, ຂວາ, ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງ, ແລະ ລັດຖະມົນຕີກະຊວງການເງິນ ທ່ານ Jack Lew ໃນລະຫວ່າງ ພິທີເປີດ ຮ່ວມກັນ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.
ປະທານ ປະເທດຈີນ ທ່ານ Xi Jinping, ຂວາ, ພົບປະກັບ ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry, ກາງ, ແລະ ລັດຖະມົນຕີກະຊວງການເງິນ ທ່ານ Jack Lew ໃນລະຫວ່າງ ພິທີເປີດ ຮ່ວມກັນ ກອງປະຊຸມ ວ່າດ້ວຍການປຶກສາຫາລື ດ້ານຍຸດທະສາດ ແລະ ເສດຖະກິດ ຄັ້ງທີ 8, ໃນນະຄອນຫຼວງປັກກິ່ງ, ວັນທີ 6 ມິຖຸນາ 2016.

ທ່ານ Kerry ເວົ້າວ່າ “ພວກເຮົາບໍ່ໄດ້ເອົາທ່າທີໃດໆ ຕໍ່ການກ່າວອ້າງເອົາກຳມະສິດ ຂອງຜູ້ກ່າວອ້າງໃດໆເລີຍ. ທ່າທີອັນດຽວ ທີ່ພວກເຮົາເອົາ ກໍແມ່ນ ບໍ່ໃຫ້ແກ້ໄຂບັນຫາ ນີ້ ໂດຍການກະທຳແຕ່ຝ່າຍດຽວ ໃຫ້ແກ້ໄຂບັນຫານີ້ ຜ່ານລະບຽບຂອງກົດໝາຍ ຜ່ານ ທາງການທູດ ຜ່ານການເຈລະຈາກັນ. ແລະ ພວກເຮົາ ຮຽກຮ້ອງ ໝົດທຸກປະເທດ ໃຫ້ຊອກຫາການແກ້ໄຂທາງການທູດ ຊຶ່ງໄດ້ເປັນພື້ນຖານ ຂອງມາດຕະ ຖານສາກົນ ແລະ ໃນຕົວບົດກົດໝາຍ.”

ຈີນ ໄດ້ກ່າວຫາ ວໍຊິງຕັນ ຕະຫຼອດມາ ວ່າ ເຂົ້າຂ້າງຝ່າຍໃດໜຶ່ງ ແລະ ປະທານປະເທດ ຈີນ ທ່ານ Xi Jinping ໄດ້ຮຽກຮ້ອງ ໃຫ້ມີຄວາມໄວ້ວາງໃຈຊຶ່ງ​ກັນ​ແລະກັນ ຫຼາຍຂຶ້ນ.

ທ່ານ Xi ກ່າວວ່າ “ຈີນ ແລະ ສະຫະລັດ ຕ້ອງເພີ້ມການຕິດ​ຕໍ່​ສື່ສານ ແລະ ການຮ່ວມມື ກ່ຽວກັບກິດຈະການຕ່າງໆ ໃນ​ເຂດເອເຊຍ-ປາຊີຟິກ ຊຶ່ງເຂດມະຫາ​ສະມຸດປາຊີຟິກ ອັນກວ້າງໃຫຍ່ໄພສານ ຄວນເປັນເວທີ ເພື່ອໃຫ້ມີການຮ່ວມມືກັນທຸກໆຝ່າຍ ບໍ່ຄວນ ເປັນສະໜາມ ເພື່ອການແຂ່ງຂັນກັນ.”

ແຕ່ ຄາດກັນວ່າ ຈະມີການຕັດສິນຂອງສານສາກົນ ໃນໄວໆນີ້ ກ່ຽວກັບການອ້າງເອົາ ກຳມະສິດ ໃນທະເລຈີນໃຕ້ ເກືອບທັງໝົດຂອງຈີນ ຊຶ່ງບັນດານັກວິເຄາະ ກ່າວວ່າ ມັນ ເບິ່ງຄືວ່າ ປັກກິ່ງຈະບໍ່ປ່ຽນແປງວິທີທາງໂດຍລວມຂອງຕົນ ເລີຍ.

ທ່ານນາງ Bonnie Glaser ຜູ້ອຳນວຍການ ໂຄງການອຳນາດຂອງຈີນ ຈາກສູນກາງ ສຶກສາ ດ້ານຍຸດທະສາດ ແລະນາໆຊາດ ຫຼື CSIS ກ່າວວ່າ “ຂ້າພະເຈົ້າ ບໍ່ຄິດວ່າ ການ ຕັດສິນນັ້ນ ຈະນຳໄປສູ່ການຢຸດ​ເຊົາ ຫຼືແມ່ນກະທັງ​ເຮັດ​ໃຫ້ການເຄື່ອນໄຫວຂອງຈີນ ​ໃນການກໍ່ສ້າງຖົມເກາະດອນ ແລະເຮັດໃຫ້ເປັນເຂດແຂ່ງຂັນທາງທະຫານນັ້ນຊ້າ​ລົງ​ແຕ່ ຢ່າງ​ໃດ. ແຕ່ຂ້າພະເຈົ້າຄິດວ່າ ມີຄວາມເປັນໄປໄດ້ວ່າ ບາງສ່ວນຂອງການຕັດສິນ ເຖິງແມ່ນວ່າ ຈີນຈະປະຕິເສດມັນກໍຕາມ ບາງທີ ຈະປະ ຕິບັດຕາມ ຢ່າງງຽບໆ.”

ຍົກຕົວຢ່າງ ທ່ານນາງ Glaser ກ່າວວ່າ ຈີນອາດຍຸຕິການແຊກແຊງ ໃນການເຄື່ອນໄຫວ ຫາປາ ໃນເຂດນ່ານນ້ຳທະເລຈີ​ນໃຕ້. ໃນຂະນະດຽວກັນ ທ່ານນາງກໍມອງ​ບໍ່ເຫັນວ່າ ແຕກ ຕ່າງ ລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ຈະ​ຫລຸດ​ໜ້ອຍ​ລົງ​ແຕ່​ຢ່າງ​ໃດ ຊຶ່ງທ່ານນາງ ກ່າວວ່າ ມັນອາດ​ຈະຊ່ວຍ ​ໃນ​ການ​ເປີດການເຈລະຈາຫາລື​ກັນ.

The United States and China used the opening of high-level annual talks in Beijing Monday to try and ease growing tensions over disputes in the South China Sea. Or at least put a good "foot forward." But experts say such diplomatic language is unlikely to stop China's activities in the disputed waters.VOA State Department correspondent Nike Ching has the story.

Anxieties are growing in the region over China's aggressive approach to its territorial claims in the South China Sea.

U.S. Secretary of State John Kerry says more diplomacy is needed.

(JOHN KERRY, U.S. SECRETARY OF STATE)
"We have taken no position on any of the claims of any claimant. The only position we've taken is let's not resolve this by unilateral action; let's resolve this through rule of law, through diplomacy, through negotiation. And we urge all nations to find a diplomatic solution, rooted in international standards and rule of law."

China has long accused Washington of taking sides and Chinese President Xi Jinping has called for more mutual trust.

(XI JINPING, CHINESE PRESIDENT (via translator in ENGLISH)
"China and the U.S. need to increase communication and cooperation over Asia-Pacific affairs, the vast Pacific should be a stage for inclusive cooperation, not an arena for competition."

But with an international ruling on China's claim to almost all of the South China Sea expected soon, analysts say it is unlikely Beijing will change its overall approach.

(BONNIE GLASER, DIRECTOR OF CHINA POWER PROJECT, CSIS)
"I don't think that the ruling is going to stop or necessarily even slowed China's activity, land reclamation construction, and militarization.But I think there is a possibility that parts of the ruling, even though China will reject it, maybe will come into compliance quietly."

For example, Glaser says China may stop interfering with fishing activities in the waters. While she sees no narrowing in the differences between Washington and Beijing, she says it is helpful to talk.

XS
SM
MD
LG