ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ມີການຂົ່ມຂູ່ ຈະເອົາຊີວິດ ເອກ​ອັກຄະ​ລັດຖະທູດ ສຫລ ປະຈຳຍີ່ປຸ່ນ ທ່ານນາງ Kennedy


(ຈາກຊ້າຍ) ​​ເອກ​ອັກຄະ​ລັດຖະທູດ ສຫລ ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy, ແລະອະດີດ ປະທານາທິບໍດີ ສຫລ ທ່ານ Bill Clinton (ກາງ) ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ກຳລັງຕັ້ງທ່າຖ່າຍຮູບ ກ່ອນເຂົ້າຮ່ວມຮັບປະທານອາຫານຄ່ຳ ທີ່ຈັດໂດຍທ່ານ Abe ຢູ່ທີ່ທຳນຽບນາຍົກ, ວັນທີ 17 ມີນາ 2015.
(ຈາກຊ້າຍ) ​​ເອກ​ອັກຄະ​ລັດຖະທູດ ສຫລ ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy, ແລະອະດີດ ປະທານາທິບໍດີ ສຫລ ທ່ານ Bill Clinton (ກາງ) ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ກຳລັງຕັ້ງທ່າຖ່າຍຮູບ ກ່ອນເຂົ້າຮ່ວມຮັບປະທານອາຫານຄ່ຳ ທີ່ຈັດໂດຍທ່ານ Abe ຢູ່ທີ່ທຳນຽບນາຍົກ, ວັນທີ 17 ມີນາ 2015.

ຕຳຫລວດ​ໃນ​ຍີ່ປຸ່ນ ກ່າວ​ວ່າ​ພວກ​ເຂົາ​ເຈົ້າ ກຳລັງ​ສືບສວນ​ສອບ
​ສວນ ການ​ຂົ່ມຂູ່​ຈະ​ເອົາ​ຊີວິດ​ຕໍ່ເອກ​ອັກຄະ​ລັດຖະທູດສະຫະລັດ
ປະຈຳ​ຍີ່ປຸ່ນ ທ່ານ​ນາງ Caroline Kennedy ​ແລະ ທ່ານ Alfred
Magleby ຫົວໜ້າ​ກົງ​ສຸນ​ໃຫຍ່​ຢູ່​ເກາະ Okinawa ຂອງ​ຍີ່ປຸ່ນ.

ລາຍ​ງານຂ່າວ​ ​ທີ່ອ້າງຄຳ​ເວົ້າຂອງ​ບັນດາ​ເຈົ້າໜ້າ​ທີ່​ຕຳຫລວດ​ ທີ່​
ກ່າວວ່າ ການ​ຂົ່ມຂູ່​ຕ່າງໆ ​ແມ່ນ​ໄດ້ເກີດ​ຂຶ້ນ​ເມື່ອຄົນ​ຮ້າຍ​ໂທ​ເຂົ້າ​
ໄປ​ໃນ​ສະຖານທູດສະຫະລັດຫຼາຍຄັ້ງ. ເຈດ​ຕະນາ​ຂອງ​ການ​ຂົ່ມຂູ່
​ຕ່າງໆນັ້ນ ​ແມ່ນ​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຊາບ​.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ອອກຖະ​ແຫລ​ງການ​
ສະບັບ​ນຶ່ງທີ່​ກ່າວ​ວ່າ “ພວກເຮົາຖືວ່າ​ການ​ຂົ່ມຂູ່​ໃດໆ​ກໍ​ຕາມ ຕໍ່​ບັນດາ​ນັກ​ການ​ທູດ​
ສະຫະລັດ ແມ່ນເປັນເລື້ອງ​ຈິງ​ຈັງຮ້າຍແຮງ. ພວກເຮົາ​ເອົາ​ທຸກບາດ​ກ້າວທີ່​ອາດ​
ເປັນ​ໄປ​ໄດ້ ​ເພື່ອ​ປົກ​ປ້ອງ​ພະນັກງານ​ຂອງ​ພວກ​ເຮົາ. ພວກ​ເຮົາ​ກຳລັງ​ປະສານ​ງານ​ ກັບ​ລັດຖະບານ​ຍີ່ປຸ່ນ ​ເພື່ອ​ຮັບປະກັນ​ວ່າ ມາດ​ຕະການ​ຕ່າງໆ​ທີ່​ຈຳ​ເປັນ​ແມ່ນ​ມີ​ໄວ້​ພ້ອມ​ແລ້ວ. ​ພວກ​ເຮົາ​ຈະ​ບໍ່​ກ່າວ​ເຖິງ​ລາຍ​ລະອຽດໃດໆ ຕໍ່​ການ​ຂົ່ມຂູ່​ຕ່າງໆ​ນັ້ນ​ ຫຼື ບາດກ້າວ​ຕ່າງໆ ທີ່​ພວກ​ເຮົາ​ເອົາດັ່ງ​ທີ່​ກ່າວ​ມານັ້ນ ​ເພື່ອ​ມາ​ອະທິບາຍທັງ​ໝົດ.”

ຂ່າວ​ດັ່ງກ່າວ​ໄດ້ເປີດ​ເຜີຍ​ອອກ​ມາ ​ໃນ​ຂະນະ​ທີ່​ສະຕີ​ໝາຍ​ເລກ​ນຶ່ງສະ ຫະລັດ ທ່ານ​ນາງ
Michelle Obama ​ໄດ້​ເດີນທາງໄປ​ເຖິງ ຍີ່​ປຸ່ນສຳ​ຫລັບ​ການ​ຢ້ຽມຢາມ ທີ່​ມີ​ເປົ້າໝາຍ​ ສົ່ງ​
ເສີມການ​ລິ​ເລີ້ມ​ການ​ສຶກສາ​ສຳ​ຫລັບ​ພວກເດັກຍິງ​ ​ແລະ​ແມ່ຍິງ​ໃນ​ທົ່ວໂລກ.

ການ​ຂົ່ມ​ຂູ່​ດັ່ງກ່າວ ມີ​ຂຶ້ນຫຼັງຈາກ​ການ​ໂຈມ​ຕີ​ທຳຮ້າຍ ເມື່ອ​ຕົ້ນ​ເດືອນ​ນີ້ ຕໍ່​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ ປະຈຳ​ເກົາຫຼີໃຕ້ ທ່ານ Mark Lippert. ທ່ານ Lippert ຕ້ອງ​ໄດ້​ຮັບການ ​ຍິບ 80 ​ເຂັມ ​ເພື່ອ​ປິດບາດ​ແຜຢູ່​ແກ້ມທາງເບື້ອງ​ຂວາຂອງ​ທ່ານ ຫຼັງຈາກ​ການ​ໂຈມ​ຕີ ທີ່ໄດ້​ກະທຳ​ໂດຍຊາຍຄົນ​ນຶ່ງ​ ທີ່ສະໜັບສະໜຸນເກົາຫຼີ​ເໜືອ.

Japan US Ambassador Kennedy
please wait

No media source currently available

0:00 0:01:17 0:00

Police in Japan say they are investigating death threats against U.S. Ambassador Caroline Kennedy and Alfred Magleby, the U.S. consul general in Okinawa.

Press reports quote police officials as saying the threats were made in telephone calls to the U.S. embassy.

U.S. State Department released a statement saying, "We take every step possible to protect our personnel. We are working with the Japanese government to ensure the necessary measures are in place. We will not comment on the specific details of any threats or the steps we take to address them."

The news surfaced as U.S. first lady Michelle Obama arrived in Japan for a visit aimed at promoting her global education initiative for girls and women.

The threats follow an attack earlier this month on the U.S. ambassador to South Korea, Mark Lippert. He needed 80 stitches to close a wound on the right side of his face following the attack, which was carried out by a North Korea sympathizer.

XS
SM
MD
LG