ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດວ່າ ຄຳປະກາດ ດ້ານສິດທິມະນຸດ ຂອງອາຊ່ຽນ ບໍ່ໄດ້ ມາດຕະຖານສາກົນ (ສະໄລດ໌)


ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກໍາປູເຈຍ ແລະເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ, ທ່ານສຸຣິນ ພິດສຸວັນ ຖືຄຳ​ປະກາດດ້ານສິດທິມະນຸດ ທີ່ຫາກໍ່ຮັບຮອງເອົາ ຢູ່ໃນກອງປະຊຸມສຸດຍອດຂອງອາຊ່ຽນ ທີ່ຈັດຂຶ້ນໃນນະຄອນພະນົມເປັນ ຂອງກໍາປູເຈຍ ໃນວັນທີ 18 ພະຈິກ 2012 ແລະ ຖືກສະຫະລັດຕໍໜິວ່າ ບໍ່ໄດ້ມາດຕະຖານສາກົນນັ້ນ.
ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີກໍາປູເຈຍ ແລະເລຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ, ທ່ານສຸຣິນ ພິດສຸວັນ ຖືຄຳ​ປະກາດດ້ານສິດທິມະນຸດ ທີ່ຫາກໍ່ຮັບຮອງເອົາ ຢູ່ໃນກອງປະຊຸມສຸດຍອດຂອງອາຊ່ຽນ ທີ່ຈັດຂຶ້ນໃນນະຄອນພະນົມເປັນ ຂອງກໍາປູເຈຍ ໃນວັນທີ 18 ພະຈິກ 2012 ແລະ ຖືກສະຫະລັດຕໍໜິວ່າ ບໍ່ໄດ້ມາດຕະຖານສາກົນນັ້ນ.
ສະຫະລັດເຕືອນວ່າ ຄຳປະກາດດ້ານສິດທິມະນຸດ ທີ່ຫາກໍ່ຖືກ
ຮັບຮອງເອົາເມື່ອມໍ່ໆມານີ້ ຂອງສະມາຄົມບັນດາປະເທດໃນ
ເຂດເອເຊຍຕາເວັນອອກສຽງໃຕ້ຫລື ອາຊ່ຽນນັ້ນ ບໍ່ໄດ້ມາດຕະ
ຖານສາກົນ ແລະອາດເຮັດໃຫ້ບັນດາລັດຖະບານຂອງປະເທດ
ທີ່ກົດຂີ່ດ້ານສິດທິມະນຸດ ຢູ່ໃນຂົງເຂດເອົາໄປນໍາໃຊ້ຢ່າງຜິດ
ພາດກໍເປັນໄດ້.

ໃນວັນອາທິດທີ່ຜ່ານມານີ້ ບັນດາຜູ້ນໍາຈາກເອເຊຍຕາເວັນອອກ
ສຽງໃຕ້ ໄດ້ຮັບຮອງເອົາຄຳ ປະກາດທີ່ບໍ່ມີຂໍ້ຜູກມັດ ໂດຍແນໃສ່ ເພື່ອຮັບປະກັນໃຫ້ການປົກປ້ອງປະຊາຊົນປະມານ 600 ລ້ານຄົນ ທີ່ອາໄສຢູ່ໃນກຸ່ມຈັດຕັ້ງຂົງເຂດທີ່ມີ 10 ປະເທດດັ່ງກ່າວນັ້ນ. ເລ
ຂາທິການໃຫຍ່ ຂອງສະມາຄົມອາຊ່ຽນ ທ່ານສຸຣິນ ພິດສຸວັນ ເອີ້ນ
ຂໍ້ຕົກລົງດັ່ງກ່າວນັ້ນວ່າ ເປັນ “ຄວາມ ກ້າວໜ້າອັນໃຫຍ່ຫລວງ”
ໂດຍໄດ້ກ່າວວ່າ ບັນດາປະເທດໃນຂົງເຂດດັ່ງກ່າວ ບັດນີ້ ໄດ້ມີຄວາມໝັ້ນໝາຍ ທີ່ຈະປະ ຕິບັດຕາມ “ມາດຕະຖານ ສູງສຸດ.”

ແຕ່ວ່າກະຊວງການຕ່າງປະເທດສະຫະລັດເວົ້າໃນວັນອັງຄານມື້ນີ້ວ່າ ຕົນມີ “ຄວາມເປັນ ຫ່ວງຢ່າງເລິກເຊິ່ງ” ວ່າ ຄຳປະກາດດັ່ງກ່າວ ສາມາດເຮັດໃຫ້ຫລັກການຕ່າງໆ ທີ່ໄດ້ຮັບ ການເທີດທູນມາເປັນເວລາດົນນານ ຢູ່ໃນຄຳປະກາດສາກົນວ່າດ້ວຍສິດທິມະນຸດຂອງອົງ ການສະຫະປະຊາຊາດນັ້ນ “ອ່ອນແອລົງ ຫລືບໍ່ກໍເສື່ອມໂຊມໄປ. ທ່ານນາງ Victoria Nulan ໂຄສົກກະຊວງການຕ່າງປະເທດສະຫະລັດ ໄດ້ຕິຕຽນໃນສິ່ງທີ່ທ່ານນາງເອີ້ນວ່າ ການໃຊ້ “‘ຫລັກການທີ່ຂຶ້ນກັບວັດທະນະທໍາ’” ຂອງຄຳປະກາດ “ເພື່ອເປັນສະເໜີແນະວ່າ ສິດທິ ມະນຸດ ທີ່ກ່າວຢູ່ໃນຄໍາປະກາດສາກົນດ້ານສິດທິມະນຸດຂອງສະຫະປະຊາຊາດຫລື UDHR ນັ້ນ ບໍ່ເໝາະສົມທີ່ຈະເອົາໄປນໍາໃຊ້ຢູ່ທົ່ວທຸກບ່ອນໄດ້.”

ເບິ່ງສະໄລດ໌ກອງປະຊຸມສຸດຍອດອາຊ່ຽນ, ກອງປະຊຸມສຸດອາຊ່ຽນ
-ສະຫະລັດ ທີ່ປ. ໂອບາມາກໍເຂົ້າຮ່ວມນໍານັ້ນ
:

XS
SM
MD
LG