ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຊຸກຍູ້ ໃຫ້ອາຊ່ຽນ ແກ້ໄຂ ບັນຫາຜິດຖຽງກັນ ເລື້ອງດິນແດນ ຢູ່ທະເລຈີນໃຕ້ (ວີດິໂອ)


ລັດຖະມົນຕີຕ່າງປະເທດສະຫະລັດ John Kerry ທີ່ກອງປະຊຸມກັບບັນດາຜູ້ນໍາ ອາຊ່ຽນ.
ລັດຖະມົນຕີຕ່າງປະເທດສະຫະລັດ John Kerry ທີ່ກອງປະຊຸມກັບບັນດາຜູ້ນໍາ ອາຊ່ຽນ.
ການ​ທີ່​ທ່ານ​ບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ
​ສະຫະລັດ ບໍ່​ສາມາດ​ໄປຮ່ວມກ​ອງປະຊຸມ​ສຸດ​ຍອດ​ຂອງສະມາ
ຄົມ​ອາ​ຊ່ຽນ​ ​ທີ່ປະ​ເທດ ບຣູໄນ ໄດ້ນັ້ນ ໝາຍ​ເຖິງ​ວ່າ​ ທ່ານ​ບໍ່​
ສາມາດເຮັດສໍາ​ເລັດ​ໃນ​ສິ່ງ​ທີ່​ທ່ານ​ໄດ້ຮັບປາກ​ໄວ້​ກ່ອນ​ໜ້ານີ້
ທີ່ວ່າ​ຈະ​ຜັກ​ດັນ​ໃຫ້​ບັນດາ​ຜູ້​ນໍາອາ​ຊ່ຽນ​ຕົກລົງກັນ​ຮັບ​ເອົາ​ກົດ​
ການປະ​ພຶດປະຕິບັດ​ອັນ​ເຂັ້ມ​ແຂງ ລະຫວ່າງຈີນ​ແລະ​ອາ​ຊ່ຽນ
ກ່ຽວ​ກັບເຂດທະ​ເລ​ຈີນໃຕ້​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນເພື່ອ​ຫລຸດຜ່ອນ
​ໂອກາດ​ທີ່​ຈະ​ເກີດການ​ຂັດ​ແຍ້​ງ​ກັນ​ນັ້ນ ​ໃຫ້​ໜ້ອຍ​ລົງ. ທ່ານ​
ຈອນ ​ແຄຣີ ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ໄດ້​ເຂົ້າຮ່ວມ
ກອງ​ປະຊຸມດັ່ງກ່າວ​ແທນທ່ານ​ໂອ​ບາ​ມາ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Steve Herman ມີລາຍ​ງານ​ຈາກບຣູ​ນາຍ ຊຶ່ງ​ສິງຈະ​ນໍາ​ລາຍ
ລະອຽດມາສະ​ເໜີ​ທ່ານ​.


ຢູ່​ໃນ​ກອງ​ປະຊຸມ​ສຸດ​ຍອດ ກັບ​ບັນດາ​ຜູ້​ນໍາ​ອາ​ຊ່ຽນ​ນັ້ນ ທ່ານຈອນ ​ແຄຣີ ລັດຖະມົນ​ຕີຕ່າງ
ປະ​ເທດ​ສະຫະລັດ ​ໄດ້​ກ່າວ​ຄໍາຂໍ​ໂທດຈາກ​ທ່ານ​ໂອ​ບາ​ມາ ທີ່​ທ່ານບໍ່​ສາມາດໄປຮ່ວມກອງ​
ປະຊຸມ​ໃນ​ຄັ້ງ​ນີ້​ໄດ້.

ການ​ຕັດສິນ​ໃຈ​ບໍ່ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ APEC ​ແລະ ASEAN ຂອງປະທານາທິ
ບໍດີ​ໂອ​ບາ​ມາ​ໃນ​ຄັ້ງ​ນີ້ ໄດ້​ກໍ່​ໃຫ້ເກີດ​ມີ​ຄໍາ​ຖາມ​ຂຶ້ນມາຢູ່​ໃນ​ເອ​ເຊຍ ກ່ຽວ​ກັບ​ຄວາມ​ໝັ້ນໝາຍ
​ທີ່ອາ​ເມຣິກາໄດ້ໃຫ້​ໄວ້​ ​ຕໍ່​ຂົງ​ເຂດ​ດັ່ງກ່າວ.

ທ່ານ ​ແຄຣີ ​ໄດ້​ບອກບັນດາ​ຜູ້​ນໍາ​ອາ​ຊ່ຽນ ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ທ່ານ​ຮູ້​ວ່າພວກ​ເຂົາເຈົ້າ
ກໍ​ເຂົ້າ​ໃຈດີວ່າ ການ​ປິດ​ກິດຈະການ​ບາງ​ສ່ວນຂອງ​ລັດຖະບານສະຫະລັດ​ລົງ ​ເປັນສາ​ເຫດ​
ທີ່​ເຮັດ​ໃຫ້ປະທານາທິບໍດີ​ບໍ່​ສາມາດເຂົ້າຮ່ວມ​ກອງ​ປະຊຸມໃນ​ຄັ້ງ​ນີ້​ໄດ້. ​ແລະ​ທ່ານ ​ແຄຣີ ກໍໄດ້​
ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ບັນດາ​ຜູ້​ນໍາ​ເຫລົ່າ​ນັ້ນ:

ທ່ານ ​ແຄຣີ ​ເວົ້າ​ວ່າ​: “​ແຕ່​ຂ້າພະ​ເຈົ້າຂໍ​ຮັບປະກັນ​ວ່າ ​ເຫດການຕ່າງໆເຫຼົ່າ​ນີ້ ​
ທີ່​ເກີດ​ຂຶ້ນຢູ່ໃນ​ວໍ​ຊິງ​ຕັນ​ ແມ່ນເປັນ​ພຽງຊ່ວງ​ເວລາ​ນຶ່ງຂອງ​ການ​ເຄື່ອນ​ໄຫວ​
ທາງ​ການ​ເມືອງ​ ​ແລະບໍ່​ມີຫຍັງຫຼາຍ​ກວ່າໄປ​ນັ້ນ.”


ຄະນະ​ເຈົ້າໜ້າ​ທີ່​ອາວຸ​ໂສຂອງສະຫະລັດ ທີ່​ເດີ​ນທາງ​ຕິດຕາມໄປ​ກັບທ່ານ​ແຄ​ຣີ ​ໄດ້​ເນັ້ນຢໍ້າ
ວ່າ ທ່ານ​ແຄຣີໄດ້​ພົບ​ປະສົນທະນາ​ກັບ​ປະມຸກ​ຂອງ​ທຸກໆ​ລັດຖະບານ ທີ່ມີ​ໄດ້ໝາຍກໍານົດ
​ການຈະ​ໂອ້​ລົມສົນທະນາ​ກັບ​ທ່ານ​ໂອບ​າມານັ້ນ.

ແລະຮອດ​ຍັງ​ມີ​ການ​ພົບ​ປະບັ້ນ​ນຶ່ງ​ຕື່ມ​ອີກ​ກັບ​ທ່ານ​ແຄຣີ ຢູ່​ທີ່​ກອງ​ປະຊຸມອາ​ຊ່ຽນ​ນັ້ນ ກໍຄື​
ການ​ພົບ​ປະ​ກັບ​ປະທານາທິບໍດີ Thein Sein ຂອງ​ມຽນມາ.

ລັດຖະບານ​ໂອ​ບາ​ມາ ​ແມ່ນ​ໄດ້​ໃຫ້ການ​ສະໜັບສະໜຸນຢູ່ຕະຫຼອດ​ມາ ແກ່​ບັນດາປະ ເທດ
ສະມາຊິກ​ຂອງອາ​ຊ່ຽນ ​ພວກທີ່​ຢາກ​ໃຫ້​ອົງ​ກອນ​ລະດັບ​ຂົງ​ເຂດ​ດັ່ງກ່າວ ຮ່າງກົດການ​ປະ​ພຶດ
ປະຕິບັດໃນ​ທະ​ເລ ​ທີ່​ເຂັ້ມ​ແຂງຂຶ້ນ​ມາ ​ເພື່ອ​ຫລຸດຜ່ອນ​ໂອກາດ​ທີ່​ຈະ​ເກີດ​ການຂັດ​ແຍັງ​ກັນໃນ
ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

​ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງກະຊວງ​ຕ່າງປະ​ເທດ​ສະຫະລັດ​ທ່ານ​ນຶ່ງ ບອກ​ພວກ​ນັກຂ່າວ​ ຂະນະ
​ທີ່​ກໍາລັງ​ເດີນ​ທາງ​ໄປ​ຍັງ​ບຣູ​ນາຍ ວ່າ​ ພວກ​ເຂົາ​ເຈົ້າສາ​ມາດຄາດ​ໝາຍໄດ້​ໂລດ​ວ່າ ​ຈະ​ມີ​ການ
​ສົນທະນາ​ທີ່​ກ່ຽວ​ພັນ​ກັນ​ລະຫວ່າງ​ສະຫະລັດ​ແລະ​ອາ​ຊ່ຽນ ​ດໍາ​ເນີນ​ຕໍ່​ໄປໃນ​ລະດັບ​ທີ່​ສູງຂຶ້ນ
ກວ່າ​ເກົ່າ ​ພ້ອມ​ກັບເນັ້ນ​ຢໍ້າບົດບາດຂອງ​ອາ​ເມຣິກາ ​ໃນ​ຖານະ​ຜູ້ສະໜັບສະໜຸນ​ການ​ປົກຄອງ​
ໂດ​ຍຕົວ​ບົດ​ກົດໝາຍ ການແກ້​ໄຂ​ບັນຫາ​ຜິດ​ຖຽງກັນ​ຢ່າງ​ສັນຕິ ​ເສລີພາບ​ໃນ​ການ​ເດີນ​ເຮືອ ​
ແລະ​ຫຼັກການ​ຂອງການ​ຄ້າ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ທີ່​ປາດ​ສະ​ຈາກ​ການ​ຂັດຂວາງ.


Click to enlarge
Click to enlarge

ພວກ​ນັກ​ຂ່າວ​ໄດ້​ຖາມທ່ານ Le Luong Minh ​ເລຂາທິການ​ໃຫຍ່​
ສະມາ ຄົມ​ອາ​ຊ່ຽນ​ ​ກ່ຽວ​ກັບ​ຄວາມ​ຄື​ບໜ້າ​ຂອງ​ເລື່ອງ​ນີ້. ​ໃນ​ການ
​ກ່າວ​ຕອບ​ນັ້ນ ທ່ານ​ Minh ໄດ້ເອີ່ຍ​ເຕຶ້ອງ​ໄປ​ໃສ່ການ​ສົນທະນາ​ຫາ
ລື​ກັນ​ເມື່ອ​ບໍ່​ດົນ​ມາ​ນີ້ ​ຢູ່​ປະ​ເທດຈີນ ລະຫວ່າງເຈົ້າໜ້າ​ທີ່ສະມາຄົມ
ອາ​ຊ່ຽນ ​ກັບ​ເຈົ້າໜ້າ​ທີ່​ຈີນ.

ທ່ານ ມິນ ກ່າວ​ຕື່ມ​ວ່າ: “ການປຶກສາ​ຫາລື​ກັນ​ນັ້ນແມ່ນ​ຈະມີສືບ
​ຕໍ່​ໄປ ​ແລະ ພວກ​ເຮົາ​ກໍ​ຫວັງ​ວ່າ ດ້ວຍ​ການ​ດໍາ​ເນີນຄວາມ​ພະ
ຍາຍາມ​ຂອງ​ທັງ​ສອງ​ຝ່າຍ ທີ່​ຮູ້ສຶກ​ສໍານຶກ​ດີ​ວ່າ ​ສັນຕິພາບ​ແລະ​
ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ ແມ່ນຈໍາ​ເປັນ​ແລະສໍາຄັນ​ ບໍ່​ສະ​ເພາະ​ແຕ່​ສໍາລັບ​ອາຊ່ຽນ
​ເທົ່າ​ນັ້ນ ​ແຕ່​ສໍາລັບ​ໝົດ​ທຸກ​ປະເທດ​ຢູ່​ໃນ​ຂົງ​ເຂດ ຊຶ່ງ​ໂຮມ​ທັງ​ຈີນນັ້ນ​ນໍາ ພວກ​ເຮົາຈະ
ສາມາດ​ບັນລຸ​ຄວາມກ້າວໜ້າ​ທີ່​ເປັນ​ຮູບ​ປະ​ທໍາໄດ້.”


ສ່ວນທ່ານ Le Kequiang ນາຍົກລັດຖະມົນຕີຈີນ ໃຫ້​ຂໍ້​ສັງ​ເກດ​ວ່າ “ຂົງ ເຂດ​ທະ​ເລ​ຈີນໃຕ້
ທີ່​ມີສັນຕິພາບ​ນັ້ນ ຖື​ວ່າ​ເປັນ​ໂຊກ​ໄຊ ສໍາລັບ​ພວກ​ເຮົາ​ທັງໝົດ.” ​ແຕ່​ວ່າພ້ອມ​ດຽວ​ກັນ ທ່ານ​
ລີ ​ເກີ​ຈຽງ ກໍ​ໄດ້ໃຫ້ຮ່ອງຮອຍ​ເຖິງຄວາມ​ປະສົງຂອງ​ຈີນ​ ທີ່ຢາກ​ຈະເຈລະຈາຕົກລົງເລື້ອງຂໍ້​ຂັດ
​ແຍ້​ງກັນ​ທາງທະ​ເລນັ້ນແບບ​ສອງ​ຝ່າຍ​ກັບ​ແຕ່ລະ​ຄູ່​ກໍລະນີໄປ​ ແທນ​ທີ່​ຈະ​ເຈລະຈາ​ກັບໝົດ​
ທັງສະມາຄົມ​ອາ​ຊ່ຽນ.

ຈີນ​ໄດ້​ອ້າງເອົາ​ອະທິປະ​ໄຕ ​ໃນເກືອບ​ວ່າ​ທັງ​ໝົດຂອງເຂດ​ທະ​ເລຈີນ​ໃຕ້ ​ແຕ່​ວ່າ​ສີ່ສະມາຊິກ
​ຂອງ​ສະມາຄົມ​ອາ​ຊ່ຽນ ຄື ບຣູນາຍ ມາ​ເລ​ເຊຍ ຟິລິບ​ປິນ ​ແລະ ຫວຽດນາມ ກໍ​ໄດ້ອ້າງເອົາ​ກໍາ
ມະສິດໃນ​ເຂດນ່ານນໍ້າ​ບາງ​ສ່ວນ​ ຂອງທະ​ເລ​ຈີນ​ໃຕ້​ນັ້ນ​ນໍາ ​ເຊັ່ນ​ກັນ.

ເບິ່ງວີດິໂອ ກ່ຽວກັບທ່ານ ແຄຣີ ທີ່ກອງປະຊຸມອາຊ່ຽນ:

Kerry Defends US Commitment to Asia at APEC
please wait

No media source currently available

0:00 0:02:32 0:00
ລິງໂດຍກົງ
XS
SM
MD
LG