ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ລັດຖະບານກາງ ສຫລ ໄດ້ອອກ ຄຳສັ່ງ ສະກັດກັ້ນ ການຈຳກັດ ຂໍລີ້ໄພ ຂອງ ປ. ທຣຳ


ເຈົ້າໜ້າທີ່ພິທັກຊາຍແດນ ຢືນຍາມ ຢູ່ຟາກເບື້ອງເຂດຊາຍແດນ ຂອງ ສະຫະລັດ, ສາມາດແນມເຫັນໄດ້ ຜ່ານເສັ້ນໜາມມາກຈັບ ບ່ອນທີ່ຊາຍແດນໄດ້ບັນຈົບກັນຢູ່ທີ່ມະຫາສະໝຸດ ປາຊີຟິກ, ວັນພະຫັດ ທີ 15 ພະຈິກ 2018, ຈາກເມືອງ ທີຮວນນາ ຂອງເມັກຊິໂກ.
ເຈົ້າໜ້າທີ່ພິທັກຊາຍແດນ ຢືນຍາມ ຢູ່ຟາກເບື້ອງເຂດຊາຍແດນ ຂອງ ສະຫະລັດ, ສາມາດແນມເຫັນໄດ້ ຜ່ານເສັ້ນໜາມມາກຈັບ ບ່ອນທີ່ຊາຍແດນໄດ້ບັນຈົບກັນຢູ່ທີ່ມະຫາສະໝຸດ ປາຊີຟິກ, ວັນພະຫັດ ທີ 15 ພະຈິກ 2018, ຈາກເມືອງ ທີຮວນນາ ຂອງເມັກຊິໂກ.

ຜູ້ພິພາກສາ ສານລັດຖະບານກາງສະຫະລັດ ໄດ້ອອກຄຳສັ່ງຊົ່ວຄາວ ເພື່ອສະກັດກັ້ນ
ບໍ່ໃຫ້ ລັດຖະບານ ທ່ານທຣຳ ປະຕິບັດກົດລະບຽບໃໝ່ໃດໆ ກ່ຽວກັບຄົນເຂົ້າເມືອງ ທີ່
ຈະກີດກັນການຂໍລີ້ໄພ ສຳລັບພວກຄົນຜູ້ທີ່ບໍ່ໄດ້ເຂົ້າມາໃນ ສະຫະລັດ ຢູ່ທີ່ດ່ານກວດ
ຄົນເຂົ້າເມືອງ ທີ່ໄດ້ຖືກກຳນົດໄວ້ ນັ້ນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ອອກກົດລະບຽບສະບັບນຶ່ງ ໃນວັນທີ 9 ພະຈິກ ຜ່ານ
ມານີ້ ຊຶ່ງເປັນການປະກາດ ທີ່ກ່າວວ່າ ມັນມີຄວາມຈຳເປັນ ທີ່ຈະຮັບມືກັບພວກອົບ-
ພະຍົບ ຫຼາຍພັນຄົນ ທີ່ຄາດໝາຍວ່າ ຈະເດີນທາງມາຮອດເຂດຊາຍແດນ ລະຫວ່າງ
ສະຫະລັດ ແລະ ເມັກຊິໂກ ຜູ້ທີ່ທ່ານໄດ້ເວົ້າວ່າ “ປາກົດວ່າ ບໍ່ມີພື້ນຖານໃນດ້ານກົດ
ໝາຍ ເພື່ອທີ່ຈະໄດ້ຮັບເຂົ້າມາໃນປະເທດ ຂອງພວກເຮົາ.”

ພວກອົບພະຍົບທີ່ຈະຂໍລີ້ໄພ ກັບສະຫະລັດ ພາກັນລໍຖ້າ ເພື່ອຂ້າມຂົວສາກົນ ໃນເມືອງ ເຣໂນຊາ ຂອງເມັກຊິໂກ, ວັນທີ 3 ພະຈິກ 2018.
ພວກອົບພະຍົບທີ່ຈະຂໍລີ້ໄພ ກັບສະຫະລັດ ພາກັນລໍຖ້າ ເພື່ອຂ້າມຂົວສາກົນ ໃນເມືອງ ເຣໂນຊາ ຂອງເມັກຊິໂກ, ວັນທີ 3 ພະຈິກ 2018.

ສະຫະພັນເພື່ອເສລີພາບຂອງພົນລະ​ເມືອງອາ​ເມຣິກັນ​ ຫຼື ACLU ແລະ ກຸ່ມຕ່າງໆ ໄດ້
ຍື່ນຄຳຮ້ອງທ້າທາຍທາງດ້ານກົດໝາຍ ແລະຂໍໃຫ້ສານມີຄຳສັ່ງ​ຄັດຄ້ານ ຕໍ່ກົດລະບຽບ
ໃໝ່ທັງຫຼາຍ ໃນຂະນະທີ່ ຄະດີນີ້ ຜ່ານການພິຈາລະນາຂອງສານຢູ່ນັ້ນ.

ຜູ້ພິພາກສາ ສານລັດຖະບານກາງ ສະຫະລັດ ທ່ານ ຈອນ ທິກາຣ ໄດ້ອອກຄຳພິພາກສາ
ຂອງທ່ານ ເມື່ອຕອນແລງ ວັນຈັນວານນີ້ ໂດຍກ່າວວ່າ ລັດຖະສະພາ ໄດ້ “ບັນຍັດຢ່າງ
ຈະແຈ້ງ”
ໂດຍຜ່ານກົດໝາຍຄົນເຂົ້າເມືອງ ແລະ ການຂໍສັນຊາດ ຫຼື ເອີ້ນຫຍໍ້ວ່າ INA
ທີ່ວ່າ ຜູ້ໃດກໍຕາມ ທີ່ເດີນທາງເຂົ້າມາໃນ ສະຫະລັດ ສາມາດຍື່ນຄຳຮ້ອງຂໍລີ້ໄພໄດ້ ບໍ່ວ່າ
ພວກເຂົາຈະເຂົ້າມາໃນປະເທດຢູ່ບ່ອນໃດກໍຕາມ ແລະ ວ່າ ກົດລະບຽບຂອງທ່ານທຣຳ
“ແຕກຕ່າງຢ່າງສິ້ນເຊີງ ຊຶ່ງ ຂັດແຍ້ງກັບກົດໝາຍ INA ແລະ ຈຸດປະສົງທີ່ໄດ້ສະແດງ
ອອກຂອງລັດຖະສະພາ.”

ທ່ານ ທິກາຣ ໄດ້ສັ່ງຫ້າມບໍ່ໃຫ້ລັດຖະບານ ປະຕິບັດການຕາມກົດລະບຽບໃໝ່ ດັ່ງກ່າວ
ເປັນເວລາ 1 ເດືອນ ໂດຍໄດ້ກຳນົດໃຫ້ມີການພິຈາລະນາຮັບຟັງຄະດີ ຄັ້ງຕໍ່ໄປ ໃນວັນ
ທີ 19 ທັນວາ ນີ້.

ທ່ານ ທິກາຣ ໄດ້ກ່າວອີກວ່າ ຖ້າອະນຸຍາດໃຫ້ກົດລະບຽບ ມີຜົນບັງຄັບໃຊ້ ມັນຈະເຮັດ
ໃຫ້ພວກທີ່ຂໍລີ້ໄພ “ຕົກຢູ່ໃນຄວາມສ່ຽງເພີ້ມຂຶ້ນ ຕໍ່ຄວາມຮຸນແຮງ ແລະ ໄພອັນຕະ
ລາຍອື່ນໆຢູ່ທີ່ຊາຍແດນ ແລະຫຼາຍໆຄົນ ຈະບໍ່ໄດ້ຮັບການພິຈາລະນາອັນຄວນ ຕໍ່ຄຳກ່າວອ້າງເພື່ອການຂໍລີ້ໄພ.”
ທ່ານ ໄດ້ຂຽນໃນຄຳເຫັນວ່າ ລັດຖະບານ ໃນການ
ໂຕ້ແຍ້ງ ຂອງຕົນນັ້ນ “ບໍ່ໄດ້ໃຫ້ເຫດຜົນໃດໆທີ່ສະໜັບສະໜຸນ ຕໍ່ ກົດລະບຽບໃໝ່ເລີຍ ທີ່ມີນ້ຳນັກພຽງພໍ ທີ່ຈະຫລີກເວັ້ນບໍ່ໃຫ້ເກີດໄພອັນຕະລາຍ ເຫຼົ່ານີ້.”

ພວກອົບພະຍົບ ປະມານ 3,000 ຄົນ ໄດ້ເດີນທາງມາຮອດ ເມືອງຊາຍແດນ ທີຮວນນາ
ຂອງເມັກຊິໂກ ແລະ ຄາດກັນວ່າ ອີກຫຼາຍຄົນ ຈະເດີນທາງມານະ ທີ່ນີ້ໃນໄວໆນີ້. ພວກ
ເຂົາເຈົ້າ ຈະເຂົ້າຮ່ວມກັບກຸ່ມພວກອົບພະຍົບ ກຸ່ມໃຫຍ່ກຸ່ມ ນຶ່ງ ທີ່ໄປຮອດກ່ອນແລ້ວ ຊຶ່ງ
ກຳລັງລໍຖ້າການຂໍລີ້ໄພ ຢູ່ດ່ານຂ້າມຊາຍແດນ ແຊນ ອີຊີໂດຣ (San Ysidro) ທີ່ເປັນ
ດ່ານເຂົ້າປະເທດຫຼັກ ຂອງສະຫະລັດ ໃນເມືອງ ແຊນດີເອໂກ.

ທາງການ ຂອງສະຫະລັດ ດຳເນີນການປະມານ 100 ຄຳຮ້ອງຂໍລີ້ໄພ ໃນແຕ່ ລະວັນ
ຢູ່ທີ່ດ່ານ ແຊນ ອີຊີໂດຣ ນັ້ນກໍໝາຍຄວາມວ່າ ເວລາລໍຖ້າ ຈະຍາວນານອອກໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG