ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ແລະ ຈີນ ຮ່ວມກັນ ປະກາດ ເປົ້າໝາຍ ການຫຼຸດຜ່ອນ ປ່ອຍ​ຄວັນ​ພິດ carbon dioxide


US, China Agree on Greenhouse Gas Reductions
please wait

No media source currently available

0:00 0:01:54 0:00

ເບິ່ງວີດີໂອ ລາຍງານ ເລື້ອງນີ້

ຜູ້ນຳສອງປະ​ເທດ ທີ່​ສ້າງ​ມົນ​ລະ​ພິດ​ແກັສ ​ເຮືອນ​ແກ້ວ ອັນ​ດັບ​
ສູງ​ສຸດ​ຂອງ​ໂລກ ​ໄດ້​ຕົກລົງ​ກັນ​ວ່າຈະ​ເອົາ​ບາດກ້າວ​ຕ່າງໆ ເພື່ອ
ຈະ​ຄວບ​ຄຸມ​ໃນ​ການ​ປ່ອຍ​ອາຍ​ພິດ​ ອອກ​ມາສູ່​ໂລກ​. ສຳ​ຫລັບ
ປະ​ເທດ​ຈີນ ​ແລ້ວ ​ແມ່ນໄດ້​ຕັ້ງວັນ​ເວລາເປັນ ​ເທື່ອ​ທຳ​ອິດ​ໃນ​ການ
ປ່ອຍ​ອາຍ​ພິດຂອງ​ຕົນ​ ໃນ​ລະດັບ​ທີ່​ສູງ​ສຸດນັ້ນ​ໄວ້ ​ແລະ ສະຫະລັດ
ກໍ​ໄດ້ໃຫ້​ສັນຍາ​ໄ​ວ້ ຕາມ​ທີ່​ຕົນ​ໄດ້​ປະກາດ​ໄປ​.

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ມັນເປັນ​ບາດ​ກ້າວ​ທີ່​ດີ ຖ້າ​ປະ​ເທດ
​ດັ່ງກ່າວ​ ຈະປະຕິບັດໄປຕາມຄຳ​ໝັ້ນສັນຍານັ້ນ. ​ແຕ່​ຫາກ​ວ່າ​ ມັນ
ອາດ​ຈະ​ບໍ່​ເປັນ​ການ​ພຽງພໍ ທີ່​ຈະ​ປ້ອງ​ກັນ ​ຜົນ​ກະທົບ​ອັນ​ຮ້າຍ​ແຮງ
​ຕ່າງໆຕໍ່ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Steve Baragona ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​
ໃນ​ອັນ​ດັບ​ຕໍ່​ໄປ.

ພວກ​ທໍ່​ຄວັນ​ຕ່າງໆ​ຂອງ​ປະ​ເທດ​ຈີນ ​ໄດ້​ສົ່ງ carbon dioxide ອອກ​ມາຫຼາຍກວ່າ​ປະ​ເທດ
​ອື່ນໆ​ໃດ ​ແລະ ຫຼາຍກວ່າ​ສະຫະລັດ ທີ່​ເປັນ​ປະ​ເທດທີ່​ມີ​ເສດຖະກິດ​ໃຫຍ່​ທີ່​ສຸດ. ​ນັກ​ຊ່ຽວຊານ ນະ​ໂຍບາຍທາງ​ດ້ານ​ດິນ​ຟ້າ​ອາກາດ ຈາກ​ມະຫາວິທະຍາ​ໄລ Duke ທ່ານ Tim Profeta ກ່າວ​ວ່າ ສະນັ້ນ ​ໃນ​ຄຳ​ປະ​ກາດ ​ເມື່ອວັນ​ພຸດຜ່ານ​ມາ​ນີ້ ​ໂດຍ​ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ແລະ ປະທານ​ປະ​ເທດຈີນ ທ່ານ ສີ ຈິ້ນຜິ​ງ ຈຶ່ງ​ແມ່ນ​ເປັນ​ບາດກ້າວ​ທີ່​ສຳຄັນ.

ທ່ານ Tim Profeta ເວົ້າວ່າ “​ທ່ານ ບໍ່​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້​ໂດຍ​ລຳພັງ ​ແຕ່​ສະຫະລັດ ​ແລະ ​ຈີນ ​ເທົ່າ​ນັ້ນ ​ແຕ່ກໍ​ບໍ່​ມີ​ທາງອື່ນໃດ ທີ່​ທ່ານ ຈະແກ້​ໄຂ​ບັນຫາ​ນີ້​ໄດ້​ ຖ້າ​ປາດ​ສະ​ຈາກ ​ການປະຕິບັດ​ງານ​ຂອງ ສະຫະລັດ ​ແລະ ຈີນ​.”

ທ່ານ ສີ ​ໄດ້ສັນຍາ​ ​ເປັນຄັ້ງທຳອິດ ວ່າ ​ການ​ປ່ອຍ​ຄວັນ​ພິດ​ຂອງຈີນ ຈະ​ຢູ່​ອັນ​ດັບ​ສູງ​ສຸດ​ ໃນ​ປີ 2030. ປະ​ເທດ​ຈີນ ວາງ​ເປົ້າໝາຍ​ໄວ້​ວ່າ ຈະ​ຄວບ​ຄຸມ​ພະລັງງານ ໃນຈຳນວນ 20 ​ເປີ​ເຊັນ ​ທີ່​ຕົນ​ຕ້ອງການນັ້ນ ໃຫ້ປາດສະ​ຈາກ ກາຣບອນ ​ພາຍໃນ​ເວລາດັ່ງກ່າວ​.

ນັ້ນ ໝາຍ​ຄວາມ​ວ່າ ຈະ​ຕ້ອງ​ໄດ້ເພີ້​ມພະລັງງານ ​ທີ່​ທົດ​ແທນ​ຄືນ​ໃໝ່ໃຫ້ໄດ້ ​ຫຼາຍກວ່າ ການ​ຜະລິດຈາກ​ບັນດາໂຮງງານ ໄຟຟ້າ​ຖ່ານ​ຫິນ​ຂອງ​ປະ​ເທດທີ່​ມີ​ຢູ່ໃນ​ປັດຈຸບັນນີ້.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ຈັບມືກັບ ປະທານປະເທດຈີນ ທ່ານ Xi Jinping ໃນລະຫວ່າງ ກອງປະຊຸມຖະແຫລງ ຂ່າວ ຢູ່ທີ່ ຫໍສາລາ ປະຊາຊົນ ໃນປັກກິ່ງ, ວັນທີ 12 ພະຈິກ 2014.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama (ຊ້າຍ) ຈັບມືກັບ ປະທານປະເທດຈີນ ທ່ານ Xi Jinping ໃນລະຫວ່າງ ກອງປະຊຸມຖະແຫລງ ຂ່າວ ຢູ່ທີ່ ຫໍສາລາ ປະຊາຊົນ ໃນປັກກິ່ງ, ວັນທີ 12 ພະຈິກ 2014.

ປະທານາທິບໍດີ ​ໂອ​ບາ​ມາ​ໄດ້​ໝາຍ​ໝັ້ນ ວ່າຈະ​ຕັດ​ການ​ປ່ອຍ​ຄວັນ​ພິດ​ຂອງ​ສະຫັດ​ລັດ ​ລົງ ໃນ​ປະ​ມານນຶ່ງ​ສ່ວນສີ່ ຊຶ່ງຕ່ຳ​ກວ່າ ລະດັບໃນປີ 2005 ນັ້ນ ໃຫ້ໄດ້​ພາຍ​ໃນ​ປີ 2025. ທຳນຽບຂາວ ກ່າວ​ວ່າ ​ນັ້ນ ​ແມ່ນ 2 ​ເທົ້າຕົວ​ ຂອງບາດກ້າວ ການ​ຫລຸດລົງ ໃນ​ປັດຈຸບັນນີ້.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເວົ້າວ່າ “ອັນ​ນີ້ ​ແມ່ນ​ເປົ້າໝາຍ ທີ່​ມີ​ຄວາມ​ໄຝ່ສູງ. ​ແຕ່​ມັນ​ກໍເປັນ​ເປົ້າໝາຍ​ ທີ່​ສາມາດ​ບັນລຸ​ໄດ້.”

​ແຕ່​ມັນ​ກໍຈະ​ເປັນ​ເປົ້າ​ໝາຍ ທີ່​ຈະ​ຕ້ອງ​ໄດ້​ປະ​ເຊີນ​ໜ້າ​ກັບ ການຄັດຄ້ານ ຈາກ ບັນດາຜູ້ນຳ​ໃນລັດຖະສະພາ​ ທີ່​ກຳລັງຈະ​ເຂົ້າຮັບ​ໜ້າ​ທີ່​ໃໝ່ ອັນ​ມີ​ທ່າ​ທາງ​ວ່າ​ ຈະ​ລວມທັງ ຜູ້ນຳ​ສຽງສ່ວນຫຼາຍໃນສະພາ​ສູງ ຄື​ທ່ານ Mitch McConnell ນັ້ນນຳ.

ທ່ານ Mitch McConnell ​ເວົ້າວ່າ “ ​ໃນ​ຂະນະ​ທີ່ ຂ້າພະ​ເຈົ້າອ່ານ​ເບິ່ງ​ຂໍ້​ຕົກລົງ​ສະບັບ​ນີ້ ຈີນ​ ​ແມ່ນ​ບໍ່ຕ້ອງ​ເຮັດ​ຫຍັງ​ເລີຍ ສຳ​ຫລັບ​ລະຍະ 16 ປີຕໍ່​ໄປ​ນີ້ ​ໃນ​ຂະນະ​ດຽວ​ກັນ ກົດ​ລະບຽບຂອງການ​ປ່ອຍອາຍ​ພິດ​ຄຣາບອນຕ່າງໆ​ ​ແມ່ນ​ກຳລັງ​ສ້າງ​ຄວາມ​ຫຍຸ້ງຍາກ ຢູ່​ໃນລັດ​ຂອງ​ຂ້າພະ​ເຈົ້າ ​ແລະ ຢູ່​ລັດ​ອື່ນໆ​ໃນ​ທົວປະ​ເທດນັ້ນ.”

​ທ່ານ Profeta ກ່າວ​ວ່າ ເຖິງ​ແມ່ນ ທັງ​ສອງ​ຝ່າຍ ຈະບັນລຸເປົ້າໝາຍ​ຂອງ​ເຂົາ​ເຈົ້າກໍ​ຕາມ ​ແຕ່ຂໍ້​ຕົກລົງ​ອັນ​ນີ້ເທົ່າ​ນັ້ນ ຈະ​ບໍ່​ພຽງພໍ ທີ່​ຈະ​ຫລີກເວັ້ນ ຜົນ​ກະທົບ​ຕ່າງໆ ​ຂອງ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ໄດ້ ຢ່າງ​ກະທັນຫັນ.

ທ່ານ Profeta ​ເວົ້າ​ວ່າ “ທ່ານ ບໍ່​ສາມາດ ມອງ​ເບິ່ງ​ແຕ່​ຕົວ​ເລກ​ນີ້ ເທົ້າ​ນັ້ນ ແລ້ວ​ ຄິດ​ວ່າ​ມັນເປັນ​ການ​ພຽງພໍ​ ​ແລະ​ເພິ່ງ​ພໍ​ໃຈ ວ່າຈະ​ຫລຸດຜ່ອນ ​ແກັສ​ເຮືອນ​ແກ້ວ ​ໃນ​ລະຍະ ສັດຕະວັດ​ຕໍ່​ໄປນີ້. ຄວາມ​ສຳຄັນ​ຂອງ​ບາດກ້າວ​ອັນ​ນີ້ ​ແມ່ນ​ວ່າ ທັງ​ສອງ​ປະ​ເທດ​ດັ່ງກ່າວ​ ກຳລັງ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ຈະ​ກ້າວ​ໄປ​ ໃນ​ທິດ​ທາງ​ທີ່ຖືກຕ້ອງ ​ແລະ ຫວັງ​ວ່າ ຈະ​ເປັນ​ແຮງ​ດົນ​ບັນດານ​ໃຫ້​ດຳ​ເນີນ​ການ ຢ່າງ​ວ່ອງ​ໄວ​ຂຶ້ນ​ໃນ​ອະນາຄົດ.”

ບັນ​ດານັກຊ່ຽວຊານ ຫວັງ​ວ່າ ຂໍ້​ຕົກລົງ​ລະຫວ່າງ​ສະຫະລັດ​ກັບ​ຈີນ ຈະ​ເປັນ​ຜົນ ​ໃນ​ຄວາມ​ກ້າວໜ້າ​ ອັນຈະ​ມີຂໍ້​ຕົກລົງລະດັບ​ໂລກ ຢູ່​ກອງ​ປະຊຸມ​ສຸດ​ຍອດ​ເລື່ອງ​ດິນ​ຟ້າ​ອາກາດ ​ທີ່ປະ​ເທດ​ເປຣູ ໃນເດືອນ​ທັນວາ ທີ່​ຈະ​ມາ​ເຖິງ​ນີ້.

XS
SM
MD
LG