ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ກ່າວ​ຫາ​​ຊາວ​ຣັດ​ເຊຍ 5 ຄົນ ທີ່​ສົ່ງ​ເທັກ​ໂນ​ໂລ​ຈີ​ທາງທະ​ຫ​ານ ໄປ​ມົ​ສ​ກູ ​ຫຼົບ​ຫຼີກການ​ລົງ​ໂທດ


 ລົດ​ທະ​ຫານ​ຣັດ​ເຊຍ​ທີ່​ຖືກ​ທຳ​ລາຍ ມີເຄື່ອ​ງ​ໝາຍ "Z" ທີ່​ເປັນ​ສັນ​ຍາ​ລັກ ໃນ​ຂະ​ນະ​ທີ​ຣັດ​ເຊຍ​ໂຈມ​ຕີ​ຢູ​ເຄ​ຣນ ໃນ​​ເມືອງ​ຄາ​ກິບ ປະ​ທດ​ຢູ​ເຄ​ຣນ ວັນ​ທີ 13 ກັນ​ຍາ 2022
ລົດ​ທະ​ຫານ​ຣັດ​ເຊຍ​ທີ່​ຖືກ​ທຳ​ລາຍ ມີເຄື່ອ​ງ​ໝາຍ "Z" ທີ່​ເປັນ​ສັນ​ຍາ​ລັກ ໃນ​ຂະ​ນະ​ທີ​ຣັດ​ເຊຍ​ໂຈມ​ຕີ​ຢູ​ເຄ​ຣນ ໃນ​​ເມືອງ​ຄາ​ກິບ ປະ​ທດ​ຢູ​ເຄ​ຣນ ວັນ​ທີ 13 ກັນ​ຍາ 2022

​ບັນ​ດາ​ໄອ​ຍະ​ການ​ສະ​ຫະ​ລັດ ໃນ​ວັນ​ພຸດ​ວານ​ນີ້ໄດ້ກ່າວ​ຫາຄົນ​ສັນ​ຊາດ​ຣັດ​ເຊຍ​ຫ້າ​ຄົນ​ທີ່​ຫຼົບ​ຫຼີກການ​ລົງ​ໂທດ ແລະ​ການລະ​ເມີດອື່ນໆທີ່​ພົວ​ພັນ​ກັບ​ການ​ສົ່ງ​ເທັກ​ໂນ​ໂລ​ຈີ​ທາງ​ທະ​ຫານທີ່​ຜະ​ລິດຊື້​ຈາກ​ສະ​ຫະ​ລັດ ​ໄປຂາຍ​ໃຫ້​ຜູ້​ຊື້​ຢູ່​ໃນ​ຣັດ​ເຊຍ​ ​ຊຶ່ງຈຳ​ນວນ​ນຶ່ງ​ໄດ້​ຕົກ​ໄປ​ຢູ່ສະ​ໜາມ​ລົບ​ປະ​ເທດຢູ​ເຄ​ຣນ ​ອີງ​ຕາມ​ລາຍ​ງານອົງ​ການ​ຂ່າວ​ຣອຍ​ເຕີ.

​ໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ກາງ​ຢູ່​ໃນເມືອງບ​ຣຸກ​ລິນ ກ່າວ​ວ່າ ​ຊິ້ນ​ສ່ວນ​ອີ​ເລັກ​ໂຕຣ​ນິກ ​ທີ່​ຊື້​ໂດຍຄົນ​ສັນ​ຊາດ​ຣັດ​ເຊຍ ທ້າວ​ຢູ​ຣີ ໂອ​ຣ​ກັອ​ຟ ແລະ​ທ້າວ​ສະ​ແວັດ​ລາ​ນາ ກູ​ສຸ​ກາ​ສ​ເຊີ​ວາ ​ແມ່ນຮວມ​ທັງ​ອຸປະ​ກອນ ເຣ​ດາ ແລະ​ດາວ​ທຽມ. ເຄື່ອງ​ອີ​ເລັກ​ໂຕ​ຣ​ນິກຈຳ​ນວນ​ນຶ່ງ ໄດ້​ມາໂດຍຜ່ານການ​ລັກ​ລອບ ​ທີ່​ພົບ​ເຫັນ​ຢູ່ນອາ​ວຸດ​ຣັດ​ເຊຍ ທີ່​ຍຶດ​ໄດ້​ຢູ່​ໃນ​ຢູ​ເຄ​ຣນ ​ອີງ​ຕາ​ມຄຳ​ເວົ້າ​ຂອງ​ໄອ​ຍະ​ການ​ທີ່​ໄດ້​ກ່າວ.

ເຂົາ​ເຈົ້າ​ໄດ້​ໃຊ້​ບໍລິ​ສັດ​ເຢຍ​ຣ​ະ​ມັນ​ເພື່ອ​ສົ່ງ​ເທັກ​ໂນ​ໂລຈີທາງທະ​ຫານ ພ້ອ​ມ​ທັງບໍ​ລິ​ສັດນ້ຳ​ມັນ​ເວ​ເນ​ຊູ​ເອ​ລາ ​ໄປ​ໃຫ້​ຜູ້​ຊື້​ຊາວ​ຣັດ​ເຊຍ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ບັນ​ດາ​ໄອ​ຍະ​ການ​.

​ທ້າວໂອ​ຣ​ກັອ​ຟ ໄດ້​ຖືກ​ຈັບ​ຢູ່​ໃນ​ປະ​ເທດ​ເຢຍ​ຣະ​ມັນ​ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ. ​ຊາວ​ຣັດ​ເຊຍ​ອີກ​ຄົນ​ນຶ່ງ ຢູ່​ໃນ​ຄະ​ດີ ທ້າວ​ອາ​ເຕີມ ອຸ​ສ ໄດ້​ຖືກຈັບ​ຢູ່​ປະ​ເທດ​ອີ​ຕາ​ລີ. ສະ​ຫະ​ລັດ​ກຳ​ລັງ​ຊອກ​ຫາ​ການ​ສົ່ງ​ໂຕ​ຂອງ​ລາ​ວ ທີ່​ບັນ​ດາ​ໄອ​ຍະ​ການ​ໄດ້​ກ່າວ​. ອົງ​ການ​ຂ່າວ​ຣອຍ​ເຕີ ບໍ່​ສາ​ມາດ​ເຂົ້າ​ໄປ​ຫາ​ຜູ້​ຕ້ອງ​ສົງ​ໄສ​ໃດໆ​ເພື່ອຟັງຄຳ​ຕອບ.

ພວກ​ເຮົ​າ​ຈະ​ສືບ​ຕໍ່​ການ​ສື​ບ​ສວນ ລົບ​ກວນ ແລະ​ຈັບ​ກຸມ​ພວກ​ທີ່​ຊຸກ​ຍູ້​ໃຫ້​ມີ​ການ​ເຮັດສົງຄາມ ​ທີ່​ໂຫດ​ຮ້າຍຂອງຣັດ​ເຊຍ​ຢູ່​ໃນ​ຢູ​ເຄ​ຣນ ຫຼົບ​ຫຼີກການ​ລົງ​ໂທດ ແລະ​ກະ​ທຳ​ຜິດ​ຢູ່​ໃນ​ເງົາມືດ​ຂອງ​ເສດ​ຖະ​ກິດ​ການ​ຟອກເງິນຂ້າມຊາດ” ​ທ່​ານເບ​ຣ​ອອນ​ ພິ​ສ ຫົວ​ໜ້າໄອ​ຍະ​ການ​ຂອງ​ລັດ​ຖະ​ບານ​ກາງ​ ໃນ​ເມືອງບ​ຣຸກ​ລິນ ໄດ້​ກ່າວ​ຢູ່​ໃນຖະ​ແຫລງ​ການ.

​ໃນ​ວັນ​ພຸດວານ​ນີ້​ ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ຍັງ​ໄດ້ລົງ​ໂທດ ທ້າວໂອ​ຣ​ກັອ​ຟ ແລະ​ອີກ​ສອງ​ບໍ​ລິ​ສັດ​ທີ່​ລາວ​ຄວບ​ຄຸມ Nord-Deutsch Industrieanlagenbau Gmbh ​ທີ່​ຮູ້​ອີກວ່າ NDA ແລະ Opus Energy Trading LLC. ກະ​ຊວງ​ການ​ເງິ​ນ​ບັ​ນ​ລະ​ຍາຍ​ວ່າ ທ້າວໂອ​ຣ​ກັອ​ຟ ເປັນ​ຜູ້​ຈັດ​ຊື້ ແລະ​ກ່າວ​ວ່າ ເຄື່ອງ​ຂອງທາງ​ທະ​ຫ​ານ​ຈຳ​ນວນ​ນຶ່ງ ແລະ​ເຄື່ອງ​ໃຊ້​ອີ​ເລັກ​ໂຕ​ຣ​ນິກທີ່​ສຳ​ຄັນ​ສາ​ມາດ​ໃຊ້​ໄດ້​ທັງ​ສອງ​ທາງ ໄປ​ໃຫ້​ຜູ້​ໃຊ້​ຊາວ​ຣັດ​ເຊຍ ​ແມ່ນລະ​ເມີດ​ຕໍ່​ການ​ຄວ​ບ​ຄຸມການ​ສົ່ງ​ອອກ​ຂອງ​ສະ​ຫະ​ລັດ.

​ເທັກ​ໂນ​ໂລ​ຈີຕ່າງໆທີ່​ເຮັດ​ຢູ່​ໃນ​ສະ​ຫະ​ລັດ ສາ​ມາດ​ໃຊ້​ໄດ້​ໃນ​ເຮືອ​ບິນ​ລົ​ບ ​ລະ​ບົບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະລູກ​ສອນ​ໄຟ​ໄວ​ກວ່າ​ສຽງ ລູກ​ປືນ​ສະ​ຫລາດ ແລະ​ເຄື່ອງ​ໃຊ້​ທາງ​ທະ​ຫານ​ຕ່າງໆ ອີງ​ຕາມ​ຄຳ​ເວົ້າຂອງກະ​ຊວງ​ການ​ເງິນ​.

U.S. prosecutors on Wednesday charged five Russian nationals with sanctions evasion and other crimes for shipping military technologies bought from U.S. manufacturers to Russian buyers, some of which ended up on the battlefield in Ukraine.

Federal prosecutors in Brooklyn said the electronic components purchased by Russian nationals Yury Orekhov and Svetlana Kuzurgasheva included semiconductors, radars and satellites. Some of the electronics obtained through the scheme have been found in Russian weapons platforms seized in Ukraine, prosecutors said.

They used a German company to ship the military technologies, as well as Venezuelan oil, to Russian purchasers, prosecutors said.

Orekhov was arrested in Germany on Monday. Another Russian charged in the case, Artem Uss, has been arrested in Italy and the United States is seeking his extradition, prosecutors said. Reuters could not immediately reach any of the defendants for comment.

"We will continue to investigate, disrupt and prosecute those who fuel Russia's brutal war in Ukraine, evade sanctions and perpetuate the shadowy economy of transnational money laundering," Breon Peace, the top federal prosecutor in Brooklyn, said in a statement.

Also on Wednesday, the U.S. Treasury Department sanctioned Orekhov and two companies he controls, Nord-Deutsche Industrieanlagenbau, also known as NDA, and Opus Energy Trading. Treasury described Orekhov as a procurement agent and said some of the shipments of military and sensitive dual-use technologies to Russian users violated U.S. export controls.

The U.S.-origin technologies can be used in fighter aircraft, ballistic and hypersonic missile systems, smart munitions and other military applications, Treasury said.

XS
SM
MD
LG