ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ກ່າວປ້ອງກັນ ກອງປະຊຸມ ສັນຕິພາບ ຊີເຣຍ


ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣັອຟ, ຂວາ, ຕ້ອນຮັບທູດພິເສດ ຊີເຣຍປະຈຳອົງການສະຫະປະຊາ
ຊາດ ທ່ານ ສຕາຟຟານ ເດີ ມິສຕູຣາ ໃນລະຫວ່າງກອງປະຊຸມ
ທີ່ນະຄອນຫຼວງ ມົສກູ. 24 ພະຈິກ, 2017.
ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣັອຟ, ຂວາ, ຕ້ອນຮັບທູດພິເສດ ຊີເຣຍປະຈຳອົງການສະຫະປະຊາ ຊາດ ທ່ານ ສຕາຟຟານ ເດີ ມິສຕູຣາ ໃນລະຫວ່າງກອງປະຊຸມ ທີ່ນະຄອນຫຼວງ ມົສກູ. 24 ພະຈິກ, 2017.

ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣັອຟ ໄດ້ກ່າວໃນວັນພຸດມື້ນີ້
ວ່າ ການເຈລະຈາສັນຕິພາບນຳພາໂດຍ ຣັດເຊຍ ໃນເດືອນໜ້າທີ່ເມືອງ ໂຊຈີ “ໄດ້
ຮັບການສະໜັບສະໜູນຢ່າງຫຼວງຫຼາຍ” ຈາກປະຊາຊົນ ຊີເຣຍ ແລະ ມີຈຸດປະສົງ ທີ່
ຈະວາງຮາກຖານໃຫ້ແກ່ຂະບວນການສັນຕິພາບ ນຳໜ້າໂດຍອົງການສະຫະປະຊາ
ຊາດ.

ຄຳເຫັນຂອງທ່ານ ລາຟຣັອຟ ໄດ້ມີຂຶ້ນ ຫຼັງຈາກກຸ່ມຕໍ່ຕ້ານລັດຖະບານ ຊີເຣຍ 40 ກຸ່ມ ໄດ້
ກ່າວວ່າ ຣັດເຊຍ ກຳລັງພະຍາຍາມທີ່ຈະດັກສະກັດ ຂະບວນການສັນຕິພາບຂອງອົງ
ການສະຫະປະຊາຊາດ ແລະ ວ່າພວກເຂົາຈະບໍ່ເຂົ້າຮ່ວມໃນການເຈລະຈາ ໂຊຈີ.

ກຸ່ມຕໍ່ຕ້ານລັດຖະບານທັງຫຼາຍກ່າວວ່າ ຣັດເຊຍ ຢາກໃຫ້ພວກເຂົາເລີກລົ້ມຄຳຮຽກ
ຮ້ອງໃຫ້ປະທານາທິບໍດີ ຊີເຣຍ ລາອອກຈາກຕຳແໜ່ງ.

ຖະແຫຼງການຂອງກຸ່ມຕໍ່ຕ້ານລັດຖະບານ ໄດ້ກ່າວໃນວັນອັງຄານວານນີ້ວ່າ “ພວກເຮົາ
ປະຕິເສດການອ້າງອີງນີ້ ແລະ ພວກເຮົາຢືນຢັດວ່າ ຣັດເຊຍ ແມ່ນຜູ້ຮຸກຮານທີ່ໄດ້ກໍ່ອາ
ຊະຍາກຳສົງຄາມຕໍ່ປະຊາຊົນ ຊີເຣຍ. ຣັດເຊຍ ບໍ່ໄດ້ປະກອບສ່ວນແມ່ນແຕ່ການເຄື່ອນ
ໄຫວຄັ້ງດຽວ ເພື່ອບັນເທົາຄວາມທຸກທໍລະມານຂອງປະຊາຊົນ ຊີເຣຍ ແລະ ບໍ່ໄດ້ກົດ
ດັນລະບອບການປົກຄອງທີ່ເຂົາເຈົ້າອ້າງວ່າ ເຂົາເຈົ້າຮັບປະກັນຈະກ້າວເຂົ້າສູ່ເສັ້ນ
ທາງການແກ້ໄຂບັນຫາທີ່ແທ້ຈິງ.”

ພວກຕໍ່ຕ້ານລັດຖະບານ ກ່າວວ່າ ຜູ້ໄກ່ເກ່ຍ ໃນການເຈລະຈາສັນຕິພາບ ຈະຕ້ອງເປັນ
ກາງ ແລະ ເປັນຜູ້ສັດຊື່. ພວກເຂົາເຈົ້າກ່າວວ່າ ຣັດເຊຍ ເປັນພັນທະມິດ ຂອງຊີເຣຍ ທີ່
ມີອຳນາດທີ່ສຸດ ສະນັ້ນຈະບໍ່ມີີຄວາມເປັນກາງ.

ຣັດເຊຍ ໄດ້ກຳນົດການເຈລະຈາ ໃຫ້ມີຂຶ້ນໃນວັນທີ 29 ມັງກອນ 2018 ຢູ່ໃນນະຄອນ
ໂຊຈີ ຕັ້ງຢູ່ໃນຂົງເຂດທະເລດຳ.

ລັດຖະບານ ຊີເຣຍ ກ່າວວ່າ ຕົນຈະເຂົ້າຮ່ວມ. ສ່ວນເທີກີ ຊຶ່ງສະໜັບສະໜູນ ກຸ່ມຝ່າຍ
ຄ້ານ ຍັງວາງແຜນທີ່ຈະໄປຮ່ວມຢູ່ ແຕ່ຫາກກ່າວວ່າ ພວກກຸ່ມຂອງຊາວເຄີດ ບໍ່ຄວນ
ຖືກເຊື້ອເຊີນ.

ພັກ​ສະ​ຫະພັນ ປະຊາປະ​ໄຕ ຊາວ​ເຄີດ ຂອງ ຊີເຣຍ ຫລື PYD ກ່າວວ່າ ຕົນມີສິດທີ່ຈະ
ເຂົ້າຮ່ວມ ໃນການເຈລະຈາສັນຕິພາບ.

ເທີກີ ເຫັນວ່າ ກຸ່ມ PYD ແລະ ກຸ່ມໆຕິດອາວຸດນ້ອຍທັງຫຼາຍ ຂອງ PYD ເຊັ່ນ ພວກ
ໜ່ວຍປ້ອງກັນຂອງປະຊາຊົນ ເປັນກຸ່ມກໍ່ການຮ້າຍ ເພາະວ່າພວກເຂົາມີສ່ວນກ່ຽວຂ້ອງ
ກັບພວກຊາວເຄີດ ຫົວແບ່ງແຍກດິນແດນ ຢູ່ໃນເທີກີ.

ການເຈລະຈາສັນຕິພາບ ທີ່ອົງການສະຫະປະຊາຊາດ ໄດ້ຈັດຂຶ້ນຢູ່ໃນນະຄອນ ເຈນີວາ
ພ້ອມໆກັນກັບ ການເຈລະຈາຮ່ວມກັນທີ່ມີ ຣັດເຊຍ ເທີກີ ແລະ ອີຣ່ານ ນັ້ນ ມີຄວາມ
ຄືບໜ້າພຽງໜ້ອຍດຽວ ສູ່ການຍຸຕິສົງຄາມກາງເມືອງຂອງ ຊີເຣຍ ທີ່ແກ່ຍາວມາໄດ້ 6 ປີ
ແລ້ວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG