ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ປະ​ກາດ​ແຜນ​ການ​ຮ່ວມ​ມື​ທາງ​ທະ​ເລໃໝ່ ກັບ​ອາ​ຊຽນ ທີ່​ແນ​ໃສ່​ຈີນ


​ບັນ​ດາ​ຜູ້​ນຳ​ຂອງ​ອາ​ຊຽນ ຖ່າຍ​ຮູບ​ຮ່ວມກັບ ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ເດີ​່ນ​ກ້ຳ​ໃຕ​້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2022.
​ບັນ​ດາ​ຜູ້​ນຳ​ຂອງ​ອາ​ຊຽນ ຖ່າຍ​ຮູບ​ຮ່ວມກັບ ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ທີ່​ເດີ​່ນ​ກ້ຳ​ໃຕ​້ ຂອງ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ພຶດ​ສະ​ພາ 2022.

ສະ​ຫະ​ລັດ​ໄດ້​ປະ​ກາດ​ກ່ຽວ​ກັບ​ແຜນ​ການ​ໃໝ່ ເພື່ອ​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ທະ​ເລ​ກັບ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ອາ​ຊຽນ ໄປ​ເຕົ້າ​ໂຮມ​ກັນ​ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ທີ່​ເບິ່ງ​ກັນ​ວ່າ​ເປັນ​ການ​ສະ​ແດງ​ອອກ​ຊຶ່ງ​ຄວາມ​ສາ​ມັກ​ຄີ​ນ້ຳ​ນຶ່ງ​ໃຈ​ດຽວຕ້ານ​ຈີນ.

ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ປະ​ກອບ​ດ້ວຍບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ​ແລະ​ຫວຽດ​ນາມ ຕ່າງ​ກໍ​ອ້າງ​ກຳ​ມະ​ສິດ ​ເອົາດິນ​ແດນ​ບາງ​ສ່ວນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງ​ເປັນ​ເຂດທະ​ເລ​ທີ່​ປັກ​ກິ່ງໄດ້​ເອົາ​ກຳ​ມະ​ສິດ​ເກືອບ​ທັງ​ໝົດ​ ໂດຍ​ກາ​ນ​ສ້າງ​ເກາະ​ດອນ​ທຽມ​ຂຶ້ນ​ແລະ​ສົ່ງ​ກຳ​ລັງ​ທະ​ຫານ​ຂອງ​ຕົນ​ໄປ​ປະ​ຈຳ​ຢູ່​ຕາມ​ເກາະ​ດອນ​ນ້ອຍ​ຈຳ​ນວນ​ນຶ່ງ ໃນ​ຮອບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ສະ​ເໜີ​ຂໍ້​ລິ​ເລີ້ມ​ໃໝ່​ຂະ​ຫຍາຍ​ການ​ຮ່ວມ​ມື​ທາງ​ທະ​ເລ 60 ລ້ານ​ໂດ​ລາ ທີ່​ຮວມ​ທັງ​ການ​ໂອນ​ກຳ​ປັ່ນ ​ໄປ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ເພື່ອ​ເພີ້ມ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ງານ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ປະ​ເທດ​ຕ່າງໆ​ແລະ​ຕໍ່​ຕ້ານ​ການ​ຫາ​ປາ​ທີ່​ຜິດ​ກົດ​ໝາຍ ບໍ່​ມີ​ການ​ລາຍ​ງານ​ແລະ​ບໍ່​ມີ​ການ​ຄວບ​ຄຸມ.

ແຟ້ມ - ເດີ່ນ​ບິນ ໂຄງ​ລ່າງ ແລະ​ຕຶກ​ອາ​ຄານ ຢູ່​ເກາະ​ທຽມ ຊູ​ບີ (Subi Reef) ໃນ​ໝູ່​ເກາະ​ສ​ແປ​ຣັດ​ລີ ທີ່​ແນມ​ລົງ​ໄປ​ຈາກ​ເຮືອ​ບິນຂົນ​ສົ່ງ​ C-130 ​ຂອງກອງ​ທັບ​ອາ​ກາດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 21 ເມ​ສາ 2017.
ແຟ້ມ - ເດີ່ນ​ບິນ ໂຄງ​ລ່າງ ແລະ​ຕຶກ​ອາ​ຄານ ຢູ່​ເກາະ​ທຽມ ຊູ​ບີ (Subi Reef) ໃນ​ໝູ່​ເກາະ​ສ​ແປ​ຣັດ​ລີ ທີ່​ແນມ​ລົງ​ໄປ​ຈາກ​ເຮືອ​ບິນຂົນ​ສົ່ງ​ C-130 ​ຂອງກອງ​ທັບ​ອາ​ກາດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 21 ເມ​ສາ 2017.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ເພີ້ມ​ການ​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້. ພວກ​ເຮົາ​ຕ້ອງ​ໄດ້​ເຮັດ​ວຽກ​ໃກ້​ຊິດ​ຍິ່ງ​ຂຶ້ນ​ກັບ​ອາ​ຊຽນ.”

ຢູ່​ກອງປະ​ຊຸມ​ໃນ​ວັນ​ສຸກມື້ນີ້ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ​ນາງ​ເຣັດ​ໂນ ມາ​ຊູ​ດີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ກ່າວ​ວ່າ ສະ​ຫະ​ລັດ​ພວມ​ເຮັດ​ວຽກ​ຮ່ວມ​ກັບ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ “ເພື່ອ​ສ້າງ​ຄວາມ​ກ້າ​ວ​ໜ້າ​ໃຫ້​ແກ່​ວິ​ໄສ​ທັດ​ຮ່ວມ​ເພື່ອ​ໃຫ້​ເຂດ​ອິນ​ໂດ​ປາ​ຊີ​ຟິກ ເປັນ​ເຂດ​ທີ່​ເສ​ລີ​ແລະ​ເປີດກວ້າງ.”

ທ່ານນາງມາ​ຊູ​ດີ​ກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ນາງ​ແມ່ນ​ຍຶດ​ໝັ້ນ​ໃນ​ຫຼັກ​ການ “ໃຫ້​ການ​ເຄົາ​ລົບ​ຕໍ່​ອະ​ທິ​ປະ​ໄຕ​ໃນ​ເຂດ​ນ້ຳ​ແດນ​ດິນ” ແລະ​ຫວັງ​ວ່າ ການ​ເປັນ​ພາ​ຄີ​ຍຸດ​ທະ​ສາດ​ລະ​ຫວ່າງອິນ​ໂດ​ເນ​ເຊຍ ກັບສະ​ຫະ​ລັດສາ​ມາດ “ສົ່ງ​ເສີມ​ໃຫ້​ມີ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບແລະ​ຄວາມ​ອຸ​ດົມ​ຮັ່ງ​ມີ” ຢູ່​ໃນ​ຂົ​ງ​ເຂດ.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ເລື້ອງ​ທະ​ເລ​ຈີນ​ໃຕ້​ແມ່ນ​ຫົວ​ຂໍ້​ສຳ​ຄັນ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ສຸດຍອດ​ພິ​ເສດ​ສະ​ຫະ​ລັດ​ແລະ​ອາ​ຊຽນ.

ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈຸງ ພາກ ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ອາ​ທິດນີ້​ວ່າ “ທະ​ເລ​ຈີນ​ໃຕ້​ເປັນ​ບັນ​ຫາ​ທີ່​ມີ​ຄ​ວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຫຼວງ. ພວກ​ເຮົາ​ໄດ້​ເຫັນມີການ​ກະ​ທຳ​ແບບ​ຮຸກ​ຮານ​ແລະ​ແບບ​ບັງ​ຄັບ​ເພີ້ມ​ຂຶ້ນ​ໂດຍ ສ​ປ ຈີນ​ຕໍ່​ບັນ​ດາ​ປະ​ເທດ​ທີ່​ອ້າງ​ເອົາ​ກຳ​ມະ​ສິດ ແລະ​ເຈົ້າ​ຄົງ​ຮູ້​ດີ ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ວຽກ​ຮ່ວມ​ກັບ​ພັນ​ທະ​ມິດ​ແລະ​ພາ​ຄີ​ຂອງ​ພວກ​ເຮົາ​ຢູ່​ໃນ​ຂົງ​ເຂດ​ແລະ​ໄກ​ອອກ​ໄປ​ກວ່ານັ້ນ ເພື່ອ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ ທະ​ເລ​ຈີນ​ໃຕ້ ເປັນ​ທະ​ເລ​ທີ່​ເສ​ລີ​ແລະ​ເປີດກວ້າງ.”

ສ​ປ ຈີນ ແມ່ນ​ໝາຍ​ເຖິງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ.

ໃນ​ເວ​ລາ​ຕໍ່​ມາ​ຂອງວັນ​ສຸກມື້ນີ້ ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາ​ລາ​ ແຮ​ຣິ​ສ ໄດ້​ຈັດ​ງານ​ອາ​ຫານ​ທ່ຽງ​ແບບ​ເຮັດ​ວຽກ​ໄປ​ພ້ອມ​ກັບ​ບັນ​ດາ​ຜູ້​ນຳ​ຂອງປະ​ເທດ​ອາ​ຊຽນ ເພື່ອ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທ​າງ​ທະ​ເລ​ແລະ​ເລື້ອງ​ອື່ນໆ​ອີກ

ທ່ານ​ນາງ​ແຮ​ຣິ​ສ​ໄດ້​ກ່າວ​ປະ​ນາມ “ການ​ອ້າງ​ເອົາ​ກຳ​ມະ​ສິດ ​ແບບ​ຜິດ​ກົດ​ໝາຍ”​ ຂອງ​ຈີນ ໃນ​ທະ​ເລ​ຈີນ​ໃຕ້ ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ ​ທີ່​ສິງ​ກະ​ໂປ ເມື່ອ​ເດືອນ​ສິ​ງ​ຫາ​ປີ​ກາຍນີ້. ທ່ານ​ນາງ​ກ່າວ​ວ່າ ການ​ກະ​ທຳ​ຂອງ​ຈີນ “ບ່ອນ​ທຳ​ລາຍ ​ຕໍ່​ການ​ປົກ​ຄອງ​ດ້ວຍ​ລະ​ບຽບ​ກົດ​ໝາຍ ແລະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນໆ.”

ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ຂໍ້​ລິ​ເລີ້​ມ​ໃໝ່ ມູນ​ຄ່າ​ 150 ກວ່າ​ລ້ານ​ໂດ​ລາທີ່​ຮວມ​ທັງ​ການ​ລົງ​ທຶນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ​ການ​ສຶກ​ສາ​ຢູ່​ໃນ​ບັນ​ດາ​ປະ​ເທ​ດ​ອາ​ຊຽນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG