ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ ສະຫະລັດ ແລະເຢຍຣະມັນ ກ່າວວ່າ ອາດມີຢາວັກຊີນ ກັນໂຄວິດ-19 ທີ່ສະແດງຜົນດີ ທີ່ໃຫ້ກຳລັງໃຈ


ພະຍາບານແມ່ຍິງຄົນນຶງຖືຂວດແກ້ວນ້ອຍທີ່ຕິດດ້ວຍຄຳວ່າ "Vaccine COVID-19" ແລະເຂັມສັກຢາໃນພາບແບບຢ່າງ ຖ່າຍເມື່ອວັນທີ 10 ເມສາ 2020.
ພະຍາບານແມ່ຍິງຄົນນຶງຖືຂວດແກ້ວນ້ອຍທີ່ຕິດດ້ວຍຄຳວ່າ "Vaccine COVID-19" ແລະເຂັມສັກຢາໃນພາບແບບຢ່າງ ຖ່າຍເມື່ອວັນທີ 10 ເມສາ 2020.

ການທົດລອງຢາວັກຊີນທີ່ເປັນໄປໄດ້ຈະກັນພະຍາດໂຄວິດ-19 ສະແດງໃຫ້ເຫັນຜົນ ທີ່ໃຫ້ກຳລັງໃຈ ອີງຕາມການກ່າວ ຂອງບັນດານັກວິທະຍາສາດສະຫະລັດ ແລະເຢຍຣະມັນ.

ບໍລິສັດ Pfizer ທີ່ມີສຳນັກງານຢູ່ໃນສະຫະລັດ ແລະບໍລິສັດເຢຍຣະມັນ BioNTech ໄດ້ຮ່ວມມືກັນໃນໂຄງການທີ່ເອີ້ນວ່າ ໂຄງການຄວາມໄວເທົ່າກັບແສງ ຫຼື Project Lightspeed ຊຶ່ງເປົ້າໝາຍຂອງບໍລິສັດທັງສອງ ເພື່ອຫາຢາວັກຊີນກັນພະຍາດໂຄວິດ-19.

ທັງສອງບໍລິສັດ ໄດ້ປະກາດໃນວັນພຸດວານນີ້ວ່າ “ຂໍມູນທີ່ດີໃນເບື້ອງຕົ້ນ” ຈາກຢາວັກຊີນ 4 ຊະນິດທີ່ມີຄວາມກ້າວໜ້າຫຼາຍແລະມີທ່າແຮງຈະໄດ້ຜົນ ຊຶ່ງພວກເຂົາເຈົ້າຜະລິດອອກມາທີ່ເອີ້ນວ່າ BNT162b1.

ນຶ່ງເດືອນຫຼັງຈາກທີ່ໄດ້ຮັບຢາວັກຊີນ ພວກຜູ້ເຂົ້າຮ່ວມໃນການທົດລອງ ກໍໄດ້ຜະລິດພູມຕ້ານທານຕໍ່ໄວຣັສໂຄໂຣນາໃນລະດັບ ຫຼືຫຼາຍກວ່າລະດັບ ທີ່ມີຢູ່ໃນເລືອດ ຂອງພວກຜູ້ທີ່ມີພະຍາດໂຄວິດ-19 ແລະດຽວນີ້ ໄດ້ຟື້ນຕົວຫາຍປ່ວຍແລ້ວ.

ຜົນຂ້າງຄຽງພຽງເຫຼັກນ້ອຍ ທີ່ປະກອບດ້ວຍອາການເຈັບປວດເບື້ອງທີ່ຖືກສັກຢາ ແລະມີໄຂ້ໃນຂັ້ນຕ່ຳ.

ແຕ່ບໍລິສັດ ຟາຍເຊີ້ ແລະບາຍໂອເອັນເທັກ (Pfizer and BioNTech) ໄດ້ທົດລອງຢາວັກຊີນກັບ 45 ຄົນ ລະຫວ່າງອາຍຸ 18 ຫາ 55 ປີ.

ພວກເຂົາເຈົ້າເຕືອນວ່າ ການທົດລອງນັ້ນ ແມ່ນຢູ່ໃນຂັ້ນຕົ້ນ ແລະດັ່ງກັບທຸກໆຢາວັກຊີນທັງຫຼາຍ ສຳລັບພະຍາດອື່ນໆອີກຕ່າງຫາກ ພວກເຂົາເຈົ້າບໍ່ຮູ້ວ່າ ດົນປານໃດທີ່ຢາວັກຊີນ ຈະມີປະສິດທິພາບ.

ທັງສອງບໍລິສັດ ກ່າວວ່າ ພວກເຂົາເຈົ້າວາງແຜນ ຈະສືບຕໍ່ການທົດລອງກັບຢາວັກຊີດ 4 ຊະນິດທີ່ມີທ່າແຮງ ລວມທັງການທົດລອງໃນຂອບເຂດ ທີ່ກວ້າງຂຶ້ນກວ່າເກົ່າ ຊຶ່ງຈະພົວພັນກັບຜູ້ສະໝັກຫຼາຍເຖິງ 30,000 ຄົນ.

ກຳລັງມີການພັດທະນາຢາວັກຊີນກັນໂຄວິດ-19 ປະມານ 25 ຊະນິດອີກຕ່າງ ຫາກ ຢູ່ທົ່ວໂລກ ແລະຫຼາຍອັນໄດ້ມີຄວາມກ້າວໜ້າໃນການທົດລອງກັບມະນຸດ ລວມທັງ ຢູ່ໃນສະຫະລັດ ແລະບຣາຊີລ.

ໃນຂະນະດຽວກັນ ພວກນັກຊ່ຽວຊານດ້ານການແພດ ກ່າວວ່າ ຢາວັກຊີນ ອາດຈະພ້ອມນຳໃຊ້ໄວທີ່ສຸດເທົ່າທີ່ເປັນໄປໄດ້ ພາຍໃນທ້າຍປີນີ້ ບາງສ່ວນຊີ້ໃຫ້ເຫັນວ່າ ຢາວັກຊີນທີ່ມີປະສິດທິພບຢ່າງແທ້ຈິງ ອາດຕ້ອງໃຊ້ເວລາຫຼາຍສິບປີ ທີ່ຈະພັດທະນາອອກມາໄດ້ ທົດລອງ ແລະແຈກຢາຍຢ່າງກວ້າງຂວາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG