ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳ ສຫລ ພົບປະຜູ້ນຳ ອາຊ່ຽນ


ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາຈະເປັນ ເຈົ້າພາບ ຈັດການສົນທະນາຫາລື ກັບພວກຜູນຳຂອງ ບັນດາປະເທດ ຈາກເຂດເອເຊຍ ຕາເວັນອອກສຽງໃຕ້ ໃນວັນສຸກມື້ນີ້ ຢູ່ຂ້າງນອກກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ.

ການພົບປະສຸດຍອດຄັ້ງທີ 2 ລະຫວ່າງສະຫະລັດແລະສະ ມາຄົມອາຊ່ຽນມີຂຶ້ນນຶ່ງມື້ຫຼັງຈາກທ່ານໂອບາມາ ປະກາດວ່າ ທ່ານຈະເດີນທາງ ໄປຢ້ຽມຢາມອິນໂດເນເຊຍ ຊຶ່ງໄດ້ມີການ ເລື່ອນເວລາ ມາແລ້ວສອງເທື່ອນັ້ນ ໃນເດືອນພະຈິກຈະມາ.

ໃນລະຫວ່າງການເດີນທາງຄັ້ງນີ້ ທ່ານໂອບາມາເວົ້າວ່າ ທ່ານຍັງຈະໄປຮ່ວມ ກອງປະຊຸມສຸດ ຍອດຂອງກຸ່ມຈີ 20 ທີ່ເກົາຫຼີໃຕ້ ແລະກອງປະຊຸມ ຂອງອົງການອາເປັກ ທີ່ປະເທດຍີ່ປຸ່ນ.

ທ່ານໂອບາມາ ໄດ້ວາງແຜນມາເປັນເວລາດົນນານແລ້ວ ທີ່ຈະເດີນທາງໄປຢ້ຽມຢາມປະເທດ ອິນໂດເນເຊຍ ທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາອິສລາມ ທີ່ໃຫຍ່ທີ່ສຸດໃນໂລກ ໂດຍ ໄດ້ກຳນົດການຢ້ຽມຢາມ ໃສ່ເດືອນມີນາ ແລະຫຼັງຈາກນັ້ນ ກໍເລື່ອນມາເປັນເດືອນມິຖຸນາໃນປີ ນີ້. ການເດີນທາງເທື່ອທຳອິດ ໄດ້ຖືກເລື່ອນເວລາຍ້ອນຄວາມຮີບດ່ວນຂອງຮ່າງກົດໝາຍ ວ່າ ດ້ວຍການຮັກສາສຸຂພາບ ແລະເທື່ອຕໍ່ມາກໍຍ້ອນການຮົ່ວໄຫຼຂອງນໍ້າມັນ ຢ່າງຮ້າຍແຮງ ໃນບໍລິເວນອ່າວເມັກຊິໂກ.

XS
SM
MD
LG