ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ຫ​ລ ແລະປະ​ເທດ​ພັນ​ທະ​ມິດ ບໍ່​ຕົກ​ລົງ​ກັນ​ໄດ້ ກ່ຽວ​ກັບ ຊາ​ຕາ​ກຳຂອງ ​ພວກ​ນັກ​ລົບ​ຕ່າງ​ປະ​ເທດ ຂອງ​ກຸ່ມລັດ​ອິ​ສ​ລາມ


ພວກນັກ​ລົບ​ຂອງລັດ​ອິ​ສ​ລາມຊາວ​ເຢ​ຍ​ຣະ​ມັນ​ທີ່​ຖືກ​ຈັບ ກຳ​ລັງຈະ​ຂຶ້ນ​ເຮືອ​ບິນຢູ່ນະ​ຄອນອິ​ສ​ຕັນ​ບູລ, ປະ​ເທດ​ເທີ​ກີ ໃນ​ຂະ​ນະ​ທີ່ຖືກ​ສົ່ງ​ກັບ​ຄ​ືນ​ໄປ​ຍັງເຢຣະ​ມັນ ວັນ​ທີ 14 ພະ​ຈິກ 2019
ພວກນັກ​ລົບ​ຂອງລັດ​ອິ​ສ​ລາມຊາວ​ເຢ​ຍ​ຣະ​ມັນ​ທີ່​ຖືກ​ຈັບ ກຳ​ລັງຈະ​ຂຶ້ນ​ເຮືອ​ບິນຢູ່ນະ​ຄອນອິ​ສ​ຕັນ​ບູລ, ປະ​ເທດ​ເທີ​ກີ ໃນ​ຂະ​ນະ​ທີ່ຖືກ​ສົ່ງ​ກັບ​ຄ​ືນ​ໄປ​ຍັງເຢຣະ​ມັນ ວັນ​ທີ 14 ພະ​ຈິກ 2019

ສະ​ຫະ​ລັດ ແລ​ະ​ບັນ​ດາ​ສະ​ມາ​ຊິກ​ອື່ນໆ​ຂອງ​ແນວ​ໂຮມທີ່​ຈະ​ເອົາ​ຊະ​ນະ​ກຸ່ມລັດ​ອິ​ສ​ລາມ
ນັ້ນບໍ່​ສາ​ມາດ​ບັນ​ລຸ​ການເປັນ​ເອ​ກະ​ສັນ​ກັນກ່ຽວ​ກັບ​ວ່າ​ຈະ​ເຮັດຈັ່ງ​ໃດ​ກັບ​ພວກ​ນັກ​ລົບ​
ຕ່າງ​ຊາດ​ທີ່​ຖືກ​ຈັບ ຊຶ່ງ​ເປັນ​ບັນ​ຫານຶ່ງ​ນອນ​ໃນ​ຫຼາຍໆ​ບັນ​ຫາ ທີ່​ເປັນ​ໄພ​ການຂົ່ມ​ຂູ່ທີ່​ຈະ
​ຕ່າວ​ປີ້ນການ​ໄດ້​ໄຊ​ຊະ​ນະ​ຕໍ່​ກຸ່​ມ​ກໍ່​ການ​ຮ້າຍ​ຢູ່​ໃນ​ຊິ​ເຣຍ ແລະ​ອີ​ຣັກນັ້ນ ໃຫ້​ກັບ​ສູ່​ສະ
​ພາບ​ເດີມ.

ການ​ຂາດ​ຄວາມ​ກ້າວ​ໜ້າພາຍ​ຫລັງໄດ້ມີ​ການ​ປະ​ຊຸມ​ທີ່​ແກ່ຍາວ​ໄປ​ເກືອບ​ນຶ່ງ​ມື້ໃນ​ນ​ະ
​ຄອນ​ຫຼວງວໍ​ຊິງ​ຕັນກັບສະ​ມາ​ຊິກພຽງ​ແຕ່​ຫຼາຍ​ກວ່າ 30 ຄົນ ຢູ່​ໃນ​ບັນ​ດາ​ສະ​ມາ​ຊິກ
ຂອງ​ແນວ​ໂຮມທັງ​ໝົດ 81 ຄົນ ຊຶ່ງຢູ່​ໃນນັ້ນ​ສະ​ຫະ​ລັດ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ ​ຈະ​
ບໍ່​ປະ​ລະ​ການ​ນຳ​ພາ​ຂອງຕົນ​ໃນ​ການ​ຕໍ່​ສູ້​ຕ້ານກັບ​ກຸ່ມ​ລັດ​ອິ​ສ​ລາມ ​ຫຼື IS.

​ແຕ່​ຢ່າງ​ໃດກໍດີ, ເຖິງ​ແມ່ນ​ຈະມີ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ດັ່ງ​ກ່າວນັ້ນ​ກໍ​ຕາມ, ບັນ​ດາ​ນັກ
ການ​ທູດສ​ະ​ຫະ​ລັດ ບໍ່​ສາມ​າດ​ທີ່​ຈະເຮັດ​ໃຫ້​ພັນ​ທະ​ມິດຢູ່​ໃນ​ແນວ​ໂຮມຕົກ​ລົງ​ທີ່​ຈະ​ສົ່ງ
ພວກ​ນັກ​ລົບຂອງ​ກຸ່ມ IS ​ປະ​ມານ 2000 ຄົນທີ່​ໄດ້ພາ​ກັນ​ໜີ​ຈາກ​ປະ​ເທດຂອງ​ຕົນ ​
ເພື່ອເຂົ້າ​ຮ່ວມພວກ​ທີ່​ປະ​ກາດຕົນ​ເອງວ່າເປັນ​ປະ​ເທດນັ້ນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ເນ​ຕັນ ເຊ​ລສ໌, ຜູ້​ປະ​ສານ​ງານດ້ານ​ການຕ້ານ​ການ​ກໍ່​ການ​ຮ້າຍ
ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫລັດ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຫຼັງ​ຈາກ​ກອງ​ປະ​ຊຸມລ​ະ
​ດັບ​ຄະ​ນະ​ລັດ​ຖະ​ມົນ​ຕີວ່າ “ມີ​ການ​ເຫັນ​ພ້ອມ​ນຳ​ກັນ​ວ່າ ບັນ​ຫາ​ພວກ​ນັກ​ລົບ​ຕ່າງ​ປະ
​ເທດ​ເປັນ​ເລື້ອງ​ນຶ່ງທີ່​ຮ້າ​ຍແຮງ.” ກ່ານ​ກ່າວ​ອີກວ່າ ມີ​ແນວ​ຄິດທີ່ແຕກ​ຕ່າງ​ກັນທີ່​ເວົ້າ
ແບບກົງ​ໄປ​ກົງ​ມາ ກ່ຽວ​ກັບວິ​ທີ​ທີ່​ດີທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີ້.”

ຫຼາຍ​ປະ​ເທດ ໂດຍ​ສະ​ເພາະ​ບັນ​ດາ​ປະ​ເທດ​ຢູ່​ໃນ​ຢູ​ໂຣບ ໄດ້​ລັ່ງ​ເລ​ໃຈ​ຕໍ່​ຄຳ​ຮ້ອງ​ຂໍໃຫ້
​ເຂົາ​ເຈົ້າ​ສົ່ງ​ພວ​ກ​ນັກ​ລົບ​ຕ່າງ​ປະ​ເທດ​ກັບ​ຄືນລ້ານ​ຂອງ​ເຂົາ​ເຈົ້າ ໂດຍມັກ​ຈະ​ອ້າງ​ວ່າ
ລະ​ບົບ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ​ໃນເລື້ອງນີ້ ບໍ່​ພຽບພ້ອມທີ່​ຈະ​ດໍ​າ​ເນີນຄະ​ດີ ແລະຕັດ​
ສິນ​ລົງ​ໂທດ​ຕໍ່​ພວກ​ທີ່​ຖືກ່າວໃນ​ການ​ສູ້​ລົບ​ຢູ່​ໃນ​ຊິ​ເຣຍ ແລ​ະ​ອິ​ຣັກນັ້ນ​ໄດ້​ຢ່າງ​ມີ​ປະ
​ສິດ​ທິ​ຜົນ.

ນັ້ນ​ເປັນ​ໄປ​ບໍ່​ໄດ້​ດີ​ແກ່​ພວກ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຜູ້​ທີ່​ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ເຕືອນ
​ວ່າ ການ​ປ່ອຍປະ​ໃຫ້​ພວກ​ນັກ​ລົບເຫລົ່າ​ນີ້​ຢູ່ຄຸກ​ທີ່​ສ້າງ​ຂຶ້ນ​ເອງ ເພີ້ມ​ຄວາມ​ເປັນ​ໄປ
​ໄດ້​ທີ່​ໃນ​ທີ່​ສຸດ ເຂົາ​ເຈົ້າ​ຈະພາ​ກັນ​ລັກ​ໜີ ແລ​ະ​ເຂົ້າ​ຮ່ວມ​ຄືນ​ພວກ​ນັກ​ລົບຈຳ​ນວນ
14,000 ຄົນ ທີ່​ພາ​ກັນ​ສັ່ງ​ຊາເພີ້ມ​ເປັນ​ກະ​ບົດ​ຢູ່​ທົ່ວ​ຊິ​ເຣຍ ແລະ​ອີ​ຣັກ.


The United States and other members of the coalition to defeat the Islamic State failed to reach any consensus on what to do with captured foreign fighters, one of several issues threatening to reverse gains against the terror group in Syria and Iraq.

The lack of progress followed a nearly daylong meeting in Washington with just more than 30 of the coalition's 81 members, during which the U.S. vowed not to abandon its leadership of the fight against IS.

Despite such pledges, however, U.S. diplomats were unable to convince coalition allies to repatriate about 2,000 IS fighters who left their homes to join the self-declared caliphate.

"There is unanimity that the foreign terrorist fighter problem is a serious one," Ambassador Nathan Sales, State Department counterterrorism coordinator, told reporters following the ministerial-level meeting. "There is candidly a difference of opinion about the best way to solve this problem."

Many countries, especially those in Europe, have balked at requests to repatriate their own foreign fighters, often citing concerns their respective legal systems are not equipped to effectively prosecute and punish those charged with fighting in Syria or Iraq.

US reaction

That has not gone over well with U.S. officials, who repeatedly have warned that the longer these fighters are left to languish in makeshift prisons, the more likely they are to eventually escape and rejoin some 14,000 IS fighters waging a growing insurgency across Syria and Iraq.

XS
SM
MD
LG