ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ຫຼຸດລະ​ດັບ​ລົງ ໃນດັດ​ຊະ​ນີ ​ກ່ຽວ​ກັບ ​ມຸມມອງ​ ​ການ​ສໍ້​ລາດ​ບັງ​ຫຼວງ ໃນ​ທົ່​ວ​ໂລກ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່​ເຫັນ​ຈາກ​ໜ້າ​ຈໍ ​ທີ່​ໃຫ້​ຄຳ​ຖະ​ແຫຼງ​ການ ໃນ​ການ​ປະ​ກາດ​ຢູ່​ກອງ​ປະ​ຊຸມ​​ທົບທວນ​​ເລື້ອງ​​ປ້ອງ​ກັນລູກ​ສອນ​ໄຟ​​, ທີ່ລັດ​ເວີ​ຈີ​ເນຍ, 17 ມັງ​ກອນ 2019.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ທີ່​ເຫັນ​ຈາກ​ໜ້າ​ຈໍ ​ທີ່​ໃຫ້​ຄຳ​ຖະ​ແຫຼງ​ການ ໃນ​ການ​ປະ​ກາດ​ຢູ່​ກອງ​ປະ​ຊຸມ​​ທົບທວນ​​ເລື້ອງ​​ປ້ອງ​ກັນລູກ​ສອນ​ໄຟ​​, ທີ່ລັດ​ເວີ​ຈີ​ເນຍ, 17 ມັງ​ກອນ 2019.

ກຸ່ມ​ອົງ​ການ​ສິ້ງ​ຊອມເບິ່ງການ​ສໍ້​ລາດ​ບັງ​ຫຼວງ​ໃນ​ທົ່ວ​ໂລກ ກ່າວ​ວ່າ ສະ​ຫະ​ລັດ ໄດ້​ຫຼຸດ​ລົງ
4 ລະ​ດັບ​ຂອງ​ລາຍ​ຊື່ບັນ​ດາ​ປະ​ເທດ ​ທີ່​ພະ​ຍາ​ຍາມ​ຕໍ່​ສູ້​ກັບ​ການ​ສໍ້​ລາດ​ບັງ​ຫຼວງ ແລະ​ດຽວ​ນີ້ ບໍ່​ໄດ້​ຢູ່​ໃນ​ລາຍ​ຊື່​ຂອງ 20 ປະ​ເທດທີ່​ມີ​ການ​ຕໍ່​ຕ້ານການ​ສໍ້​ລາດ​ບັງ​ຫຼວງ​ຫຼາຍ​ທີ່​ສຸດນັ້ນ ເປັນ​ຄັ້ງ​ທຳ​ອິດ.

ທ່ານ​ນາງ ໂຊ​ ໄຣ​ເຕີ​ຣ໌ (Zoe Reiter) ​ຮັກ​ສາ​ການ​ຜູ້​ຕາງ​ໜ້າຂອງ​ສະ​ຫະ​ລັດ ທີ່​ອົງ​ການ​ຄວາມ​ໂປ່ງ​ໃສ​ນາໆ​ຊາດ ຫຼື Transparency International ເອີ້ນ​ ​ການ​ຫູດ​ລົງ 4 ລະ​ດັບ ໃນດັດ​ຊະ​ນີ​ກ່ຽວ​ກັບ​ມຸມມອງ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ ຫຼື (CPI) ​ປີ 2018 ນັ້ນ​ວ່າ ເປັນ “ທຸງ​ແດງ.”

ທ່ານ​ນາງ ກ່າວ​ວ່າ ມັນ​ມີ​ຂຶ້ນ ໃນ​ເວ​ລາ​ທີ່ ສະ​ຫະ​ລັດ ແມ່ນ​ປະ​ສົບ​ກັບ “ການ​ຂົ່ມ​ຂູ່ຕໍ່​ລະ​ບົບຂອງ​ການກວດກາ​ແລະ​ຄວາມ​ທຸ່ນທ່ຽງ​” ແລະ “ການ​ເສື່ອມ​ຖອຍ​ຂອງ​ຫຼັກຈັນ​ຍາ​ບັນ​ ໃນ​ລະ​ດັບ​ທີ່ສູງ​ສຸດ​ຂອງ​ອຳ​ນາດ.”

“ຖ້າ​ຫາກວ່າ​ຄື້ນ​ຟອງ​ແບບ​ນີ້ ຈະ​ດຳ​ເນີນ​ສືບ​ຕໍ່​ໄປ, ມັນຈະໝາຍ​ເຖິງ​ການ​ມີ​ບັນຫາດ້ານການ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮຸນ​ແຮງ​ໃນ​ປະ​ເທດ, ​ຊຶ່ງ​ມັນ​ຈະ​ເປັນ​ການ​ນຳ​ທາງ ໃນ​ລະ​ດັບ​ໂລກ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານນາງໄຣ​ເຕີ​ຣ໌.

ສະ​ຫະ​ລັດ ໄດ້ຮັບຄະ​ແນນ 71 ​ເປີ​ເຊັນ​ໃນດັດຊະ​ນີ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ ຫຼັງ​ຈາກ​ທີ່​ໄດ້​ຄະ​ແນນ 75 ​ເປີ​ເຊັນ ໃນ​ປີ​ທີ່​ແລ້ວ.

“ຄວາມ​ຄິດ​ເຫັນ​ຂອງ​ນັກ​ຊ່ຽວ​ຊານ ທີ່​ເກັບ​ກຳ​ໂດຍ ພວກ​ທີ່​ສະ​ໜັບ​ສະ​ໜຸນ CPI ເປັນ​ຫ່ວງ​ເລື້ອງ​ການ​ສໍ້​ລາດ​ບັງ​ຫຼວງ ໃນ​ລັດ​ຖະ​ບານ ທີ່​ລາຍ​ງານ​ໂດຍ​ສະ​ຫະ​ລັດ ໃນ​ການ​ສຳ​ຫຼວດ ປີ 2017. ທັງ​ພວກນັກ​ຊ່ຽວ​ຊານ ແລະ​ ສາ​ທາ​ລະ​ນະ​ຊົນ​ເຊື່ອ​ວ່າ ສະ​ຖາ​ນະ​ການ​ແມ່ນ​ຂີ້​ຮ້າຍ​ລົງ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານນາງໄຣ​ເຕີ​ຣ໌ ​ທີ່ໄດ້​ກ່າວ​ໄວ້.

​ອົງການ​ຄວາມໂປ່ງໃສ​ນາໆ​ຊາດ ໄດ້​ໃຊ້​ມາດ​ຕະ​ການ​ຫຼາຍໆ​ດ້ານ​ເພື່ອ​ຊັ່ງ​ຊາ ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງປະ​ເທດຕ່າງໆ ຊຶ່ງ​ຮວມ​ທັງການກວດ​ກາ​ແລະ​ສ້າງ​ຄວາມ​ກ້ຳ​ເກິ່ງ ​ຕໍ່​ອຳນ​າດ​ທາງ​ການ​ເມືອງ, ການ​ຄວບ​ຄຸມການ​ຂັດ​ແຍ້ງ​ທາງ​ຜົນ​ປະ​ໂຫຍດ ແລະ​ການ​ມີ​ອິດ​ທິ​ພົນ​ຂອງສ່ວນ​ບຸກ​ຄົນເຂົ້າ​ໃນ ລັດ​ຖະ​ບານ ແລະ​ການ​ກົດ​ຂີ່​ໃນ​ການ​ລົງ​ຄະ​ແນ​ນ​ສຽງ.

ສຳ​ລັບ​ດັດ​ຊະ​ນີ ປີ 2018 ນັ້ນ ແມ່ນ​ມີ​ການ​ສຳ​ຫຼວດ​ທັງ​ໝົດ 180 ປະ​ເທດ. ເດັນ​ມາກ ແລະ​ນິວ​ຊີ​ແລນ​ແມ່ນ​ນຳ​ໜ້າ​ໝູ່ ໃນ​ບັນ​ຊີ​ຂອງ​ປະ​ເທດ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ໜ້ອຍ​ທີ່​ສຸດ ໃນ​ຂະ​ນະ​ທີ່​ໂຊ​ມາ​ລີ ຊີ​ເຣຍ ແລະ​ຊູ​ດານ​ໃຕ້ ແມ່ນ​ລ​າກ​ທ້າຍ​ໝູ່ ຢູ່​ໃນ​ບັນ​ຊີ​ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG