ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງປະຊຸມສຸດຍອດສະຫະລັດ-ອາຊ່ຽນ ຄັ້ງທີ 2


ກອງປະຊຸມສຸດຍອດສະຫະລັດ-ອາຊ່ຽນ ຄັ້ງທີ 2
ກອງປະຊຸມສຸດຍອດສະຫະລັດ-ອາຊ່ຽນ ຄັ້ງທີ 2

ປະທານາທິບໍດີ​ບາຣັກໂອ​ບາ​ມາ ​ແລະ​ບັນດາ​ຜູ້​ນໍາ​ປະ​ເທດ​ໃນ​ກຸ່ມ​ອາ​ຊ່ຽນ ​ໄດ້​ພົບ​ປະກັນ​ຢູ່​ທີ່​ນະຄອນ​ນີວຢອກ ນອກ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ​ໃນ​ວັນ​ສຸກ​ອາທິດ​ແລ້ວ​ນີ້. ຜູ້​ສື່​ຂ່າວວີ​ໂອ​ເອທີ່​ທໍານຽບຂາວລາຍ​ງານວ່າ ສະຫະລັດ​ແລະ​ກຸ່ມ​ອາ​ຊ່ຽນ ມີ​ຄວາມ​ໝັ້ນ​ໝາຍ​ທີ່ເສີມ​ຂະ​ຫຍາຍ​ສາຍ​ພົວພັນ​ ລະຫວ່າງ​ກັນໃຫ້​ເຂັ້ມ​ແຂງ​ຂຶ້ນ ​ແລະ​ຕ່າງ​ກໍໄດ້​ເນ້ນ​ເຖິງ ຄວາມສໍາຄັນ​ຂອງ​ສາຍ​ພົວພັນ​ດ້ານ​ຍຸດ​ທະ​ສາດທີ່​ກໍາລັງ​ເຕີບ​ໂຕ​ຂຶ້ນ​ນັບ​ມື້.

ຄໍາ​ຖະ​ແຫ​ລງຂອງທໍານຽບຂາວ ກ່ຽວ​ກັບກອງ​ປະຊຸມ​ສຸດ​ຍອດ​ລະຫວ່າງ​ສະຫະລັດ​ແລະ​ກຸ່ມ​ອາ​ຊຽນຄັ້ງ​ທີ​ສອງ ຊຶ່ງ​ກອງ​ປະຊຸມ​ຄັ້ງທໍາອິດ​ ໄດ້​ຈັດ​ຂຶ້ນ​ທີ່​ສິງກະໂປ​ໃນ​ປີ​ກາຍ​ນັ້ນ ​ເວົ້າ​ວ່າກອງ​ປະຊຸມ​ປີ​ນີ້ແມ່ນໄດ້​ເພ່ງ​ເລັງ​ໃສ່​ເລື້ອງເສດຖະກິດ​ຕະຫລອດ​ທັງ​ເລື້ອງ​ບັນຫາ​ຂອງ​ໂລກ​ແລະ​ຂົງ​ເຂດ ອັນຮວມ ທັງ​ເລື້ອງ​ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍ ຄວາມ​ພະຍາ ຍາມຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ແລະ​ບັນຫາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນໍາ.

ຖ້ອຍ​ຖະ​ແຫລ​ງຂອງ​ທໍານຽບຂາວ​ກ່າວ​ວ່າ ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ຂອງສະຫະລັດ​ແລະ​ຂອງ​ກຸ່ມ​ອາ​ຊ່ຽນ​ ​ແມ່ນ​ພົວພັນ​ກັນ​ຂຶ້ນ​ຫລາຍ​ນັບ​ມື້ ​ໂດຍໃຫ້​ຂໍ້ສັງ​ເກດວ່າ ​ເສດຖະກິດ​ຂອງ​ກຸ່ມ​ອາ​ຊ່ຽນທັງ​ໝົດນັ້ນ ລວມກັນ​ແລ້ວ​ແມ່ນປະກອບ​ເປັນ​ຕະ ຫລາດ​ສິນຄ້າສົ່ງ​ອອກ​ທີ່ໃຫຍ່ອັນ​ດັບ 4 ສໍາລັບ​ສະຫະລັດ ​ຊຶ່ງມູນ​ຄ່າ​ທັງ​ໝົດ​ຂອງ​ການ​ຄ້າສອງ​ຝ່າຍ ຕົກ​ເປັນ 146 ຕື້ໂດ​ລາ​ ໃນ​ປີ 2009.

ບັນດາ​ຜູ້​ນໍາ​ອາ​ຊ່ຽນ​ໄດ້​ແຈ້ງ​ໃຫ້​ທ່ານ​ໂອ​ບາ​ມາ​ຮູ້​ໂດຍ​ສັງ​ເຂ​ບ ກ່ຽວ​ກັບແຜນການ​ຈັດ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ອາ​ຊ່ຽນຂຶ້ນ ​ເພື່ອ​ສ້າງຕັ້ງ​ຕະຫລາດ​ແລະ​ຖານ​ຜະລິດ​ສິນຄ້າອັນ​ດຽວ​ຂຶ້ນມາໃຫ້​ໄດ້ພາຍ​ໃນ​ປີ 2015. ຖະ​ແຫລ​ງການ​ສະບັບ​ນີ້​ກ່າວ​ອີກວ່າ ປະທານາທິບໍດີ​ໂອ​ບາ​ມາໄດ້​ໃຫ້ ຄໍາ​ໝັ້ນສັນຍາທີ່ຈະໃຫ້ການ​ຊ່ອຍ​ເຫລືອ​ເພີ່ມ​ຕື່ມ ​ໃນ​ການ​ສະໜັບສະໜຸນເປົ້າ​ໝາຍ​ດັ່ງກ່າວ ໃຫ້​ບັນລຸ​ຜົນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດໃນ​ຖານະ​ເປັນ​ປະ​ເທດ​ທີ່ຕັ້ງ​ຢູ່​ໃນ​ແຄມ​ຝັ່ງ​ມະຫາ ສະມຸດ​ປາຊີ​ຟິກ ມີ​ສ່ວນ​ໄດ້​ສ່ວນ​ເສຍ​ຢ່າງ​ໃຫຍ່​ຫລວງ​ໃນ​ຂົງ​ເຂດອາ​ຊ່ຽນນັ້ນ ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ​ຊີ້​ແຈງ​ວ່າ:

"ພວກເຮົາຕ້ອງການຄວາມເປັນພາຄີກັນກັບພວກປະເທດອາຊ່ຽນ ເພື່ອຮັບ​ມື​ກັບ ສິ່ງທ້າທາຍຕ່າງໆຂອງເສດຖະກິດທີ່ກຳລັງເຕີບໂຕຂອງພວກເຮົາ ປ້ອງກັນການ ແຜ່ຜາຍດ້ານນີວເຄລຍ ແລະແກ້ໄຂບັນຫາສະພາວະດິນຟ້າອາກາດປ່ຽນແປງ. ດັ່ງ​ນັ້ນ ໃນຖານະ​ເປັນປະທານາທິບໍດີ ຂ້າພະເຈົ້າກໍ​ໄດ້​ເຮັດ​ໃຫ້ເປັນທີ່ແຈ້ງຂາວ​ ແລ້ວວ່າ ສະຫະລັດມີຄວາມຕັ້ງໃຈທີ່ຈະດໍາ​ເນີນບົດບາດຂອງການເປັນຜູ້ນໍາຜູ້ນຶ່ງ ໃນຂົງເຂດເອເຊຍ. ສະນັ້ນ ພວກເຮົາຈຶ່ງໄດ້ສ້າງຄວາມເຂັ້ມ​ແຂງ​ໃຫ້ແກ່ຄວາມ​ ສໍາພັນຂອງພວກເຮົາກັບພັນທະມິດເກົ່າ​ແກ່ ສ້າງຄວາມແໜ້ນແຟ້ນເລິກເຊິ່ງກັບ ພາຄີໃໝ່ ດັ່ງດຽວທີ່ພວກເຮົາກຳລັງປະຕິບັດກັບຈີນ ແລະພວກເຮົາກໍໄດ້ເຂົ້າ​ໄປ​ພົວພັນຄືນໃໝ່ອີກກັບພວກອົງການ​ຈັດ​ຕັ້ງລະດັບຂົງ​ເຂດ ຊຶ່ງໂຮມທັງສະມາຄົມ ອາຊ່ຽນນັ້ນນຳ."

ທ່ານ​ໂອ​ບາ​ມາກ່າວ​ວ່າ ທ່ານ​ໄດ້​ຮັບ​ເອົາ​ການ​ເຊື້ອ​ເຊີນ​ຂອງ​ກຸ່ມອາ​ຊ່ຽນ ​ເພື່ອ​ໄປ​ຮ່ວມ​ກອງ ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ຊຶ່ງກໍານົດ​ຈະ​ໄຂ​ຂຶ້ນ​ທີ່ກຸງຈາ​ກາ​ຕາ​ໃນ​ປີໜ້ານັ້ນ ຊຶ່ງ​ຈະ​ເປັນ​ການຢ້ຽມຢາມອິນ​ໂດ​ເນ​ເຊຍ​ຄັ້ງ​ທີ​ສອງ​ສໍາ​ລັບ​ທ່ານ​ໂອ​ບາ​ມາ​ ໃນ​ຖານະ​ເປັນປະທານາທິ ບໍດີ ຫລັງ​ຈາກ​ການ​ຢ້ຽມຢາມ​ຄັ້ງ​ທໍາ​ອິດ ທີ່​ຈະ​ມີ​ຂຶ້ນໃນ​ເດືອນ​ພະຈິກຈະ​ມາ​ນີ້ ​ຊຶ່ງ​ທ່ານ​ຈະ​ຢຸດ​ແວ່ອິນໂດເນເຊຍ ​ໃນ​ລະຫວ່າງເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຂອງກຸ່ມ G-20 ທີ່ ເກົາຫລີ​ໃຕ້​ ແລະກອງ​ປະຊຸມ​ສຸດ​ຍອດ APEC ທີ່​ຍີ່ປຸ່ນ.

ປະທານ​ປະ​ເທດ​ຫວຽດນາມ ທ່ານຫງວຽນ​ມິນ​ຈຽດ ​ໄດ້​ກ່າວ​ຜ່ານ​ນາຍ​ພາສາ ​ໃນ​ຖານະປະ​ທານ​ກຸ່ມ​ອາ​ຊຽນຄົນ​ປັດຈຸ​ບັນວ່າ:

ປະທານປະເທດຫວຽດນາມ ທ່ານ Nguyen Minh Triet ກ່າວໃນ ກອງປະຊຸມສຸດຍອດອາຊ່ຽນ ແລະກິນເຂົ້າໄປພ້ອມ ທີ່ນະຄອນນິວຢອກ, ວັນທີ 24 ກັນຍາ 2010. (AP Photo/Susan Walsh)
ປະທານປະເທດຫວຽດນາມ ທ່ານ Nguyen Minh Triet ກ່າວໃນ ກອງປະຊຸມສຸດຍອດອາຊ່ຽນ ແລະກິນເຂົ້າໄປພ້ອມ ທີ່ນະຄອນນິວຢອກ, ວັນທີ 24 ກັນຍາ 2010. (AP Photo/Susan Walsh)

"ຫວຽດນາມແລະສະມາຄົມ ອາຊ່ຽນ ຍາມ​ໃດ​ກໍສະໜັບ ສະໜູນການ​ເສີມ​ຂະຫຍາຍ ສາຍພົວພັນລະຫວ່າງສະມາ ຄົມອາຊ່ຽນກັບສະຫະລັດ ຫ້​ ເລິກ​ເຊີ່ງ​ແໜ້ນ​ແຟ້ນຍິ່ງຂຶ້ນ ທັງແບບສອງຝ່າຍ ແລະ ຫລາຍຝ່າຍ ແລະພວກເຮົາ ກໍຢາກ ຈະຍົກລະດັບຄວາມ ສຳພັນຂອງພວກເຮົາຂຶ້ນໄປ ອີກລະດັບນຶ່ງ ໄປສູ່ລະດັບ ​ທີ່ ກວມຮອບດ້ານຫລາຍ​ຂຶ້ນ​ອີກ ແລະມີ​ເນື້ອ​ຫາ​ສາລະ ຫລາຍຂຶ້ນ ເພື່ອສັນຕິພາບ ສະຖຽນລະພາບ ການພັດທະນາຂອງຂົງເຂດຂອງ ພວກເຮົາ."

ເຖິງ​ແມ່ນ​ບໍ່​ໄດ້ມີ​ການ​ກ່າວ​ເຖິງເກົາຫລີ​ເໜືອ​ແລະ​ມຽນມາ ​ຢູ່​ໃນ​ຄໍາ​ປາ​ໄສ​ສັ້ນໆ​ຢ່າງ​ເປີດ​ເຜີຍ​ຂອງ​ພວກ​ຜູ້​ນໍາ​ເຫລົ່າ​ນັ້ນກໍ​ຕາມ ​ແຕ່ສອງປະ​ເທດ​ນີ້​ກໍ​ໄດ້​ເປັນ​ຫົວ​ຂໍ້ສໍາຄັນ​ ໃນ​ການໂອ້​ລົມ​ສົນທະນາ​ກັນເມື່ອວັນ​ສຸກ​ຜ່ານ​ມາ​ນັ້ນ.

ທໍານຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ​ອີກ​ຄັ້ງ​ໃໝ່​ໃຫ້​ລັດຖະບານ​ທະຫານ​ມຽນມາ​ ລົງມື​ດໍາ​ເນີນຂັ້ນ​ຕອນ​ສ້າງຄວາມປອງ​ດອງ​ຊາດ​ໂດຍ​ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ຮວມທັງ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ​ແລະ​ໃຫ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທີ່​ເສລີ​ແລະ​ຍຸຕິ​ທໍາ​ໃນ​ເດືອນ​ພະຈິກນັ້ນ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ຕ່າງຫາກ ບັນດາ​ຜູ້​ນໍາອາ​ຊ່ຽນ​ກໍຮຽກຮ້ອງຊໍ້າ​ອີກ ໃຫ້​ລັດຖະບານ​ມຽນມາຈັດ​ໃຫ້​ມີການ​ເລືອກ​ຕັ້ງ​ທີ່​ເສລີ​ ຍຸຕິ​ທໍາ ​ເປີດ​ກ້ວາງ ​ແລະໂປ່​ງໃສ ​ເພື່ອ​ໃຫ້​ເປັນ​ທີ່​ໜ້າ​ເຊື່ອ​ຖືໄດ້​ ສໍາລັບ​ປະຊາຄົມໂລກ.

ນອກ​ນັ້ນ​ ພວກ​ຜູ້​ນໍາ​ກຸ່ມ​ອາ​ຊ່ຽນກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີເຊ່ນ​ກັນ ​ນໍາ​ອັນ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າ ການ​ສືບຕໍ່ພົວພັນຂອງ​ສະຫະລັດ​ກັບ​ລັດຖະບານທະຫານ​ມຽນມານັ້ນ ​ໂດຍ​ກ່າວ​ວ່າ​ເຂົາ​ເຈົ້າ ​ຫວັງ​ວ່າການ​ກະທໍາ​ເຊ່ນ​ນີ້​ຈະ​ຊຸກຍູ້​ໃຫ້​ມຽນມາ​ທໍາ​ການ​ປະຕິ​ຮູບ​ດ້ານ​ການ​ເມືອງ​ແລະ​ເສດຖະ ກິດ ​ເພື່ອ​ສົ່ງ​ເສີມ​ຄວາມ​ປອງ​ດອງ​ຊາດ​ນັ້ນ.

ກ່ຽວ​ກັບ​ເກົາຫລີ​ເໜືອ ສະຫະລັດ​ແລະ​ກຸ່ມ​ອາ​ຊ່ຽນ​ໄດ້​ຢືນຢັນ​ອີກ​ເຖິງ​ຄວາມສໍາຄັນໃນ​ການ ​ປະຕິບັດ​ຕາມ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະ ບານ​ກຸງ​ພຽງ​ຢາງ​ປະຕິບັດ​ຕາມ​ຄວາມໝັ້ນ​ໝາຍ​ຂອງ​ການ​ເຈລະຈາ 6 ຝ່າຍ​ ທີ່​ຢາກ ໃຫ້​ເກົາຫລີ ເໜືອ​ປະ​ຖິ້ມ​ພວກ​ອາ ວຸດນີວ​ເຄລຍທັງ​ໝົດ​ ຕະຫລອດ​ທັງ​ໂຄງການ​ຜະລິດ​ນີວ​ເຄລຍ​ທີ່​ມີ​ຢູ່ ​ແລະ​ໃຫ້​ກັບ​ຄືນ​ ໃນ​ເວລາ​ອັນ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ໄປສູ່​ສົນທິສັນຍາວ່າ​ດ້ວຍ​ການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍ ​ແລະ​ມາດຕາ​ການ​ປ້ອງ​ກັນ​ຕ່າງ​ໆຂອງອົງການ​ຄວບ​ຄຸມ ພະ​ລັງ​ປະລະມະ​ນູສາກົນ ຫລື IAEA ນັ້ນ.

ຖະ​ແຫລ​ງການ​ຮ່ວມເວົ້າ​ອີກ​ວ່າ ທ່ານ​ໂອ​ບາ​ມາ​ແລະ​ບັນດາ​ຜູ້​ນໍາ​ປະ​ເທດອາ​ຊ່ຽນ​ໄດ້​ຕົກລົງ​ເຫັນ​ດີນໍາ​ກັນ ກ່ຽວ​ກັບ​ຄວາມ​ສໍາຄັນ​ຂອງ​ການ​ແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ໃນ​ຂົງ​ເຂດໂດຍ​ສັນ​ຕິ ວິທີ ແລະ​ກ່ຽວ​ກັບເສລີພາບ​ໃນ​ການ​ເດີນ​ເຮືອ ສະຖຽນ​ລະ​ພາບ ​ແລະ​ການ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ ຮວມທັງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ ​ແລະ​ກົດ ໝາຍສາກົນອື່ນໆ​ກ່ຽວ​ກັບທະ​ເລນັ້ນ. ຂໍ້​ສະຫລຸບ​ຂອງ​ທໍານຽບຂາວ​ກ່າວ​ວ່າ ກົດໝາຍ​ທາງ ​ທະ​ເລ​ທີ່​ວ່າ​ນີ້​ແມ່ນ​ຮວມທັງທະ​ເລ​ຈີນໃຕ້ນໍາ.

ນອກ​ນີ້ ທໍານຽບຂາວຍັງໄດ້ໃຫ້​ຂໍ້ສັງ​ເກດ​ໃນ​ວັນ​ສຸກ​ຜ່ານ​ມາ​ນັ້ນວ່າ ທ່ານ​ນາງ​ຮິນ​ລາ​ລີ ​ຄລິນ​ຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດ​ສະຫະລັດ ​ກໍຈະໄປຮ່ວມ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ ​ຕາ​ເວັນ​ອອກ​ຂັ້ນ​ຕົ້ນ ທີ່​ນະ​ຄອນ​ຫລວງຮາ​ໂນ​ຍ​ ໃນ​ທ້າ​ຍ​ເດືອນ​ຕຸລາໜ້າ​ນີ້ ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Robert Gates ກໍຈະໄປຮ່ວມ​ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມຸນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເຂດເອ​ເຊຍ​ປາຊີ​ຟິກທີ່​ຮາ​ໂນ​ຍ ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນໃນ​ເດືອນ​ໜ້າ​ນີ້​ເຊ່ນ​ກັນ.

XS
SM
MD
LG