ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກເຈລະຈາ ລັດຖະສະພາ ຕົກລົງ ກ່ຽວກັບ ການໃຊ້ຈ່າຍ ຂອງ ລັດຖະບານ


ປະທານສະພາຕ່ຳ ທ່ານ Paul Ryan, ສັງກັດພັກຣີພັບບລີກັນ ຈາກລັດ Wisconsin, ໂອ້ລົມກັບ ຜູ້ນຳສຽງສ່ວນນ້ອຍ ຂອງສະພາຕ່ຳ ທ່ານນາງ Nancy Pelosi, ສັງກັດພັກເດໂມແຄຣັດ ຈາກລັດ California, ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ທັນວາ 2016.
ປະທານສະພາຕ່ຳ ທ່ານ Paul Ryan, ສັງກັດພັກຣີພັບບລີກັນ ຈາກລັດ Wisconsin, ໂອ້ລົມກັບ ຜູ້ນຳສຽງສ່ວນນ້ອຍ ຂອງສະພາຕ່ຳ ທ່ານນາງ Nancy Pelosi, ສັງກັດພັກເດໂມແຄຣັດ ຈາກລັດ California, ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 8 ທັນວາ 2016.

ບັນດານັກເຈລະຈາຂອງລັດຖະສະພາສະຫະລັດ ໄດ້ຕົກລົງເຫັນດີນຳກັນ ເມື່ອຕອນ
ແລງ ວັນອາທິດວານນີ້ ກ່ຽວກັບງົບປະມານການໃຊ້ຈ່າຍມູນຄ່າ 1 ພັນຕື້ໂດລາ ທີ່ຈະ
ເປັນກອງທຶນ ສຳລັບການ​ໃຊ້​ຈ່າຍ​ ຂອງລັດຖະບານກາງ ​ໄປຈົນເຖິງເດືອນກັນຍາ ປີນີ້.

ຂໍ້ຕົກລົງດັ່ງກ່າວ ປະກອບດ້ວຍຫຼາຍພາກສ່ວນ ທີ່ທັງ ພັກຣີພັບບລີກັນ ແລະເດໂມແຄຣັດ
ຕ່າງກໍເພິ່ງພໍໃຈ ແລະຖ້າຫາກວ່າ ໄດ້ຖືກຮັບຮອງເອົາ ໂດຍບັນດາສະມາຊິກ ສະພາສູງ
ແລະສະພາຕ່ຳ ແລ້ວ ກໍສະແດງວ່າ ເປັນຄັ້ງທຳອິດ ທີ່ທັງສອງພັກການເມືອງຮັບຮອງເອົາ
ຮ່າງກົດໝາຍສຳຄັນນີ້ ພາຍໃຕ້ ລັດຖະບານ ປະທານາທິບໍດີ ດໍໂນລ ທຣຳ.

ບັນດາຜູ້ຊ່ວຍຂອງລັດຖະສະພາ ໄດ້ກ່າວວ່າ ຈະມີທຶນ 1 ພັນ 5 ຮ້ອຍລ້ານໂດລາ ສຳລັບ
ການຮັກສາຄວາມປອດໄພ​ເຂດຊາຍແດນ ແຕ່ວ່າ ເງິນດັ່ງກ່າວນັ້ນ ​ແມ່ນເພື່ອນຳ​ໄປໃຊ້
ຈ່າຍໃນດ້ານອື່ນໆ ນອກເໜືອ​ໄປຈາກ ການ​ສ້າງກຳແພງ ລະຫວ່າງສະຫະລັດ ແລະ
ເມັກຊິໂກ ທີ່ທ່ານທຣຳ ໄດ້ຮຽກຮ້ອງໃຫ້ສ້າງ ​ໃນ​ໄລຍະຜ່ານມານັ້ນ.

ເຖິງຢ່າງໃດກໍຕາມ ປະທານາທິບໍດີ ກໍໄດ້ຮັບໄຊຊະນະ ໃນກອງທຶນຫຼາຍເຖິງ 15 ຕື້
ໂດລາ ທີ່ທ່ານໄດ້ຊຸກ​ຍູ້ ໃຫ້ເສີມຂະຫຍາຍ ການໃຊ້ຈ່າຍສຳລັບກອງທັບ.

ຄາດກັນອີກວ່າ ການຕົກລົງດັ່ງກ່າວ ຈະປະກອບດ້ວຍທຶນ 2 ຕື້ໂດລາ ອັນເປັນກອງທຶນ
ເພີ້ມຕື່ມ ສຳລັບ ສະຖາບັນສຸຂະພາບແຫ່ງຊາດ ຫຼື NIH ພ້ອມກັນນັ້ນ ຈະເປັນເງິນ ເພື່ອ
ໃຊ້ປິ່ນປົວ​ພວກ​ທີ່​ຕິດ​ຢາ​ເສບ​ຕິດ, ສະໜອງການຮັກສາສຸຂະພາບ ໃຫ້ແກ່ພວກຂຸດຖ່ານ
ຫິນທີ່ກະສຽນໄປແລ້ວນັ້ນ ແລະ ຊ່ອຍເຫຼືອ Puerto Rico ຈ່າຍ ​ໃນ​ການ​ສະໜອງ
ການຮັກສາສຸຂະພາບ ​ໃຫ້​ແກ່ພວກຄົນທຸກ.

ລັດຖະສະພາ ຈະຕ້ອງໄດ້​ໃຫ້ການ​ອະນຸມັດ​ຕໍ່ຮ່າງກົດໝາຍການໃຊ້ຈ່າຍນີ້ ແລະ
ທ່າທຣຳ ຈະຕ້ອງໄດ້ລົງນາມ ກ່ອນວັນສຸກຈະມາເຖິງນີ້ ເພື່ອຫຼີກລ່ຽງ ບໍ່​ໃຫ້​ມີການປິດ
ລັດຖະບານ.

ບັນດາສະມາຊິກສະພາ ໄດ້ຮັບຮອງເອົາມາດຕະການກ່ຽວ​ກັບການໃຊ້ຈ່າຍ​ ໃນໄລຍະ
ສັ້ນໄປແລ້ວ ເພື່ອບໍ່​ໃຫ້​ປິດລັດຖະບານ ທີ່ມີກຳນົດເລີ່ມຂຶ້ນໃນວັນເສົາຜ່ານມານີ້.

ຮອບຕໍ່ໄປຂອງການຕໍ່ສູ້ໃນດ້ານງົບປະມານ ຈະແມ່ນກ່ຽວກັບສົກ​ງົບປະມານປະ ຈຳປີ
2018 ຊຶ່ງຈະເລີມຂຶ້ນ ໃນວັນທີ 1 ຕຸລາ ປີນີ້.

U.S. congressional negotiators came to an agreement late Sunday on a $1 trillion spending package that would fund the federal government through September.

The deal includes pieces that appeal to both Republicans and Democrats, and if passed by the Senate and House of Representatives would represent the first major bipartisan legislation under President Donald Trump.

Congressional aides said there will be $1.5 billion for border security, but that the money is marked for purposes other than the wall that Trump has championed for the U.S.-Mexico border.

The president did, however, win as much as $15 billion in his push to boost military spending.

The agreement is also expected to include $2 billion in extra funding for the National Institutes of Health, as well as money to combat opioid abuse, provide health care to retired coal miners and to help Puerto Rico pay for health care for the poor.

Congress must approve the spending bill and Trump needs to sign it before Friday in order to avoid a government shutdown.

Lawmakers already passed a short-term spending measure to avert a shutdown that was due to have begun Saturday.

The next round of budget battles would then be about the 2018 fiscal year, which begins October 1.

XS
SM
MD
LG