ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ຄັດ​ຄ້ານ ຕໍ່​ການ​ເຂົ້າ​ກຳ ປະ​ທານ​ວຽນ ກອງ​ປະ​ຊຸມ ຫຼຸດ​ກຳ​ລັງ​ອາ​ວຸດ ໂດຍ ​ເວ​ເນ​ຊູ​ເອ​ລາ


ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ​ປະ​ທານ​ວຽນ ກອງ​ປະ​ຊຸມ​ຫຼຸດ​ກຳ​ລັງ​ອາ​ວຸດ ສ​ປ​ຊ ທ່ານ​ໂຣ​ເບີດ ວູດ ທີ່​ນະ​ຄອນ​ເຈ​ນີ​ວາ ເມື່ອ​ວັນ​ທີ 20 ມີ​ນາ 2019.
ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ​ປະ​ທານ​ວຽນ ກອງ​ປະ​ຊຸມ​ຫຼຸດ​ກຳ​ລັງ​ອາ​ວຸດ ສ​ປ​ຊ ທ່ານ​ໂຣ​ເບີດ ວູດ ທີ່​ນະ​ຄອນ​ເຈ​ນີ​ວາ ເມື່ອ​ວັນ​ທີ 20 ມີ​ນາ 2019.

​ສະ​ຫະ​ລັດ​ຍ່າງ​ອອກ​ຈາກກອງ​ປະ​ຊຸມຫລຸດ​ກຳ​ລັງ​ອາ​ວຸດ ທີ່​ນະ​ຄອນ​ເຈ​ນີ​ວາ​ ເມື່ອ​ວັນ​ອັງ​ຄານ​ແລ້ວ ເພື່ອ​ປະ​ທ້ວງ​ຕໍ່​ການ​ທີ່​ປະ​ເທດ​ເວ​ເນ​ຊູ​ເອ ເຂົ້າ​ຮັບ​ຕຳແໜ່ງ​ປະ​ທານ​ວຽນ ຂອງ ກອງ​ປະ​ຊຸມ​ສະ​ຫະ​ປະ​ຊາ​ຊາດ​ດັ່ງ​ກ່າວ. ດັ່ງ​ທີ່ Cindy Saine ​ນັກ​ຂ່າວວີ​ໂອ​ເອ ປະ​ຈຳ​ກະ​ຊວງ​ຕ່າງ​ປະ​ເທດ ລາຍ​ງານ​ມາ ເຈົ້າ​ໜ້າ​ທີ່ສ​ະ​ຫະ​ລັດ ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ນີ້​ ໄດ້​ສົ່ງ​ສັນ​ຍານ​ທີ່​ສຳ​ຄັນຕໍ່​ອັນ​ທີ່ສະ​ຫະ ​ລັດ​ຖື​ວ່າ ເປັນ​ອຳ​ນາດ​ການ​ປົກ​ຄອງ “ທີ່​ຜິດ​ກົດ​ໝາຍ” ຂອງ​ປະ​ທາ​ນາ​ທິບໍ​ດີ​ເວເນ​ຊູ​ເອ​ລາ ທ່ານນິ​ໂກ​ລັ​ສ ມາ​ດູ​ໂຣ. ໄພ​ສານ ມີລາຍລະອຽດກ່ຽວ​ກັບ​ເລື້ອງນີ້ ມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

ໃນ​ຂະ​ນະ​ທີ່​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເວ​ເນ​ຊູ​ເອ​ລາ ເຂົ້າ​ຮັບ​ຕຳ​ແໜ່ງ​ປະ​ທານ​ວຽນ​ເປັນ​ເວ​ລາ​ນຶ່ງ​ເດືອນ ຂອງ​ການ​ເຈ​ລະ​ຈາ​ຫລຸດ​ກຳ​ລັງ​ອາ​ວຸດ​ທີ່ນ​ະ​ຄອນ​ເຈ​ນີວາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດທ່ານ​ໂຣ​ເບີດ ວູດ ໄດ້​ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ດັ່ງ​ກ່າວ​ ແລະ​ປະ​ກາດ​ການ​ຄັດ​ຄ້ານ ໃນ​ຂະ​ນະ​ທີ່​ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະບານ​ເວ​ເນ​ຊູ​ເອ​ລາ ຂອ​ງ​ປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກ​ລັ​ສ ​ມາ​ດູ​ໂຣ ເຂົ້າ​ກຳ​ຕຳ​ແໜ່ງ​ປະທານ​ວຽນ. ທ່ານ​ໂຣ​ເບີດ ວູດ ກ່າວ​ກ່ຽວ​ກັບ​ເລື່ອງນີ້​ວ່າ:

“ຜູ້​ຕາງ​ໜ້າ​ຂອງ​ທ່ານ​ຮ​ວານ ກວາ​ອີ​ໂອ ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຂອງ​ເວ​ເນ​ຊູ​ເອລາ ຄວນ​ຢູ່​ໃນ​ອົງ​ການນີ້ ຄວນ​ນັ່ງ​ຢູ່​ຕັ່ງ​ໂຕນັ້ນ ໃນ​ເວ​ລານີ້ ແລະ​ພວກ​ເຮົາ​ຫວັງວ່າ ໃນ​ໄວໆ​ນີ້ ຈະ​ມີ​ຜູ້​ຕາງ​ໜ້າ​ຂອງ​ທ່ານຮ​ວານ ກວາ​ອີ​ໂດ ມາ​ນັ່ງ​ຢູ່​ຕັ່ງ​ໂຕນັ້ນ​ຍ້ອນ​ວ່າ ອີ​ກ​ເທື່ອ​ນຶ່ງ ອຳ​ນາດ​ການ​ປົກ​ຄອງ ຂອງ​ອະ​ດີ​ດ​ປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກລັ​ສ ມາ​ດູ​ໂຣ ທີ່​ຈິງ​ແມ່ນ​ໝົດ​ອຳ​ນາດ​ໄປ​ແລ້ວ ແຕ່​ຫາກ​ຍັງ​ບໍ່​ຍອມ.”

ສະ​ຫະ​ລັດ ແລະ​ອີກ​ 50 ກວ່າ​ປະ​ເທດ ໄດ້​ຮັບ​ຮູ້​ທ່ານກວາ​ອີ​ໂດ​ວ່າ ເປັນ​ຜູ້​ນຳ​ຊົ່ວ​ຄາວ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ເວ​ເນ​ຊູ​ເອ​ລາ ແຕ່​ທ່ານ​ມາ​ດູ​ໂຣ ຍັງ​ສືບຕໍ່​ກຳ​ຕຳ​ແໜ່ງ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ ໂດຍໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ພວກ​ນາຍ​ທະ​ຫານ​ຄົນ​ຄົນ​ສຳ​ຄັນ​ຂອງ​ປະ​ເທດແລະ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ຣັດ​ເຊຍ ຄິວ​ບາ ອີ​ຣ່ານ ແລະ​ຈີນ. ທ່ານ​ຮໍ​ເຮ ວາ​ເລ​ໂຣ ເອກ​ອັກ​ຄະ​ລັດ​ຖະ​ທູດ ທີ່ກອງ​ປະ​ຊຸ​ມ ຫລຸດ​ກຳ​ລັງ​ອາ​ວຸດ ​ຂອງ​ເວ​ເນຊູ​ເອ​ລາ ໄດ້​ກ່າວ​ໂຈມ​ຕີ ການ​ຍ່າງ​ອອກ​ຈາກກອງ​ປະ​ຊຸມຂອງ​ສະ​ຫະ​ລັດ ໂດຍ​ເວົ້າ​ວ່າ:

“ໃນ​ທຸກມື້ນີ້ ການ​ຕໍ່​ຕ້ານ​ການ​ທູດ ແລະ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ບໍ່​ເຄົາ​ລົບ​ໄດ້​ມີ​ຂຶ້ນ​ຢູ່​ຫ້ອງ​ປະ​ຊຸມນີ້ແລະ​ມີ​ການ​ຕີ​ຄວາມ​ໝາຍ​ຂອງ​ພວກ​ນັກການ​ທູດ​ສ່ວນ​ໃຫຍ່ ບໍ່​ພຽງ​ແຕ່​ວ່າເປັນ​ຮ່ອງ​ຮອຍ​ຂອງການ​ບໍ່​ໃຫ້​ຄວາມ​ເຄົາ​ລົບ​ຕໍ່​ປະ​ທານກອງ​ປະ​ຊຸມເທົ່າ​ນັ້ນ ແຕ່​ຍັງ​ຕໍ່​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລະ​ພວກ​ນັກ​ການ​ທູດ​ທີ່​ມີ​ໜ້າຢູ່​ທີ່ນີ້​ທັງ​ຫຼາຍ.”

ບັນ​ດາ​ປະ​ເທດ​ຈຳ​ນວນ​ນຶ່ງ ຮວມ​ທັງ​ປາ​ກິ​ສ​ຖານ ເກົາ​ຫຼີ​ເໜືອ ມຽນ​ມາ ຄິວ​ບາ ອີ​ຣ່ານ ຊີ​ເຣຍ ແລະ ​ຣັດ​ເຊຍ ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜຸນ​ຕໍ່​ເວ​ເນຊູ​ເອ​ລາແລະ​ຄັດ​ຄ້ານ​ຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ເຄື່ອນ​ໄຫວ​ທີ່​ບໍ່​ຈຳ​ເປັນ ເພື່ອ​ເຮັດ​ໃຫ້​ເລື້ອງ​ດັ່ງ​ກ່າວ ກາຍ​ເປັນ​ເລື້ອງ​ກາຍ​ເມືອງ​ ໂດຍ​ສະມາ​ຊິກ​ບາງ​ປະ​ເທດ. ເອກ​ອັ​ກ​ຄະ​ລັດ​ຖະ​ທູດ​ວູດ​ເວົ້າ​ວ່າ ໄພ​ຂົ່ມ​ຂູ່​ທີ່​ແຈ້ງ​ຈິງ​ຕໍ່​ສະຖາ​ບັນ​ລະ​ຫວ່າງ​ປະ​ເທດ ມີ​ຂຶ້ນ​ເວ​ລາ​ຜູ້​ຄົນ​ເບິ່ງ ​ໄປ​ອີກ​ທາງ​ນຶ່ງ ເວ​ລາ​ຜູ້​ປ​ະ​ສົງຮ້າຍເຂົ້າ​ກຳ​ຕຳ​ແໜ່ງ​ຜູ້​ນຳ. ທ່ານ​ວູດ​ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ສິ່ງ​ທີ່​ພວກ​ເຮົາ​ຄວນ​ເປັນ​ຫ່ວງ ກ່ຽວ​ກັບ​ລະ​ບົບ​ຫຼາຍ​ຝ່າຍ ​ກໍ​ແມ່ນປະ​ເທດ​ຕ່າງໆ​ເຊັ່ນ​ເວ​ເນ​ຊູ​ເອ​ລາ ຊີ​ເຣຍ ອີ​ຣ່ານ ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທານຫຼື​ຜູ້​ນຳ​ຢູ່​ໃນ​ລະ​ບົບ​ຫຼາຍ​ຝ່າຍ​ດັ່ງ​ກ່າວ​ນັ້ນ.”

ບັນ​ດາ​ຜູ້​ແທນ​ຈາກ​ອາ​ເມ​ຣິ​ກາ​ລາ​ຕິນ ຮວມ​ທັງ​ອາ​ເຈັນ​ຕິ​ນາ ບ​ຣາ​ຊີ​ລ ແລະ​ຊີ​ເລ ພ້ອມ​ທັງ​ປະ​ເທດ​ອື່ນໆ​ທີ່​ຮັບ​ຮູ້​ທ່ານກວາ​ອີ​ໂດ ແມ່ນ​ໄດ້​ພາ​ກັນ​ບໍ່​ເຂົ້າ​ຮ່ວມກອງ​ປະຊຸມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG