ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳ​ມະ​ການ ຂອງ​ສະ​ພາ​ຕ່ຳ​ ອາດ​ສອ​ບ​ສວນ ​ການເພີ້ມ​ຄຳ​ຖາມ​ ກ່ຽວ​ກັບ ​ຖາ​ນະ​ການ​ຖືສັນ​ຊາດ ຕໍ່​ປະ​ຊາ​ຊົນ ໃນ​ການສຳ​ຫຼວດ ​ສຳ​ມະ​ໂນ​ຄົວ


ວັນ​ທີ 23 ມີ​ນາ 2018​ທີ່​ສະ​ແດງ​ເຖິງ​ຊອງ​ຂອງ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ 2018 ທີ່​ສົ່ງ​ໄປ​ໃຫ້​ພວກ​ຜູ່​ອາ​ໄສ​ໃນ​ສະ​ຫະ​ລັດ ຊຶ່ງ​ແມ່ນ​ການ​ທົດ​ສອງ​ພຽງ​ຢ່າງ​ດຽວ​ຕໍ່​ການ​ສຳ​ຫຼວດ ​ສຳ​ມະ​ໂນ​ຄົວ 2020.
ວັນ​ທີ 23 ມີ​ນາ 2018​ທີ່​ສະ​ແດງ​ເຖິງ​ຊອງ​ຂອງ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ 2018 ທີ່​ສົ່ງ​ໄປ​ໃຫ້​ພວກ​ຜູ່​ອາ​ໄສ​ໃນ​ສະ​ຫະ​ລັດ ຊຶ່ງ​ແມ່ນ​ການ​ທົດ​ສອງ​ພຽງ​ຢ່າງ​ດຽວ​ຕໍ່​ການ​ສຳ​ຫຼວດ ​ສຳ​ມະ​ໂນ​ຄົວ 2020.

ຄະ​ນະ​ກຳ​ມະ​ການ​ນຶ່ງ​ຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ແມ່ນ​ມີ​ໝາຍ​ກຳ​ນົດ​ການ​ໃ​ນ​ວັນ​ອັງ​ຄານ
​ມື້​ນີ້ ທີ່​ວ່າ​ ຈະ​ຮຽກ​ຕົວ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ​ ບາ​ຣ໌ ແລະລັດ​ຖະ​ມົນ​ຕີ​
ກະ​ຊວງກະ​ຊວງ​ການ​ຄ້າ ​ທ່ານ ວິ​ລ​ເບີ​ຣ໌ ຣ​ອສ ຫຼື​ບໍ່ເພື່ອຢາກ ໄດ້ເອກ​ກະ​ສານທີ່​ພົວ​ພັນ​
ກັບການ​ຕັດ​ສິນ​ໃຈ​ ຂອງ​ລັດ​ຖະ​ບານທ່ານ​ທ​ຣຳ ທີ່​ຈະເພີ້ມ​ຄຳ​ຖາມ​ຕໍ່​ປະ​ຊາ​ຊົນ
ໃນ​ການສຳ​ຫຼວດ​ສຳ​ມະ​ໂນ​ຄົວ ​ຂອງ​ສະ​ຫະລັດ ​ໃນປີ 2020.

ທ່ານຣ​ອສ ໄດ້​ກ່າວ​ວ່າ ໃນ​ປີ​ກາຍ​ນີ້ ທ່ານ​ໄດ້​ຕັດ​ສິນ​ໃຈ ໂດຍອີງ​ຕາມ​ຄຳ​ຮຽກ​ຮ້ອງ​
ຂອງ​ກະ​ຊວງ​ຍຸ​ຕິ​ທຳ ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍການ​ລົງ​ຄະ​ແນນ​ສຽງ​ທີ່​ດີກວ່າ​
ເກົ່າ​ນັ້ນ. ແຕ່​ວ່າ ພວກ​ລັດຕ່າງໆ ແລະ​ກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດທັງ​ຫຼາຍ ໄດ້​ທ້າ​ທາຍ
ຕໍ່​ການ​ເອົາ​ບາດ​ກ້າວ​ທີ່​ວ່າ​ນີ້, ​ໂດຍຖົກ​ຖຽງ​ວ່າ ມັນ​ຈະຊຸກ​ຍູ້​ໃຫ້​ພວກຄົນ​ເຂົ້າ​ເມືອງ
ບໍ່​ໄປ​ຮ່ວມ​ປ່ອນ​ບັດ, ແລະ​ຜົນ​ສະ​ຫຼຸບ ກໍ​ແມ່ນ​ວ່າ ມັນ​ຈະ​ພາ​ໃຫ້​ມີ ນັບ​ພວກ​ທີ່​ອາ​ໄສ
​ຢູ່​ໃນ​ຫຼາຍໆ​ເຂດ​ຂອງ​ປະ​ເທດບໍ່​ທົ່ວ​ເຖິງ.

ການສຳ​ຫຼວດ​ສຳ​ມະ​ໂນ​ຄົວ ແມ່ນໝາຍ​ເຖິງການ​ນັບ​ຮວມ​ເອົາ​ທຸກ​ໆຄົນ ທີ່​ອາ​ໄສຢູ່​ໃນ​
ສະ​ຫະ​ລັດ ໃນ​ຂະ​ນະ​ນັ້ນ, ບໍ່​ກ່ຽວ​ກັບວ່າ​ພວກ​ເຂົາ​ເຈົ້າ​ມີ​ຖາ​ນະ​ເປັນ​ຜູ້​ຖືສັນ​ຊາດ
ຫຼືເປັນ​ພວກ​ຄົນ​ເຂົ້າ​ເມືອງ. ​ການ​ນັບ​ທີ່​ຖືກ​ຕ້ອງ ນັ້ນ​ແມ່ນ​ສຳ​ຄັນ, ດ້ວຍ​ຜົນ​ສະ​ຫຼຸບ
ດັ່ງ​ກ່າວ ຈະ​ນຳ​ໄປ​ໃຊ້ ໃນ​ຫຼາຍໆ ຈຸດ​ປະ​ສົງ ເຊັ່ນ​ວ່າ ຈະ​ເປັນ​ຕົວ​ຊີ້​ໃຫ້​ເຫັນ​ວ່າ ຈະ​ມີ
ສະ​ມາ​ຊິກ​ສະ​ພາ​ຂອງ​ເຂດ ທີ່​ເໝາະ​ສົມ ໃນ​ແຕ່​ລະ​ຂົງ​ເຂດ​ຂອງ​ລັດ​ໃດ​ນຶ່ງ, ແລະ​ວ່າ
ເງິນ​ຈຳ​ນວນ​ຫຼາຍ​ພັນ​ລ້ານ​ໂດ​ລາ ໃນ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະ​ບານ​ກາງ​ຈະ​ຖືກມອບ
​ໃຫ້​ເຂດ​ຕ່າງໆ ແລະເຂດ​ທ້ອງ​ຖິ່ນ ຈະ​ຕັດ​ສິນ​ໃຈ ໃນ​ການ​ກໍ່​ສ້າງ​ທາງ​ຫຼວງ​ແລະ​
ໂຮງ​ຮຽນ​ໃໝ່ອື່ນໆ​ນັ້ນ.

ຄະ​ນະ​ກຳ​ມະ​ການ​ຄວບ​ຄຸ​ມ​ດູ​ແລຂອງ​ສະ​ພາ​ຕ່ຳ ແມ່ນ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ຫາ​ມະ​ຕິ​
ດັ່ງ​ກ່າວ ທ່ານ​ອີ​ລີ​ຈາ ຄຳ​ມິງ (Elijah Cummings) ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ຈາກ​ລັດ
​ແມ​ຣີ​ແລນ​ດ໌ ເພື່ອ​ຮຽກ​ຮ້ອງ​ເອົາ​ເອກ​ກະ​ສານ ແລະ​ການ​ສົນ​ທະ​ນາ​ຕິດ​ຕໍ່ ລະ​ຫວ່າງ​
ທ່ານ​ບາ​ຣ໌ ແລະ​ທ່ານ​ຣອສ ກ່ຽວ​ກັບການ​ຂໍ​ໃຫ້​ທີ່​ຈະ​ໃຫ້​ເພີ້​ມຄຳ​ຖາມ​ ໃນ​ເລື້ອງສັນ​ຊາດ​
ຈາກ​ຊ່ວງ​ເວ​ລາ ທີ່​ທ່ານ​ທ​ຣຳ ເຂົ້າ​ກຳ​ຕຳ​ແໜ່ງ.

ອົງ​ການ​ຂ່າວ AP ໄດ້​ລາຍ​ງານ​ວ່າ ຕົນ​ໄດ້​ຮັບຈົດ​ໝາຍສະ​ບັບ​ນຶ່ງຈາກ​ທ່ານໄມ​ຄ໌ໂກ
ແພລັ​ຕ ຈູເນຍ ລັດ​ຖະ​ມົນ​ຕີຊ່ວຍ​ວ່າ​ການກະ​ຊວງ​ການ​ຄ້າ, ​ຂໍໃຫ້​ຄະ​ນະ​ກຳ​ມະ​ການ​
ໂຈະ​ການ​ຮຽກ​ຕົວ ​ໃນເວ​ລາ​ນີ້​ໄວ້​ກ່ອນ ໃນ​ຂະ​ນະ​ທີ່​ອະ​ນຸ​ຍາດ​ໃຫ້​ມີ “ການ​ສົນ​ທະ​ນາ
​ແບບມີ​ຄວາມ​ປະ​ສົງ​ດີ”
ດຳ​ເນີນຕໍ່​ໄປ.

ການ​ຕັດ​ສິນ​ໃຈ​ຂອງ​ຄະ​ນະ​ກຳ​ມະ​ການ​ຈະ​ອອກ​ມາ​ຢ່າງ​ໃດ​ນັ້ນ ​ກ່ຽວ​ກັບ​ການ​ສືບ​ສວນ​
ເບິ່ງ​ກົນ​ໄກ​ທີ່​ຈະ​ຕັດ​ສິນ​ໃຈເພື່ອ​ຈະ​ເພີ້ມ​ຄຳ​ຖາມກັນ​ນັ້ນ ​ແຕ່ຄຳ​ຖາມ​ທີ່​ໃຫຍ່ ກວ່າ​ນີ້
ກໍ​ຄື ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວ ຈະ​ຖາມພວກ​ທີ່​ຖືກ​ສຳ​ຫຼວດ ກ່ຽວ​ກັບ​ການ​ຖືສັນ​ຊາດ​
ນັ້ນ ຄາດ​ວ່າ ຈະຖືກ​ຕັດ​ສິນ​ໂດຍສານສູງ​ສຸດ ໃນ​ໄລ​ຍະຫຼາຍໆ​ເດືອນ​ຂ້າງ​ໜ້ານີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG