ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ຫະ​ລັດ, ກາ​ນາ​ດາ, ອັງ​ກິດ ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ກຸ່ມ G-20 ຍ້ອນ​ການ​ເຂົ້າ​ຮ່ວມ ​ຂອງ ຣັດ​ເຊຍ


ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ແອນ​ທອນ ຊີ​ລົວ​ນອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 12 ມີ​ນາ, 2020.
ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ແອນ​ທອນ ຊີ​ລົວ​ນອ​ຟ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີໃນ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ. 12 ມີ​ນາ, 2020.

ບັນ​ດາ​ຜູ້​ນຳ​ອາ​ວຸ​ໂສ​ຂອງ​ສະ​ຫະ​ລັດ, ກາ​ນາ​ດາ ແລະ ສະ​ຫະ​ຣາ​ສະ​ອາ​ນາ​ຈັກ ອັງ​ກິດ ໄດ້​ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ຂອງ​ກຸ່ມ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່ ສຸດຂອງ​ໂລກ ຫຼື G-20 ​ໃນ​ວັນ​ພຸດ​ວານນີ້ ​ໃນ​ການ​ປະ​ທ້ວງ​ກັບ​ການ​ຕັດ​ສິນ​ໃຈ​ຂອງ​ກຸ່ມ G-20 ທີ່​ໄດ້​ອະ​ນຸ​ຍາດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ, ລວມ​ທັງ​ລັດ​ຖະ​ມົນ​ຕີ​ການ​ເງິນ​ທ່ານ ແອນ​ທອນ ຊີ​ລົວ​ນອ​ຟ, ເຂົ້າ​ຮ່ວມ.

ສະ​ຫະ​ລັດ ແລະ ສະ​ມາ​ຊິກ​ອື່ນໆ​ຂອງ G-20 ໄດ້​ຮຽກ​ຮ້ອງ​ ອິນ​ໂດ​ເນ​ເຊຍ, ເຊິ່ງ​ປັດ​ຈຸ​ບັນ​ເປັນ​ປະ​ທານ​ວຽນ​ຂອງ​ອົງ​ການ​ດັ່ງ​ກ່າວ, ໃຫ້​ຫ້າມ​ຣັດ​ເຊຍ​ຈາກ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຍ້ອນ​ກາ​ນ​ບຸ​ກ​ລຸກ​ຢູ​ເຄ​ຣນ​ຂອງ​ພວກ​ເຂົາ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່. ຂໍ້​ເທັດ​ຈິງ​ທີ່ ຣັດ​ເຊຍ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ຮ່ວມ​ນັ້ນ​ໄດ້​ເນັ້ນ​ໃຫ້​ເຫັນ​ຄວາມ​ແຕກ​ແຍກ​ທີ່​ສຳ​ຄັນ​ຢູ່​ພາຍ​ໃນ​ອົງ​ການ​ດັ່ງ​ກ່າວ​ໃນ​ການ​ແກ້​ໄຂ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ແນວ​ໃດ​ກໍ່​ຕາມ ຢູ​ເຄ​ຣນ ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ G-20, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂທ​ຣ ຄູ​ເລ​ບາ ແລະ ລັດ​ຖະ​ມົນ​ຕີ​ການ​ເງິນ ທ່ານ ເຊີ​ຮີ ມາ​ເຊັນ​ໂກ ແມ່ນ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ. ໃນ​ການ​ກ່າວ​ຄຳ​ປ​າ​ໄສ​ຢູ່​ຕອນ​ເລີ່ມ​ຕົ້ນ​ຂອງກອງ​ປະ​ຊຸມ​ນັ້ນ, ທ່ານ ຄູ​ເລ​ບາ ໄດ້​ປະ​ຕິ​ຍານ​ວ່າ ຢູ​ເຄ​ຣນ ຈະ​ບໍ່​ຍອມ​ເສຍ​ເຂດ​ແດນ​ໃຫ້ຣັດ​ເຊຍ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ທັງ​ທ່ານ ຄູ​ເລ​ບາ ແລະ ທ່ານ ມາ​ເຊັນ​ໂກ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຍ່າງ​ອອກ​ຈາກກອງ​ປະ​ຊຸມ.

ໃນ​ຄຳ​ປາ​ໄສ​ຂອງ​ທ່ານ, ທ່ານ ຊີ​ລົວ​ນອ​ຟ ໄດ້​ເຕືອນ​ກ່ຽວ​ກັບ​ການ​ນຳ​ເອົາ​ກອງ​ປະ​ຊຸມ​ມາ​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ລະ​ຫວ່າງ​ບັນ​ດາ​ລັດ​ສະ​ມາ​ຊິກ, ໂດຍ​ກ່າວ​ວ່າ​ມັນ​ອາດ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ເສດ​ຖະ​ກິດ​ໂລກ.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ, ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ, ເຢຍ​ຣະ​ມັນ, ຍີ່​ປຸ່ນ ແລະ ກາ​ນາ​ດາ, ເຊິ່ງ​ແມ່ນ​ສະ​ມາ​ຊິກ​ທີ່​ໃຫຍ່​ທີ່​ສຸດ​ຂອງ G-20 ນັ້ນ, ໄດ້​ກ່າວ​ປະ​ນາມຣັດ​ເຊຍ​ຢ່າງ​ຮຸນ​ແຮງ​ ​ກ່ຽວ​ກັບ ​ການ​ດຳ​ເນີນ​ການ​ຂອງ​ພວກ​ເຂົາ​ໃນ ​ຢູ​ເຄ​ຣນ​ນັ້ນ ແລະ ໄດ້​ເຂົ້າ​ຮ່ວມ​ຢ່າງ​ເຕັມ​ທີ່​ໃນ​ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ທາງ​ເສດ​ຖະ​ກິດ​ທີ່​ໜັກ​ຕໍ່​ລະ​ບອບ​ການ​ປົກ​ຄອງ​ດັ່ງ​ກ່າວ, ເຊິ່ງຫຼາຍ​ປະ​ເທດ​ອື່ນໆ​ແມ່ນບໍ່​ໄດ້​ເຮັດ. ຕໍ່​ມາ​ກໍ​ລວມ​ມີ ຈີນ, ອິນ​ໂດ​ເນ​ເຊຍ, ອິນ​ເດຍ ແລະ ອາ​ຟ​ຣິກ​າ​ໃຕ້ ແລະ ປະ​ເທດ​ອື່ນໆ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ເງິນ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ທ່ານ​ນາງ ຈາ​ເນັດ ແຢ​ລ​ເລັນ ໄດ້​ລົມ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອິນ​ໂດ​ເນ​ເຊຍ ທ່ານ ສ​ຣີ ມູ​ລ​ຢາ​ນີ ອິນດ​ຣາ​ວ​າ​ຕີ ນຶ່ງວັນ​ກ່ອນກອງ​ປະ​ຊຸມ​ນັ້ນ. ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ, ກະ​ຊວງ​ນັ້ນ​ໄດ້​ກ່າວ​ວ່າ, “ລັດ​ຖະ​ມົນ​ຕີ ແຢ​ລ​ເລັນ ໄດ້​ກ່າວ​ປະ​ນາມ​ການ​ບຸກ​ລຸກ​ທີ່​ໂຫດ​ຮ້າຍ​ຂອງ​ຣັດ​ເຊຍ​ໃນຢູ​ເຄ​ຣນ​ຢ່າງ​ຮຸນ​ແຮງ, ແລະ ໄດ້​ກ່າວ​ຢ້ຳ​ວ່າ ມັນ​ຈະ​ບໍ່​ມີ​ການ​ເຮັດ​ທຸ​ລະ​ກິດ​ຕາມ​ປົກ​ກະ​ຕິ​ສຳ​ລັບ​ຣັດ​ເຊຍ​ໃນ​ເສດ​ຖະ​ກິດ​ໂລກ.”

ຖະ​ແຫຼງ​ການ​ໄດ້​ສືບ​ຕໍ່​ກ່າວ​ວ່າ “ລັດ​ຖະ​ມົນ​ຕີ ແຢ​ລ​ເລັນ ໄດ້​ກ່າວ​ຢ້ຳ​ວ່າ ສະ​ຫະ​ລັດ ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ສາ​ມັກ​ຄີ​ກັບ​ອິນ​ໂດ​ເນ​ເຊຍ ເພື່ອ​ພັດ​ທະ​ນາ​ທຸ​ລະ​ກິດ​ທີ່​ສຳ​ຄັນ​ຂອງ​ G-20, ລວມ​ທັງ​ແກ້​ໄຂ​ຜົນ​ກະ​ທົບ​ດ້ານ​ລົບ​ຂອງ​ການ​ບຸກ​ລຸກ​ຂອງ​ຣັດ​ເຊຍ​ຕໍ່​ເສດ​ຖະ​ກິດ​ໂລກ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG