ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ມີຈຸດປະສົງ ຈະຕັດລາຍໄດ້ ຈາກນໍ້າມັນ ຂອງ ອີຣ່ານ ລົງເປັນສູນ


ແກັສລຸກເປັນໄຟ ຢູ່ແທ່ນຜະລິດນໍ້າມັນ ໃນບໍ່ນໍ້າມັນ ໂຊຮູສ ພ້ອມກັບທຸງຊາດ ອີຣ່ານ ປິວສະບັດຢູ່. ອ່າວ ເປີເຊຍ, ອີຣ່ານ. 25 ກໍລະກົດ, 2005.
ແກັສລຸກເປັນໄຟ ຢູ່ແທ່ນຜະລິດນໍ້າມັນ ໃນບໍ່ນໍ້າມັນ ໂຊຮູສ ພ້ອມກັບທຸງຊາດ ອີຣ່ານ ປິວສະບັດຢູ່. ອ່າວ ເປີເຊຍ, ອີຣ່ານ. 25 ກໍລະກົດ, 2005.

ສະຫະລັດ ໄດ້ປະກາດແຜນການຕ່າງໆ ເພື່ອວາງມາດຕະການລົງທີ່ໜັກຂຶ້ນຕໍ່ພາກ
ສ່ວນພະລັງງານ ແລະ ການທະນາຄານຂອງ ອີຣ່ານ, ໂດຍເວົ້າວ່າ ລັດຖະບານ
ອີຣ່ານ ຕ້ອງປ່ຽນພຶດຕິກຳຂອງເຂົາເຈົ້າ ແລະ ເຮັດຄື “ປະເທດທຳມະດາ.”

ຜູ້ອຳນວຍການ ພະແນກການວາງແຜນນະໂຍບາຍ ທ່ານ ບຣາຍອັນ ຮຸກ ໄດ້ກ່າວວ່າ
“ເປົ້າໝາຍຂອງພວກເຮົາແມ່ນເພື່ອເພີ່ມຄວາມກົດດັນຕໍ່ລະບອບການປົກຄອງຂອງ
ອີຣ່ານ ດ້ວຍການຫຼຸດລາຍໄດ້ຂອງເຂົາ ເຈົ້າ ຈາກການຂາຍນໍ້າມັນດິບເປັນສູນ. ພວກ
ເຮົາກຳລັງເຮັດວຽກເພື່ອຫຼຸດຜ່ອນຄວາມຫຍຸ້ງຍາກຕໍ່ຕະຫຼາດໂລກໃຫ້ນ້ອຍທີ່ສຸດ ແຕ່
ພວກເຮົາກໍໝັ້ນໃຈວ່າ ມັນມີປະລິມານນໍ້າມັນສຳຮອງ ຂອງໂລກທີ່ພຽງພໍຢູ່.”

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ເມື່ອວັນຈັນວານນີ້ ທີ່ກະຊວງການຕ່າງປະ
ເທດນັ້ນ, ທ່ານ ຮຸກ ໄດ້ຮຽກຮ້ອງໃຫ້ ອີຣ່ານ ປະຕິບັດຕາມຄຳຮຽກຮ້ອງຕ່າງໆ ເພື່ອທີ່
ຈະຖືມັນເປັນສິ່ງທີ່ທ່ານເອີ້ນວ່າ “ປະ ເທດທຳມະດາ” ນັ້ນ.

ທ່ານຮຸກ ໄດ້ເວົ້າວ່າ “ປະເທດທຳມະດາຈະບໍ່ເຮັດໃຫ້ປະເທດອື່ນຢ້ານ, ແຜ່ຂະຫຍາຍ
ລູກສອນໄຟຕ່າງໆ, ແລະ ເຮັດໃຫ້ປະຊາຊົນຂອງຕົນອຶດຫິວ. ດັ່ງທີ່ລັດຖະມົນຕີການ
ຕ່າງປະເທດທ່ານ ໄມຄ໌ ພອມພຽວ ໄດ້ກ່່າວນັ້ນ, ແຜນຍຸດທະສາດໃໝ່ນີ້ບໍ່ໄດ້ກ່ຽວກັບ
ການປ່ຽນແປງລະບອບການປົກຄອງ, ມັນກ່ຽວກັບການປ່ຽນແປງພຶດຕິກຳຂອງການ
ນຳພາໃນ ອີຣ່ານ ເພື່ອໃຫ້ມັນເໝາະສົມກັບສິ່ງທີ່ປະຊາຊົນ ອີຣ່ານ ຢາກໃຫ້ເຂົາເຈົ້າ
ເຮັດແທ້ໆ.”

ຜູ້ອຳນວຍການພະແນກວາງແຜນນະໂຍບາຍຂອງກະຊວງການຕ່າງ ປະເທດ ໄດ້
ກ່າວຢໍ້າວ່າ ພາກສ່ວນທຳອິດຂອງມາດຕະການລົງໂທດ ສະຫະລັດ ຈະຖືກນຳກັບ
ມາໃຊ້ໃນຕົ້ນເດືອນສິງຫາ. ມາດຕະການລົງ ໂທດພວກນີ້ ຈະລວມມີການແນເປົ້າ
ໃສ່ພາກສ່ວນລົດຍົນ, ການຄ້າ, ຄຳ ແລະ ເຫຼັກທີ່ສຳຄັນອື່ນໆຂອງ ອີຣ່ານ. ທ່ານໄດ້
ເວົ້າວ່າ ມາດຕະ ການລົງໂທດ ສະຫະລັດ ທີ່ເຫຼືອຈະຖືກນຳກັບມາໃຊ້ຄືນໃນຕົ້ນ
ເດືອນພະຈິກ. ມາດຕະການລົງໂທດພວກນີ້ຈະລວມມີການແນເປົ້າໃສ່ພາກ ສ່ວນ
ພະລັງງານ ແລະ ນໍ້າມັນຂອງ ອີຣ່ານ ທີ່ກ່ຽວຂ້ອງກັບການດຳ ເນີນການ ແລະ ການ
ໂອນເງິນກັບທະນາຄານກາງຂອງ ອີຣ່ານ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖອນ ສະຫະລັດ ອອກຈາກຂໍ້ຕົກ
ລົງນິວເຄລຍ ກັບ ອີຣ່ານ ໃນເດືອນພຶດສະພາທີ່ຜ່ານ ມາ, ແລະໄດ້ເຕືອນປະເທດ
ອື່ນໆວ່າ ເຂົາເຈົ້າກໍຍັງຈະປະເຊີນກັບມາດຕະການລົງໂທດຕ່າງໆ ຖ້າເຂົາເຈົ້າສືບຕໍ່
ທຳການຄ້າຂາຍກັບພາກສ່ວນທີ່ຖືກລົງໂທດ ໃນເສດຖະກິດຂອງ ອີຣ່ານ. ຝ່າຍອື່ນໆ
ທີ່ຍັງເຫຼືອຢູ່ທັງໝົດໃນຂໍ້ຕົກລົງນິວເຄລຍຄື, ສະຫະພາບ ຢູໂຣບ, ອັງກິດ, ຝຣັ່ງ,
ຣັດເຊຍ, ຈີນ ແລະ ເຢຍຣະມັນ, ເວົ້າວ່າ ເຂົາເຈົ້າຍັງມີຄຳໝັ້ນໝາຍກັບຂໍ້ຕົກລົງດັ່ງ
ກ່າວ ແລະໄດ້ສະແດງຄວາມຜິດຫວັງຢ່າງຍິ່ງຕໍ່ການຖອນຕົວ ຂອງ ວໍຊິງຕັນ. ທ່ານ
ຮຸກ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ກະຊວງການຕ່າງປະເທດ ແລະ ກະຊວງການເງິນ
ແມ່ນກຳລັງເດີນທາງອ້ອມໂລກ ໄປປະຊຸມກັບບັນດາພັນທະມິດ ສະຫະລັດ ເພື່ອພະ
ຍາຍາມຊັກຊວນໃຫ້ເຂົາເຈົ້າຮ່ວມມື ກັບມາດຕະການລົງໂທດຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Aims to Slash Iran’s Oil Revenues Down to Zero
please wait

No media source currently available

0:00 0:01:57 0:00

XS
SM
MD
LG