ສະຫະລັດ ແລະອົງການອະນາໄມໂລກ ຊ່ວຍເຫຼືອລາວຕິດຕັ້ງ
ລະບົບ ໂທລະສັບສາຍດ່ວນຫລື Hotline ເພື່ອການຄວບຄຸມ
ພະຍາດຕິດຕໍ່ ແລະໃຫ້ການຊ່ວຍເຫຼືອດ້ານຂໍ້ມູນແກ່ປະຊາຊົນ
ລາວ ໃນທົ່ວປະເທດ.
ພິທີການເປີດນຳໃຊ້ລະບົບ ໂທລະສັບສາຍດ່ວນ ຫຼື ສູນ
Hotline 166 ເພື່ອການຄວບຄຸມພະຍາດຕິດຕໍ່ໃນລາວ
ໄດ້ມີຂຶ້ນເມື່ອບໍ່ນານມານີ້ ຢູ່ນະຄອນຫລວງວຽງຈັນ ໂດຍມີ
ທ່ານບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ເປັນປະທານ
ໃນພິທີຮ່ວມກັບ ທ່ານ Daniel A. Clune ເອກອັກຄະລັດຖະທູດສະຫະລັດອາເມຣິກາ
ປະຈຳລາວ ແລະ Dr. Juliet Fleishi ຜູ້ຕາງໜ້າຂອງອົງການອະນາໄມໂລກ (WHO)
ປະຈຳລາວ ຊຶ່ງໄດ້ຮ່ວມກັນໃຫ້ການຊ່ວຍເຫຼືອແກ່ລາວ ໃນການສ້າງຕັ້ງສູນ Hotline ໃນ
ຄັ້ງນີ້.
ໂດຍເປົ້າໝາຍສຳຄັນຂອງການສ້າງຕັ້ງສູນ Hotline ດັ່ງກ່າວນີ້ ກໍເພື່ອໃຫ້ການຊ່ວຍເຫຼືອ
ສະເພາະໜ້າ ແກ່ປະຊາຊົນລາວ ທີ່ສົງໄສວ່າພວກຕົນໄດ້ຕິດເຊື້ອໂຣກຊະນິດໃດຫຼືບໍ່ ໂດຍ ບັນດາພະນັກງານ ທີ່ປະຈຳຢູ່ສູນ Hotline ຈະໃຫ້ຄຳປຶກສາ ແລະແນະນຳວິທີການ
ປະຕິບັດໃນເບື້ອງຕົ້ນ ເມື່ອໄດ້ຮັບຂໍ້ມູນ ຈາກປະຊາຊົນລາວ ທີ່ໂທລະສັບເຂົ້າມາທີ່ສູນ
Hotline ດັ່ງກ່າວຢ່າງຄົບຖ້ວນແລ້ວນັ້ນ.
ນອກຈາກນັ້ນ ສູນ Hotline ດັ່ງກ່າວຍັງຈະມີບົດບາດຢ່າງສຳຄັນໃນການໃຫ້ຂໍ້ມູນຂ່າວ
ສານໃນດ້ານສຸຂະພາບອະນາໄມ ແກ່ປະຊາຊົນລາວ ທັງຍັງຈະເປັນຕົວກາງໃນການຕິດຕໍ່ ແລະປະສານຂໍ້ມູນທີ່ໄດ້ຮັບ ຈາກປະຊາຊົນລາວ ໄປຍັງໜ່ວຍງານລັດຖະບານລາວ ທີ່ກ່ຽວຂ້ອງກັບບັນຫາ ໂດຍກົງອີກດ້ວຍ.
ໂດຍປະຊາຊົນລາວສາມາດຈະໂທລະສັບ ຕິດຕໍ່ກັບສູນ Hotline
ໄດ້ທີ່ໝາຍເລກ 166 ລະຫວ່າງ 8 ໂມງຫາ 16 ໂມງຂອງວັນຈັນ
ຫາ ວັນສຸກ ສ່ວນນອກເວລາທຳການ ຮວມເຖິງວັນເສົາ ວັນທິດ
ດ້ວຍນັ້ນ ກໍຈະເປັນລະບົບຕອບຮັບ ແລະບັນທຶກສຽງໂດຍອັດຕະ
ໂນມັດ ທີ່ປະຊາຊົນລາວສາມາດຕິດຕໍ່ກັບສູນ Hotline ໄດ້ຕະ
ຫລອດ 24 ຊົ່ວໂມງໂດຍບໍ່ເສຍຄ່າທຳນຽມແຕ່ຢ່າງໃດ.
ແຕ່ຢ່າງໃດກໍຕາມ ສຳຫລັບການດຳເນີນງານ ໃນລະຍະເບື້ອງ
ຕົ້ນນີ້ສູນ Hotline ຈະໃຫ້ຄວາມສຳຄັນເປັນພິເສດ ກັບການ
ຄວບຄຸມພະຍາດຕິດຕໍ່ ທີ່ເຄີຍເກີດການແຜ່ລະບາດ ຢູ່ໃນລາວ
ກໍຄືເຊື້ອໂຣກໄຂ້ຫວັດສັດປີກ H5N1 ແລະ H7N9 ເຊື້ອໂຣກໄຂ້ເລືອດອອກ ແລະພະຍາດ ອະຫິວາ ສ່ວນໃນລະຍະຕໍ່ໄປ ກໍຍັງຈະຂະຫຍາຍໄປເຖິງພະຍາດຕິດຕໍ່ຊະນິດອື່ນໆ ເຊັ່ນໂຣກ HIV-AIDS ທີ່ີມີທ່າອຽງຈະແຜ່ລະບາດໃນລາວ ທີ່ມີລະດັບຮຸນແຮງຫຼາຍນັບມື້.
ທັງນີ້ໂດຍ ທ່ານເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ໃນ
ຖານະປະທານຄະນະກຳມະການຕ້ານເອດສ໌ແຫ່ງຊາດ ຢືນຢັນວ່າເປົ້າໝາຍສຳຄັນທີ່ສຸດ
ຂອງການຕ້ານເຊື້ອ HIV-AIDS ໃນລາວ ກໍຄືການທີ່ຈະຕ້ອງດຳເນີນມາດຕະການປ້ອງກັນ
ການແພ່ລະບາດຂອງເຊື້ອໂຣກເອດສ໌ ໃນລາວໃຫ້ໄດ້ຕາມເປົ້າໝາຍສະຫັດສະວັດການ
ພັດທະນາໃນປີ 2015 ດ້ວຍການຄວບຄຸມການຕິດເຊື້ອໂຣກເອດສ໌ ໃນໝູ່ປະຊາຊົນລາວ
ໃຫ້ມີອັດຕາສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນຂອງຈຳນວນປະຊາກອນທັງໝົດໃນປະເທດ.
ໂດຍການດຳເນີນງານໃນລະຍະທີ່ຜ່ານມາ ກໍປະກົດວ່າສາມາດຄວບຄຸມ ການຕິດເຊື້ອໂຣກ
ເອດສ໌ໄດ້ດີພໍສົມຄວນ ເພາະລາຍງານຫລ້າສຸດ ຂອງທາງການລາວ ກໍໄດ້ລະບຸວ່າ ມີປະຊາ
ຊົນລາວຕິດເຊື້ອໂຣກເອດສ໌ ໃນຊ່ວງປີ 1990-2013 ຈຳນວນທັງໝົດ 6,172 ຄົນ ແລະ
ໃນນີ້ ກໍໄດ້ເສຍຊີວິດໄປແລ້ວເຖິງ 1,494 ຄົນ ຈຶ່ງຍັງຄົງເຫລືອ 4,678 ຄົນ ທີ່ຈະຕ້ອງໄດ້
ຮັບການຊ່ວຍເຫລືອ ໃນການປິ່ນປົວຕໍ່ໄປ ຊຶ່ງຖືເປັນອັດຕາສະເລ່ຍທີ່ຕ່ຳກວ່າ 1 ເປີເຊັນ
ຂອງຈຳນວນປະຊາຊົນລາວທັງໝົດ 6 ລ້ານ 5 ແສນກວ່າຄົນໃນປັດຈຸບັນ.
ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະພະຍາດຕູດຕໍ່ໃນລາວ ກໍລາຍງານວ່າ ໃນປັດຈຸບັນມີປະຊາຊົນລາວ 3 ກຸ່ມ ດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນ ທີ່ມີຄວາມສ່ຽງ
ສູງສຸດ ທີ່ຈະຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງປະກອບດ້ວຍກຸ່ມ ແມ່ຍິງ
ລາວ ທີ່ຂາຍບໍລິການທາງເພດ ກຸ່ມຮັກຮ່ວມເພດດຽວກັນ ແລະ ກຸ່ມທີ່ຊົມໃຊ້ຍາເສບຕິດ ດ້ວຍການສີດເຂົ້າເສັ້ນເລືອດ.
ໂດຍຈາກການເກັບກຳຂໍ້ມູນພາກສະໜາມ ເມື່ອບໍ່ນານມານີ້ ພົບວ່າ ມີແມ່ຍິງລາວເກີນກວ່າ
11,000 ຄົນ ທີ່ຂາຍບໍລິການທາງເພດ ເປັນອາຊີບ ສ່ວນຜູ້ຊາຍຫຼາຍກວ່າ 50,000 ຄົນ ກໍຮັກຮ່ວມເພດດຽວກັນ ແລະອີກ 50,000 ກວ່າຄົນ ກໍຊົມໃຊ້ຢາເສບຕິດເປັນປະຈຳ ໂດຍ
ສະເພາະແມ່ນກຸ່ມທີ່ສີດຢາເສບຕິດເຂົ້າເສັ້ນເລືອດນັ້ນ ຍັງນັບເປັນກຸ່ມປະຊາກອນ ທີ່ຕິດ
ເຊື້ອ HIV-AIDS ເພີ້ມຂຶ້ນຢ່າງວ່ອງໄວທີ່ສຸດອີກດ້ວຍ.