ພວກພັກເດໂມແຄຣັດໃນລັດຖະສະພາສະຫະລັດ ໄດ້ຮຽກຮ້ອງໃຫ້ເຜີຍແຜ່ລາຍງານຂອງ
ໄອຍະການພິເສດ ທ່ານໂຣເບີຣ໌ດ ມັລເລີ ໃນວັນອັງຄານວານນີ້ ໂດຍກ່າວວ່າ ປະຊາຊົນ
ຊາວອາເມຣິກັນ ສົມຄວນທີ່ຈະໄດ້ຮຽນຮູ້ລາຍລະອຽດຕ່າງໆ ຂອງການສືບສວນສອບສວນ
ທີ່ບໍ່ໄດ້ພົບເຫັນວ່າມີການສົມຮູ້ຮ່ວມຄິດລະຫວ່າງການໂຄສະນາຫາສຽງຂອງທ່ານທຣຳ
ກັບຣັດເຊຍ ໃນການຫາສຽງປີ 2016 ນັ້ນ. ການເປີດເຜີຍລາຍລະອຽດໂດຍຮວມ
ອາດສາມາດຊ່ອຍຫາຄຳຕອບທີ່ວ່າ ດ້ວຍສາເຫດໃດ ທ່ານມັລເລີ ຈຶ່ງບໍ່ສາມາດເວົ້າໄດ້ວ່າ
ບໍ່ມີການກ່າວຫາຕໍ່ປະທານາທິບໍດີທຣຳ ວ່າບໍ່ມີການຂັດຂວາງຂະບວນການຍຸຕິທຳ.
Katherine Gypson ນັກຂ່າວຂອງວີໂອເອ ປະຈຳລັດຖະສະພາ ມີລາຍງານຈາກ
Capitol Hill ຊຶ່ງວັນນະສອນ ຈະສະເໜີລາຍລະອຽດໃນອັນດັບຕໍ່ໄປ.
ຜົນສະຫຼຸບຂອງລາຍງານຂອງທ່ານມັລເລີ ປັດຈຸບັນນີ້ ໄດ້ຊາບກັນແລ້ວ, ແຕ່ວ່າ ເທົ່າເຖິງດຽວນີ້ ມັນພຽງແຕ່ເປັນ ບົດສະຫຼຸບຊື່ໆ. ລັດຖະມົນຕີກະຊວງຍຸຕິທຳ ທ່ານ ບາຣ໌ ຈະຕ້ອງໄດ້ເອົາບາດກ້າວຢ່າງລະວັງ ກ່ອນຈະເປີດເຜີຍລາຍງານທັງໝົດ ຕາມຄຳເວົ້າຂອງພວກຣີພັບບລີກັນນັ້ນ.
ທ່ານມິຈ ເເມັກຄາແນລ ຜູ້ນຳສຽງສ່ວນຫຼາຍຈາກສະພາສູງ ກ່າວວ່າ “ການຈັບຍັດພວກຜູ້ຄົນທີ່ບໍລິສຸດໃສ່ລົດເມ ແລະການເປີດເຜີຍລາຍງານທີ່ເປັນຄວາມລັບນັ້ນ ບໍ່ໄດ້ເຮັດໃຫ້ຂ້າພະເຈົ້າຄິດວ່າ ມັນເປັນຄວາມຄິດທີ່ດີ, ແລະຂ້າພະເຈົ້າເຊື່ອເພິ່ນ ທີ່ຈະເລີ້ມເບິ່ງລາຍງານນີ້ໂດຍຕະຫລອດ.”
ແຕ່ວ່າ ໂດຍປາດສະຈາກລາຍງານທັງໝົດ, ພວກເດໂມແຄຣັດ ກ່າວວ່າ ມັນເປັນໄປບໍ່ໄດ້ທີ່ ຈະໄດ້ມີການຕັດສິນໃຈດ້ວຍຄວາມຮອບຮູ້.
ທ່ານຊັກ ຊູມເມີຣ໌ ຜູ້ນຳສຽງສ່ວນນ້ອຍຈາກສະພາສູງ ກ່າວວ່າ “ຂ້າພະເຈົ້າບໍ່ຈຳເປັນ
ຈະຕ້ອງໄດ້ມີການຕີຄວາມໝາຍຂອງລາຍງານຂອງທ່ານ ບາຣ໌ ລັດຖະມົນຕີກະຊວງ
ຍຸຕິທຳ. ຂ້າພະເຈົ້າເຫັນພ້ອມກັບລາຍງານ.ຄວາມເຊື່ອໝັ້ນຂອງພວກເຮົາຕໍ່ບັນຫານີ້
ແມ່ນພຽງຕ້ອງການຄວາມໂປ່ງໃສເທົ່ານັ້ນ - ເຜີຍແພ່ລາຍງານ ແລ້ວຈຶ່ງສະຫຼຸບ.”
ພວກສະມາຊິກສັງກັດພັກເດໂມແຄຣັດ ທັງ 6 ທ່ານ ທີ່ນຳພາຄະນະກຳມະການຂອງສະພາຕ່ຳ ໄດ້ຮ້ອງຮຽນຢ່າງເປັນທາງການ ຕໍ່ທ່ານບາຣ໌ ໃຫ້ມອບລາຍງານພາຍໃນວັນທີ 2 ເມສາ. ຖ້າຫາກທ່ານບໍ່ຮ່ວມມື. ທາງຄະນະຕຸລາການຂອງສະພາຕ່ຳກໍແມ່ນສົ່ງສັນຍານເຖິງການຈະເອົາບາດກ້າວຕໍ່ໄປ.
ທ່ານນາງ Sheila Jackson Lee ສະມາຊິກຈາກສະພາຕ່ຳ ສັງກັດພັກເດໂມແຄຣັດ ກ່າວວ່າ “ໃນຖານະທີ່ເປັນຄະນະກຳມະການ, ພວກເຮົາມີອຳນາດທີ່ຈະສົ່ງໝາຍເກາະອອກໄປ. ແລະຕາມຕົງແລ້ວ, ຂ້າພະເຈົ້າບໍ່ເຫັນອັນໃດຂອງກົດລະບຽບການຂອງໄອຍະການພິເສດ ທີ່ເກືອດຫ້າມລັດຖະມົນຕີກະຊວງຍຸຕິທຳ ບາຣ໌ ບໍ່ໃຫ້ເປີດເຜີຍລານຍງານດັ່ງກ່າວ. ພວກເຮົາມີຄະແນນສຽງສະໜັບສະໜຸນ 420 ຕໍ່ສູນ ໃນສະພາຕ່ຳ ເພື່ອການຮຽກຮ້ອງທີ່ວ່ານີ້, ຊຶ່ງແມ່ນສະພາປະຊາຊົນ, ທີ່ບົ່ງຊີ້ໃຫ້ເຫັນວ່າ ມັນຄວນຈະນຳອອກມາສູ່ສາຍຕາຜູ້ຄົນໄດ້ ແລະຊາວອາເມຣິກັນ ຈຳນວນຫຼວງຫຼາຍ ແມ່ນຖົກຖຽງກັນ ກ່ຽວກັບຈຸດນີ້.”
ລາຍງານຂອງທ່ານມັລເລີ ໄດ້ຖືກຕ້ອນຮັບຈາກປະທານາທິບໍດີທຣຳ ຜູ້ຊຶ່ງໄດ້ກ່າວວ່າ ມັນເປັນຈຸດຈົບຂອງການໂອ້ລົມສົນທະນາຂອງພັກເດໂມແຄຣັດແລ້ວທີ່ຈະຟ້ອງຮ້ອງທ່ານ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າພວກເຂົາເຈົ້າ
ຈະເວົ້າເຖິງການຟ້ອງຮ້ອງ. ພວກເຮົາມີເສດຖະກິດທີ່ຮຸ່ງເຮືອງທີ່ສຸດ ເທົ່າທີ່ພວກເຮົາເຄີຍມີມາ, ປະເທດຊາດຂອງພວກເຮົາແມ່ນຢູ່ໃນຖານະທີ່ດີຢ້ຽມແລ້ວ. ພວກເຂົາເຈົ້າແລະພວກອື່ນໆ ແມ່ນສ້າງເລື້ອງຫຼອກລວງ ຕໍ່ປະເທດຂອງພວກເຮົາ ດ້ວຍການຊອກຫາຈັບຜິດໃສ່ຄວາມ ບ່ອນທີ່ໄດ້ພິສູດຢ່າງແຂງຂັນແລ້ວວ່າ ມັນບໍ່ມີການສົມຮູ້ຄ່ວມຄິດ, ບໍ່ມີການຂັດຂວາງຄວາມຍຸຕິທຳໃດໆ ທັງນັ້ນ.”
ພັກເດໂມແຄຣັດ ກ່າວວ່າ ລາຍງານທັງໝົດ ສາມາດທີ່ຈະຊ່ອຍໃຫ້ຕອບຄຳຖາມທີ່ຍຶດຍາວມານີ້ ກ່ຽວກັບການຕັດສິນໃຈຂອງທ່ານມັລເລີ ທີ່ບໍ່ໄດ້ປ່ອຍໃຫ້ທ່ານທຣຳ ພົ້ນຈາກຄວາມຜິດ ໃນຄະດີຂັດຂວາງລະບົບຍຸຕິທຳ ເຖິງແມ່ນວ່າ ພວກເຂົາເຈົ້າຈະສືບຕໍ່ເພັ່ງເລັງໃສ່ເລື້ອງນະໂຍບາຍ ກໍຕາມ.
ທ່ານ Hakeem Jeffries ສັງກັດພັກເດໂມແຄຣັດ ກ່າວວ່າ “ພັກເດໂມແຄຣັດ ແມ່ນເພັ່ງເລັງ ໃສ່ໂຕະໃນເຮືອນຄົວ, ບັນຫາຂອງເສດເງິນໃນຖົງໂສ້ງຖົງເສື້ອ ທີ່ພົວພັນກັບ ຄ່າໃຊ້ຈ່າຍປະກັນໄພສຸຂະພາບທີ່ຕ່ຳ ແລະເພີ້ມເງິນເດືອນຂຶ້ນ ສຳລັບຊາວອາເມຣິກັນ ທົ່ວໄປ.”
ແຕ່ວ່າ ພວກເຂົາກໍຍັງຈະສືບຕໍ່ໄປຂ້າງໜ້າ ກັບການສືບສວນຂອງພວກເຂົາເຈົ້າໃນກິດຈະກຳຕ່າງໆຂອງທ່ານທຣຳ ຊຶ່ງຮວມທັງ ການເສຍພາສີ ແລະການປະກອບການດ້ານທຸລະກິດໃນຕ່າງປະເທດຂອງທ່ານທຣຳນັ້ນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
Congressional Democrats called for the release of Special Counsel Robert Mueller's report Tuesday, saying the American public deserves to know the details of the investigationthat found no collusion between the Trump campaign and Russia during the 2016 campaign. Full disclosure could help answer why Mueller could not rule out an obstruction of justice charge against President Trump. VOA's Congressional correspondent Katherine Gypson reports from Capitol Hill.
The results of the Mueller report now knownbut so far only in summary.Attorney General Barr has to act with caution before releasing it in full, Republicans said.
Mitch McConnell, Senate Majority Leader
"Throwing innocent people under the bus and throwing open classified records doesn't strike me as a good idea. And I trust him to begin to go through this."
But without the full report, Democrats said it is impossible to make an informed decision.
Chuck Schumer, Senate Minority Leader
"I don't need Attorney General Barr's interpretation of the report. I am for the report. Our main thrust on this issue is simply transparency - release the report and then come to conclusions."
Heads of six Democratic-controlled House committees formally asked Barr to turn over the report by April 2. If he does not comply, a House Judiciary Democrat hinted at their next steps.
Rep. Sheila Jackson Lee, Democrat
"As a committee, we have a subpoena power. And frankly, I don't see anything in the Special Counsel's regulations that would prohibit Attorney General Barr from releasing it. We have a 420 to 0 vote in the House, the people's House, that indicates that it should be seen and the percentage of the American people who argue for that point."
Mueller's report welcomed by President Trump who said it ended some Democrats' discussion of impeachment.
U.S. President Donald Trump
"I don't think they're talking about impeachment. We have the greatest economy we've ever had, our country's in incredible shape. They and others created a fraud on our country with this ridiculous witch hunt where it was proven very strongly no collusion, no obstruction, no nothing.
Democrats say the full report could help resolve lingering questions about Mueller's decision not to fully exonerate Trump of obstruction of justice charges- even as they pushed for a renewed focus on policy.
Hakeem Jeffries, Democrat
"Democrats are focused on kitchen-table, pocketbook issues involving lower health care costs, and increased pay for every day Americans."
But they are also still forging ahead with their own investigations into other Trump activities, including his tax returns and foreign business dealings.