ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ລົງຄະແນນສຽງ ປະຕິເສດ ການຮັບຮູ້ ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງຂອງ ອິສຣາແອລ


ກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.
ກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ມີແຜນການວ່າ ຈະລົງຄະແນນສຽງ
ກ່ຽວກັບ ຮ່າງຍັດຕິສະບັບນຶ່ງ ເພື່ອປະຕິເສດການຮັບຮູ້ ນະຄອນ ເຈຣູຊາແລັມ ເປັນ
ນະຄອນຫຼວງຂອງ ອິສຣາແອລ ໂດຍ ສະຫະລັດ ໃນວັນຈັນມື້ນີ້.

ໃນຂະນະທີ່ເບິ່ງຄືວ່າ ສະມາຊິກຖາວອນຂອງສະພາ ຈະຄັດຄ້ານຂໍ້ຄວາມທີ່ໄດ້ຮັບ
ການສະໜັບສະໜູນຈາກ ອີຈິບ ກໍຕາມ.

ອົງການຂ່າວ Reuters ກ່າວວ່າ ຍັດຕິດັ່ງກ່າວ ບໍ່ໄດ້ລະບຸເຖິງ ສະຫະລັດ ຫຼື ປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ. ແຕ່ຮ່າງຍັດຕິດັ່ງກ່າວ ໄດ້ສະແດງ “ຄວາມ
ເສຍໃຈຢ່າງຍິ່ງ ຕໍ່ການຕັດສິນໃຈເມື່ອບໍ່ ດົນມານີ້ ກ່ຽວກັບ ຖານະຂອງນະຄອນ
ເຈຣູຊາແລັມ.

ນອກນັ້ນ ຮ່າງຍັດຕິຍັງນີ້ ໄດ້ຂໍອຸທອນຕໍ່ສະມາຊິກ ອົງການສະຫະປະຊາຊາດທຸກປະ
ເທດ ເພື່ອໃຫ້ຢຸດຢັ້ງການຈັດຕັ້ງສະຖານທູດໃນນະຄອນ ເຈຣູຊາແລັມ.

ອີງຕາມອົງການຂ່າວ Reuters ນັ້ນ, ຮ່າງຍັດຕິນີ້ລະບຸວ່າ “ການຕັດສິນໃຈ ແລະ ການ
ກະທຳໃດໆ ເຊິ່ງມີໃຈຄວາມທີ່ຈະປ່ຽນແປງລັກສະນະ, ສະຖານະພາບ ຫຼື ການຕໍ່ຕ້ານ
ດ້ານປະຊາກອນຂອງເມືອງສັກສິດ ເຈຣູຊາແລັມ ບໍ່ມີຜົນບັງຄັບໃຊ້ຕາມກົດໝາຍ, ບໍ່
ມີຜົນ ທັງເປັນໂມຄະ ແລະ ຕ້ອງຖືກຍົກເລີກ ເພື່ອໃຫ້ສອດຄ່ອງກັບມະຕິທີ່ສຳຄັນ
ຕ່າງໆຂອງສະພາຄວາມໝັ້ນຄົງ.”

ເຖິງປັດຈຸບັນນີ້ ຍັງບໍ່ມີການຕອບໂຕ້ໃດໆເທື່ອຈາກ ສະຫະລັດ, ແຕ່ເບິ່ງຄືວ່າຄຳຕອບ
ຄືຈະແມ່ນ ເປັນຄຳຕອບທີ່ຄັດຄ້ານໃນວັນຈັນມື້ນີ້.

ປະທານາທິບໍດີ ທຣຳ ກ່າວວ່າ ການຕັດສິນໃຈຂອງທ່ານໃນສັບ ປະດາທີ່ຜ່ານມາ ເພື່ອ
ຮັບຮູ້ນະຄອນ ເຈຣູຊາແລັມ ແລະ ໃນທີ່ສຸດ ກໍຈະຍ້າຍສະຖານທູດ ສະຫະລັດ ໄປທີ່
ນັ້ນແມ່ນ “ການຮັບຮູ້ເຖິງຄວາມ ເປັນຈິງ,” ໂດຍກ່າວວ່າ ເມືອງດັ່ງກ່າວ ບໍ່ແມ່ນພຽງ
ເປັນນະຄອນຫຼວງໃນ ປະຫວັດສາດຂອງປະຊາຊົນຊາວ ຢິວ ເທົ່ານັ້ນ ແຕ່ແມ່ນເປັນ
ນະຄອນຫຼວງ ຂອງ ອິສຣາແອລ ສະໄໝໃໝ່ນຳ.

ຫຼາຍປະເທດໃນ ຢູໂຣບ ແລະ ບ່ອນອື່ນໆໄດ້ເອີ້ນການຕັດສິນໃຈຂອງ ທ່ານ ທຣຳ ວ່າ
ຜິດ ໃນເວລານີ້ ແລະ ກ່າວວ່າ ເຂົາເຈົ້າບໍ່ມີແຜນທີ່ຈະ ຍ້າຍສະຖານທູດຂອງເຂົາເຈົ້າ
ໄປນະຄອນ ເຈຣູຊາແລັມ.

ອິສຣາແອລ ກ່າວວ່າ ນະຄອນ ເຈຣູຊາແລັມ ເປັນນະຄອນຫຼວງທີ່ບໍ່ ເຄີຍມີການແບ່ງ
ແຍກຂອງເຂົາເຈົ້າມາຕະຫຼອດ.

ແຕ່ຊາວ ປາແລັສໄຕນ໌ ຢາກໃຫ້ນະຄອນ ເຈຣູຊາແລັມ ເປັນນະຄອນ ຫຼວງຂອງລັດ
ໃນອະນາຄົດ, ແລະ ໄດ້ອ້າງວ່າ ການປະກາດຂອງ ສະຫະລັດ ໄດ້ທຳລາຍການເຈລະ
ຈາສັນຕິພາບ.

ສະຫະລັດ ກ່າວວ່າ ທີ່ຕັ້ງອັນເປັນຮູບປະທຳຂອງສະຖານທູດຂອງເຂົາເຈົ້າ ບໍ່ໄດ້ ກຳ
ນົດຢູ່ໃນ ການເຈລະຈາໄປສູ່ການແກ້ໄຂບັນຫາຂອງສອງລັດ ໃນເຂດຕາເວັນອອກ
ກາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG