ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດ ສຫລ ກ່າວວ່າ ນັກຂ່າວອາເມຣິກັນ ທີ່ໄດ້ຖືກຄຸມຂັງ ໃນຣັດເຊຍ 'ຍັງແຂງແຮງຢູ່'


ນັກຂ່າວຂອງໜັງສືພິມ Wall Street Journal ທ່ານແອເວັນ ເກີສໂກວິຈ, ຜູ້ຖືກຈັບກຸມ ໃນຂໍ້ຫາ ການສອບແນມ, ຢືນຢູ່ພາຍໃນຄອກຂັງຂອງຈຳເລີຍ ໃນການພິຈາລະນາຮັບຟັງການຂໍອຸທອນ ກ່ຽວກັບການຈັບກຸມຂອງທ່ານ ຢູ່ທີ່ສານເມືອງຂອງມົສກູ, ໃນນະຄອນຫຼວງມົສກູ, ວັນທີ 18 ມີນາ 2023.
ນັກຂ່າວຂອງໜັງສືພິມ Wall Street Journal ທ່ານແອເວັນ ເກີສໂກວິຈ, ຜູ້ຖືກຈັບກຸມ ໃນຂໍ້ຫາ ການສອບແນມ, ຢືນຢູ່ພາຍໃນຄອກຂັງຂອງຈຳເລີຍ ໃນການພິຈາລະນາຮັບຟັງການຂໍອຸທອນ ກ່ຽວກັບການຈັບກຸມຂອງທ່ານ ຢູ່ທີ່ສານເມືອງຂອງມົສກູ, ໃນນະຄອນຫຼວງມົສກູ, ວັນທີ 18 ມີນາ 2023.

ເອກອັກຄະລັດຖະທູດສະຫະລັດ ປະຈຳຣັດເຊຍ ໃນວັນຈັນວານນີ້ ສາມາດເຂົ້າພົບກັບ ທ່ານແອເວັນ ເກີສໂກວິຈ (Evan Gershkovich) ນັກຂ່າວຊາວອາເມຣິກັນ ທີ່ໄດ້ຖືກຄຸມຂັງໃນຄຸກຂອງມົສກູ.

ການຢ້ຽມຢາມຈາກກົງສຸນ ໂດຍເອກອັກຄະລັດຖະທູດ ລິນນ໌ ເທຣຊີ ເປັນການຢ້ຽມຢາມເຊັ່ນນີ້ພຽງຄັ້ງທີສາມເທົ່ານັ້ນ ທີ່ໄດ້ຮັບການອະນຸຍາດ ນັບຕັ້ງແຕ່ນັກຂ່າວຂອງໜັງສືພິມ Wall Street Journal ໄດ້ຖືກຈັບກຸມ ໃນເດືອນມີນາ.

“ທ່ານເອກອັກຄະລັດຖະທູດ ເທຣຊີ ໄດ້ລາຍງານວ່າ ທ່ານແອບວັນ ສືບຕໍ່ຢູ່ໃນສຸຂະພາບທີ່ດີ ແລະຍັງຄົງແຂງແຮງຢູ່ ເຖິງແມ່ນຈະຢູ່ໃນສະພາການແນວນີ້” ນັ້ນແມ່ນຄຳເວົ້າໃນຖະແຫລງການສະບັບນຶ່ງຂອງສະຖານທູດສະຫະລັດ ປະຈຳມົສກູ.

ທ່ານນາງເທຣຊີ ໄດ້ພົບປະກັບທ່ານເກີສໂກວິຈ ຄັ້ງສຸດທ້າຍ ເມື່ອຫົກອາທິດກ່ອນ ໃນວັນທີ 3 ກໍລະກົດ.

ຈົນເຖິງວັນຈັນວານນີ້ ນັກຂ່າວໄວ 31 ປີ ໄດ້ຖືກຄຸມຂັງເປັນເວລາເກືອບ 20 ອາທິດແລ້ວ. ລາວຖືກຂັງໃນສະຖານຄຸມຂັງ ເລຟໍໂຕໂວ (Lefortovo) ຂອງມົສກູ.

ທາງການຂອງຣັດເຊຍ ໄດ້ຄວບຄຸມໂຕທ່ານເກີສໂກວິຈ ໃນຂໍ້ຫາການສືບລັບ ໃນວັນທີ 29 ມີນາ ໃນຂະນະທີ່ທ່ານໄດ້ຮັບການມອບໝາຍໃຫ້ລາຍງານຂ່າວ ໃນເມືອງເຢກາເຕຣິນເບີກ ຂອງຣັດເຊຍ.

The U.S. ambassador to Russia on Monday was able to meet with Evan Gershkovich, an American journalist detained in a Moscow jail.

The consular visit by Ambassador Lynne Tracy is only the third such visit granted since the Wall Street Journal reporter’s arrest in March.

“Ambassador Tracy reported that Evan continues to be in good health and remains strong, despite the circumstances,” the U.S. Embassy in Moscow said in a statement.

Tracy last met with Gershkovich on July 3.

As of Monday, the 31-year-old reporter has been in Russian custody for nearly 20 weeks. He is being held in Moscow’s Lefortovo Prison.

Russian authorities detained Gershkovich on espionage charges on March 29, while he was on assignment in the Russian city of Yekaterinburg.

ເບິ່ງວີດີໂອ ກ່ຽວກັບນ້ອງສາວຂອງນັກຂ່າວ ຊາວອາເມຣິກັນ

XS
SM
MD
LG