ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ອະນຸມັດການຂາຍ ອາໄຫຼ່ຕ່າງໆຂອງ ເຮືອ ບິນລົບ F-16 ໃຫ້ກັບໄຕ້ຫວັນ ໃນມູນຄ່າ 80 ລ້ານໂດລາ


ເຮືອບິນລົບ F-16 ວາງສະແດງ ໃນລະຫວ່າງງານ Paris Air Show.
ເຮືອບິນລົບ F-16 ວາງສະແດງ ໃນລະຫວ່າງງານ Paris Air Show.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ອະນຸມັດ​ການ​ຂາຍ​ອາ​ໄຫຼ່ ແລະ ອາໄຫຼ່ ສຳລັບສ້ອມແປງເຮືອບິນລົບ F-16 ​ໃຫ້​ໄຕ້​ຫວັນ ໃນ​ມູນ​ຄ່າປະມານ 80 ລ້ານ​ໂດ​ລາ, ໜ່ວຍງານ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ​ປະ​ເທດ​ຂອງ​ທຳ​ນຽບຫ້າ​ແຈ​ ກ່າວ​ໃນ​ວັນ​ພຸດວານ​ນີ້, ອີງຕາມອົງການຂ່າວ Reuters.

ການຂາຍຄັ້ງນີ້ ຈະຊ່ວຍ "ປັບປຸງຄວາມປອດໄພຂອງຜູ້ຮັບ ແລະຊ່ວຍໃນການ ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມດຸ່ນດ່ຽງທາງການທະຫານ, ແລະຄວາມກ້າວຫນ້າທາງດ້ານເສດຖະກິດໃນພາກພື້ນ", ໜ່ວຍງານຮ່ວມມືດ້ານ ຄວາມປອດໄພດ້ານການປ້ອງກັນປະເທດຂອງ ທຳນຽບຫ້າແຈ ຫຼື DSCA ກ່າວໃນຖະແຫຼງການສະບັບນຶ່ງ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ໄຕ້​ຫວັນ ​ໄດ້​ຂອບ​ໃຈສະຫະລັດ ​ແລະ​ກ່າວ​ວ່າ​ການ​ຂາຍດັ່ງກ່າວ ຈະຊ່ວຍ​ຊຸກຍູ້​ຄວາມ​ຕ້ອງ​ການ​ດ້ານ​ການ​ສູ້ລົບ​ ແລະ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ກອງ​ທັບ​ອາ​ກາດ​ຂອງ​ຕົນ. ກະຊວງກ່າວວ່າ ການຂາຍ ຈະສໍາເລັດໃນເດືອນກໍລະກົດນີ້.

“ໂດຍການລ່ວງລະເມີດເຂດສີຂີ້ເຖົ່າທີ່ເປັນມາດຕະຖານ, ພັກກອມມູນິດຈີນ ໄດ້ພະຍາຍາມບີບອັດພື້ນທີ່ຝຶກຊ້ອມທາງເຮືອ ແລະ ທາງອາກາດຂອງພວກເຮົາ ແລະ ເວລາໃນການຕອບໂຕ້, ພ້ອມທັງຈຳກັດສິດທິໃນການປ້ອງກັນຕົນເອງ ຂອງພວກເຮົາ”, ກະຊວງກ່າວ ໃນຖະແຫຼງການ.

ຈີນ​ໄດ້​ຮຽກຮ້ອງຊໍ້າແລ້ວ ຊໍ້າອີກ ​ໃຫ້ສະຫະລັດ ເຊິ່ງເປັນຜູ້ສະໜອງ​ອາວຸດ​ຍຸດ​ໂທ​ປະກອນທີ່​ສຳຄັນ​ທີ່​ສຸດ​ຂອງ​ໄຕ້​ຫວັນ ໃຫ້ຢຸດການ​ຂາຍ​ອາວຸດ​ໃຫ້​ເກາະ​ດັ່ງກ່າວ, ​ເຊິ່ງປັກ​ກິ່ງ​ອ້າງ​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ ​ຕໍ່ກັບ​ການ​ຄັດຄ້ານ​ຢ່າງ​ຮຸນແຮງ​ຂອງ​ ໄທເປ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງຈີນ ​ບໍ່​ໄດ້​ໃຫ້ຄຳຕອບ​ໃນ​ທັນ​ທີ ​ຕໍ່​ການ​ຂໍ​ຄວາມ​ເຫັນ.

​ໃນ​ການ​ໂອ້​ລົມ​ກັບ​ນັກ​ຂ່າວ​ໃນ​ລັດຖະສະພາ​ ໃນ​ວັນ​ພະຫັດມື້​ນີ້, ທ່ານ ເວລລິງຕັນ ຄູ (Wellington Koo) ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຂອງ​ໄຕ້​ຫວັນ ໄດ້​ກ່າວ​ວ່າ ໄຕ້​ຫວັນ ຈະ​ຕ້ອງ​ເພີ່ມ​ທະວີຂີດ​ຄວາມ​ສາມາດໃນການ​ປ້ອງ​ກັນຕົນ ເອງ ​ເພື່ອ​ເປັນ​ພາກສ່ວນນຶ່ງ​ຂອງ "ການ​ສະກັດ​ກັ້ນ​ຢ່າງ​ມີ​ປະສິດທິພາບ" ​ໃນ​ຍຸດ​ທະ​ສາດ​ອິນ​ໂດ​ປາຊີ​ຟິກ ຂອງ​ສະຫະລັດ.

ທ່ານກ່າວວ່າ "ແຕ່ສໍາລັບການຮ່ວມມືດ້ານການທະຫານ ລະຫວ່າງໄຕ້ຫວັນ ແລະ ສະຫະລັດ, ມີຫຼາຍສິ່ງທີ່ພວກເຮົາສາມາດເຮັດໄດ້ ແຕ່ບອກບໍ່ໄດ້."

ອ່ານຂ່າວເປັນພາສາອັງກິດຂ້າງລຸ່ມນີ້:

The U.S. State Department has approved the sale to Taiwan of F-16 fighter jet spare and repair parts for an estimated $80 million, the Pentagon's Defense Security Cooperation Agency said on Wednesday.

The sale will help "improve the security of the recipient and assist in maintaining political stability, military balance, and economic progress in the region," the Pentagon's Defense Security Cooperation Agency (DSCA) said in a statement.

Taiwan's defense ministry thanked the United States and said the sale would boost the combat and defense needs of its air force. The ministry said the sale would be finalized in July.

"With normalized gray-zone harassments, the Chinese Communist Party attempted to squeeze our naval and air training space and response time, as well as limiting our rights of self-defense," it said in a statement.

China has repeatedly demanded the United States, Taiwan's most important arms supplier, halt the sale of weapons to the island, which Beijing claims as its own territory over Taipei's strong objection.

China's defense ministry did not immediately respond to a request for comment.

Talking to reporters in parliament on Thursday, Taiwan Defence Minister Wellington Koo said Taiwan must boost its self defense capabilities to be a part of "effective deterrence" in the U.S. Indo-Pacific strategy.

"But for Taiwan-U.S. military cooperation, there are many things we can only do, not tell," he said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG