ຈີນໄດ້ຫ້າມບໍ່ໃຫ້ກ່ຳປັ່ນຂອງກອງທັບເຮືອ ແລະເຮືອບິນທະຫານຂອງ ອາເມຣິກາ ເຂົ້າໄປໃນຮົງກົງ ເພື່ອຕອບໂຕ້ຕໍ່ກົດໝາຍດ້ານສິດທະມະນຸດ ແລະ ປະຊາທິປະໄຕຢູ່ຮົງກົງ ຊຶ່ງເປັນນິຕິກຳທີ່ສະໜັບສະໜຸນພວກປະທ້ວງເພື່ອປະຊາທິປະໄຕຢູ່ໃນຮົງກົງ. ຮ່າງກົດໝາຍດັ່ງກ່າວ ໄດ້ຮັບຮອງເອົາໂດຍລັດຖະສະພາສະຫະລັດ ແລະເຊັນໂດຍ ປະທານາທິບໍດີ ດໍໂນລ ທຣຳ ໃນອາທິດແລ້ວນີ້. Cindy Saine, ນັກຂ່າວດ້ານການທູດ ຂອງວີໂອເອ ມີລາຍລະອຽດ ກ່ຽວກັບເລື້ອງນີ້ ຈາກກະຊວງການຕ່າງປະເທດສະຫະລັດ, ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກປະທ້ວງພາກັນເດີນຂະບວນໄປຫາສະຖານກົງສຸນຂອງສະຫະລັດໃນຮົງກົງ ໃນວັນອາທິດຜ່ານມາ ແລະຮ້ອງເພງຊາດຂອງອາເມຣິກາ ເພື່ອສະແດງຄວາມຂອບໃຈ ຕໍ່ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດ ທີ່ໄດ້ເຊັນຮັບຮອງເອົາຮ່າງກົດໝາຍສອງສະບັບ ທີ່ຈະຫ້າມການສົ່ງອອກລູກປືນ ຕໍ່ຕ້ານການກໍ່ຈະລາຈົນໄປຍັງຈີນ ແລະວາງມາດຕະການລົງໂທດ ທີ່ອາດເປັນໄປໄດ້ຕໍ່ປັກກິ່ງ ໂດຍອີງຕາມວິທີທີ່ປະເທດດັ່ງກ່າວ ປະຕິບັດຕໍ່ຮົງກົງ.
ແຕ່ວ່າ ກະຊວງການຕ່າງປະເທດຂອງຈີນ ກັບມີປາຕິກິລິຍາຕອບໂຕ້ທີ່ແຕກຕ່າງຈາກນັ້ນ ໂດຍການປະນາມກົດໝາຍສົ່ງເສີມປະຊາທິປະໄຕດັ່ງກ່າວ.
ທ່ານນາງ ຫົວ ຈຸ້ນຢິງ (Hua Chunying), ໂຄສົກປະຈຳກະຊວງການຕ່າງ ປະເທດຈີນກ່າວ ໃນວັນຈັນຜ່ານມານີ້ວ່າ:
"ໂດຍເປັນການຕອບໂຕ້ຄືນຕໍ່ການປະພຶດທີ່ບໍ່ມີເຫດຜົນໃດໆ ຂອງສະຫະລັດ, ລັດຖະບານຈີນໄດ້ຕັດສິນໃຈງົດການທົບທວນຄຳຮ້ອງຂໍເຂົ້າໄປໃນຮົງກົງຂອງບັນດາກຳປັ່ນ ແລະເຮືອບິນທະຫານຂອງສະຫະລັດ ນັບຕັ້ງແຕ່ວັນຈັນນີ້ເປັນຕົ້ນໄປ."
ນອກຈາກມີການເຄື່ອນໄຫວຕໍ່ກຳປັ່ນຕ່າງໆແລ້ວ ຈີນຍັງຈະໄດ້ເອົາມາຕະການລົງໂທດ ຕໍ່ອົງການບໍ່ຂຶ້ນກັບລັດຖະບານ ຂອງສະຫະລັດ ບາງອົງການທີ່ມີບົດບາດໃນການກໍ່ໃຫ້ເກີດຄວາມບໍ່ສະຫງົບຢູ່ໃນຮົງກົງ ຊຶ່ງລວມທັງກຸ່ມສິ້ງຊອມສິດທິມະນຸດ Human Rights Watch ແລະອົງການ Freedom House ອີກດ້ວຍ.
ເມື່ອຖືກຖາມວ່າ ແມ່ນຫຍັງຄືຜົນກະທົບຂອງປະຕິກິລິຍາຕອບໂຕ້ແບບໂກດແຄ້ນຂອງຈີນ ທີ່ອາດຈະມີ ຕໍ່ການເຈລະຈາທາງການຄ້າ ລະຫວ່າງສະຫະລັດ ກັບປັກກິ່ງໄດ້ນັ້ນ ທ່ານທຣຳມີຄຳເວົ້າດັ່ງນີ້ກ່ອນທ່ານຈະອອກຈາກທຳນຽບຂາວໄປ ໃນວັນຈັນຜ່ານມາວ່າ:
"ມັນບໍ່ໄດ້ເຮັດໃຫ້ດີຂຶ້ນ, ແຕ່ວ່າ ພວກເຮົາຈະໄດ້ເຫັນດອກວ່າ ຈະມີຫຍັງເກີດຂຶ້ນ."
ໃນການກ່າວຄຳປາໄສຕໍ່ຝູງນັກສຶກສາຢູ່ໃນລັດເຄັນຕັກກີ ໃນວັນຈັນຜ່ານມານັ້ນ, ທ່ານ ໄມຄ໌ ພອມພຽວ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ໄດ້ ຮຽກຮ້ອງໃຫ້ຈີນ ຮັກສາຄຳໝັ້ນສັນຍາຂອງຕົນ ທີ່ໄດ້ໃຫ້ໄວ້ຕໍ່ຊາວຮົງກົງ.
ທ່ານພອມພຽວກ່າວດັ່ງນີ້:
"ພວກທ່ານໄດ້ເຫັນທຸງຊາດອາເມຣິກາ ປີວສະບັດຢູ່ໃນການປະທ້ວງເຫລົ່ານີ້. ພວກເຂົາເຈົ້າຢາກໄດ້ໃນສິ່ງທີ່ພວກທ່ານທຸກຄົນຢາກໄດ້ ສິ່ງທີ່ຄົນອາເມຣິກັນລຸ້ນຕໍ່ໄປຢາກໄດ້. ພວກເຂົາເຈົ້າຢາກໄດ້ເສລີພາບ, ຢາກໄດ້ໂອກາດທີ່ຈະສ້າງຄອບຄົວ, ໄດ້ປະຕິບັດຕາມຄວາມເຊື່ອຖືທາງສາສະໜາ ໃນແບບທີ່ພວກເຂົາເຈົ້າຢາກເຮັດ. ສິ່ງເຫລົ່ານັ້ນ ຄື ຄວາມໝັ້ນໝາຍຕໍ່ການໃຫ້ອະນຸຍາດ ທີ່ພັກຄອມມີວນິດຈີນໄດ້ໃຫ້ໄວ້."
ທ່ານພອມພຽວ ແລະບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດໄດ້ພາກັນຮຽກຮ້ອງ ຄັ້ງແລ້ວຄັ້ງເຫລົ່າ ໃຫ້ລັດຖະບານຈີນເຮັດຕາມສັນຍາຂອງຕົນ ທີ່ໄດ້ໃຫ້ໄວ້ກັບປະຊາຊົນໃນຮົງກົງຜູ້ທີ່ເວົ້າວ່າ ພວກເຂົາເຈົ້າຢາກໄດ້ຮັບເສລີພາບ ແລະອິດສະຫລະພາບ ທີ່ໄດ້ສັນຍາໄວ້ ຢູ່ໃນຄຳປະກາດຮ່ວມ ລະຫວ່າງຈີນກັບອັງກິດ, ຊຶ່ງເປັນສົນທິສັນຍາ ທີ່ມີການລົງທະບຽນຢູ່ໃນສະຫະປະຊາຊາດນັ້ນ. ມີການປະທ້ວງລະເບີດຂຶ້ນ ຢູ່ໃນຮົງກົງໃນເດືອນມິຖຸນາຜ່ານມາຕໍ່ແຜນການຂອງລັດຖະບານທ້ອງຖິ່ນ ທີ່ອະນຸຍາດໃຫ້ສົ່ງຕົວຜູ້ຕ້ອງສົງໄສວ່າ ກະທຳຜິດທາງອາຍາ ຂ້າມແດນໄປໃຫ້ຈີນແຜ່ນດິນໃຫຍ່.
ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
Protesters marched to the U.S. consulate in Hong Kong Sunday and sang the American national anthem to thank U.S. President Donald Trump for signing two bills into law that would ban exports of anti-riot munitions to China and impose possible sanctions on Beijing based on its handling of Hong Kong.
But China's Ministry of Foreign Affairs had a very different reaction -condemning the pro-democracy law.
Hua Chunying, Spokeswoman, Chinese Ministry of Foreign Affairs:
"In response to the unreasonable behavior of the U.S., the Chinese government has decided to suspend reviewing applications to visit Hong Kong by U.S. military ships and aircraft starting Monday."
In addition to the action on ships, China said it will also take sanctions against some U.S. non-governmental organizations for their role in the disturbances in Hong Kong, including Human Rights Watch and the Freedom House.
Asked about what impact China's angry reaction will have on U.S. trade talks with Beijing, Trump had this to say Monday before departing the White House.
President Donald Trump:
"It doesn't make it better, but we'll see what happens."
Speaking to students in Kentucky Monday, Secretary of State Mike Pompeo called on China to keep its promises to the people of Hong Kong.
Mike Pompeo, Secretary of State:
"You see American flags flying at these protests. They want what you all want, what our next generation of Americans want. They want freedom, the chance to raise their families, to practice their faith in the way that they want. Those are-- the commitment to permitting that was made by the Chinese Communist Party."
Pompeo and other senior U.S. officials have repeatedly called on the Chinese government to honor its promises to the Hong Kong people who say they want the freedoms and liberties that are promised in the Sino-British Joint Declaration, a U.N.-registered treaty. Protests erupted in Hong Kong in June over the local government's plans to allow some criminal suspects to be extradited to the Chinese mainland.