ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພັນທະມິດ ສະຫະລັດ ໃນເອເຊຍ ຈະຮັບມື ກັບທ່ານ ທຣຳ ຢ່າງລະມັດລະວັງ


US Allies in Asia to Handle Trump with Care
please wait

No media source currently available

0:00 0:03:06 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານີ້.

ໃນວັນທີ 3 ພະຈິກທີ່ຈະມີເຖິງນີ້ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະທຳ
ການເດີນທາງ 12 ວັນ ໄປປະເທດ ຍີ່ປຸ່ນ, ເກົາຫຼີໃຕ້, ຈີນ ແລະ ຫວຽດນາມ, ບ່ອນທີ່
ທ່ານຈະເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມືດ້ານເສດຖະກິດ ເອເຊຍ-ປາຊີຟິກ
ແລະ ປະເທດ ຟີລິບປິນ. ນັກຂ່າວວີໂອເອປະຈຳເອເຊຍຕາເວັນອອກສຽງເໜືອ
ບຣາຍອັນ ແພດເດັນ ລາຍງານວ່າ ພັນທະມິດທີ່ສຳຄັນ ຂອງກອງທັບ ສະຫະລັດ ໃນ
ພາກພື້ນ ໄດ້ຄາດຫວັງວ່າ ຈະຮັບມືກັບທ່ານ ທຣຳ ດ້ວຍຄວາມລະມັດລະວັງ, ແລະ
ເພັ່ງເລັງໃສ່ຂົງເຂດຕ່າງໆ ກ່ຽວກັບ ຂໍ້ຕົກລົງຮ່ວມກັນ , ໂດຍສະເພາະບັນຫາ ເກົາຫຼີ
ເໜືອ, ໃນເວລາທີ່ເຂົາເຈົ້າຕ້ອນຮັບ ທ່ານປະທານາທິບໍດີ ນັ້ນ. ພຸດທະສອນ ຈະນຳ
ລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນລະຫວ່າງການເດີນທາງຢ້ຽມຢາມທະວີບເອເຊຍຢ່າງເປັນທາງການຄັ້ງທຳອິດຂອງປະທານາທິບໍດີ ດໍໂນລ ທຣຳ ນັ້ນ, ທ່ານມີແຜນທີ່ຈະຊັກຊວນເອົາການສະໜັບສະໜູນ
ຈາກສາກົນຫຼາຍຂຶ້ນ ເພື່ອກົດດັນລະບອບການປົກຄອງ ຄິມ ຈອງ ອຶນ ໃຫ້ຍົກເລີກໂຄງ
ການອາວຸດນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງພວກເຂົາ.

ການປ້ອງກັນ ເກົາຫຼີເໜືອ ຈາກການພັດທະນາລູກສອນໄຟຕິດຫົວລະເບີດນິວເຄລຍ
ທີ່ສາມາດຍິງໄດ້ເຖິງແຜ່ນດິນໃຫຍ່ ສະຫະລັດ ນັ້ນກາຍເປັນບູລິມະສິດສູງສຸດ ຂອງ
ການຮັກສາຄວາມປອດໄພແຫ່ງຊາດສຳລັບທ່ານ ທຣຳ.

ທ່ານ ຈອນ ເດລູຣີ ນັກວິເຄາະ ກ່ຽວກັບ ເກົາຫຼີເໜືອ ທີ່ມະຫາວິທະຍາໄລ ຢອນເຊ
ກ່າວວ່າ “ທ່ານໄດ້ຍົກເອົາຄວາມຄາດຫວັງທຸກຢ່າງຂຶ້ນມາ ກ່ຽວກັບ ສິ່ງທີ່ເພິ່ນຈະເຮັດ
ກ່ຽວກັບ ເກົາຫຼີເໜືອ. ແລະ ຖ້າເພິ່ນບໍ່ເຮັດສິ່ງດັ່ງກ່າວແລ້ວ ມັນກໍຈະເປັນໄພຂົ່ມຂູ່ຕໍ່
ເອກະລັກຂອງທ່ານຢ່າງຮ້າຍແຮງ. ມັນຈະສ້າງຄວາມເສຍຫາຍໃຫ້ແກ່ເພິ່ນ, ມັນຈະ
ເຮັດໃຫ້ອຳນາດຂອງເພິ່ນຕົກຕໍ່າລົງ.”

ລັດຖະບານຂອງທ່ານ ທຣຳ ໄດ້ເຮັດວຽກກັບ ຈີນ ແລະ ຣັດເຊຍ ໃນອົງການສະຫະປະ
ຊາຊາດ ເພື່ອຮັບຜ່ານມາດຕະການລົງໂທດທາງເສດຖະກິດທີ່ໜັກກວ່າເກົ່າ ທີ່ອາດ
ຫຼຸດຜ່ອນການຄ້າ ຂອງເກົາຫຼີເໜືອ ລົງ 90 ເປີເຊັນ ແລະ ການນຳເຂົ້ານໍ້າມັນ ເຖິງ 30
ເປີເຊັນ, ແລະ ວາງຂໍ້ຫ້າມຕ່າງໆແຕ່ຝ່າຍດຽວດ້ວຍ.

ແນວໃດກໍຕາມ, ບັນດາພັນທະມິດກອງທັບ ສະຫະລັດ ຄື ຍີ່ປຸ່ນ ແລະ ເກົາຫຼີໃຕ້ ບໍ່ໄດ້
ເຫັນພ້ອມກັນ ກ່ຽວກັບ ການກ່າວຢໍ້າເຖິງຄວາມເປັນໄປໄດ້ ໃນການໃຊ້ກຳລັງທະຫານ
ຂອງ ທ່ານ ທຣຳ, ແລະ ການເວົ້າຂົ່ມຂູ່ວ່າຈະໂຈມຕີ ເກົາຫຼີເໜືອ “ດ້ວຍໄຟ ແລະ
ຄວາມຮຸນແຮງ” ແລະ “ທຳລາຍຈົນຮາບຄາບ” ຖ້າພວກເຂົາຫາກເກາະຜິດ.

ໃນ ຍີ່ປຸ່ນ, ທ່ານ ທຣຳ ຈະພົບປະ ແລະ ເບິ່ງຄືວ່າຈະໄປຕີ ກ໊ອລຟ ກັບນາຍົກລັດຖະ
ມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ, ຊຶ່ງອາດແມ່ນໝູ່ທີ່ສະໜິດສະໜົມທີ່ສຸດຂອງທ່ານ
ໃນທະວີບເອເຊຍ.

ທ່ານ ເດວິດ ສໂຕຣບ ນັກວິເຄາະ ກ່ຽວກັບເກົາຫຼີເໜືອ ທີ່ສະຖາບັນ ເຊຈອງ ກ່າວວ່າ
ນອກນັ້ນ “ປະທານາທິບໍດີ ທຣຳ ກັບ ນາຍົກລັດຖະມົນຕີ ອາເບະ ຍັງໄດ້ຕົກລົງກັນ
ກ່ຽວກັບ ບັນຫາບາງຢ່າງ, ໂດຍສະເພາະແມ່ນບັນຫາ ເກົາຫຼີເໜືອ.”

ສຽງສະໜັບສະໜູນຂອງສາທາລະນະໃນ ຍີ່ປຸ່ນ ສຳລັບການຢືນຢັດທີ່ໜັກແໜ້ນຂອງ
ທ່ານ ອາເບະ ກ່ຽວກັບ ການຮັກສາຄວາມປອດໄພແຫ່ງຊາດ ໄດ້ເພີ່ມສູງຂຶ້ນ ຫຼັງຈາກ
ເກົາຫຼີເໜືອ ໄດ້ດຳເນີນການທົດລອງລູກສອນໄຟສອງລູກ ທີ່ໄດ້ບິນຂ້າມໜ່ານຟ້າຂອງ
ຍີ່ປຸ່ນ, ແລະ ໄດ້ຊ່ວຍໃຫ້ພັນທະມິດອະນຸລັກນິຍົມຂອງທ່ານ ໄດ້ຊະນະການເລືອກຕັ້ງ
ສະພາແຫ່ງຊາດລ່ວງໜ້າຢ່າງເດັດຂາດ.

ໃນຂະນະດຽວກັນ ທ່ານ ອາເບະ ກໍໄດ້ກ່າວສະໜັບສະໜູນຢ່າງແຂງຂັນຕໍ່ນະໂຍບາຍ
“ການກົດດັນສຸດຂີດ” ຂອງທ່ານ ທຣຳ, ເຊິ່ງບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ໂຕກຽວ
ໄດ້ລະບຸຢ່າງງຽບໆວ່າ ການຂົ່ມຂູ່ໃຊ້ກຳລັງແມ່ນກົນລະຍຸດທາງການທູດ ເພື່ອໃຫ້ໄດ້
ການຍິນຍອມຈາກ ເກົາຫຼີເໜືອ ແລະ ຈີນ.

ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ກໍໄດ້ຄາດວ່າຈະກ່າວ ຢໍ້າເຖິງການເປັນ
ພັນທະມິດທີ່ແຂງແກ່ນ ເປັນເວລາດົນນານ ຂອງປະເທດ ກັບ ສະຫະລັດ ເມື່ອທ່ານ
ພົບປະກັບທ່ານ ທຣຳ ໃນນະຄອນ ຫຼວງ ໂຊລ.

ແນວໃດກໍຕາມ, ຜູ້ນຳເສລີນິຍົມ ເກົາຫຼີໃຕ້ ກໍໄດ້ຄັດຄ້ານຢ່າງເປີດ ເຜີຍຕໍ່ການໃຊ້ກຳ
ລັງໃດໆໃນແຫຼມ ເກົາຫຼີ ທີ່ອາດນຳເອົາພາກພື້ນດັ່ງເຂົ້າສູ່ສົງຄາມທຳລາຍລ້າງຜານ.

ທ່ານ ຈອນ ເດລູຣີ ກ່າວວ່າ “ຂ້າພະເຈົ້າຄິດວ່າ ການຢ້ຽມຢາມຂອງທ່ານ ທຣຳ ແມ່ນ
ໂອກາດທີ່ຈະແນະນຳທ່ານໃນແງ່ຂອງວິທີ ເກົາຫຼີໃຕ້ ພິຈາລະນາບັນຫານີ້, ແລະ
ເລື່ອງທີ່ ເກົາຫຼີໃຕ້ ໄດ້ດຳລົງຊີວິດຢູ່ ພາຍ ໃຕ້ການຂົ່ມຂູ່ໂຈມຕີດ້ວຍລະເບີດນິວເຄລຍ
ທີ່ເຊື່ອຖືໄດ້ໃນຊົ່ວໄລຍະນຶ່ງ ແລະ ພວກເຮົາທຸກຄົນກໍຍັງຄົງສະບາຍດີໝົດ.”

ທ່ານ ທຣຳ ໄດ້ອະທິບາຍວ່າ ລັກສະນະຄວາມພະຍາຍາມໃນອະດີດຂອງທ່ານ ມູນ
ໃນການພົວພັນກັບ ເກົາຫຼີເໜືອ ຜ່ານການເຈລະຈານັ້ນ ແມ່ນການກະທຳທີ່ບໍ່ໄດ້ຜົນ.

ສຳລັບເວລານີ້, ຄວາມແຕກຕ່າງທັງຫຼາຍ ລະຫວ່າງ ໂຊລ ກັບ ວໍຊິງຕັນ ແມ່ນໄດ້ມິດ
ງຽບຢູ່ ຍ້ອນການທົດລອງລະເບີດນິວເຄລຍ ແລະ ລູກສອນໄຟຂອງ ເກົາຫຼີເໜືອ ໄດ້
ມີສືບຕໍ່ມາ ແລະ ການປະຕິເສດທີ່ຈະພົວພັນໃນການເຈລະຈາສາກົນຂອງ ພຽງຢາງ ຫຼື
ແມ່ນກະທັ້ງການຮັບເອົາຂໍ້ສະເໜີການຊ່ວຍເຫຼືອດ້ານມະນຸດສະທຳຈາກ ເກົາຫຼີໃຕ້ ກໍ
ເຊັ່ນກັນ.

On November 3 U.S. President Donald Trump will embark on a 12-day trip to Japan; South Korea; China; Vietnam, where he will attend the Asia-Pacific Economic Cooperation (APEC) summit; and the Philippines. VOA Northeast Asia Correspondent Brian Padden reports The United States' key military allies in the region are expected to handle Trump with care, and focus on areas of mutual agreement, especially regarding North Korea, when they host the president.


During his first official visit to Asia, President Trump plans to advocate for increased international support to pressure the Kim Jong Un regime to give up its nuclear weapons and ballistic missile programs.

Preventing North Korea from developing a nuclear armed missile (ICBM) that could reach the U.S. mainland has become a top national security priority for Trump.

((JOHN DELURY, NORTH KOREA ANALYST, YONSEI UNIVERSITY ))
"He has raised all kinds of expectations about what he's going to do about North Korea.And if he doesn't do those things then it seriously threatens his identity, it undermines him, it undercuts him."

The Trump administration has worked with China and Russia in the United Nations to pass tougher economic sanctions that could reduce North Korean trade by 90 percent and oil imports by 30 percent, and impose unilateral restrictions as well.

However, U.S. military allies Japan and South Korea have been split over Trump's emphasis on the possible use of military force, and his threatening "fire and fury" rhetoric to "totally destroy" North Korea if provoked.

In Japan, Trump will meet and likely play golf with Prime Minister Shinzo Abe, perhaps his closest friend in Asia.

((DAVID STRAUB, NORTH KOREA ANALYST, THE SEJONG INSTITUTE))
"President Trump and Prime Minster Abe also agree on a number of issues, including in particular on the North Korea problem."

Public support in Japan for Abe's strong stance on national security was bolstered after North Korea conducted two missile tests that flew over Japanese airspace, and helped his conservative coalition win a decisive victory in an early parliamentary election.

Yet while Abe has voiced stanch support for Trump's "maximum pressure" policy, officials in Tokyo have quietly indicated that the threat of force is a diplomatic tactic to extract concessions from North Korea and China.

South Korean President Moon Jae-in is also expected to emphasize his country's longstanding "ironclad" U.S. alliance when he meets with Trump in Seoul.

However, the liberal South Korean leader has openly opposed any use of force on the Korean Peninsula that could engulf the region in a devastating war.

((JOHN DELURY, NORTH KOREA ANALYST, YONSEI UNIVERSITY))
"I think Trump's visit is an opportunity to educate him in terms of how South Koreans see this, and the fact that South Korea has been living under a credible threat of nuclear attack for a while now, and we are all doing fine."

Trump has characterized Moon's past efforts to engage North Korea in dialogue as unworkable appeasement.

For now, differences between Seoul and Washington have been muted in the face of North Korea's continued missile and nuclear tests, and Pyongyang's refusal to engage in inter-Korean talks or even accept offers of humanitarian aid from the South.

XS
SM
MD
LG