ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົບປະສຸດຍອດ ສະຫະລັດ-ອາຊ່ຽນ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃຫ້ຄຳ ໝັ້ນສັນຍາວ່າ ຈະເອົາບົດບາດທີ່ໜັກແໜ້ນ ໃນກິດຈະການ ເອເຊຍ ຂະນະທີ່ທ່ານພົບປະກັບພວກຜູ້ນຳ ຂອງບັນດາປະ ເທດຈາກເຂດເອເຊຍຕາເວັນອອກສຽງໃຕ້ຢູ່ຂ້າງນອກຂອງ ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ.

ທ່ານໂອບາມາ ກ່າວຕໍ່ສະມາຄົມອາຊ່ຽນທີ່ມີສະມາຊິກ 10 ປະເທດນັ້ນວ່າ ທ່ານໄດ້ສະແດງໃຫ້ເຫັນ ຢ່າງຈະແຈ້ງຕະ ຫຼອດມານັບແຕ່ທ່ານໄດ້ເປັນປະທານາທິບໍດີວ່າ ສະຫະລັດ ຕັ້ງໃຈ ທີ່ຈະເອົາບົດບາດໃນການນຳພາ ຢູ່ໃນເຂດເອເຊຍ. ນອກນັ້ນ ທ່ານຍັງໄດ້ກ່າວຊົມ ເຊີຍ ບັນດາປະເທດໃນສະມາຄົມອາຊ່ຽນ ທີ່ໄດ້ເອົາບົດບາດ ນຳພາຫຼາຍຂຶ້ນ ຢູ່ໃນຂົງເຂດ.

ລຸນຫຼັງການພົບປະສຸດຍອດກໍໄດ້ມີການອອກຖະແຫຼງການ ຮ່ວມສະບັບນຶ່ງເວົ້າວ່າ ສະຫະລັດ ແລະສະມາຄົມອາຊ່ຽນ ມີຄວາມໝາຍໝັ້ນຕັ້ງໃຈ ທີ່ຈະເສີມຂະຫຍາຍຄວາມສຳພັນ ແລະໄດ້ເນັ້ນຢໍ້າ ເຖິງຄວາມສຳຄັນທາງຍຸດທະສາດ ທີ່ມີເພີ້ມຂຶ້ນ ໃນຄວາມສຳພັນດັ່ງກ່າວ.

ກ່ຽວກັບບັນຫາເກົາຫຼີເໜືອນັ້ນ ປະເທດຕ່າງໆໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງເຖິງຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ມະຕິຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ຮຽກ ຮ້ອງໃຫ້ພຽງຢາງ ປະຖິ້ມອາວຸດ ແລະໂຄງການຕ່າງໆ ໃນດ້ານນິວເຄລຍຂອງຕົນ.

XS
SM
MD
LG