ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສ​ຫລ ​ໃຫ້​ການຊ່ວຍເຫຼືອ ​ດ້ານ​ການ​ພັ​ດ​ທະ​ນາ ແລະການທູດ ເພີ້ມ​ຂຶ້ນ ​ຕໍ່ຂົງເຂດມະຫາສະໝຸດປາຊີຟິກ​ຕອນໃຕ້ ໃນຂະນະທີ່ ຈີນ ຂະຫຍາຍອິດທິພົນຂອງພວກເຂົາ


ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາແຮຣິສ ກ່າວໃນລະຫວ່າງປາໄສໂດຍຜ່ານເຄືອຂ່າຍວີດີໂອ ຢູ່ທີ່ການປະຊຸມຂອງປະເທດໝູ່ເກາະຢູ່ໃນ ນະຄອນຫຼວງຊູວາ, ປະເທດຟີຈີ, ເມື່ອວັນທີ 13 ກໍລະກົດ 2022.
ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາແຮຣິສ ກ່າວໃນລະຫວ່າງປາໄສໂດຍຜ່ານເຄືອຂ່າຍວີດີໂອ ຢູ່ທີ່ການປະຊຸມຂອງປະເທດໝູ່ເກາະຢູ່ໃນ ນະຄອນຫຼວງຊູວາ, ປະເທດຟີຈີ, ເມື່ອວັນທີ 13 ກໍລະກົດ 2022.

ຜູ້ຊ່ຽວຊານກ່າວວ່າ ຄວາມຄິດລິເລີ້ມຂອງປະທານາທິບໍດີສະຫະລັດ ເພື່ອສົ່ງ ເສີມການສະໜັບສະໜຸນຂອງປະຊາຊົນຊາວອາເມຣິກັນຢູ່ໃນຂົງເຂດມະຫາສະໝຸດປາຊີຟິກຕອນໃຕ້ ແມ່ນ​ເປັນ​ປະ​ຕິ​ກິ​ລິ​ຍາຕໍ່ການມີອິດທິພົນ​ເພີ້ມຂຶ້ນຂອງຈີນ ຢູ່ໃນພື້ນທີ່ອັນກວ້າງໃຫຍ່ຂອງໝູ່ເກາະເຂດຮ້ອນແຫ່ງນີ້ ເຊິ່ງເຄີຍໄດ້ຢູ່ພາຍໃຕ້ອິດທິພົນຂອງປະເທດຕາເວັນຕົກ.

ໂຄສົກກະຊວງການຕ່າງປະເທດຂອງຈີນ ໄດ້ຕອບໂຕ້ໃນມື້ວັນພຸດວານນີ້ເປັນທາງບວກຕໍ່ຄວາມຄິດລິເລີ້ມຂອງສະຫະລັດ, ແຕ່ຍັງຄົງໃຫ້ຄໍາເຕືອນ​ແບບ​ລະ​ມັດ​ລະ​ຫວັງອີກດ້ວຍ.

“ພວກເຮົາດີໃຈທີ່ເຫັນປະເທດໝູ່ເກາະຕ່າງໆໃນມະຫາສະໝຸດປາຊີຟິກ ໄດ້ຮັບການສະໜັບສະໜຸນເພີ້ມຂຶ້ນສໍາລັບການພັດທະນາປະເທດຂອງພວກເຂົາເຈົ້າ ຈາກປະເທດອື່ນໆທີ່ກໍາລັງດໍາເນີນງານ,” ໂຄສົກຂອງກະຊວງການຕ່າງປະເທດ ທ່ານຫວັງ ເວິນບິນ (Wang Wenbin) ກ່າວໃນລະຫວ່າງການຖະແຫຼງຂ່າວໃນນະຄອນຫຼວງປັກກິ່ງ. “ນີ້ ແມ່ນ​ທ່າ​ທີຂອງຈີນ ​ມາ​ໂດຍ​ຕະ​ຫຼອດ. ນະເວລາດຽວກັນ, ພວກເຮົາເຊື່ອວ່າທົ່ວທຸກປະເທດທັງໝົດ, ເມື່ອຊອກຫາການຮ່ວມມືກັບປະເທດຕ່າງໆໃນຂົງເຂດມະຫາສະໝຸດປາຊີຟິກ ບໍ່ຄວນແນເປົ້າໝາຍໃສ່ປະເທດທີສາມ ຫຼືທໍາລາຍຜົນປະໂຫຍດຂອງພວກເຂົາ,” ອີງຕາມການກ່າວຂອງ ທ່ານຫວັງ.

ປະເທດໝູ່ເກາະນ້ອຍໆໃນຂົງເຂດມະຫາສະໝຸດປາຊີຟິກ ເຊິ່ງເປັນປະເທດທີ່ທຸກຍາກແມ່ນເພິ່ງພາຄວາມຊ່ວຍເຫຼືອແລະການຄ້າຈາກບັນດາປະເທດທີ່ໃຫຍ່ກວ່າ.

ທໍານຽບຂາວກ່າວຢູ່ໃນຖະແຫຼງການຂອງມື້ວັນອັງຄານແລ້ວນີ້ວ່າ ວໍຊິງຕັນ ມີຄວາມຕັ້ງໃຈທີ່ຈະສ້າງຕັ້ງສະຖານທູດຢູ່ທີ່ປະເທດໝູ່ເກາະ ​ໃນມະຫາສະໝຸດປາຊີຟິກ​ຕອນໃຕ້ ກີຣີບາຕີ ແລະ ທັອງກາ. ສໍານັກງານຂອງປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ ພວກເຮົາພ້ອມແລ້ວທີ່ຈະຮ້ອງຂໍການອະນຸມັດເງິນຈາກສະພາ ຈໍານວນ 60 ລ້ານໂດລາຕໍ່ປີ ສໍາລັບທົດສະວັດຂ້າງໜ້າ, ເຊິ່ງເປັນຈໍານວນສາມເທົ່າຂອງລະດັບໃນປັດຈຸບັນນີ້ ເຊິ່ງຈະສະໜັບສະໜຸນການພັດທະນາລະບົບເສດຖະກິດທາງທະເລ.

ທໍານຽບຂາວ ຕັ້ງໃຈທີ່ຈະສົ່ງອາ​ສາ​ສະ​ໝັກ​ເພື່ອສັນຕິພາບຂອງສະຫະລັດກັບຄືນໄປປະເທດຟີຈີ, ທັອງກາ, ຊາມົວ ແລະວານູອາຕູ, ໂດຍອ້າງເຖິງຄວາມກ້າວ ໜ້າໃນການສ້າງ​ຕັ້ງອົງ​ການ​ພັດ​ທະ​ນາ​ສາ​ກົນຂອງສະຫະລັດ ​ຫຼື​ຢູ​ເສດສໍາລັບຂົງ ເຂດປາຊີຟິກ ຄືນ​ອີກ ຢູ່ໃນປະເທດຟີຈີ.

ໃນມື້ວັນອັງຄານແລ້ວນີ້, ຮອງປະທານາທິບໍດີສະຫະລັດ ທ່ານນາງຄາມາລາ ແຮຣິສ ໄດ້ພົບປະທາງອອນລາຍກັບສະພາຜູ້ນໍາຂອງປະເທດໝູ່ເກາະປາຊີຟິກ ເພື່ອປະກາດກ່ຽວກັບຄວາມມຸ່ງໝັ້ນໃໝ່. ຄວາມມຸ່ງໝັ້ນດັ່ງກ່າວນັ້ນ ຈະ “ເພີ້ມການຮ່ວມມືລະຫວ່າງສະຫະລັດ ແລະປະເທດຕ່າງໆຢູ່ໃນພູມິພາກດັ່ງກ່າວ,” ອີງຕາມລາຍງານຂອງ​ລັດ​ຖະ​ບານປະທານາທິບໍດີ ໄບເດັນ. ສະພາດັ່ງກ່າວ ແມ່ນ​ກຸ່ມເສດຖະກິດ ແລະການທະຫານທີ່ມີອາຍຸ 51 ປີ ເຊິ່ງກວມ​ເອົາ 18 ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG